ວານລະສານ"ເນເຈີ"ຂອງອັງກິດສະບັບວັນທີ 25 ມີນາໄດ້ແນະນຳຜົນການຄົ້ນຄວ້າ ທີ່ເຮັດໃຫ້ຄົນຕື່ນຕົກໃຈຄື:ມະນຸດມີມັນສະໝອງຫຼາຍແມ່ນຍ້ອນຄາງກະໄຕມີກ້າມ ເນື້ອໜ້ອຍ,ນີ້ອາດຈະແມ່ນມູນເຫດແທ້ຈິງທີ່ມະນຸດຍຸກປັດຈຸບັນມີມັນສະໝອງທີ່ສະ ຫຼາດແລະຄາງກະໄຕນ້ອຍກວ່າ.
ຜູ້ທີ່ສະເໜີທັດສະນະດັ່ງກ່າວບໍ່ແມ່ນນັກວິທະຍາສາດມະນຸດບູຮານ,ຫາກແມ່ນໜ່ວຍ ຄົ້ນຄວ້າທີ່ປະກອບດ້ວຍຜູ້ຊ່ຽວຊານພະແນກພາຍນອກກະເພາະລຳໄສ້ຂອງມະຫາວິ ທະຍາໄລເພັນຊີແວນເນຍອາເມລິກາແລະນາຍໝໍພະແນກສັນລະຍະກຳຕົກແຕ່ງຂອງ ໂຮງໝໍເດັກນ້ອຍເມືອງຟີລາແດນເຟຍ.ໃນການຄົ້ນຄວ້າກຳມະພັນວິທະຍາດ້ານກ້າມ ເນື້ອເໜັງຕີງ,ເມື່ອໜ່ວຍດັ່ງກ່າວໄດ້ຄົ້ນຄວ້າຕົວຢ່າງDNAຂອງມະນຸດໂລກເກືອບທັງ ໝົດແລ້ວ,ກໍໄດ້ປະກົດເຫັນວ່າ,ແຊນMYH16ໃນຮ່າງກາຍຄົນໄດ້ປ່ຽນແປງກະທັນຫັນ, ແຊນດັ່ງກ່າວຮັບຜິດຊອບຕໍ່ພາກສ່ວນປະກອບຂອງກ້າມເນື້ອຄາງກະໄຕ.
ທ່ານຮານໄຊສະເຕດແມນຜູ້ຊ່ຽວຊານພະແນກກະເພາະລຳໄສ້ຂອງມະຫາວິທະຍາໄລ ເພັນຊີແວນເນຍທີ່ຮັບຜິດຊອບການຄົ້ນຄວ້າລາຍນີ້ຄາດວ່າ,ເມື່ອປະມານ2ລ້ານ4ແສນ ປີກ່ອນ,ແຊນທີ່ຊື່ວ່າMYH16ຂອງມະນຸດໄດ້ເກີດການປ່ຽນແປງຢ່າງກະທັນຫັນ,ພາໃຫ້ ກ້າມເນື້ອຄາງກະໄຕຂອງມະນຸດເຕີບໂຕຊ້າລົງ,ແລ້ວໄດ້ຜ່ອນການຜູກມັດກະໂຫຼກຫົວ ຢ່າງຫຼວງຫຼາຍ,ເຮັດໃຫ້ກະໂຫຼກຫົວໄດ້ຮັບການປົດປ່ອຍ,ສະໝອງຂອງມະນຸດຈຶ່ງມີ ຊ່ອງຫວ່າງເຕີບໃຫຍ່ຫຼາຍກວ່າເກົ່າ,ມະນຸດຈຶ່ງໄດ້ວິວັດພັດທະນາກາຍເປັນມະນຸດສະ ໄໝດຽວນີ້ທີ່ມີມັນສະໝອງຫຼາຍແລະກ້າມເນື້ອຄາງກະໄຕໜ້ອຍ.ທ່ານສະເຕດແມນ ກ່າວວ່າ,ມູນເຫດທີ່ພາໃຫ້ແຊນ MYH16 ປ່ຽນແປງກະທັນຫັນນັ້ນຍັງບໍ່ຮູ້ເທື່ອ,ນີ້ແມ່ນ ບັນຫາທີ່ແກ້ຍາກ.
