![]( /mmsource/images/2004/04/21/laba.gif)
![]( /mmsource/images/2006/03/27/sdyy.jpg)
ທ່ານຜູ້ຟັງທີ່ໂຄລົບ,ປະຈຸບັນ,ຢູ່ທ້ອງຖິ່ນບາງແຫ່ງຂອງຈີນໄດ້ຕັ້ງໂຮງໝໍສາມັນຊົນຫຼືຫ້ອງຄົນເຈັບສາມັນຊົນ,ເພື່ອບໍລິການປີ່ນປົວຄົນເຈັບທີ່ມີລາຍໄດ້ຕ່ຳໂດຍຈຳເພາະ.ໃນລາຍການຈີນປະຈຸບັນພາກນີ້,ເຊີນທ່ານຟັງບົດສະເໜີກ່ຽວກັບໂຮງໝໍສາມັນຊົນຂອງຈີນ.
ໂຮງໝໍຊ້າງຕີ້ຕັ້ງຢູ່ຄຸ້ມຊ້າງຕີ້ທີ່ບໍ່ຮຸ່ງເຮືອງປານໃດຂອງເຂດໄຮຕ້ຽນພາກເໜືອຂອງປັກກິ່ງ,ໂຮງໝໍບໍ່ໃຫຍ່ປານໃດ,ຫາກໍເປີດບໍລິການ2ເດືອນ.ເວລານັກຂ່າວໄປສຳພາດເຖິງວ່າແມ່ນຕອນທ່ຽງ,ຍັງໄດ້ເຫັນມີຄົນເຈັບຈຳນວນໜຶ່ງພວມລຽນແຖວກວດພະຍາດ,ນອກນັ້ນຍັງມີບາງຄົນຂີ່ລົດມາຈາກເຂດອື່ນໆໂດຍຈຳເພາະ.ບ້ານຂອງລູງຈ້ານຊີ້ງລ້ຽງຢູ່ເຂດໃຕ້ປັກກິ່ງລູງຍັງມາປົວພະຍາດຕາມຊື່ສຽງຂອງໂຮງໝໍນີ້.
"ລູງແມ່ນມາຕາມຊື່ສຽງຂອງໂຮງໝໍນີ້.ໄດ້ຍິນວ່າໂຮງໝໍນີ້ແມ່ນໂຮງໝໍບໍລິການສາມັນຊົນ,ຄ່າປິ່ນປົວຖືກ,ໂຮງໝໍດີສະອາດສະວາງສົມຄວນ,ກໍມີລະບຽບຮຽບຮ້ອຍ,ແມ່ນໂຮງໝໍແຫ່ງໜຶ່ງທີ່ໄດ້ເຮັດໃຫ້ຄົນໄວ້ວາງໃຈ."
ຕາມໄດ້ຊາບ,ປະຈຸບັນ,ໂຮງໝໍຊ້າງຕີ້ຮັບຄົນເຈັບເກືອບ200ຄົນຕໍ່ມື້, ຫຼາຍທີ່ສຸດ ມີ300ກວ່າຄົນ.ສຳລັບໂຮງໝໍທີ່ຫາກໍ່ຕັ້ງຂຶ້ນຜົນງານດີຄືແນວນີ້ແມ່ນດີສົມຄວນແລ້ວ.ແມ່ນຍ້ອນຫຍັງຄົນເຈັບຫຼາຍປານນີ້ເລືອກໂຮງໝໍນີ້?
ໂຮງໝໍຊ້າງຕ້ແມ່ນໂຮງໝໍສາມັນຊົນແຫ່ງທຳອິດຂອງຈີນທີ່ລັດຖະບານເປັນຜູ້ລົງທຶນສ້າງ.ໃນມື້ເປີດບໍລິການ,ຄົນເຈັບຜູ້ທຳອິດທີ່ໂຮງໝໍຊ້າງຕີ້ຮັບຕ້ອນນັ້ນເສຍຄ່າປິ່ນປົວພຽງ5ຢວນທໍ່ນັ້ນຖ້າຢູ່ໂຮງໝໍໃຫຍ່ຕ້ອງເສຍ50ຫາ60ຢວນ.
