ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-01 16:26:46    
ມີ​ແຕ່​ເວລາ​ຈຶ່ງ​ສາມາດ​ທົດ​ສອບ​ຄວາມ​ຮັກ​ອັນ​ຈິງ​ໃຈ​ໄດ້(ສຽງ)

cri Author: min

ຢູ່​ເທິງ​ມະຫາ​ສະໝຸດ​ທີ່​ກວງ​ໄກ​ມີດ​ອນນ້ອຍ​ແຫ່ງ​ໜຶ່ງ, ​ເທິງ​ດອນ​ນ້ອຍ​ແຫ່ງ​ນີ້​ມີ​ອາລົມ​ຈິດ​ຕ່າງໆ​ອາ​ໄສ​ຢູ່, ​ເຊັ່ນ ຄວາມ​ດີ​ໃຈ ຄວາມ​ໂສກ​ເສົ້າ ຄວາມ​ຮັກ​ແລະ​ອື່ນໆ

ມີ​ມື້ໜຶ່ງ ​ເຂົາ​ເຈົ້າ​ໄດ້​ຂ່າວ​ວ່າ,ດອນ​ນ້ອຍ​ແຫ່ງ​ນີ້​ໃກ້​ຈະ​ຈົມ​ແລ້ວ. ສະ​ນັ້ນ ຜູ້​ໃດ​ກໍ​ຫ້າງ​ເຮືອ​ໄວ້​ເພື່ອ​ໜີ​ຈາກ​ດອນ​ນີ້​ໄປ. ມີ​ແຕ່​ຄວາມ​ຮັກ​ຍັງ​ຫວັງ​ວ່າ​ດອນ​ນ້ອຍ​ອາດ​ຈະ​ບໍ່​ຈົມ,ຈຶ່ງ​ຢາກ​ລໍຖ້າ​ຈົນ​ຮອດ​ນາທີ​ສຸດ​ທ້າຍ.

ຜ່າ​​ໄປ​ບໍ່​ດົນ ດອນ​ນ້ອຍ​ຈະ​ຈົມ​ແທ້​ແລ້ວ, ຄວາມ​ຮັກ​ບໍ່​ມີ​ເຮືອ, ຈຳ​ເປັນ​ຕ້ອງ​ຫາ​ຄົນ​ຊ່ອຍ.

​ໃນ​ຂະນະ​ນີ້ ຄວາມ​ຮັ່ງ​ຂີ່​ເຮື​ອ​ໃຫຍ່​ລຳ​ໜຶ່ງ​ຜ້ານ​ມາ.

ຄວາມ​ຮັກ​ຖາມ​ວ່າ: ຄວາມ​ຮັ່ງ​ເອີ້​ຍ, ​ເຈົ້າພາ​ຂ້ອຍ​ໄປ​ນຳ​ໄດ້​ບໍ່?

ຄວາມ​ຮັ່ງຕອບ​ວ່າ: ບໍ່, ​ໃນ​ເຮືອ​ຂ້ອຍ​ມີ​ເງິນ​ມີ​ຄຳ​ມີ​ເພັດ​ນີນຈິນດາຫຼາຍ​ໂພດ ບໍ່​ມີ​ບ່ອນ​ຫວ່າງ​ໃຫ້​ເຈົ້າ​ນັ່ນດອກ.

ຄວາມຫຼູຫຼາຂີ່​ເຮືອ​ອັນ​ສວຍ​ງາມ​ລຳ​ໜຶ່ງ​ຜ່ານ​ມາ, ຄວາມ​ຮັກ​ກໍ່​ຖາມ​ວ່າ: ອ້າຍ​ຫຼູຫຼາ ອ້າຍ​ຊ່ວຍ​ນ້ອງ​ແດ່​ໄດ້​ບໍ່?

