ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-05 18:43:46    
ທ່ານ​ຈິນ​ເຢິນຊິ້ງ​ກ່າວ​ວ່າ ຈີນ​ຍິນ​ດີ​ພ້ອມ​ກັບ​ອາ​ຊຽນ​ ສ.​ເກົາ​ຫຼີ​ແລະ​ຍີ່​ປຸ່ນ​ທຳ​ຄວາມ​ພະ​ຍາ​ຍາມ ຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ອາ​ຊີ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 4 ພຶດສະພາ, ທ່ານ​ຈິນ​ເຢິນຊິ້ງ ລັດຖະມົນຕີ​ກະຊວງ​ການ​ເງິນ​ຈີນ​ທີ່​ພວມ​ເຂົ້າຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ອາ​ຊຽນກັບຈີນ ຍີ່ປຸ່ນ​ແລະ​ສ.​ເກົາ​ຫຼີ​ຄັ້ງ​ທີ 9 ຢູ່​ເມືອງ​ໄຮ​ເດຣາບັດ​ອິນ​ເດຍກ່າວ​ວ່າ, ຈີນ​ຍິນ​ດີ​ພ້ອມກັນ​ກັບປະ​ເທດ​ອື່ນ​ຄື "10 ບວກ 3" ທຳ​ຄວາມ​ພະ​ຍາຍາມ, ຊຸກ​ຍູ້​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ການ​ພັດ​ທະ​ນາ​ຂອງ​ທົ່ວ​ອາ​ຊີ.

ໃນ​ກອງ​ປະຊຸມ​ທີ່ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ຈິນ​ເຢິນຊິ້ງ​ໄດ້​ແນະນຳ​ສະຖານະ​ການ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຂອງຈີນ​ໃນ​ສະ​ເພາະ​ໜ້າ​ນີ້​ແລະ​ເນື້ອ​ໃນສຳຄັນ​ຂອງ​ແຜນ​ກຳ​ນົດ "​ແຜນ​ການ 5 ປີ​ຄັ້ງທີ 11" ຂອງ​ຈີນ.

ທ່ານ​ຈິນ​ເຢິນຊິ້ງກ່າວ​ວ່າ, ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ຄວນ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຕື່ມ​ອີກ, ຊຸ​ກຍູ້​ການ​ຮ່ວມ​ມື​ທາງ​ການ​ເງິນ​ແລະ​ການ​ທະນາຄານ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ຢ່າງ​ໜັກ​ແໜ້ນ. ບັນດາ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ສົນທະນາ​ດ້ານ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ແລະ​ການ​ແລກ ປ່ຽນ​ບົດ​ຮຽນ​ແຫ່ງ​ການ​ພັດທະນາ​ຕື່ມ​ອີກ, ​ເພີ່ມ​ທະວີ​ການ​ຫາ​ລື​ກັນ​ຕື່ມ​ອີກ​ໃນ​ວຽກ​ງານ​ເສດ​ຖະ​ກິດ​ທົ່ວ​ໂລກ, ກາຍ​ເປັນ​ກຳລັງແຮງດຽວ​ກັນ, ພ້ອມ​ກັນ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຂອງ​ທົ່ວ​ໂລກ​ແລະ​ຂອງພາກ​ພື້ນ.

ກ່ຽວ​ກັບ​ບັນຫາ​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ, ທ່ານ​ຈິນ​ເຢິນຊິ້ງກ່າວ​ວ່າ, ຈີນ​ຈະ​ໃຊ້​ທ່າ​ທີ​​ຮັບ​ຜິດ​ຊອບ​ໃນ​ລະດັບ​ສູງ, ຊຳລະ​ບັນຫາ​ອັດຕາ​ແລກປ່ຽນ​ເງິນ​ຢວນຈາກ​ມຸມ​ທີ່​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະກິດ​ຈີນ ​ເສດຖະກິດ​ອາຊີ​ແລະ​ເສດຖະກິດ​ຂອງ​ໂລກ. ທ່ານ​ກ່າວ​ເນັ້ນວ່າ, ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ປະ​ເທດ​ອື່ນ​ປຶກສາ​ຫາລື​ກັນ​ເພື່ອ​ແກ້​ໄຂ​ບັນຫາ​​ເສດຖະກິດ​ໂລກທີ່ບໍ່​ດຸນ​ດ່ຽງ​ກັນ ຕາມ​ຫຼັກ​ການ​ທີ່​ປຶກສາ​ຫາລື​ກັນ​ດ້ວຍ​ໄມຕີ​ຈິດສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.