ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-03 15:17:46    
ຂົວ​ອາ​ກາດ(ສຽງ)

cri

ດີ​ໃຈ​ທີ່​ໄດ້​ພົບ​ກັບ​ທ່ານ​ໃນ​ລາຍການ"ຂົວ​ອາກາດ"ອີກ​ຕາມ​​ເຄີຍ.ຫວ່າງ​ມໍ່ໆ​ນີ້,ອາຈານ ທອງ​ກ່ຳ ອຸ​ທິດາ ຜູ້​ຟັງແຂວງຫຼວງ​ພະ​ບາງ ​ໄດ້​ໂທມາວ່າ,ທ່ານ​​ໄດ້​ຕິດຕາມ​ຮັບ​ຟັງ​ລາຍການ​ພິ​ເສດຈີນ​​ລາວ​ສ້າງສາ​ຍສຳພັນ​ທາງ​ການ​ທູດ​ຄົບຮອບ45​ປີ​ຂອງ​ພວກ​ເຮົາ,​ແລະ​ໄດ້​ຕອບ​ຄຳ​ຖາມ​ທີ່​ພວກ​ເຮົາ​ຕັ້ງ​ໄວ້​​ໃນ​ລາຍການ,ທ່ານ​ຮູ້ສຶກ​ລາຍການ​ຂອງ​​CRIພວກ​ເຮົາ​ມີ​ຊີວິດ​ຊີວາ​ແລະ​ຮອບ​ດ້ານ​ຫຼາຍ,ພ້ອມ​ກັນ​ນັ້ນ,ທ່ານ​ຍັງ​ອວຍພອນ​ການ​ພົວພັນ​ລະຫວ່າງ​ລາວຈີນ​ຈົ່ງຂະ​ຫຍາ​ຍຢ່າງ​ບໍ່​ຢຸດ​ຢັ້ງ.

ພວກ​ເຮົາ​ຮູ້ສຶກ​ດີ​ໃຈ​ຫຼາຍ​ຕໍ່​ອາຈານ ທອງກ່ຳ ອຸ​ທິດາ​ຕິດຕາມ​ຮັບ​ຟັງ​ລາຍການ​ຂອງ​ພວກ​ເຮົາ,​ແລະ​ຫວ່ງວ່າ​ລາຍການ​ຂອງ​ພວກ​ເຮົາ​ສາມາດ​ເຮັດ​ໃຫ້​ເພື່ອນ​ມິດ​ຜູ້​ຟັງຍິງຫຼາຍ​ຈົ່ງຮູ້ຈັກ​​ແລະ​ມັກ​ຮັກ​ປະ​ເທດ​ຈີນ,​​ເຮັດ​ໃຫ້​ລາຍການ​ຂອງ​ພວກ​ເຮົາ​​ເປັນຂົວ​ທີ່​​ເຜີຍ​ແຜ່​ມິດຕະພາບ​ລະຫວ່າງ​ປະຊາຊົນ​ຈີນ​ກັບ​ປະຊາຊົນ​ລາວ.​​ໃນ​ເວລາ​ໂທ​ລະ​ສັບ,ອາ​ຈານ ທອງ​ກ່ຳ ອຸທິດ​າຢາກຂໍມອບ​ເພງ​ຈີນ​ເພງ​ໜຶ່ງ​ໃຫ້​ແກ່ອາຈານສົມລົດ ​ແລະ ອ້າຍ​ພູມີ.ພວກ​ເຮົາ​​​ເລືອກ​ເອົາ​ເພງ​ມ່ວນໆ​ເພງ​ໜຶ່ງ​ໃຫ້​ທ່ານ​ ​ແລະ​ໝູ່​ເພື່ອນ​ຂອງ​ທ່ານ,​ເພງ​ຊື່ວ່າ"​ໂມ້​ລີ້​ຮວ່າ",​ແປ​ວ່າ"ດອກ​ມະ​ລິ",ກໍ່​ຫວັງ​ໃຫ້​ທ່ານ​ຜູ້​ຟັງ​ທັງຫຼາຍ​ທີ່​ພວມ​ຟັງ​ວິທະຍຸ​ພວກ​ເຮົາ​ຈົ່ງ​ມັກ​ເພງ​ນີ້ເພງນີ້,ເອົາລະ,ຕໍ່​ໄປພວກ​ເຮົາ​ມາ​ຟັງ​ເພັງ​ນີ້ນຳ​ກັນ.