ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-02 18:18:09    
ຜັກ​ໃບ​ຂຽວ​​ແຕ່ງ​ກິນ​ແນວ​ໃດ​ຈຶ່ງ​ມີ​ທາດ​ບຳ​ລຸງ

cri
ໃນ​ຊີວິດ​ປະຈຳ​ວັນ​ຂອງ​ພວກ​ເຮົາ,ມື້​ໃດ​ກໍ​ຕ້ອງກິນ​ຜັກ​ສີຂຽວ​ແລະ​ຄົນ​ສ່ວນ​ຫຼາຍ​ເຫັນ​ວ່າ ຜັກ​ໃບ​ເອົາ​ມາ​ຂົ້ວ​ກິນ​ມີ​​ທາດ​ບຳລຸງ​ທີ່​ສຸດ. ທີ່​ຈິງ​ແລ້ວ,ຜັກ​​ໃບຂຽວ​ນອກຈາກ​ຂົ້ວ​ກິນ​ຈຶ່ງ​ມີ​ທາດ​ບຳລຸງ​ແລ້ວ, ຍັງ​ມີ​ຄວາມ​ຮູ້​ບາງ​ຢ່າງ​ທີ່​ຕ້ອງ​ເວົ້າ​ສູ່​ຟັງ

ກ່ອນ​ອື່ນ,​ແມ່ນ​ພວກ​ເຮົາ​ຕ້ອງ​ຮູ້​ວ່າ,ຜັກ​ໃບ​ຂຽວສົດ​ທໍ່​ໃດ​ແຮ່ງ​ມີ​ວິດ​ຕາ​ມິນ​ເຊ​ຫຼາຍ,ຖ້າ​ເອົາ​ໄວ້​ດົນ​ໂພດ,ວິດ​ຕາ​ມິນ​ເຊ​ຈະ​ຖື​ກທຳລາຍ

ສອງ,ຜັກ​ທີ່​ຈະ​ອົາມາ​ແຕ່ງກິນ​ຄວນ​ລ້າງ​ໃຫ້​ສະອາດ​ກ່ອນ,​ແລ້ວ​ຈຶ່ງ​ຊອຍ​ຫຼື​ເດັດ,ຖ້າ​ຊອຍ​ກ່ອນ ​ແລ້ວ​ຈຶ່ງ​ລ້າງ,ວິດ​ຕາ​ມິນ​ທີ່​ຊຶມ​ອອກ​ກໍ​ຈະ​ລະລາຍ​​ໃນ​ນ້ອ​ແລ້ວ ຖືກ​ລ້າງ​ຖິ້ມ​ລ້າໆ,ຜັກ​ທີ່​ຊອຍ​ແລ້ວ​ຕ້ອງ​ແຕ່ງກິນ​ໄວໆ, ຖ້າ​ປະ​ໄວ້​ດົນ​ໂພດ,ວິດ​ຕາ​ມິນ​ເຊ​ກໍ​ຈະ​ເສຍ​ຫາຍ.

ສາມ:ຂົ້າຜັກ​ຄວນ​ໃສ່​ແປ້ງ​ສິງກະ​ໂປ​ຫນ້ອຍ​ຫນຶ່ງ,ສາມາດ​ເຮັດ​ໃຫ້​ຜັກ​ອ່ອນ,​ຫນ້າກິນ,​ທັງ​ຮັກສາ​ວິດ​ຕາ​ມິນ​ເຊ​ໄດ້​ອີກ.

ສີ່:ຜັກ​ບາງ​ຢ່າງ​ຖ້າ​ຈະ​ຍຳ​ກິນ,ຕ້ອງ​ລວກ​ກ່ອນ,​ເພື່ອ​ຂ້າ​ກິ່ນ​ຂິວ ​ໃນ​ເວລາ​ລວກ​ຜັກ​ທີ່​ນ້ຳ​ຕ້ອງ​ຫຼາຍ,​ໄຟ​ຕ້ອງ​ແຮງ,​ເມື່ອນ້ຳ​ຟົດ,​ເອົາ​ຜັກ​ລົງ​ໃສ່,ຄົນ​ຈັກ​ສອງ​ສາມ​ບາດ,ກໍ​ໃຊ້​ຕະ​ແກງ​ຕັດ​ອອກ​ໂລດ,​ແລ້ວ​ລ້າງ​ນ້ຳ​ເຢັນ,ຜັກ​ກໍ​ຂະ​ສີຂຽວ​ງາມ,​ແລະ​ກອບ.ວິດ​ຕາ​ມິນ​ເຊ​ໃນ​ຜັກ​ກໍ​ເສຍ​ຫາຍ​ຫນ້ອຍ.

ໃນ​ເວລາ​ຂົ້ວ​ຜັກ​ໃບ​ຂຽວ,ຕ້ອງ​ໃຊ້​​ໄຟ​ແຮງ,ຕ້​ອງຂົ້ວ​ໄວ,ຂົ້ວ​ຜັກ​ຖ້າ​ຂົ້ວ​ດົນ​ຫຼາຍ,ວິດ​ຕາ​ມິນ​ເຊ​ຈະ​ຖືກ​ທຳລາຍ,​ໄຟ​ແຮງ​ເຖິງ​ວ່າ​ກະທະ​ຮ້ອນ​ຫຼາຍ,​ແຕ່​ຍ້ອນ​ຂົ້ວ​ໄວ້​ໃຊ້​ເວລາ​ສັ້ນ​,ວິດ​ຕາ​ມິນ​ເຊ​ຈຶ່ງ​ເສຍ​ຫາຍ​ຫນ້ອຍ.

ຂົ້ວ​ຜັກ​​ໃບ​ຂຽວ​ຢ່າ​ໃສ່​ນ້ຳສົ້ມ,ຖ້າ​ບໍ່​ແມ່ນ​ຜັກ​ສີຂຽວ,​ໃສ່​ນ້ຳ​ສົ້ມຈັກ​ຫນ້ອຍ,​ສາມາດ​ຮັກສາ​ວິດ​ຕາ​ມິນ​ໃນ​ຜັກ,​ແຕ່​ຖ້າ​ແມ່ນ​ຜັກ​ໃບ​ຂຽວ,​ໃສ່​ນ້ຳສ​ສົ້ມ​ຈະ​ເຮັດ​ໃຫ້​ສານ​ສີຂຽວ​ໃນ​ຜັກ​ຖືກ​ທຳລາຍ,​ເຮັດ​ໃຫ້​ໃບ​ຜັກ​ເຫຼືອງ​ແລະ​ເສຍ​ທາດ​ບຳລຸງ.