ທ່ານນາງວາງລິງ ຫົວໜ້າໂຮງໝໍຊ້າງຕີ້ບອກນັກຂ່າວວ່າ,ແມ່ນໂຮງໝໍ່ສາມັນຊົນແທ້ພວກເຮົາເອງຕັ້ງລະດັບຈິງເປັນໂຮງໝໍສາມັນຊົນທີ່ບໍລິການຄົນເຈັບທີ່ມີລາຍໄດ້ຕໍ່າແລະກາງສາມາດໃຫ້ເຂົາເຈົ້າມີຄວາມສາມາດຈ່າຍຄ່າປີ່ນປົວໄດ້.
"ຂ້າພະເຈົ້າແມ່ນຕັ້ງລະດັບບໍລິການກຸ່ມຄົນທີ່ມີລາຍໄດ້ຕ່ຳແລະຄົນເຄື່ອນທີ່ຂອງເຂດໄຮຕ້ຽນ,ສະໜອງການປີ່ນປົວລະດັບພື້ນຖານໃຫ້ເຂົາເຈົ້າ.ເຮັດໃຫ້ຄົນເຈັບມາປົວຢູ່ໂຮງໝໍນີ້,ເສຍເງິນໜ້ອຍແຕ່ໄດ້ຮັບການບໍລິການລະດັບພື້ນຖານ."
ເພື່ອເຮັດໃຫ້ຜູ້ມີລາຍໄດ້ຕ່ຳແລະກາງມີເງິນກວດພະຍາດຢ່າງແທ້ຈິງ,ໂຮງໝໍຊ້າງຕີ້ໄດ້ປະກາດໃຊ້ມາດຕະການ"ເກັບຄ່າທຳມະດາເພື່ອແບ່ງປັນຜົນປະໂຫຍດແກ່ປະຊາຊົນ"ໃຫ້ຫຼາຍ,ຄືຫຼຸດຫຼືຍົກເວັ້ນຄ່າທະບຽນ,ຄ່າກວດ,ຫຼຸດຄ່າຢາທັງໝົດລົງ5%.ນອກນີ້ໂຮງໝໍນີ້ໄດ້ຕັ້ງສູນປະສູດລູກຂອງຄົນເຄື່ອນທີ່ແຫ່ງທຳອິດຢູ່ປັກກິ່ງ,ຄ່າປະສູດລູກເປັນປົກກະຕິຂອງແມ່ມານຜູ້ໜຶ່ງໂຮງໝໍນີ້ເກັບບໍ່ເກີນ1000ຢວນ,ແຕ່ຢູ່ໂຮງໝໍແຫ່ງອື່ນໆ,ຄ່າລາຍນີ້ຈະສູງເຖິງຫຼາຍພັນຢວນ.
ຄັນຊັ້ນ,ເອົາຫຍັງສະໜັບສະໜູນໂຮງໝໍຊ້າງຕີ້ທີ່ເກັບຄ່າຖືກ?ການບໍ່ໃຊ້ຫຼືຢາແລະອຸປະກອນແພດທີ່ມີລາຄາແພງແມ່ນວິທີສຳຄັນ.ສຳລັບຢາທີ່ມີຄຸນປະໂຫຍດຄືກັນ,ໂຮງໝໍໃຊ້ຢາລາຄາຖືກທີ່ສຸດພາຍໃຕ້ປະຖົມປັດໄຈທີ່ຮັບປະກັນຄຸນນະພາບການປີ່ນປົວ;ໃນດ້ານໃຊ້ອຸປະກອນແພດ,ພາຍໃຕ້ປະຖົມປັດໄຈທີ່ບໍ່ແຕະຕ້ອງຜົນສັກສິດໃນການນຳໃຊ້ແລ້ວ,ໂຮງໝໍຊ້າງຕີ້ກໍ່ຈະໃຊ້ອຸປະກອນທີ່ລາຄາຖືກ.ກ່ຽວກັບບັນຫານີ້,ທ່ານນາງວາງລິງ ຫົວໜ້າໂຮງໝໍຍົກຕົວຢ່າງໃຫ້ເຫັນເປັນພິເສດ.