ຄວາມຫຼູຫຼາຕອບ​ວ່າ: ຂ້ອຍ​ຊ່ວຍ​ເຈົ້າ​ບໍ່​ໄດ້, ​ເຈົ້າ​ປຽກ​ອ້ອບຍ້ອບໝົດ​ຄີງ ຈະ​ເຮັດ​ໃຫ້​ເຮືອ​ງາມ​ຂ້ອຍ​​ເປີເປື້ອນ

ບຶດໜຶ່ງ ຄວາມ​ໂສກ​ເສົ້າ​ຜ່ານ​ມາ, ຄວາມ​ຮັກ​ກໍ່​ຂໍ​ຄວາມ​ຊ່ວຍ​ເຫຼືອນຳ​ເຂົາ​ວ່າ: ອ້າຍ​ໂສກ​ເສົ້າ ນ້ອງ​ບໍ​ໄປ​ນຳ​ແດ່​ໄດ້​ບໍ່?

ຄວາມ​ໂສກ​ເສົ້າ​ຕອບ​ວ່າ: ​ໂອ້​ຍ ຄວາມ​ຮັກ​ເອີ້​ຍ, ຕອນ​ນີ້​ຂ້ອຍ​ໂສກ​ເສົ້າຫຼາຍ ຂ້ອຍ​ຢາກ​ຢູ່​ມິດໆ​ຜູ້​ດຽວ​ຄາວໜຶ່ງ

ບຶດໜຶ່ງ ຄວາມ​ມ່ວນ​ຊື່ນ​ຂີ່​ເຮືອ​ຜ່ານ​ມາ, ​ແຕ່​ວ່າ​ເຂົາ​ມ່ວນ​ຊື່ນ​ດີ​ໃຈຫຼາຍ ຈົນ​ບໍ່​ໄດ້​ຍີິນສຽງ​ຮ້ອງ​ຂອງ​ຄວາມ​ຮັກ.

​ໃນ​ທັນ​ໃດ​ນັ້ນ ມີ​ສຽງ​ໜຶ່ງ​ຮ້ອງ​ຂຶ້ນ​ວ່າ, ມາ​ພີ້ ຄວາມ​ຮັກ, ອ້າຍ​ຈະ​ພາ​ນ້ອງ​ໄປ.

​ເພິ່ນ​ແມ່ນ​ຜູ້​ອາວຸ​ໂສ​ຜູ້​ໜຶ່ງ, ຄວາມ​ຮັກ​ດີ​ໃຈຫຼາຍທີ່​ມີ​ຄົນ​ຊ່ອຍ​ຈົນ​ລຶມຖາມ​ຊື່​ຂອງ​ຜູ້​ອາວຸ​ໂສ

ຄວາມ​ຮູ້ສຶກ​ຂອບ​ບຸນ​ຂອບຄຸນຫຼາຍຕໍ່​ຜູ້​ອາວຸ​ໂສ​ຜູ້​ນີ້, ສະ​ນັ້ນ, ຈຶ່ງ​ໄປ​ຖາມ​ຄວາມ​ຮູ້​ຊຶ່ງ​ແມ່ນ​ຜູ້​ອາວຸ​ໂສ​ອີກ​ຜູ້​ໜຶ່ງ​ວ່າ, ຜູ້​ທີ່ຊ່ອຍຕົນ​ນັ້ນ​ແມ່ນ​​ໃຜ, ຄວາມ​ຮູ້​ບອກ​ວ່າ​ຜູ້​ອາວຸ​ໂສ​ຜູ້​ນັ້ນ​ຊື່ວ່າ​ເວລາ.

"​ເວລາ​ຫວະ?" ຄວາມ​ຮັກ​ຖາມ​ວ່າ"​ເປັນ​ຫຍັງ​ເພິ່ນຄ່ອຍ​ຊ່ອຍ​ເຫຼືອນ້ອງ?"

