ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-02 15:33:23    
ຜູ້​ຟັງ​ໂທລະສັບ​ມາ​ຂໍ​ຟັງ​ເພງ(ສຽງ)

cri Author: cai
ມື້​ນີ້​ແມ່ນ​ວັນ​ກຳມະກອນ​ສາກົນ​ປີ​ລະ​ເທື່ອ,​ໃນວັນ​ບຸນ​ຂອງ​ຜູ້​ອອກ​​ແຮງ​ງານ​ທົ່ວ​ໂລກ​ນີ້,ຂ້າພະ​ເຈົ້າຂໍ​ຕາງໜ້າ​ພະນັກງານ​ທັງຫລາຍ​ຂອງ​ພະ​ແນ​ກພາສາ​ລາວ​ວິທະຍຸ​CRIຝາກ​ຄວາມ​ຖາມ​ຂ່າວ​ໃນ​ຍາມ​ບຸນ​ມາ​ຍັງ​ຜູ້​ອອກ​ແຮງ​ງາ​ນທັງຫລາຍ​ທີ່​ເຮັດ​ວຽກ​ຢ່າງ​ດຸ​ໝັ່ນ​ຂະຫຍັນໃນ​ທຸກ​ຂະ​ແໜງວຽກ​​ຂອງ​ລາວ.​ໃນ​ການ​ສ້າງສາ​ປະ​ເທດ​ຊາດ​ຂອງ​ລາວ,​ຖັນ​ແຖວ​ຄູ​ອາຈານ​ໄດ້​ມີ​ບົດບາດ​ສຳຄັນ​ທີ່​ສຸດ,ຖັນ​ແຖງ​ຜູ້​ອອກ​ແຮງ​ງານ​ກອງ​ນີ້​ໄດ້​ເຮັດ​ວຽກ​ຢູ່​ໜ້າ​ທີ່​ຕຳ​ແໜ່​ງຂອງ​ຕົນ​ຢ່າງ​ມິດໆ​ແລະ​ລຳບາກ,ຫາບ​ແບກ​ໜ້າ​ທີ່​ໜັກ​ໜາ​ບຳລຸງ​ສ້າງ​ກອງ​ໜູນ​ແລະ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​​ແກ່​ການ​ສ້າງສາ​ສັງຄົມ​ນິຍົມ​ຂອງ​ລາວ,ພວກ​ເຂົາ​ເຈົ້າ​ເໝືອນ​ດັ່ງ​ທຽນ​ໄຂ,ຈູດ​ເຜົາຕົນ​ເອງ​ເພື່ອ​ເຍືອງ​ຮຸ່ງ​ໃຫ້​ຜູ້​ອື່ນ,ກໍ່​ແມ່ນ​ໃນ​ຂະ​ບວນການ​ດັ່ງກ່າວ​ນີ້,ພວກ​ເຂົາ​ເຈົ້າຮູ້ສຶກ​ພໍ​ໃຈ​ຕົນ​ເອງ,ມັນ​ເໝືອນ​ດັ່ງ​ຄຳ​ເວົ້າທີ່​ວ່າ,ມອບ​ດອກ​ກຸ​ຫລາຍ​ໃຫ້​ຜູ້​ອື່ນ,ມື​ຂອງ​ຕົນ​ກໍ່​​ໄດ້​ກິ່ນ​ຫອມ​ຍ້ອນ.

ຫລາຍ​ມື້ກ່ອນ,ທ່ານ​ສົມລົດ ສຸລິຍົງ ຄູ​ສອນ​ຢູ່​ມັດທະຍົມ​ສົມບູນ​ເມືອງ​ນ້ຳປາກ​​ແຂວງ​ຫລວງ​ພະ​ບາງ​ໄດ້​ໂທ​ມາ​ຫາ​ຂ້າພະ​ເຈົ້າວ່າ,​ເພິ່ນ​ກັບ​ທ່ານ​ທອງ​ກ່ຳ ອຸ​ທິດາ ໝູ່​ຂອງ​ຜູ້​ຮ່ວມ​ງານ​ຂອງ​ທ່ານ​ທີ່​ເປັນ​​ແຟນລາຍການ​ຂອງ​ພວກ​ເຮົາ​ໄດ້​ຮັບ​ຟັງ​ແລະ​ມັກ​ລາຍການ​ພາກ​ພາສາ​ລາວ​ຂອງ​ວິທະຍຸ​ພວກ​ເຮົາ​ຕະຫລອດ​ມາ,ຈາກ​ລາຍການ​ຂອງ​ພວກ​ເຮົາ,ທ່ານ​ໄດ້​ຮຽນ​ຄວາມ​ຮູ້​ໃໝ່​ຢ່າງ​ຫລວງຫລາຍ,​ແລະ​ໄດ້​ຊ່ອຍ​ວຽກ​ງານ​ການ​ສິດສອນ​ຂອງ​ເພິ່ນ​ຫລາຍ​ທີ່​ສຸດ,ທ່ານ​ຍັງ​ໄດ້​ຜ່ານ​​ໂທລະສັບ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ຮັບ​ຟັງ​ລາຍການ​ຊິງ​ລາງວັນ​ກ່ຽວ​ກັບ​ຈີນ​ລາວ​ສ້າງສາ​ຍສຳພັນ​ການ​ທູດ​ຄົບຮອບ 45 ປີ​ຂອງ​ພະ​ແນ​ກພາສາ​ລາວ​ພວກ​ເຮົາ,ພ້ອມ​ກັນນັ້ນ,ທ່ານ​ຍັງ​ຢາກ​ຂໍ​ເພງ​ໜຶ່ງ​ມອບໃຫ້​ທ່ານ​ທອງ​ກ່ຳ ໝູ່​ຂອງ​ທ່ານ,​ແລະ​ມອບ​ໃຫ້​ຕົນ​ເອງ​ອີກ​ດ້ວຍ,ຕໍ່​ໄປ​ພວກ​ເຮົາ​ກໍ່​ຈະ​ມອບ​ເພງ​ຈີນ​ເພງ​ໜື່ງທີ່​ມ່ວນ​ໆ​ໃຫ້​ທ່ານ​ຜູ້​ຟັງ​ສອງ​ທ່ານ​ດັ່ງກ່າວ,​ເພງ​ນີ້​ຊື່ວ່າ:ຊິນ​ຂູ​ເລິ ຫລາວ​ຊື່ ​ແປ​ວ່າ ນາຍຄູ ​ເມື່ອຍ​ບໍ່,ຜູ້​ຟັງ​ທັງຫລາຍ​ຢູ່​ຕໍ່ໜ້າ​ວິທະຍຸ,ພວກ​ເຮົາ​ຈົ່ງມາ​ພ້ອມ​ກັນ​ຖາມ​ຂ່າວ​ນຳ​ຄູ​ອາຈານ​ຂອງຕົນ​ໃນ​ທ່າມກາງ​ສຽງ​ເພງ​ນີ້.
(ເປີດເພງ)