ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-02 18:36:21    
ບັນ​ຫາ​ສຸ​ຂະ​ພາບ​ຍ້ອນ​ອາ​ຫານ​ກຽມ​ໄວ​ແບບ​ຝ່າຍ​ຕາ​ເວັນ​ຕົກ​ເລີ່ມ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່

cri


ຢູ່​ຈີນ ອາຫານກຽມ​ໄວ​ແບບ​ຝ່າຍ​ຕາ​ເວັນ​ຕົກຄື ​ແມັກ​ດອນ​ໂນ​ແລະ KFC​ເປັນ​ຕົ້ນນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ຄົນ​ທັງຫຼາຍ,​ພ້ອມ​ກັນ​ນັ້ນ,​ສຽງ​ຄັດ​ຄ້ານ​ກໍ​ນັບ​ມື້ນັບ​ດັງ​ຂຶ້ນ.​ໂດຍ​ແນ​ໃສ່​ບັນ​ຫາ​ສຸຂະ​ພາບ​ດ້ານ​ການ​ກິນ​ດື່ມ​ຍ້ອນ​ອາຫານ​ກຽມ ໄວ​ແບບ​ຝ່າຍ​ຕາ​ເວັນ​ຕົກ,​ຄົນຈີນ​ຈຳ​ນວນ​ໜຶ່ງ​ໄດ້​ເລີ່ມມີ​ຄວາມ​ວິຕົກ​ກັງວົນ,​ພວກ​ເພິ່ນ​ຮຽກ​ຮ້ອງ​ໃຫ້​ໃຊ້​ວິທີ​ອັນ​ຈຳ​ເປັນ​ກ່ຽວ​ພັນ​ການ​ແຜ່​ຂະ​ຫຍາຍ​ຂອງ​ອາຫານ​ໄວ​ແບບ​ຝ່າຍ​ຕາ​ເວັນ​ຕົກ.​
 
ໃນຮ້ານ​ກິນ​ດື່ມແມັກ​ດອນ​ໂນ​ແຫ່ງ​ໜຶ່ງ​ທີ່ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ນະຄອນ​ປັກ​ກິ່ງ,​ນັກ​ຂ່າວ​ໄດ້​ເຫັນ​ວ່າ,​ລູກ​ຄ້າ​ສ່ວນ​ຫຼາຍ​ທີ່​ມາ​ກິນ​ອາ​ຫານ​ຢູ່​ແຫ່ງ​ນີ້​ແມ່ນ​ເດັກ ນ້ອຍ.​ນັກ​ຂ່າວ​ໄດ້​ສຳ​ພາດ​ຕໍ່​ເດັກ​ນ້ອຍ​ສອງ​ຄົນ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ​ເລືອກ.​ເດັກ​ນ້ອຍ​ເວົ້າ​ວ່າ,​ຫຼານ​ມັກ​ໃຫ້​ພໍ່​ພາ​ໄປ​ກິນ​ຢູ່​ຮ້ານ​ແມັກ​ດອນ​ໂນ ເພາະວ່າ​ອາ​ຫານ​ຮ້ານ​ນີ້​ທັງ​ຫອມ ທັງ​ຫວານ​ທັງ​ແຊບ​ຫຼາຍ,​ຍັງ​ແຖມ​ເຄື່ອງ​ຫຼິ້ນ​ນຳ​ອີກ.
ມັກ​ຫຼາຍ!​ເພາະວ່າ​ເນີຍ​ແລະ​ປີກ​ໄກ່​ແຊບ​ຫຼາຍ.
 