"ພະແນກລັງສີຂອງພວກຂ້າພະເຈົ້າແມ່ນໃຊ້ຟິມXທີ່ຈີນຜະລິດເອົາເອງ,ພາຍໃຕ້ສະພາບບໍ່ມີຜົນສະທ້ອນຕໍ່ຄຸນນະພາບ,ພວກຂ້າພະເຈົ້າພະຍາຍາມເກັບຄ່າຖືກທີ່ສຸດ.ຖ່າຍຟິມXແຜ່ນໜຶ່ງເກັບພຽງແຕ່30ຢວນ,ຖ້າຢູ່ໂຮງໝໍໃຫຍ່ອາດຈະເກັບ180ຢວນ."
ທີ່ຈິງແລ້ວ,ການທີ່ໂຮງໝໍຊ້າງຕີ້ສາມາດເອົາຜົນປະໂຫຍດແກ່ປະຊາຊົນຢ່າງຫຼວງຫຼາຍຄືແນວນີ້,ຕົ້ນຕໍແມ່ນຍ້ອນທຶນຮອນຂອງມັນສ່ວນຫຼາຍມາຈາກການເງິນ ຂອງອົງການປົກຄອງເຂດໄຮຕ້ຽນ.ການລົງທຶນຂອງອົງການປົກຄອງໄຮຕ້ຽນໄດ້ເປັນສິ່ງສະໜັບສະໜູນການຊົງຕົວຂອງໂຮງໝໍຊ້າງຕີ້,ກໍ່ແມ່ນປະຖົມປັດໄຈທີ່ໂຮງໝໍຊ້າງຕີ້ສາມາດສະໜອງການບໍລິການຄຸນນະພາບດີດ້ວຍລາຄາຖືກໃຫ້ກຸ່ມຄົນທີ່ມີລາຍໄດ້ຕ່ຳແລະກາງ.
ທີ່ຈິງແລ້ວ,ນອກຈາກໂຮງໝໍສາມັນຊົນຄືໂຮງໝໍຊ້າງຕີ້ນີ້,ໂຮງໝໍຢູ່ຫຼາຍແຫ່ງຂອງຈີນຍັງຕັ້ງຫ້ອງຄົນເຈັບສາມັນຊົນທີ່ແນໃສ່ຜູ້ມີລາຍໄດ້ຕ່ຳ.
ຢູ່ເມືອງຈີ້ນານ ແຂວງຊ່ານຕຸງ,ນາງຊຸຍເມິງເມິງອາຍຸ12ປີກະດູກທັກໄດ້ນອນປົວຢູ່ຫ້ອງຄົນເຈັບທີ່ຊ່ອຍຄົນທຸກຍາກສະເພາະຂອງໂຮງໝໍສູນກາງເມືອງຈີ້ນານສິບກວ່າມື້.ໄດ້ພິຈາລະນາເຖິງນາງຍັງນ້ອຍສະພາບເສດຖະກິດຂອງຄອບຄົວນາງຝືດເຄື່ອງ,ທ່ານກ່າວຊາງຮົງ ນາຍໝໍບໍ່ຜ່າຕັດຫາກໃຊ້ວິທີບົວລະບັດຟື້ນຟູຊະນິດໜຶ່ງ,ນີ້ແມ່ນວິທີປີ່ນປົວຊະນິດໜຶ່ງທີ່ຍິ່ງຕ້ອງການເຕັກນິກແລະກຳລັງວັງຊາກວ່າການຜ່າຕັດ.ທ່ານກ່າວຊາງຮົງເວົ້າວ່າ:
"(ຖ້າຜ່າຕັດ,)ລາຍໄດ້ຂອງໂຮງໝໍຍັງຈະໄດ້ຫຼາຍ,ລາຍໄດ້ຂອງແພດຜ່າຕັດກໍຫຼາຍນຳ,ແຕ່ອາດຈະເຮັດໃຫ້ເດັກຍິງຜູ້ນີ້ປະສົມຄວາມຫຼາຍຂຶ້ນ,ເວລາກະດູກຫັກຂອງເດັກຍິງຈະຍາວໄປອີກ."
