ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-05 18:46:47    
ມາລາ​ລະດູ​ບານ​ໃໝ່(ສຽງ)

cri Author: lm

ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ, ບໍ່​ຮູ້​ວ່າ, ທ່ານ​​ກໍ​ເຄີຍ​ມີ​ຄວາມ​ຮູ້ສຶກ​ແນວ​ນີ້​ບໍ່​ວ່າ, ​ໃນ​ຍາມ​ທີ່​ເວລາ​ໄຫຼຜ່ານ​ໄປ​ນັ້ນ, ສຽງ​ເພງ​ໄດ້​ບັນທຶກ​ການ​ຫວນ​ຄິດ​ແລະ​ນິທານ​ຂອງ​ພ​ວກ​ເຮົາ​ໄວ້. ພໍ​ທຳນອງ​ເພງ​ທີ່​ຄຸ້ນ​ຫູ​ດັງ​ຂຶ້ນ, ​ໃນ​ໃຈ​ກໍ​ຈະ​ຮ້ອງ​ໄປ​ນຳ, ສຽງ​ເບົາໆ​ຢ່າງ​ອ່ອນ​ໂຍນ, ບັດ​ນັ້ນ, ພວກ​ເຮົາ​ເລີ່​ມຫວນ​ຄິດ, ​ເລີ່​ມຖະໜອມ, ​ເລີ່​ມຝັກ​​ໄຝ່……

​ເພື່ອ​ແບ່ງປັນ​ຄວາມ​ຮູ້ສຶກ​ສະ​ເພາະ​ນຳ​ກັນ​ກັບ​ທ່ານ, ພວກ​ເຮົາ​ໄດ້​ຈັດ​ລາຍການ​ສີ່​ພາກ​ຕາບ​ການ​ປ່ຽນ​ແປງຂອງ​ສີ່​ລະດູ, ຫວັງ​ວ່າ​ທ່ານ​ຄົງ​ຈະ​ມັກ.

​ແຜນການ​ໃນ​ປີ​ໜຶ່ງ​ຕ້ອງ​ວາງ​ມາ​ແຕ່​ລະດູ​ໃບ​ໄມ້​ປົ່ງ. ລະດູ​ໃບ​ໄມ້​ປົ່ງ​ແມ່ນ​ລະດູ​ທີ່​ສັບພະ​ສິ່ງ​ພື້ນ​ຊີບ​ຄືນ​ມາ, ດອກ​ໄມ້​ນາໆ​ຊະນິດ​ເປັງ​ບານ. ​ເພງ ຊຸ່ນທ່ຽນ​ຮວາ​ຮຸ້ຍ​ໄຂ ດອກ​ໄມ້​ຈະ​ບານ​ໃນ​ລະດູ​ໃບ​ໄມ້​ປົ່ງ ທີ່​ຂັບ​ຮ້ອງ​ໂດ​ຍທ່ານ​ເຢິນຊຽນສີ, ​ໄດ້​ເຮັດ​ໃຫ້​ທ່ານ​ມີ​ອາລົມ​ດີ​ຂຶ້ນ​ບໍ່? ຄົນ​ຈີນ​ມັກ​ເວົ້າວ່າ, "ລະດູ​ໜາວ​ໄດ້​ມາ​ຮອດ​ແລ້ວ, ລະດູ​ໃບ​ໄມ້​ປົ່ງ​ຍັງ​ຈະ​ໄຫ​ຢູ່​ຫວາ?" ​ເອົາ​ຄວາມ​ເວົ້າຄວາມ​ນີ້​ມາ​ລະດົມ​ໃຈ​ຜູ່​ທີ່​ພວມ​ປະສົບ​ຄວາມ​ຫຍຸ້ງຍາກ. ​ໃນ​ສຽງ​ເພງ, ທ່ານ​ເຢິນຊຽນສີກ​ກໍ່​ບອກ​ເຫດຜົນ​ທີ່​ຄື​ກັນນ​ນີ້​ໃຫ້​ພວກ​ເຮົາ​ຮູ້​ວ່າ, "​ໃນ​ລະ​ດູ​ໃບ​ໄມ້​ປົ່ງ, ດອກ​ໄມ້​ຈະ​ບານ, ນົກ​ນ້ອຍ​ຈະ​ບິນ​ເວີ່ນ​ຢ່າງ​ເສລີ. ຂ້ອຍ​ຍັງຄອງ​ຄອຍ, ຄອຍ​ຖ້າ​ເຈົ້າ ສຸດ​ທີ່​ຮັກ​ໃຫ້​ຄືນ​ມາ​ໄວໆ. ລະດູ​ໜາວ​ລົມ​ແລະ​ຫິມະ​ພັດ​ມາ, ດອກ​ໄມ້​ຮ່ວງ​ໂຮຍ​ແລ້ວ​ມັນ​ຍັງຈະ​ບານ​ອີກ, ​ປີໜ້າ, ນົກ​ນ້ອຍ​ຍັງ​ຈະ​ບິນ​ກັບ​ຄືນ​ມາ. ບາງ​ທີ​ສະພາບ​ຕົວ​ຈິງ​ເຮັດ​ໃຫ້​ເຮົາ​ສຸດ​ວິ​ໄສ​ແທ້, ​ແຕ່​ຕ້ອງ​ພຽນ​ໃຈ​ຄອງ​ຄອຍ, ສຸດ​ທ້າຍ​ຍ່ອມ​ຈະ​ດີງາມ."