ນອກ​ຈາກ​ລູກ​ຄ້າ​ນ້ອຍ​ເຫຼົ່າ​ນີ້ແລ້ວ,​ຊາວ​ໜຸ່ມ​ທີ່​ມີ​ຊີວິດ​ຈັງຫວະ​ໄວກໍ​ມັກ​ໄປ​ຮ້ານ​ອາຫານ​ກຽມ​ໄວ​ແບບ​ຝ່າຍ​ຕາ​ເວັນ​ຕົກ​ຄື​ແມັກ​ດອນ​ໂນ KFC​ ເລື້ອຍໆ. ນັກຮຽນ​ມັດທະ​ຍົມ ນັກ​ສືກ​ສາແລະຄູ່​ຮັກ​ຈຳນວນ​ໜຶ່ງ​ມັກ​ນັດກັນ​ໄປ​ກິນ​ເຂົ້າ​ແລະ ນັດ​ພົບກັນ​ຢູ່​ໃນຮ້ານ​ອາ​ຫານ​ກຽມໄວ​ເຫຼົ່າ​ນີ້,​ສະ​ນັ້ນ​ຮ້ານ​ອາຫານກຽມ​ໄວ​ແບບຝ່າຍ​ຕາເວັນ​ຕົກຫຼວງ​ຫຼາຍຢູ່​ຈີນຈຶ່ງ​ຂາຍດິບ​ຂາຍ​ດີ​ທີ່ສຸດ.
 
ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,​ນັບມາ​ຮອດ​ທ້າ​ຍປີ​ກາຍ​ນີ້,​ຢູ່​ຈີນ​ໄດ້​ເປີດ​ຮ້ານ​ແມັກ​ດອນ​ໂນ700​ຮ້ານແລ້ວ.​KFCກໍ​ໄດ້​ລື່ນ​ກາຍ1200​ຮ້ານ​ແລ້ວມາ​ຮອດ​ທ້າຍ​ປີ2004.​ຮ້ານ​ຂະໜົມ​ພິຊຊາ ເຊັ່ນ ພິຊຊາ​ຮັດແລະ​ໂອ​ລິ​ຈີ​ນນານ​ເປັນ​ຕົ້ນ​ກໍ​ພວມ​ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ.
 
ໃນ​ຂະນະ​ທີ່​ອາຫານກຽມ​ໄວ​ແບບຝ່າຍ​ຕາເວັນ​ຕົກເຫຼົ່າ​ນີ້ຂາຍ​ດິບຂາຍ​ດີຢູ່​ຈີນ​ນັ້ນ,​ຜູ້​ຄັດ​ຄ້ານ​ແມັກ​ດອນ​ໂນ​ກໍ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.​ທ່ານ​ຈ່າງ​ຈຽວ ເລຂາ​ທິການ​ຄະນະ​ກຳ​ມະການ​ສູນ​ກາງ​ສະ​ມາ​ຄົມ​ສ້າງ​ຊາດ​ປະ​ຊາ​ທິປະ​ໄຕ​ເຊິ່ງເປັນ​ໜຶ່ງ​ໃນ​ພັກ​ການ​ເມືອງ​ທີ່​ເຂົ້າ​ຮ່ວມ​ວຽກ​ງານ​ການ​ປົກ​ຄອງ​ຂອງ​ຈີນ ກຳມະ​ການ​ສະພາ ປຶກ​ສາ​ການ​ເມືອງ​ປະ​ຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ທ່ານ​ນາງ​ຢາງ​ເຢ້​ຊິ່ນ ຮອງ​ເລຂາ​ທິການ​ສະ​ມາຄົມ​ໂພຊະ​ນາ​ການ​ຂອງ​ຈີນ​ກໍ​ແມ່ນ​ຜູ້​ຄັດ​ຄ້ານ​.
 
ທ່ານ​ຈ່າງ​ຈຽວ​ເລີ່ມ​ເອົາ​ໃຈ​ໃສ່​ນຳ​ອາຫານ​ກຽມ​ໄວ​ແບບ​ຝ່າຍ​ຕາ​ເວັນ​ຕົກ​ໃນ​ຕົ້ນ​ປີ2003,​ເວລາ​ນັ້ນ​ທ່ານ​ໄດ້​ເຫັນ​ເລື່ອງ​ຈິງ​ຂອງ​ເດັກ​ຍິງ​ຜູ້​ໜຶ່ງ​ຈາກ​ໂທລະ​ພາບ. ເພື່ອ​ຢາກ​ໄດ້​ລາງ​ວັນ​ຂອງ​ຮ້ານ​ແມັກ​ດອນ​ໂນ,​ເດັກ​ຍິງ​ຜູ້​ນີ້​ໄດ້​ກິນ​ແຮັມ​ເບີ​ເກີ​ເດືອນ​ໜຶ່ງ​ເຕັມໆ.​ທ່ານ​ຈ່າງ​ຈຽວເວົ້າ​ວ່າ,
 