ໃນທີ່ສຸດ,ນາງຊຸຍເມິງເມິງເສຍຄ່າພຽງແຕ່2300ກວ່າຢວນທໍນັ້ນກໍ່ປົວດີ,ໜ້ອຍກວ່າການຄາດຄະເນຕັ້ງຫຼວງຫຼາຍ.
ໂຮງໝໍສູນກາງຈີ້ນານຕັ້ງ"ຫ້ອງສຳລັບຄົນເຈັບທຸກຍາກ"ໃນກາງເດືອນກັນຍາປີ2005.ຕາມການກຳນົດຂອງ"ຫ້ອງສຳລັບຄົນເຈັບທຸກຍາກ",ຜູ້ທີ່ບໍ່ໄດ້ເຮັດປະກັນໄພການປີ່ນປົວແລະການປີ່ນປົວທຶນຫຼວງແລ້ວກໍຈະມາກວດພະຍາດຢູ່ນີ້,ຄ່າຢາ,ຄ່າກວດກາ,ຄ່າປີ່ນປົວ,ຄ່າຕຽງເປັນຕົ້ນຂອງຄົນເຈັບໄດ້ຫຼຸດໃຫ້20%ໃນໄລຍະນອນໂຮງໝໍ.
ສ່ວນຢູ່ແຂວງຈີຫຼິນຂອງຈີນ,ປີ2002,ເມືອງຊາງຊຸ່ນໃນແຂວງນີ້ກໍ່ເລີ່ມມີຕຽງສຳລັບຄົນເຈັບທຸກຍາກເກືອບ150ຕຽງຢູ່ໂຮງໝໍຂັ້ນເມືອງ10ແຫ່ງ,ເພື່ອສະໜອງການບໍລິການປີ່ນປົວໃຫ້ຜູ້ມີລາຍໄດ້ຕໍ່າດ້ວຍຄ່າປີ່ນປົວຖືກ.ນອກນີ້,ເມືອງຊາງຊຸ່ນຍັງຕັ້ງ"ຫ້ອງຄົນເຈັບເມດຕາຈິດ"ຢູ່ໂຮງໝໍໃຫຍ່ຫຼາຍແຫ່ງ,ເພື່ອບໍລິການຄົນເຈັບທີ່ພັດເຊພະເນຈອນ,ຫາພໍ່ແມ່ພີ່ນ້ອງບໍ່ໄດ້,ກໍ່ບໍ່ມີເງິນປົວພະຍາດ.
ປັດຈຸບັນນີ້,ຂະແໜງການສາທາລະນະສຸກປີ່ນປົວແຫ່ງຕ່າງໆຂອງຈີນພວມແກ້ໄຂບັນຫາຄ່າປົວພະຍາດແພງຂອງຄົນເຈັບຢ່າງແທ້ຈິງດ້ວຍວິທີຕ່າງໆ.ໂດຍໄດ້ຖອດຖອນວິທີສຳເລັດຜົນຂອງບາງຕົວເມືອງ,ກະຊວງສາທາລະນະສຸກຈີນໄດ້ທວງໃຫ້ພາກສ່ວນປີ່ນປົວຢູ່ທ້ອງຖິ່ນຕ່າງໆຕັ້ງອົງການບໍລິການປີ່ນປົວລາຄາທົ່ວໄປຄ້າຍຄືກັນຢ່າງຕັ້ງໜ້າກວ່າເກົ່າ.
|