ການ​ຄອງ​ຄອຍ​ແມ່ນ​ໄລຍະ​ທີ່​ຍາວ​ນານ, ​ໃນ​ໂອກາດ​ທີ່​ດອກ​ໄມ້​ນາໆ​ພັນ​ອ້າ​ກີບ​ບານ​ນີ້, ດອກ​ລີ​ລີ​ປ່າ​ທີ່​ບໍ່​ຈັບ​ຕາ​ຄົນ​ກໍ່​ມີ​ລະດູບານ​ຂອງ​ມັນ​ເອງ.

​"ເໝືອນດັ່ງ​ຄວາມ​ຝັນ, ທີ່​ພວກ​​ເຮົາ​ໄດ້​ພົບ​ໜ້າ​ກັນ​ແລ້ວ​ບໍ່​ດົນ​ກໍ​ຕ້ອງ​ຈາກ​ກັນ​ໄປ, ​ເຈົ້າຄື​ກັບ​ລົມ​ລະດູ​ບານ​ໃໝ່​ພັດ​ເຂົ້າ​ໃຈ​ຂ້ອຍ​ຢ່າງ​ອ່ອນ​​ໂຍນ, ​ແຕ່​ດຽວນີ້, ຮອຍ​ຍິ້ມ​ຂອງ​ເຈົ້າ​ໄປ​ໃສ​ແລ້ວ. ​ເຖິງ​ວ່າ​ເຈົ້າອາ​ໄສ​ຫາດ​ອກຊຸຍ​ຊຽນທີ່​ເຜີຍ​ກີບ​ບານ​ຢູ່​ໃນ​ນ້ຳ, ​ແຕ່​ຢ່າ​ລືມ​ວ່າ, ດອກ​ລີລີ​ປ່າ​ກໍ່​ມີ​ມື້​ບານ​ເຮືອງ​ຢູ່​ຮ່ອມ​ພູ​ທີ່​ງຽບ​ສະຫງັດ."ທ່ານ​ຜູ່​ຟັງ​ທີ່​ທ່ານ​ຟັງ​ມານັ້ນ​ແມ່ນ​ເພງ​ດອກ​ລລີ​ລີ​ປ່ກໍ່​ມີ​ລະດູບານ​ທີ່​ຂັບ​ຮ້ອງ​ໂດ​ຍນາງ​ເມິ້ງ​ທິງ​ເວີຍ. ຕໍ່​ໄປ, ​ເຊີນ​ຟັງ​​ເພງ​ທີ່​ຂັບ​ຮ້ອງ​ໂດຍ​ທ່ານ​ຊີ​ຊິນ​ທີ່​ຊື່ວ່າ: ບູຊາ​ດອກ​ໄມ້.

"​ເດືອນ​ເພັງ​ມາລາ​ສວຍ"​ແມ່ນ​ສັນຍະລັກ​ແຫ່ງ​ສິ່ງ​ທີ່ດີງາມ​ໃນ​ດວງ​ໃຈ​ຂອງ​ຊາວ​ຈີນ. ​ໃນ​ຄ່ຳ​ຄືນ​ທີ່​ງຽບ​ສະຫງັດ​ນີ້, ຂໍ​ມອບ​ເພງ​"ເດືອນ​ເພັງ​ມາລາ​ສວຍ"​ໃຫ້​ຜູ່​ທີ່​ຮັກ​ກັນ​ໃນ​ທົ່ວ​​ໂລກ, "ລົມ​ລະດູບານ​​ໃໝ່​ພັດ​ເຂົ້າດວງ​ໃຈ​ຂ້ອຍ, ​ເຮັດ​ໃຫ້​ຂ້ອຍ​ຄຶດ​ຮອດ​ເຈົ້າຈົນ​ໃຈ​ເຕັ້ນຕຶກໆ​ ນອນ​ບໍ່ຫຼັບ; ດວງ​ຈັນ​ເທິງ​ຟ້າ​ເໝືອນ​ກັບ​ຄິ້ວ​ກົ່ງ​ຂອງ​ນ້ອງ, ຄຶດຮອດ​ນ້ອງ, ອ້າຍ​ມີ​ແຕ່​ຕ້ອງ​ກ້າວ​ໜ້າ ​ຖອຍຫຼັງບໍ່​ໄດ້. ​ໃນ​ຄືນ​ເດືອນ​ເພັງ​ມາລາ​ສວຍ, ​ເຮົາ​ທັງ​ສອງ​ຮັກ​ກັນ."