ວິທີ​ທີ່ຈະ​ໄດ້​ຮັບລາງ​ວັນຂອງ​ຮ້ານອາ​ຫານກຽມ​ໄວ​ດັ່ງກ່າວ,​ແມ່ນ​ເຈົ້າ ຕ້ອງ​ຊື້​ອາ​ຫານ​ຂອງ​ຮ້ານນີ້​ລວມ​ເປັນ​ຈຳນວນ​ເງິນ​ຈຳນວນ​ໜຶ່ງ,​ແລ້ວ​ທ່ານ​ຈະ​ໄດ້ສາຍ​ໂມງ ເສັ້ນ​ໜຶ່ງ.​ເມື່ອ​ໄດ້ສາຍ​ໂມງ​ຈັກ​ເສັ້ນ​ຈັກ​ເສັ້ນ​ເຈົ້າ​ກໍ​ໄປ​ແລກ​ເອົາ​ໂມງ​ໜ່ວຍ​ໜຶ່ງ​ໄດ້.​ເດັກ​ນ້ອຍ​ຜູ້​ນີ້​ຢາກ​ໄດ້​ໂມງ​ນີ້ຫຼາຍ,​ຈຶ່ງ​ໄດ້ພະ​ຍາ​ຍາມ​ກິນ​ແຮມ​ເບີ​ເກີ.​ແຕ່​ໃນ​ທີ່​ສຸດ,​ນາງ​ມີ​ແຕ່​ໄດ້​ສາຍ​ໂມງ​ເປັນ​ກຳ​ບໍ່​ໄດ້​ໂມງ​ຈັກ​ໜ່ວຍ,​ນາງ​ຜິດ​ຫວັງ​ທີ່​ສຸດ.​ແລະ​ໃນ​ເດືອນ​ນັ້ນ,​ນາງ​ໄດ້​ຕຸ້ຍ​ຂຶ້ນ​10​ກວ່າ​ກິ​ໂລ.
 
ສ່ວນ​ທ່ານ​ນາງ​ຢາງ​ເຢ້ຊິ່ນ​ໄດ້​ຄົ້ນ​ຄວ້າວິ​ທະຍາ​ສາດ​ໂພຊະນະ​ການມາ​ຫຼາຍ​ປີ​ແລ້ວ​ເຫັນ​ວ່າ,ທີ່​ຈິງ​ແລ້ວ,​ອາຫານ​ກຽມ​ໄວ​ແບບ​ຝ່າຍ​ຕາ​ເວັນ​ຕົກກໍ​ແມ່ນ​ອາ​ຫານ​ຂີ້​ເຫຍື້ອ.​ທ່ານ​ນາງ​ເວົ້າ​ວ່າ,ການ​ທີ່​ເວົ້າວ່າ​ມັນ​ແມ່ນ​ຂີ້​ເຫຍື້ອ,​ແມ່ນ​ຍ້ອນ​ວ່າ​ໃນ​ອາຫານ​ກຽມ​ໄວ​ປະ​ເພດ​ແມັກ​ດອນ​ໂນ KFC​ແລະ​ພິຊຊາ​ຮັດ​ເປັນ​ຕົ້ນ,​ມີກາ​ໂລຣີ​ສູງ​ເກີນ​ຄວນ ມີໄຂມັນ​ແລະ​ໂປຼຕີນ​ຫຼາຍ​ໂພດ.​ກິນ​ຫຼາຍ​ເທົ່າ​ໃດ​ກໍ​ຕຸ້ຍ​ຂຶ້ນ​.
 