ຄວາມ​ຮູ້​ຕອບ​ວ່າ: ​ເພາະວ່າ ມີ​ແຕ່​ເວລາ​ຈຶ່ງ​ເຂົ້າ​ໃຈຄວາມ​ຍິ່ງ​​ໃຫຍ່​ຂອງ​ຄວາມ​ຮັກ

ກໍ່​ຄື​ດັ່ງ​ທີ່​ກ່າວ​ໃນ​ນິທານ​ເລື່ອງ​ນີ້ ສິ່ງ​ທີ່​ສາມາດ​ຮັບ​ເອົາ​ຄວາມ​ຮັກ​ໄດ້​ນັ້ນ, ບໍ່​ແມ່ນ"ຄວາມ​ຮັ່ງມີ" ຫຼື "ຄວາມ​ງາມຫຼູຫຼາ"ທີ່​ສາມາດ​ຕົກ​ແຕ່ງ​ປະດັບ​ປະດາ​ໃຫ້ຄວາມ​ຮັກງາມ​ຈົນ​ເຫຼື້ອມຕາ ບໍ່​ແມ່ນ"ຄວາມ​ໂສກ​ເສົ້າ"ທີ່​ເຮັດ​ໃຫ້​ຄວາມ​ຮັກ​ປະກົດ​ວ່າ​ໂລ​ມັງ​ຕິກ, ​ແລະ​ກໍ່​ບໍ່​ແມ່ນ"ຄວາມ​ມ່ວນ​ຊື່ນ"ທີ່​ສາມາດ​ເສີມ​ບັນຍາກາດ​ໃຫ້​ຄວາມ​ຮັກ​ມ່ວນ​ຊື່ນ​ຊົ່ວຄາວ, ສິ່ງ​ທີ່​ສາມາດ​ຮັບ​ເອົາ​ແລະ​ກວດ​ສອບ​ຄວາ​ມຮັກ​ແທ້​ຈິງ​ນັ້ນ​, ມີ​ແຕ່​ເວລາ

​ແມ່ນ​ແທ້, ຄວາມ​ຮັ່ງມີ​ແລະ​ຄວາມຫຼູຫຼາມີໜ້າ​ມີ​ຕາ​ສາມາດ​ສ້າງ​ຄວາມ​ຮຸ່ງ​ເຮືອງ​ດ້ານ​ນອກ, ມັນ​ອາດ​ຈະ​ເຮັດ​ໃຫ້​ຜູ້​ອື່ນ​ອອນຊອນ​ນຳ. ​ແຕ່​ເມື່ອ​ດົນ​ແລ້ວ​ຄວາມຫຼູຫຼາດ້ານ​ນອກ​ອາດ​ຈະ​ເຮັດ​ໃຫ້​ຕົນ​ເອງ​ຮູ້ສຶກ​ມີ​ແຕ່​ຄວາມ​ເປົ່າ​ປ່ຽວ​ທີ່​ບໍ່​ຮູ້​ສາ​ເຫດ, ຈິດ​ອາລົມ​ຂອງ​ຄົນ​ກໍ່​ຄື​ກັບ​ໃສ່​ເກີບ, ​ເບິ່ງ​ຮູບ​ນອກ​ບໍ່​ວ່າ​ຜູ້​ອື່ນ​ຈະ​ຮູ້ສຶກ​ເກີບ​ເຈົ້າ​ງາມ​ສ່ຳ​ໃດ, ລາຄາ​ແພງ​ປານ​ໃດ, ​ເກີບ​ຄູ່​ນີ້​ໃສ່​ສະບາຍຫຼືບໍ່, ມີ​ແຕ່​ຕົນ​ເອງ​ຈຶ່ງ​ຮູ້.

