ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-02 15:31:03    
ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ເກາະ​ແຂນ​ກັນຮ່ວມ​ມື​ກະ​ແສ​ຟອງ​ເສດຖະກິດ​ໂລກາ​ພິວັດ

cri Author: da


ວັນ​ທີ15​ເມສາ,​​ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ສອງ​ຝັ່ງ​ທີ່​​ດຳ​ເນີນ​2ມື້​ໄດ້​ອັດລົງ​​ແລ້ວຢູ່​ທີ່​ປັກ​ກິ່ງ.​ເວທີ​ປາ​ໄສ​ໄດ້​ຄົ້ນຄວ້າ​ຫາລື​ຫົວ​ຂໍ້​ຕ່າງ​ໆ ​ເຊັ່ນ,ຜົນ​ສະທ້ອນຂອງ​ການ​​ແລກປ່ຽນ​ດ້ານ​ເສດຖະກິດ​ການ​ຄ້າ​ສອງ​ຝັ່ງທີ່​ມີ​ຕໍ່ເສດຖະກິດ​ສອງ​ຝັ່ງ​,ການ​ຮ່ວມ​ມື​ດ້ານ​ກະສິກຳ,ການບິນ​​ແລະ​ການ​ເດີນ​ເຮືອໂດຍ​ກົງ,ການທ່ອງທ່ຽວ​ແລະ​ການ​ທະນາຄານເປັນ​ຕົ້ນ,​ແລະ​ໄດ້ກ້າວ​ເຖິງ​​ມີ​ຂໍ້​ສະ​ເໜີ​ຮ່ວມ​ທີ່​ເພິ່ມທະວີ​ແລະ​ລົງ​ເລິກ​ການ​​ແລກປ່ຽນ​​​ແລະ​ການ​ຮ່ວມ​ມື​ດ້ານເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງ.​ໃນ​ເວທີ​ປາ​ໄສ,ຝ່າຍ​​ແຜ່ນດິນ​ໃຫຍ່​ຈີນ​ໄດ້​ປະກາດ​ນະ​ໂຍບາຍ​ແລະ​ມາດ​ຕະການ​ທີ່​ອຳນວຍຜົນ​ປະ​ໂຫຍ​ດ​ໃຫ້​ແກ່ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ15​ຂໍ້,ບຸກຄົນ​ທີ່ຮ່ວມ​​ເວທີ​ປາ​ໄສກ່າວ​ວ່າ,​ໂດຍ​ຢູ່ຕໍ່ໜ້າ​ກະ​ແສ​ຟອງ​ເສດຖະກິດ​ໂລກາ​ພິວັດ,ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຄວນ​ລົງ​ເລິກ​ການ​ຮ່ວມ​ມື​ກັນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຢ່າງຮອບດ້ານ,ບັນ​ລຸ​ຈະ​ເລີ​ນພ້ອມ​ກັນ.​

ເສດຖະກິດ​ໂລກາ​ພິວັດ​ແລະ​ເສດຖະກິດ​ພາກ​ພື້ນເຊື່ອມ​ໂຍງ​ເຂົ້າກັນແມ່ນ​ທ່ວງທ່າ​ໃຫຍ່​ຂອງ​ການ​ພັດທະນາເສດຖະກິດ​ໂລກ​ໃນ​ຍຸກ​ປັດຈຸບັນ​,ມັນໄດ້​ສ້າງ​ໂອກ​າດ ທັງ​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ບັນດາອົງ​ກອນ​ເສດຖະກິດ​​ໃຫຍ່​ໃນ​ໂລກ.​ໃນ​ເວລາ​ກ່າວ​ປາຖະກະຖາ​ໃນ​ພິທີ​ໄຂ​ເວທີ​ປາ​ໄສ​​ເສດຖະກິດ​ການ​ຄ້າ​ສອງ​ຝັ່ງ​​ຄັ້ງ​ນີ້,ທ່ານ​ລຽນ​ຈ້າ​ນ ປະ​ທານກິ​ຕິ​ມະ​ສັກພັກ​ກົກ​ມິນ​ຕັງຈີນຊີ້​ອອກ​ວ່າ,​ໂດຍ​ຢູ່ຕໍ່ໜ້າ​ສະຖານະ​ການ​ດັ່ງກ່າວນີ້,ສອງ​ຝັ່ງ​ຊ່ອງ​ແຄບ​​ຄວນຕ່າງ​ຕາບ​ຈູ​ນທ່​າ​ແຮງ​ເຊິ່ງກັນ​​ແລະ​ກັນ,​ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​ຕ່າງ​ຝ່າ​ຍຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​​ໄດ້ຜົນ​ປະ​ໂຫຍ​ດນຳ​ກັນ,ທ່ານ​ຍົກ​ເອົາ​ວົງ​ຈອນ​ໄຟຟ້າ​ຊຽກກຸຍ​ແອ​ງ​ແຕກ​ເກຼ​ເປັນ​ຕົວຢ່າງ,ມາບັນ​ລະ​ຍາຍຄວາມ​ສຳຄັນຂອງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝັ່ງ.ທ່ານ​ເວົ້າວ່າ:

"ຈາກ​ການ​ອອກ​ແບບ​ວົງຈອນ​ໄຟຟ້າ​ຊຽກກຸຍ​ແອ​ງ​ແຕກ​ເກຼ​IC ຈົນ​ກະ​ທັ້ງ ການ​ຜະລິດ​ຂອງ​ວິ​ສາ​ຫະກິດ,ຝ່າຍ​​ແຜ່ນດິນ​ໃຫຍ່​ລ້ວນ​ແຕ່​ພະຍາຍາມ​ສູ້​ຊົນ​ໃຫ້​ໄດ້.​ສ່ວນຕະຫຼອດລະບົບອຸດ​ສາ​ກະ​ກຳ​​ດ້ານ​ນີ້ຂອງ​ຝ່າຍ​ໄຕ້​ຫວັນໄດ້​ຄົບ​ຖ້ວນສົມຄວນແລະສຸກງອມສົມຄວນແລ້ວ.ແຕ່ຍ້ອນຕະຫຼາດຢູ່ໄຕ້ຫວັນນ້ອຍ​ແທ້​ນ້ອຍ​ວ່າ,ຈົນ​ວ່າຍີ່ຫໍ້ສາກົນກໍບໍ່ໄດ້ສ້າງຕັ້ງຂຶ້ນ​ໂດຍ​ຕະຫຼອດ.ຖ້າ​ເຮັດ​ໃຫ້ອຸດສາຫະກຳ​ວົງ​ຈອນ​ໄຟຟ້າ​ຊຽກກຸຍ​ແອ​ງ​ແຕກ​ເກຼລະຫວ່າງ​ສອງ​ຝັ່ງ​ປະສານ​ສົມທົບ​ກັນ​ໃນ​ດ້ານຄວາມສາມາດການຜະລິດ,ການຈຳໜ່າຍ,ຄວາມ​ສາມາດ​ເຕັກນິກ​ແລະຂະໜາດ​ຂອງ​ຕະຫຼາດ​ນັ້ນ​ແລ້ວ,ກໍ່​ຈະ​ສ້າງ​ໂອກາດ​ການ​ທຸລະ​ກິດທີ່​​ໃຫຍ່​ທີ່​ສຸດໃນ​​ໄລຍະ​ຕົ້ນ​ເຄິ່ງສະຕະວັດ​ທີ21."