ຕາມ​ບົດ​ລາ​ຍງານ​ຂອງ​ກະຊວງ​ສາທາ​ລະນະ​ສຸກ​ຈີນ,​ອັດຕາ​ຄົນ​ຕຸ້ຍ​ຢູ່​ຈີນ​ສູງ​ຂຶ້ນ​ຊັກ​ໄຊ້.​ຕາມ​ຖະໜົນ​ຫົນ​ທາງ​ນະຄອນ​ປັກ​ກິ່ງ,​ຈະ​ເຫັນ​ເດັກ​ນ້ອຍ​ຕຸ້ຍໆ​ເລື້ອຍໆ, ຍ່າງ​ໂກ່ງ​ໂກະ​ໂກ່ງ​ໂກ້ຍ.​ທ່ານ​ນາງ​ຢາງ​ເຢ້ຊິ່ນ​ເປັນ​ຫ່ວງ​ວ່າ,​ອາຫານ​ກຽມ​ໄວ​ແມັກ​ດອນ​ໂນຈະ​ເກີດ​ຜົນ​ສະ​ທ້ອນ​ຕໍ່​ຄວາມ​ຊິນ​ເຄີຍ​ດ້ານ​ອາ​ຫານ​ການ​ກິນ​ຂອງ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຕະ​ຫຼອດ​ຊີວິດ,​ແລະ​ອາດ​ຈະ​ເຮັດ​ໃຫ້​ເດັກ​ນ້ອຍ​ເຫຼົ່າ​ນີ້​ດຳລົງ​ຊີວິດ​ຢູ່​ໃນ ເງົາ​ມືດ​ຂອງ​ພະຍາດ​ອ້ວນ​ພີ​ຕະ​ຫຼອດ​ໄປ.
 
ປີ1995,​ທ່ານ​ນາງ​ຢາງ​ເຢ້​ຊິ່ນ​ໄດ້​ປະກາດ​ບົດ​ຄວາມ​ບົດ​ທຳ​ອິດ​ທີ່​ສະ​ແດງ​ຄວາມ​ສົງ​ໄສຕໍ່​ອາ​ຫານ​ກຽມໄວ​ແບບ​ຝ່າຍ​ຕາ​ເວັນ​ຕົກ,​ຮອດ​ປັດຈຸບັນ​11ປີ​ໄດ້​ຜ່ານ​ໄປ​ແລ້ວ,​ທ່ານ​ນາງ​ໄດ້​ຍຶດໝັ້ນ​ທັດ​ສະນະ​ທີ່ວ່າ,​ອາຫານ​ກຽມ​ໄວ​ແບບ​ຝ່າຍ​ຕາ​ເວັນ​ຕົກ​ເປັນ​ໂທດ​ຕໍ່​ສຸຂະ​ພາບ​ໂດຍ​ຕະ​ຫຼອດ.​ແຕ່​ເມື່ອ​ທຽບ​ກັບ​ການໂຄ​ສະນາ​ປານ​ນ້ຳ​ນອງ​ຖ້ວມ​ບ້ານ​ຂອງ​ອາຫານ​ກຽມ​ໄວດັ່ງ​ກ່າວ​ແລ້ວ,​ສຽງ​ຂອງ​ທ່ານ​ນາງ​ທີ່​ຍຶດ ໝັ້ນ​ມາ​ໄດ້11​ປີນັ້ນ​ແມ່ນ​ອ່ອນ​ທີ່​ສຸດ.
 