ເຖິງວ່າຜົນການຄົ້ນຄວ້າລາຍນີ້ບໍ່ແມ່ນນັກມະນຸດສາດສະເໜີອອກມາກໍຕາມ,ແຕ່ການ ຄົ້ນພົບດັ່ງກ່າວໄດ້ພາໃຫ້ມີການໂຕ້ຖຽງກັນຢ່າງດຸເດືອດໃນຂົງເຂດຄົ້ນຄວ້າແຫຼ່ງເກີດ ຂອງມະນຸດ.
ນັກວິທະຍາສາດບາງຄົນຍ້ອງຍໍຜົນດັ່ງກ່າວເປັນການຄົ້ນພົບທີ່ຍິ່ງໃຫຍ່.ເຫັນວ່າ,ມັນ ໄດ້ທ້າທາຍກັບທິດສະດີວິວັດທະນາການດັ້ງເດີມ,ພາໃຫ້ມີການປະຕິຮູບຊີວະຊາດທີ່ມີ ຄວາມໝາຍເລິກເຊິ່ງຍາວໄກ.ຜູ້ຊ່ຽວຊານຜູ້ໜຶ່ງທີ່ຄົ້ນຄວ້າແຫຼ່ງເກີດຂອງມະນຸດຂອງ ອັງກິດເວົ້າວ່າ,ການຄົ້ນຄວ້າດັ່ງກ່າວໄດ້ຢັ້ງຢືນໃຫ້ເຫັນຄວາມແຕກຕ່າງກັນລະຫວ່າງ ແຊນສັບພະຄຸນຂອງມະນຸດກັບທະນີ. ການຄົ້ນຄວ້າສະແດງໃຫ້ເຫັນວ່າ,ແຊນປ່ຽນແປງ ກະທັນຫັນເລັກນ້ອຍເຮັດໃຫ້ຄາງກະໄຕຂອງທະນີນ້ອຍລົງ. ເຫດການປະຫວັດສາດດັ່ງ ກ່າວແມ່ນສຳຄັນທີ່ສຸດ,ໃນ2ລ້ານກວ່າປີແຕ່ການປ່ຽນແປງກະທັນຫັນເທື່ອນັ້ນເປັນຕົ້ນ ມາ,ມັນສະໝອງຂອງມະນຸດໄດ້ເພີ່ມຂຶ້ນເກືອບ3ເທົ່າ.
ແຕ່ກໍມີນັກວິທະຍາສາດຈຳນວນໜ່ຶງຄັດຄ້ານທັດສະນະກ່ຽວກັບແຊນປ່ຽນກະທັນຫັນ ດັ່ງກ່າວ,ເຫັນວ່າ,ການຄົ້ນພົບດັ່ງກ່າວຝ່າຝືນຫຼັກທິດສະດີພື້ນຖານຂອງວິວັດທະນາ ການ.ທ່ານໂອເວິນແຫ່ງມະຫາວິທະຍາໄລແຄນເທີກກີອາເມລິກາເວົ້າວ່າ,ຈະສະຫຼຸບ ແບບງ່າຍໆວ່າວິວັດທະນາການຂອງມະນຸດແມ່ນຍ້ອນການປ່ຽນແປງກະທັນຫັນຂອງ ແຊນກະທົບກະເທືອນກ້າມເນື້ອຄາງກະໄຕບໍ່ໄດ້. ອົງປະກອບຂອງກ້າມເນື້ອຄາງກະ ໄຕງ່າຍເຂົ້າເປັນກ້າວໆ,ແຕ່ສະໝອງພັດຂະຫຍາຍອອກຢ່າງບໍ່ມີການຜູກມັດກະທັນ ຫັນນັ້ນແມ່ນລະເມີດຫຼັກມູນທຳມະຊາດ."
ໃນຂະບວນວິວັດທະນາການຈາກທະນີຮອດມະນຸດ,ມັນສະໝອງແມ່ນຂະຫຍາຍຈາກ ນ້ອຍຫາໃຫຍ່. ກໍຍ້ອນມະນຸດມີສະໝອງທີ່ພັດທະນາຈຶ່ງໄດ້ກາຍເປັນຍອດຂອງສັດສາ ວາສິ່ງທັງປວງໃນໂລກ.ເປັນຫຍັງສະໝອງຂອງມະນຸດຈຶ່ງໃຫຍ່ຄືແນວນີ້?ກ່ອນນັກວິ ທະຍາສາດສະເໜີທັດສະນະແຊນປ່ຽນແປງກະທັນຫັນເທື່ອນີ້,ນັກມະນຸດສາດເຄີຍມີ ທັດສະນະຫຼາຍຢ່າງ.