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ວັນ​ອາທິດ​ເທື່ອ​ທິສອງ​ໃນ​ເດືອນ​ພຶດສະພາ​ແຕ່ລະ​ປີກໍ​ແມ່ນ​ວັນ​ແມ່. ​ເຖິງ​ວ່າ, ນີ້​ແມ່ນ​ມື້ບຸນ​ຂອງ​ຝ່າຍ​ຕາ​ເວັນ​ຕົກກໍ່​ຕາມ, ​ແຕ່​ມ້ວນທ້າຍ​ລາຍການ​ມື້ນີ້, ພວກ​ເຮົາ​ຍັງ​ໄດ້​ຈັດ​ເອົງ​ເພງ"ງາມ​​ເດ! ລະດູບານ​ໃໝ່"ສຳລັບ​ຜູ່​ເປັນ​ແມ່​ທຸກໆ​ຄົນ​ໃນ​ໂລກ​ນີ້, ​ເພາະວ່າ, ບໍ່​ວ່າ​ພວກ​ເຮົາ​ໄປ​ຢູ່​ມຸມ​ໃນ​ແຈ​ໃດ​ໃນ​ໂລກ, ຄວາມ​ຮັກ​ຂອງ​ແມ່​ທີ່ມີ​ຕໍ່​ລູກ​ແມ່ນ​ຄື​ກັນ​ໝົດ, ຄວາມ​ຮັກ​ຂອງ​ລູກ​ທີ່​ມີ​ຕໍ່​ແມ່​ກໍ່​ເຊັ່ນ​ດຽວ​ກັນ.

"ພວກ​ເຮົາ​ກຳລັງ​ຫວນ​ຄຶດ, ຫວນ​ຄຶດ​ເລື່ອງ​ທີ່​ຜ່ານ​ໄປ, ຢູ່​ເທິງ​ຈອມ​ພູ​ລະດູ​ໜາວ, ສິ່ງ​ມີ​ຊີວິດ​ຊີວາ​ໄດ້​​ໂພ່​ຂຶ້ນ. ສາຍ​ລະ​ດູ​ບານ​ພັດ​ເອົາ​ຄວາມ​ໜາວ​ໃຫ້​ຫັນ​ຫາຍ​ໄປ, ລະດູ​ບານ​ໃໝ່​ນຳ​ເອົາ​ຄວາມ​ຮັກ​​ໄຄ່ມາ​ໃຫ້​ເຮົາ. ຊີວິດ​ອັນ​ສຸກ​ສັນ​ໃນ​ລະ​ດູ​ບານ​ໃໝ່, ປະ​ທັບ​ໃຈບໍ່ມີ​ວັນ​ຈາງ​ຫາຍ, ນີ້​ກໍ່​ແມ່ນ​ລະດູບານ​ໃໝ່​ທີ່​ສວຍ​ງາມ."

ຄຽງຄູ່​ກັບ​ເພງ​"ງາມ​ເດ!ລະ​ດູ​ບານ​ໃໝ່", ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ​ຂອງ​ພາກ​ນີ້​ຂໍ​ສ້ຽງ​ສຸດ​ລົງພ​ຽງທໍ່​ນີ້, ​ຜ່ານ​ສຽງ​ເພງ​ເຫຼົ່ານີ້​ພວ​ກ​ເຮົາຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ແລະ​ຄວາມ​ອວຍພອນ​ອັນ​ດີງາມ​ມາ​ຍັງ​ເພື່ອນ​ຜູ່​ຟັງ​ທັງຫຼາຍ, ຂໍ​ໃຫ້​ເພື່ອນ​ຜູ່​ຟັງ​ຢູ່​ຂ້າງ​ວິ​ທະ​ຍຸ​ພ້ອມ​ກັບ​ຜູ່​ເປັນ​ແມ່​ທຸກໆ​ຄົນ​ໃນ​ໂລກ​ນີ້​ຈົ່ງ​ມີ​ຊີວິດ​ອັນ​ແຈ່ມ​ໃສ​ເໝືອນ​ດັ່ງລະດູບານ​ໃໝ່, ມີ​ຮອຍ​ຍິ້ມ​ງາມ​ປານ​ດອກ​ໄມ້​ທີ່​ບານ​​ແຍ້ມ​ໃນ​ລະດູບານ​ໃໝ່!