ທ່ານ​ນາງ​ຢາງ​ເຢ້ຊິ່ນ​ເຫັນວ່າ,​ຖ້າ​ຢາກ​ສະ​ກັດ​ກັ້ນ​ບາດ​ກ້າວ​ແຜ່​ຂະຫຍາຍ​ຂອງ​ອາ​ຫານ​ກຽມ​ໄວ​ແບບ​ຝ່າຍ​ຕາ​ເວັນ​ຕົກ​ກໍມີ​ແຕ່​ອາ​ໄສ​ການ​ສ້າງ​ກົດ​ໝາຍ​ເທົ່າ​ນັ້ນ. ທ່ານ​ນາງ​ໄດ້​ຊອກ​ຮູ້​ວ່າ,​ຢູ່​ອົສ​ຕຼາລີ​ແລະ​ອັງ​ກິດ​ລ້ວນ​ແຕ່​ໄດ້​ປະກາດ​ໃຊ້​ກົດ​ໝາຍ, ຫ້າມ​ບໍ່​ໃຫ້​ໂທ​ລະ​ພາບ​ໂຄ​ສະ​ນາ​ອາ​ຫານ​ກຽມ​ໄວ​ທີ່​ມີກາ​ໂລຣີ​ສູງ​ໄຂມັນ​ຫຼາຍ​ເກີນ​ຄວນ​ໃນ​ໄລຍະ​ເວ​ລາ​ທີ່​ມີ​ຜູ້​ຊົມ​ຫຼາຍ.​ແຕ່​ຢູ່​ຈີນ,​ການ​ໂຄສະ​ນາ​ຂອງ​ບໍລິ​ສັດອາ​ຫານ​ກຽມໄວ​ແບບ​ຝ່າຍ​ຕາ​ເວັນ​ຕົກ​ຍັງ​ບໍ່​ໄດ້​ຖືກ​ຈຳ​ກັດ​ໃດໆ.​ທ່ານ​ນາງ​ເວົ້າ​ວ່າ,​ຂອງ​ເປິ​ຂອງ​ເປື້ອນ​ກິນ​ແລ້ວ​ຈະ​ພາ​ໃຫ້​ເປັນ​ພະຍາດ,​ຈະ​ຖອກ​ທ້ອງ,​ທັງ​ນີ້​ໄດ້​ມີ​ກົດ​ໝາຍ​ກົດ​ບັນຍັດ​ຄວບ​ຄຸມ​ແລ້ວ.​ແຕ່​ວ່າ​ບັນດາ​ທາດ​ບຳລຸງ​ບໍ່ດຸນ​ດຽງ​ດ້ານ​ກັນຫຼື​ອາ​ຫານ​ທີ່​ທາດ​ບຳລຸງ​ບໍ່​ເໝາະ​ສົມ​ນັ້ນ,​ບໍ່​ມີ​ຄົນ​ຫົວ​ຊາ,​ສະ​ນັ້ນ​ຄວນ​ສ້າງ​ກົດ​ໝາຍ​ໃນ​ດ້ານ​ນີ້.
 
ບໍ່​ພຽງ​ແຕ່​ທໍ່​ນັ້ນໃນ​ສອງ​ປີ​ມາ​ນີ້,​ຢູ່​ຈີນອາ​ຫານ​ກຽມໄວ​ແບບ​ຝ່າຍ​ຕາ​ເວັນ​ຕົກ​ມີ​ບັນຫາ​ຕ່າງໆ​ທີ່​ພົວ​ພັນ​ເຖິງ​ຄວາມ​ປອດ​ໄພ​ຂອງອາ​ຫານ,​ຄື ມັນ​ຝຣັ່ງ​ຈືນ​ຂອງ​ແມັກ​ດອນ​ໂນອາດ​ຈະມີ​ທາດ​ທີ່​ພາ​ໃຫ້​ເປັນ​ໂຣກມະ​ເຮັງ,​ໃນ​ອາ​ຫານ​ເຜັດ​ຂອງ​KFC​ໄດ້​ໃສ່​ເຄື່ອງ​ປຸງ​ແຕ່ງ​ທີ່​ອາດ​ຈະ​ພາ​ໃຫ້​ເປັນ​ໂຣກ​ມະ​ເຮັງ​ແລະ​ອື່ນໆ.​ເຫດ​ການ​ເຫຼົ່າ​ນີ້​ເຮັດ​ໃຫ້​ບຸກ​ຄົນ​ຄື​ທ່ານ​ນາງ​ຢາງ​ເຢ້ຊິ່ນ​ແລະ​ທ່ານ​ຈ່າງ​ຈຽວນັບ​ມື້​ນັບ​ຫຼາຍ​ຂຶ້ນ​ເອົາ​ໃຈ​ໃສ່​ນຳ​ບັນ​ຫາ​ອາຫານ​ກຽມ​ໄວ​ແບບ​ຝ່າຍ​ຕາ​ເວັນ​ຕົກ​ຫຼາຍ​ກວ່າ​ເກົ່າ​.
 