​ແຕ່​ອັນ​ນີ້​ກໍ​ບໍ່​ໝາຍ​ຄວາມ​ວ່າ​ມີ​ແຕ່​ຄວາມ​ຮັກ​ທີ່​ຮັກສາ​ໄດ້​ຍາວ​ນານ​ຈຶ່ງ​ແມ່ນ​ຄວາມ​ຮັກ​ທີ່​ຍິ່ງ​ໃຫຍ່, ທະ​ແນມ​ແຕ່​ແມ່ນ​ຄວາມ​ຮັກ​ອັນ​ຈິງ​ໃຈ, ​ເວລາ​ຈະ​ສັ້ນ​ມັນ​ກໍ່​ຍືນ​ຍົງ​ຄື​ກັນ, ຄວາມ​ຮັກ​ແນ່​ວ​ແນ່​ແທ້​ຈິງ​ນັ້ນ ​ເມື່ອ​ໄດ້​ຜ່ານ​ຄວາມ​ງືກຄວາມ​ຜິດ, ຄວາມ​ຮັກ​ຄວາມ​ຊັງ, ຄວາມ​ມ່ວນ​ຄວາມ​ໂສກຫຼາຍ​ຟ້າ​ປີ​ແລ້ວ, ຮັກ​ນັ້ນ​ກໍ​ຍິ່ງ​ປະກົດ​ວ່າ​ໃໝ່​ອ່ຽມ​. ​ໃນ​ຊີວິດຫຼາຍສິບ​ປີ​ຂອງ​ຄົນ​ເຮົາ, ຄົນ​ແລະ​ຄວາມ​ຮັກ​ທີ່​ບໍ່​ປ່ຽນ​ແປງ​ນັ້ນ​ມີ​ຢູ່​ບໍ່ຫຼາຍ, ຄວາມ​ຮັກ​ຂອງ​ພໍ່​ແມ່​ແມ່ນ​ຮັກ​ແຕ່​ເຮົາ​ເກີດ​ຮອດ​ເພິ່ນ​ລ່ວງ​ລັບ​ໄປ, ບໍ່​ເຄີຍ​ຢຸດ​ເຊົາ​ຈັກ​ເທື່ອ, ຄວາມ​ຮັກ​ຄັ້ງ​ແລກ​ທີ່​ມີ​ລົດ​ດິບໆ​ຝາດໆ​ໃນ​ໄວ​ໜຸ່ມ, ອາດ​ຈະ​ຮັກສາ​ໄວ້​ໄດ້​ພຽງ​ປີ​ໜຶ່ງ, ຜູ້​ທີ່​ຍື່ນ​ມີ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ພວກ​ເຮົາ​ໃນ​ເວລາ​ພວກ​ເຮົາ​ປະສົບ​ຄວາມ​ຫຍຸງ​ຍາກ​ນັ້ນ ພວກ​ເຣົາອາດ​ຈະ​ເຄີຍ​ເຫັນ​ໜ້າ​ແຕ່​ເທື່ອ​ດຽວ, ບາງທີ ຜູ້​ທີ່​ໃຫ້​ຄວາມ​ຮັກ​ອັນ​ອົບ​ອຸ່ນ​ແກ່​ພວກ​ເຮົານັ້ນ, ພວກ​ເຮົາ​ອາດ​ຈະ​ບໍ່​ເຄີຍ​ເຫັນ​ໜ້າ​ຈັກ​ເທື່ອ, ​ແຕ່​ຄົນ​ເຫຼົ່ານີ້​ແລະ​ຄວາມ​ຮັກ​ຂອງ​ພວກ​ເພິ່ນ​ຈະ​ຈາລຶກ​ໃນ​ຄວາມ​ຊົງ​ຈຳ​ຂອງ​ພວກ​ເຮົາ​ຈົນ​ເຖິງ​ຍາມ​ທີ່​ພວກ​ເຮົາ​ເຖົ້າ​ແກ່​ຊະ​ລາ, ​ເພາະວ່າ, ຄວາມຣັກ​ແທ້​ຈິງ​ນັ້ນ​ແມ່ນ​ສາມາດ​ທົນ​ຕໍ່​ການ​ທົດ​ສອບ​ໄດ້