ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-05 17:03:44    
ກອງ​ປະ​ຊຸມ​ຂັ້ນ​ສຸດ​ຍອດ​ຂອງ​ຂະ​ແໜງ​ການ​ຊອບ​ແວ​ໂລກ​ຈະ​ຈັດ​ຂຶ້ນ​ຢູ່​ຊຽງ​ໄຮ້

cri
ຕາມ​ຂ່າວສານ​ຊິນ​ຮວາ,ກອງ​ປະຊຸມ​ວິ​ສະວະ​ກຳ​ຊອບ​ແວ​ໂລກ​ຄັ້ງ​ທີ28​ຈະ​ຈັດ​ຂຶ້ນ​ຢູ່​ຊຽງ​ໄຮ້ ​ເມືອງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ແຕ່​ວັນ​ທີ20​ຫາ​ວັນ​ທີ28​ພຶດສະພາ.

ນີ້​ກໍແມ່ນ​ງານ​ມະ​ໂຫລານ​ຂັ້ນ​ສູງ​ສຸດ​ຂອງ​ຂະ​ແໜງ​ການ​ຊອບ​ແວ​ໂລກ​ທີ່​ຈັດຢູ່​ປະ​ເທດ​ພວມ​ພັດທະນາ​ເປັນ​ຄັ້ງ​ທຳ​ອິດ.

ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ​ວິສະວະກຳຊອບ​ແວ​ຈີນ​ເຊື່ອມ​ໂຍງ​ເຂົ້າ​ກັບໂລກ​ຢ່າງ​ກົມກຽວ​ກັນ.ຝ່າຍ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ກ່າວ​ວ່າ,ກອງ​ປະຊຸມ​ເທື່ອ​ນີ້​ຈະ​ນຳ​ເອົາ​ແນວ​ຄິດ​ແລະ​​ເຕັກນິກ​ຊອບ​ແວ​ທີ່​ນຳ​ໜ້າ​ໃນ​ໂລກ​ມາ​ໃຫ້​ຈີນ,​ເລັ່ງ​ລັດ​ຫັນ​ອຸດ​ສາ​ຫະ​ກຳ​ຊອບ​ແວ​ຈີນ​ເປັນ​ແບບ​ສາກົນ.

ຕາມ​ຄາດ​ຄະ​ເນ​ວ່າ,ຜູ່ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເທື່ອ​ນີ້​ຈະ​ລື່ນ​ກາຍ​1000​ຄົນ,​ໃນ​ນັ້ນ,ຜູ່​ແທນ​ເຄິ່ງ​ໜຶ່ງ​ແມ່ນ​ມາ​ຈາກ​ອາ​ເມ​ລິ​ກາ,​ເຢຍ​ລະ​ມັນ​ແລະ​ອັງ​ກິດ​.ກອງ​ປະ​ຊຸມ​ງານ​ສຳ​ມະ​ນາ​ຫົວ​ຂໍ້​ສະ​ເພາະທີ່​ຈັດ​ຂຶ້ນ​ເທື່ອ​ນີ້ ມີ​ເນື້ອ​ໃນ​ກ່ຽວ​ພັນ​ເຖິງ​ຂົງ​ເຂດ​ແນວ​ໜ້າ​ຂອງ​ອຸດ​ສາ​ຫະ​ກຳ​ຊອບ​​ແວ.

ກອງ​ປະຊຸມ​ວິສະວະກຳ​ຊອບ​ແວ​ໂລກ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ1975,​ເຊິ່ງ​ແມ່ນ​ສອງ​ອົງ​ການ​ຄອມ​ພິວ​ເຕີ​ທີ່​ຊົງ​ອິດ​ທິ​ພົນ​ໃນ​ໂລກ​ຮ່ວມ​ກັນ​ລິ​ເລີ່​ມຈັດ​ຂຶ້ນ,​ແມ່ນ​ການ​ເຄື່ອນ​ໄຫວ​ສຳ​ຄັນ​ທີ່​ແລກ​ປ່ຽນ​ເຕັກ​ນິກ​ໃນ​ວົງ​ການ​ຊ​ອບ​ແວ​ສາ​ກົນ.