ແຕ່​ຊຸມ​ປີ60​ສະຕະວັດ​ທີ່ແລ້ວ​ເປັນ​ຕົ້ນ​ມາ,​ເສດຖ​ະກິດ​​ໄຕ້​ຫວັນໄດ້​​ເຕີບ​​ໂຕ​ຢ່າງ​ວ່ອງ​ໄວ​​ເປັນ​ເວລາເກືອບ40​ປີ​ແລ້ວ,​ເຄີຍ​ເອີ້ນ​ເປັນທີ​ໜຶ່ງ​ຂອງ" 4 ມັງກອນນ້ອຍຂອງ​ອາຊີ".​ຕັ້ງແຕ່​ພັກ​ປະຊາທິປະ​ໄຕ​ເສລີຂຶ້ນ​ຄອງ​ອຳນາດ​ໃນ​ປີ2000​ເປັນ​ຕົ້ນ​ມາ,​ໃນດ້ານ​ການ​ເມືອງ​​,ເດີນ​ຕາມ​ເສັ້ນທາງ"​ໄຕ້​ຫວັນ​ເປັນ​ເອກະລາດ"ທີ່ຝ່າ​ຝຶນມະ​ຕິ​ຊົນ​ຂອງສອງ​ຝັ່ງ​,​ໃນ​ດ້ານ​ພັດທະນາ​ເສດຖະກິດກໍ່​ບໍ່​ໄດ້​ຮັບ​ໝາກ​ຜົນ​ຫຍັງ,ຈົນ​ເຮັດ​ໃຫ້​​ເສດຖະກິດ​ໄຕ້​ຫວັນ​ຕົກ​ຕ່ຳ,ຈັງ​ຫວະ​ເຕີບ​​ໂຕ​ສະ​ເລ່ຍຕໍ່​ປີ​ໄດ້​ຕົກ​ລົງຮອດ3%,ອັດຕາຫວ່າງ​ງານສູງຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.ທ່ານ​ເຢ້ວ້ານອ່ານ ທີ່​ປຶ​ກສາ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເສດຖະກິດ​ຈີນ​ຂອງໄຕ້​ຫວັນ​ເຫັນ​ວ່າ,ພາຍ​ໃຕ້​ສະພາບການ​ດັ່ງກ່າວ​,ຄັນ​​ໄຕ້​ຫວັນຍັງ​ບໍ່​ເພິ່ມທະວີການ​ຮ່ວມ​ມືເສດຖະກິດກັບ​ແຜ່ນ​ດິນ​ໃຫຍ່​​ແລ້ວ​,ກໍ່​ຈະກ້າວໄປ​ເຖິງ​ສະພາບ​ອັນຕະລາຍ.ທ່ານ​ເວົ້າວ່າ:

"​ໃນ6​ປີ​​ຜ່ານ​ມາ,ລາຍ​ໄດ້​ຂອງ​ປະຊາຊົນ​ໄຕ້​ຫວັນ​ຢຸດ​​ເຊົາ​ລົງ,ສະ​ນັ້ນ,ບໍ່​ກ້າ​ບໍລິ​ໂພ​ກ,ຄວາມ​ຕ້ອງການຢູ່ພາຍ​ໃນ​​ບໍ່ພໍ,​ຈຳ​ເປັນອາ​ໄສ​ຄວາມ​ຕ້ອງການຂອງ​ພາຍ​ນ​ອກ.​ແຕ່​ຄວາມ​ຕ້ອງການ​ພາຍນອກອາ​ໄສຜູ້​ໃດ​ແດ່?ມັນອາ​ໄສ​​ແຕ່​ສົ່ງ​ອອກ​ຫຼາຍ​ກວ່າ​ນຳ​ເຂົ້າຈາກ​​ແຜ່​ນດິນ​ໃຫຍ່​ທໍ່​ນັ້ນ​ແລ້ວ,ຂະນະ​ດຽວ​ກັນ​ນີ້ ​ເສດຖະກິດ​ທົ່ວ​ໂລກ​ເຊື່ອມ​ໂຍງ​ເຂົ້າກັນ,​ໂດ​ຍສະ​ເພາະ​ແມ່ນ​ສະຖານະພາບ​ທີ່"10+1","10+3"​​ໄດ້​ຄ່ອຍໆ​ຈໍ່​ຕົວ​ຂຶ້ນ,ຖ້າໄຕ້​ຫວັນ​ຖືກ​ປັດ​ປ່າຍຢູ່​ທາງ​ນອກ​ແລ້ວ,ທາ​ງອອກ​ຂອງ​ໄຕ້​ຫວັນ​ໃນ​ອະນາຄົດ​ກໍ່​ອັນຕະລາຍ​ຫຼາຍ,ດັ່ງ​ນັ້ນ,ຕ້ອງ​ຮ່ວມ​ມື​ກັບ​ແຜ່ນ​ດິນ​ໃຫຍ່ຈິ່ງ​ໄດ້.

