ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-04 16:48:26    
ບົດ​ເສັງ​ຄວາມ​ຮູ້​"​ເຮົາ​ກັບ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ"(ສຽງ)

cri

65ປີ,​ເວົ້າສຳລັບຄົນ​ຜູ້​ໜຶ່ງ,​ໄດ້ກ້າວ​ເຂົ້າ​ສູ່​ໄວ​ຊະລາ​ແລ້ວ,​ແຕ່​ເວົ້າ​ສຳລັບ​ພາລະກິດ​ວິທະຍຸກະຈາຍສຽງ​ຕໍ່​ຕ່າງປະ​ເທດ​ຂອງ​​ຈີນ,ພັດ​ພວມ​ຢູ່​ໃນໄວ​ໜຸ່ມ​ແໜ້ນ​ທີ່​​ເຕັມ​ໄປ​ດ້ວຍໍ​ຊີວິດຊີວາ.

65ປີ​ກ່ອນ, ​,ຈາກ​ເມືອງ​ອ໋ຽນອ່ານ ​​ເຊິ່ງ​ເປັນ​ດິນ​ແດນ​ສັກກາລະ​ບູຊາປະຕິວັດ​ຂອງ​ຈີນ​ໄດ້​ມີຄື່ນ​​ໄຟຟ້າ​ອ່ອນ​ແອ,​ສົ່ງສຽງ​ຂອງຈີ​ນແດງ​ໄປ​ສູ່​ທົ່ວ​ໂລກ.ຕັ້ງ​​ແຕ່​ເວ​ລາ​ນັ້ນ​ເປັນ​ຕົ້ນ​ມາ​,ສຽງ​ນີ້​ກໍ່​ບໍ່​ເຄີຍ​ມິດ​ໄປ​ຈັກ​ເທື່ອ.​ທຳ​ອິດ​ວິທະຍຸ​ນີ້​ຊື່ວ່າ​ສະຖານີ​ວິທະຍຸ​ກະຈາຍສຽງ​ຊິນ​ຮວາ​ອ໋ຽນ​ອ່ານ,ພາຍ​ຫຼັງ​ປ່ຽນ​ຊື່​ເປັນສະ​ຖານີ​ວິທະຍຸ​ກະຈາຍສຽງ​ປັກ​ກິ່ງ,​ຈົນ​ເຖິງປັດ​ຈຸບັນ​ຊື່ວ່າ"ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ",​ເພື່ອນມິດ​ຜູ້​ຟັງນັບ​ມື້​ນັບ​ຫຼາຍ​ຂຶ້ນ​ໄດ້​ຮູ້ຈັກ​ແລະ​ມັກ​ຮັກ​ປະ​ເທດຈີນ​ທີ່​ກຳລັງ​ປ່ຽນ​ແປງ​​ເປີດ​ປະຕູ​ສູ່​ພາຍ​ນອກ​ແລະ​ພວມ​ພັດທະນາ​ຈາກ​ການ​ກະຈາຍສຽງ​ທີ່​ດົ່ງ​ດັງ​ຂຶ້ນ​ເປັນ​ກ້າວໆ

ວັນ​ທີ3​ທັນວາ​ປີ2006 ​ແມ່ນ​ວັນ​ລະ​ລຶກວິ​ທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ65​ປີ.​ເພື່ອ​​​ເຮັດ​ໃຫ້​ເພື່ອນ​ມິດ​ຜູ້​ຟັງ​ປະ​ເທດ​ຕ່າງໆ​ຮູ້ວິວັດ​ທະນາ​ການ​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໃນ65​ທີ່​ຜ່ານ​ມາ​ຫຼາຍ​ຍິ່ງ​ຂຶ້ນ,​ແຕ່​ວັນ​7ພຶດສາ​ພາ​ເປັນ​ຕົ້ນ​ໄປ, CRIພວກ​ເຮົາ​ຈະ​ຈັດລາຍການ​ພິ​ເສດ"​ເຮົາກັບ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດຈີນ"​ໂດຍອອກ​ອາກາດ​​ແລະ​​ເວັບ​ໄຊ,​ແລະ​​ຍັງຈັດ​ລາຍການ​ເສັງ​ຄວາມ​ຮູ້,​ເຮົາ​ກັບ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດຊົມ​ເຊີຍ​ທ່ານຕິດ​ຕາມ​ຟັງ​ແລະ​ເຂົ້າຮ່ວມ​ການ​ເສັງ​ຄວາມ​ຮູ້.

ກໍ່​ເຊັ່ນ​ດຽວ​ກັນ​ກັບ​ການເສັງ​ຄວາມ​ຮູ້​ຂອງ​​criພວກ​ເຮົາ​ຈັດ​ຂຶ້ນ​​ໃນ​ເມື່ອກ່ອນ​ຢູ່​ຕອນ​ທ້າຍ​ຂອງ​ລາຍ​ການ​ເສັງ​ຄວາມ​ຮູ້​ທຸກ​ພາກ,ພວກ​ເຮົາ​ຈະ​ຕັ້ງ​ຄຳ​ຖາມ2​ຂໍ້,​ໃຫ້​ຜູ້​ຟັງ​ຕອບ,ວັນ​ຮັບ​ໃຫ້​ຕອບ​ຄຳ​ຖາມ​ວັນ​ສຸດ​ທ້າ​ຍ​ນີ້​ແມ່ນ​ວັນ​ທີ1​ກັນຍາ​ປີ​2006,ຄະນະ​ປະ​ກວດ​ຈະ​ປະ​ກວດ​ຕໍ່​ໃບຕອບ​​ຄຳ​ຖາມ​ຂອງ​ຜູ້​ຟັງ,​ແລ້ວ​ເລືອກ​​ເອົາ​ຜູ້​ໄດ້​ລາງວັນ​ທີ1,ທີ2​,ທີ3​ແລະລາງ​ວັນພິ​ເສດ,ຜູ້​ໄດ້​​ລາ​ງວັນ​​ພິ​ເສດ​ຈະມີ​ໂອກາດ​ມາ​ປັກ​ກິ່ງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສະຫຼອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ​65ປີ​ໃນ​ເດືອນ​ທັນ​ວາປີ​ນີ້,​ແລະທ່ອງ​ທ່ຽວ​ຢູ່​ຈີນ​ອາທິດ​ໜຶ່ງ​ໂດຍຟຣີ.

ສຸດ​ທ້າຍ,ຂໍ​ອວຍພອນ​ໃຫ້​​ເພື່ອນ​ມິດ​ຜູ້​ຟັງຈົ່ງ​ໂຊກ​ດີໃນການ​​ເສັງ​ຄວາມ​ຮູ້.