ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-05 17:35:24    
ພະຍາດ​ໄຂ້​ຫວັດ​ນົກ​ທີ່​ເກີດ​ຂຶ້ນ​ຢູ່​ແຂວງ​ຊິ່ງ​ຫາຍ​ຂອງ​ຈີນ​ໄດ້​ຖືກ​ຕິດ​ຕາມ​ຄວບ​ຄຸມ​ຢ່າງ​ຮອບ​ຄອບ​ແລ້ວ

cri Author: min
ຕາມ​ຂ່າວCRI​: ​ຂ່າວຈາກ​ອິນ​ເຕິ​ເນັດ​ກະຊວງ​ກະສິກຳ​ຈີນ​ໃນວັນ​ທີ 5 ພຶດສະພາລາຍ​ງານ​ວ່າ, ພະຍາດ​ໄຂ້ຫວັດ​ນົກ​ທີ່​ເກີດ​ຂຶ້ນ​ຢູ່ເມືອງ​ອີ້ຊູແຂວງ​ຊິ່ງຫາຍ​ພາກ​ຕາ​ເວັນ​ຕົກສ​ຽງ​ເໜືອຂອງຈີນ​​ເມື່ອ 10 ກວ່າມື້​ກ່ອນນັ້ນ​, ​​ໄດ້​ຖືກຄວບ​ຄຸມ​​ໄວ້ຢ່າງຮອບ​ຄອບ​ແລ້ວ, ​ເຂດ​ເກີດ​ພະຍາດ​ກໍ່​ໄດ້​ດັບ​ເຊື້ອ​ຢ່າ​ງ​ເຂັ້ມ​ງວດ.

ຕາມ​ໄດ້​ຊາບ​, ວັນ​ທີ 23 ​ເມສາ, ຢູ່​ເຂດ​ດິນ​ທາມ​ເມືອງອີູ້ຊູແຂວງ​ຊິ່ງຫາຍ​ໄດ້​ມີ​ນົກ​ປ່າ​ຕາຍ​ໂດຍບໍ່​ຮູ້​ສາ​ເຫດ. ວັນ​ທີ 3 ພຶດສະພາ, ຫ້ອງ​ທົດ​ລອງ​ຄົ້ນຄວ້າ​ພະຍາດ​ໄຂ້ຫວັດ​ນົກ​ແຫ່ງ​ຊາດຈີນ​ໄດ້​ບົ່ງມະຕິ​ວ່າ​ແມ່ນ​ໄຂ້ຫວັດ​ນົກ​ປະ​ເພດ​ຮ້າຍ​ແຮງ. ນັບ​ມາ​ຮອດ​ວັນ​ທີ 4 ພຶດສະພາ, ​ຢູ່ເຂດ​ດັ່ງກ່າວ​​ໄລ່​ລວມ​​ແລ້ວມີ​ນົກ​ປ່າຕາຍ 120 ​ໂຕ. ຕາມ​ແນະນຳວ່າ, ບ່ອນ​ເກີດພະຍາດ​ແມ່ນ​ເຂດ​ໜາວໜາວ, ບໍ່​ສູ້ມີ​ຄົນທຽວ, ຢູ່​ເຂດ​ອ້ອມ​​ແອ້ມ​ກໍ​ບໍ່​ມີສັດ​ປີກທີ່​ລ້ຽງ​ເອົາ.

​ເມື່ອ​ໄດ້​ເກີດ​ພະຍາດສັດ​ປີກ​ແລ້ວ, ກະຊວງກະສິກຳຈີນ​ແລະ​ຂະ​ແໜງການ​ທີ່​ກ່ຽວຂ້ອງ​ຂອງແຫ່ງ​ດັ່ງກ່າວຕ່າງ​ໄດ້​ຈັດວາງ​ມາດ​ຕະການ​ປ້ອງ​ກັນ​ຄວບ​ຄຸມໃນ​ທັນທີ, ປ້ອງ​ກັນ​ບໍ່​ໃຫ້​ຄົນ​ສຳຜັດ​ກັບ​ນົກ​​ປ່າ, ປ້ອງ​ກັນ​ບໍ່​ໃຫ້​ພະຍາດ​ແຜ່​ລາມ​ໃນ​ໝູ່ຄົນ​.