ໃນ​ຫຼາຍ​ປີ​ມາ​ນີ້,​ໂດຍ​ມີການ​ຊຸກ​ຍູ້​ອັນ​ຕັ້ງໜ້າ​ຂອງ​ແຜ່ນດິນ​ໃຫຍ່​ຈີນ,ການ​ຄ້າ​ລະຫວ່າງ​ສອງ​ຝັ່ງ​ໄດ້​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ.ປີ2005,ຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ພາຍ​ນອກ​ຂອງ​ໄຕ້​ຫວັນ​ບັນລຸ371​ຕື້​ໂດ​ລາ,​ໃນ​ນັ້ນ,ການ​ຄ້າ​ກັບ​ແຜ່ນດິນ​ໃຫຍ່​ຈີນ​ກໍບັນລຸ​ເຖິງ91​ຕື້200​ລ້ານ​ໂດ​ລາ,​ໄດ້​ປຽບ​ດຸນ​ການ​ຄ້າ58ຕື້100​ລ້ານ​ໂດ​ລາ.​ແຕ່​ຍ້ອນ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ໄດ້​ຕັ້ງອຸປະສັກ​ຂັດຂວາງ​ແລະ​ການ​ລົບ​ກວນ​ທາງ​ການ​ເມືອງ,ການ​ຈໍລະ​ຈອນຂອງທຶນຮອນ​ແລະ​ການ​ຂົນ​ສົ່ງ​ສິນຄ້າ​ລະຫວ່າງ​ສອງ​ຝັ່ງ​ຕ້ອງ​ດຳ​ເນີນ​ໂດຍ​ທາງ​ອ້ອມ,ວິ​ສາ​ຫະກິດຂອງ​ແຜ່ນດິນ​ໃຫຍ່​​ໄປ​ລົງທຶນ​ຢູ່ເກາະ​ໄຕ້​ຫວັນ​ບໍ່​ໄດ້, ຈົນ​ເຖິງ​ປັດຈຸບັນ,​ບັນຫາ​ເຫຼົ່າ​ນີ້​ຍັງ​ບໍ່​ທັນໄດ້ຮັບ​ການ​ແກ້​ໄຂ​ຢ່າງ​ເໝາະ​ສົມ.

ໂດຍ​ແນ​​ໃສ່​ບັນຫາ​ເຫຼົ່າ​ນີ້,​ໃນ​ເວ​ທີ​ປາ​ໄສ​​ເສ​ດຖະກິດ​ການ​ຄ້າ​ຄັ້ງ​ນີ້,ບຸກຄົນ​ສອງ​ຝັ່ງ 400 ກວ່າ​ຄົນ​ທີ່ຮ່ວມ​ປະຊຸມ​​ເປັນ​ເອກະສັນ​ກັນກ່າວ​ວ່າ,ສອງ​ຝັ່ງ​ຕ້ອງ​ຫາລື​ການສ້າງ​ກົນ​ໄກ​ຮ່ວມ​ມື​ດ້ານ​ເສດຖະກິດທີ່​ໝັ້ນ​ທ່ຽງ,ຊຸກ​ຍູ້​ການ​ພົວພັນ​ເສດ​ຖະກິດ​ລະຫວ່າງ​ສອງ​ຝ່າຍ​​ເປັນ​ປົກກະ​ຕິ,​ເປັນ​ແບບສະບັບ​ແລະ​​ໝັ້ນ​ທ່ຽງ,ກຳຈັດອຸປະສັກຕ່າງໆ​ໃນ​ການ​ພົວພັນດ້ານ​ເສດ​ຖິກິດ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງ.