ທ່ານ​ຈ່າງ​ຈຽວ​ ກຳ​ມະ​ການ​ສະພາ​ປຶກ​ສາ​ການ​ເມືອງ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ເວົ້າ​ວ່າ,​ຕໍ່​ອາ​ຫານ​ກຽມ​ໄວ​ແບບ​ຝ່າຍ​ຕາ​ເວັນ​ຕົກທີ່​ອາດ​ຈະ​ເປັນ​ໂທດ​ຕໍ່​ສຸຂະ​ພາບ​ຂອງ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຢ່າງ​ໜັກໜ່ວງ,​ພາກ​ສ່ວນ​ລັດຖະ​ບານ​ຄວນ​ເພີ່ມ​ທະວີ​ການ​ຕິດ​ຕາມ​ຄຸ້ມ​ຄອງ.​ທ່ານ​ເວົ້າ​ວ່າ,ອາຫານ​ກຽມ​ໄວ​ແບບ​ຝ່າຍ​ຕາ​ເວັນ​ຕົກ​ມີ​ຜົນ​ຮ້າຍ​ຕໍ່​ຊາວ​ໜຸ່ມ​ເຍົາວະ​ຊົນ,​ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ,​ໂດ​ຍສະ​ເພາະ​ແມ່ນ​ພາກ​ສ່ວນ​ຄຸ້ມ​ຄອງ​ຂອງ​ລັດ​ຖະ​ບານ​ຕ້ອງ​ວາງ​ນະ​ໂຍ​ບາຍ​ລ່ວງ​ໜ້າ​ກ່ຽວ​ກັບບັນຫາ​ດັ່ງກ່າວ.​ກ່ອນ​ອື່ນ​ຕ້ອງ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ,​ນອກ​ນັ້ນ​ຕ້ອງ​ກວດ​ກາ​ແລະ​ໃຫ້​ມີ​ຂໍ້​ສະ​ຫຼຸບ​ໂດຍ​ໄວ​ຕໍ່​ສ່ວນ​ປະ​ກອບ​ທີ່​ອາດ​ຈະ​ເປັຍ​ໂທດ​ຕໍ່​ຮ່າງ​ກາຍ​ຄົນ​ເຮົາ​ໃນ​ອາຫານ​ກຽມ​ໄວ​ແບບ​ຝ່າຍ​ຕາ​ເວັນ​ຕົກ,​ແລະ​ຈຳກັດ​ອານ​ຫານ​ກຽມໄວ​ເຫຼົ່າ​ນີ້.
 
ປີ​ນີ້,ທ່ານ​ຈ່າງ​ຈຽວ​ໄດ້​ເລີ່ມຜ່ານ​ຈາກ​ລະບົບ​ເຂົ້າຮ່ວມ​ການ​ປົກ​ຄອງ​ແລະ​ຫາລື ການ​ເມືອງ​ຂອງ​ລັດ​ຖະບານ​ຈີນ,​ຮຽກ​ຮ້ອງ​ໃຫ້​ບູລະ​ນະ​ການ​ສ້າງ​ກົດໝາຍ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ​ໂດຍ​ໄວ,ພ້ອມ​ທັງ​ບູລະ​ນະບັນ​ດາ​ອົງ​ການ​ກວດ​ກາ​ຄຸນ​ນະພາບ​ແລະ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ​ໃຫ້​ສົມ​ບູນ​ຂຶ້ນ.
 
ຕາມ​ນັກ​ຂ່າວ​ຮູ້​ວ່າ,​ປັດຈຸ​ບັນ,​ວຽກ​ງານ​ດັດ​ແກ້​ກົດໝາຍ​ວ່າ​ດ້ວຍ​ອະນາ​ໄມ​ຂອງ​ອາ​ຫານ​ພວມ​ເລັ່ງລັດ​ດຳ​ເນີນ​ຢູ່.​ຮ່າງ​ກົດ​ໝາຍສະ​ບັບ​ດັດ​ແກ້​ດັ່ງ​ກ່າວ​ມີ​ຫວັງ​ຈະ​ສະ​ເໜີ​ໃຫ້​ອົງການ​ນິຕິ​ບັນ​ຍັດ​ຂອງ​ຈີນນຳ​ໄປສຳ​ຫຼວດ​ພິຈາລະນາ​ໃນ​ເດືອນ​ທັນວາ​ປີ​ນີ້.