ນັກປາດບາງຄົນເຫັນວ່າ,ມັນສະໝອງຫຼາຍຂຶ້ນແມ່ນກ່ຽວພັນກັບແບບວິທີດຳລົງຊີວິດ. ການກະທຳຕ່າງໆຂອງມະນຸດເຊັ່ນຢືນຂຶ້ນຍ່າງ,ໃຊ້ເຄື່ອງມືແລະລ່າເນື້ອເປັນຕົ້ນອາດ ຈະແມ່ນປັດໄຈທີ່ຊຸກຍູ້ໃຫ້ມັນສະໝອງເພີ່ມຂຶ້ນ.ນອກນີ້,ການຄົ້ນຄວ້າວິທະຍາສາດ ເຫັນວ່າ,ຫຼັງຈາກມະນຸດປະຖົມບູຮານເລີ່ມກິນອາຫານທີ່ມີກາໂລລີແລະທາດບຳລຸງ ຫຼາຍແລ້ວ,ສະໝອງຈຶ່ງຄ່ອຍຫຼາຍຂຶ້ນ.ເມື່ອທຽບກັບສັດໝວດລີງອື່ນໆແລ້ວ,ນັກວິທະ ຍາສາດປະກົດເຫັນວ່າ,ສັດທີ່ມີມັນສະໝອງແຫ່ງຫຼາຍ,ຊະນິດອາຫານກໍຍິ່ງອຸດົມສົມ ບູນ,ມະນຸດເຮົາກໍແມ່ນຕົວຢ່າງພົ້ນເດັ່ນກວ່າໝູ່.ຫຼັກຖານຈາກາຊາກຫີນກໍຢັ້ງຢືນວ່າ, ຄຸນນະພາບອາຫານດີຂຶ້ນແມ່ນໄປພ້ອມກັນກັບການເພີ່ມຂຶ້ນຂອງມັນສະໝອງ.
ມີນັກວິທະຍາສາດບາງຄົນເຫັນວ່າ,ມັນສະໝອງຫຼາຍຂຶ້ນແມ່ນກ່ຽວພັນກັບການພັດ ທະນາດ້ານພາສາຂອງມະນຸດ,ຕົວຢ່າງຄືມະນຸດຄວບຄຸມປະສາດກ້າມເນື້ອໃຕ້ລີ້ນໄດ້ ດີກວ່າທະນີ1,8ເທົ່າ,ການຄົ້ນຄວ້າບູຮານຄະດີຊີ້ອອກວ່າ,ຂະໜາດຂອງຂະໝອງດັ່ງ ກ່າວໄດ້ສຳເລັດຜົນເມື່ອປະມານ3ແສນປີກ່ອນ.ສິ່ງທີ່ເປັນຕາສົນໃຈນັ້ນແມ່ນມັນສະ ໝອງຂອງມະນຸດກໍໄດ້ຢຸດເຊົາເຕີບໃຫຍ່ມາແຕ່ເວລານັ້ນ.ໝາຍຄວາມວ່າ,ພາສາປາກ ເວົ້າຂອງມະນຸດຢ່າງໜ້ອຍມີປະຫວັດ3ແສນປີແລ້ວ.
ຜູ້ຄົ້ນຄວ້າໃນທຸກຂົງເຂດລ້ວນແຕ່ຊອກຄົ້ນບັນຫາມະນຸດວິວັດພັດທະນາມາແນວໃດ. ແຕ່ການຊອກຫາສິ່ງຄວບຄຸມແຊນຢູ່ເບື້ອງຫຼັງສະພາບທີ່ຕ່າງກັນເຫຼົ່ານີ້ແມ່ນຍາກທີ່ສຸດ. ທັດສະນະກ່ຽວກັບແຊນປ່ຽນແປງກະທັນຫັນທ່ີໜ່ວຍສະເຕດແມນສະເໜີອອກມານັ້ນ ແມ່ນທັດສະນະທີ່ມີຫົວຮຸນແຮງ,ມັນຈະໄດ້ຮັບການຮັບຮອງຈາກວົງການທິດສະດີຫຼືບໍ່ ຍັງຕ້ອງຄົ້ນຄວ້າອີກຕໍ່ໄປ.
|