ປັດຈຸບັນ,ບັນຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝັ່ງ​ແມ່ນ​ບໍ່​ໄດ້​ບັນ​ລຸ​ການບິນການ​ເດີນ​ເຮືອ​​ໂດ​ຍກົງ,ການ​​ຂົນສົ່ງສິນຄ້າ​ແລະ​ການ​​ໄປມາຫາ​ສູ່​ຂອງ​ບຸກຄະ​ລະ​ກອນ​ຕ້ອງ​​ແວ່ບ່ອນ​ທີ​ສາມ.ຕາມ​ການຄົ້ນຄວ້າ​ຂອງນັກ​ປາດ​ໄຕ້​ຫວັນ​ສະ​ແດງ​​ໃຫ້​ເຫັນ​ວ່າ,ຖ້າ​ໃຫ້​ສອງ​ຝັ່ງບັນ​ໂດຍ​ກົງ​ແລະ​ເດີນ​ເຮືອ​ໂດຍ​ກົງ​ແລ້ວ,​ແຕ່ລະ​ປີ,ຢ່າງ​ໜ້ອຍ​ຈະປະຢັດ​ທຶນ31​ຕື້​​ໂດ​ລາ​ໄຕ້​ຫວັນ​ໃໝ່,​ເທົ່າ​ກັບ​ປະມານ1​ຕື້​ໂດ​ລາສະຫະລັດ.ດັ່ງ​ນັ້ນ,​ໃນ​ຂໍ້​ສະ​ເໜີ​ຮ່ວມຂອງ​ເວທີ​ປາ​ໄສ​ຄັ້ງ​ນີ້,ສອງ​ຝ່າຍ​ສະ​ເໜີ​ວ່າ,ຈະພ້ອມ​ກັນ​ຊຸ​ກຍູ້​ນັກ​ທຸລະ​ກິດ​ການບິນ​ເອກະ​ຊົນ​ສອງ​ຝັ່ງຫາລື​ບັນຫາ​ຕ່າງໆ ​ເຊັ່ນ,ການ​ເໝົາ​ເຮືອບິນ​ຂົນ​ສົ່ງ​ສິນຄ້າ​ຢ່າງສະດວກ​ແລະ​ການເໝົາ​ເຮືອບິນ​ໂດຍ​ສານ​ໃນ​ມື້​ບຸນ,​ໃນ​ທ້າຍສັບປະດາ​ແລະ​ໃຫ້​ປະຈຳ​ວັນທຳມະ​ດາ,ລະດົມ​ໃຫ້ວາງ​ແຜນ​ແລະ​ຈັດຕັ້ງປະຕິບັດ​ໂດຍ​ໄວ.ບຸກຄົນ​ວິ​ເຄາະ​ເຫັນ​ວ່າ,ນີ້​ສາມາດຖືເປັນ​ການຈັດ​ວາງ​ທີ່​ມີ​ລັກສະນະ​ຂ້າມ​ຜ່ານ​ກ່ອນ​ບັນລຸ​ການ​ບິນ​ໂດຍ​ກົງຢູ່​ລະຫວ່າງ​ສອງ​ຝັ່ງ.

ໂດຍ​ຜ່ານ​ການ​ພັດທະນາ​ເປັນ​ເວ​ລາ20ປີ,ອົງ​ປະກອບວິ​ສາ​ຫະກິດ​ໄຕ້​ຫວັນ​ທີ່​ລົງທຶນ​ຢູ່ແຜ່ນດິນ​ໃຫຍ່​​ນັ້ນ​ໄດ້​ຫັນ​ຈາກ​ວິ​ສາ​ຫະກິດ​​ແຮງງານ​ສຸມ​ເປັນ​ວິ​ສາ​ຫະກິດ​ທຶນຮອນ​ແລະ​ເຕັກນິກ​ສຸມ.ຂະນະ​ດຽວກັນ​ນີ້,​ແຜ່ນດິນ​ໃຫຍ່​ຈີນ​ກໍ່​ກຳລັງຫັນປ່ຽນ​​ຮູບ​ການເຕີ​ບ​ໂຕເສດຖະກິດ.ສະ​ນັ້ນ,​ເພິ່ມຄວາມ​ສາມາດ​ປະດິດ​ສ້າງ​ໂດຍ​ເປັນ​ເຈົ້າ​ຕົນ​ເອງ​ແລະພັດທະນາ​​ເສດຖະກິດ​ແບບ​ປະດິດ​ສ້າງ ໄດ້​ກາຍ​ເປັນ​ໂອກາດ​​ຮ່ວມ​ມື​ໃໝ່​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​.​ໃນ​ພິທີ​ໄຂເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ສອງ​ຝັ່ງ​ຊ່ອງ​ແຄບ,ທ່ານ​ຈາ​ຊິ້ງລີ​ນປະ​ທານ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດ​ຈີນຊີ້​ອອກ​ວ່າ,ຕ້ອງ​ຖື​ການ​ຍົກ​ລະດັບ​ເຕັກນິກ​ແລະຄວາມ​ສາມາດ​ແກ່ງ​ແຍ່ງ​ເປັນ​ຈຸດ​ໜັກ,ຊຸກ​ຍູ້​ການ​ພົວພັນ​​ດ້ານເສດຖ​ະກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝັ່ງ​​ພັດທະນາ​ຢ່າງ​ສືບ​ເນື່ອງ​ແລະ​ປອດ​​​​ໃສ.ທ່ານ​ເວົ້າວ່າ:

"ຕໍ່​ໄປ​ພາຍ​ໜ້າ,ສອງ​ຝັ່ງ​ຄວນ​ເພິ່ມການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​​ເຂດ​ອຸດສາຫະກຳ​ສຳຄັນຈຳ​ນວນ​ໜຶ່ງ,ສ້າງ​ກົນ​ໄກ​ແລະ​ແທ່ນຊົມ​ໃຊ້ຊັບພະຍາກອນ​ວິ​ທະຍາ​ສາດ​​ເຕັກ​ໂນ​ໂລ​ຊີ​ລະຫວ່າງ​ສອງ​ຝັ່ງ,ພ້ອມ​ກັນ​ຍົກ​ສູງຄວາມ​ສາມາດ​ປະດິດ​ສ້າງ​​ເຕັກນິກ​ໃໝ່ຂອງ​ອຸດສາຫະກຳ​ຂອງສອງ​ຝັ່ງ​​ໃຫ້​ສູງ​ຂຶ້ນ.ຄວນ​ປະຕິບັດ​ຕາມ​ຫັຼກການ​ຕາບ​ຈູ​ນທ່າ​ແຮງ​ເຊິ່ງກັນ​ແລະ​ກັນ​​ແລະ​ຕ່າງ​ຝ່າຍ​ຕ່າງອຳນວຍຜົນ​ປະ​​ໂຫຍ​ດ​ໃຫ້​ແກ່​ກັນ,ເພີ່ມການ​ແບ່ງ​ງານ​ແລະການ​ຮ່ວມ​ມື​ລະຫວ່າງ​ສອງ​ຝັ່ງໃນຂົງ​ເຂດ​ຂໍ້​ມູນ​ຂ່າວ​ສານ​ເອ​ເລັກ​ໂຕຼນິກ,​ເອ​ເລັກ​ໂຕຼນິກ​ແສງ,ຊີວະ​ຊາດ​ແລະ​ກະສິກຳ​ເປັນ​ຕົ້ນ,​ປະສານ​ງານ​ການຈັດ​ວາງ​ວິ​ສາ​ຫະກິດ​ໄຮ​ເຕັກ​ຂອງສອງ​ຝັ່ງ,ຈັດ​ສັນ​ຊັບພະຍາ​ກອນ​ໃຫ້​ດີ​ຂຶ້ນ,ພ້ອມ​ກັນ​ຕັ້ງ​ມາດຖານ​ເຕັກ​ນິກ​​​ທີ່​​ເປັນ​ເຈົ້າ​ຕົນ​ເອງ,ສ້າງ​ຍີ່​ຫໍ້​ສາກົນ​ຂອງ​ຊາວ​ຈີນ​ເຮົາ."