ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-06 18:40:13    
ຈີນ​ມີ​ຫວັງ​ຈະ​ກາຍ​ເປັນ​ປະ​ເທດ​ໃຫຍ່​ດ້ານ​ການ​ທ່ອງ​ທ່ຽວ​ຂອງ​ໂລກ​ພາຍ​ໃນ​10​ປີ

cri
ຕາມ​ຂ່າວCRI,​ໃນ​ບົດ​ລາຍ​ງານ​ຫຼ້າ​ສຸດ​ສະບັບ​ໜຶ່ງ​ທີ່​ປະກາດ​ໃນ​ຫວ່າງ​ມໍ່ໆ​ນີ້,ສະພາ​ມົນ​ຕີ​ການ ທ່ອງທ່ຽວ​ແລະ​ການນ​ເດີນທາງ​ຂອງ​ໂລກ​ຄາດ​ຄະ​ເນ​ວ່າ,​ຈີນ​ມີ​ຫວັງ​ຈະ​ກາຍ​ເປັນ​ປະ​ເທດ​ໃຫຍ່​ດ້ານ​ການ​ທ່ອງ​ທ່ຽວ​ໃນ​ໂລກ​ພາຍ​ໃນ10ປີ.

ການ​ຄາດ​ຄະ​ເນທີ່​ແນ​ໃສ່​ການ​ທ່ອງ​ທ່ຽວ​ຂອງຈີນ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ,​ແຕ່​ປີ2007​ຫາ2016,​ການທ່ອງ​ທ່ຽວ​ຂອງ​ຈີນ​ຈະເພີ່ມ​ຂຶ້ນ​8,7%​ສະ​ເລ່ຍຕໍ່​ປີ.​ໃນ​ດ້ານ​ຄວາມ​ຕ້ອງ​ການ​ກວມ​ລວມ​ແຫ່ງການ ທ່ອງ​ທ່ຽວ,​ຈີນ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​ພັດທະນາ​ໄວ​ທີ​ສອງ​ໃນ​ໂລກ.

ເພື່ອ​ຂຸດ​ຄົ້ນ​ກຳລັງ​ບົ່ມ​ຊ້ອນ​ຂອງ​ຈີນ​ໃນ​ດ້ານ​ການທ່ອງ​ທ່ຽວ,​ສະພາ​ມົນຕີ​ການທ່ອງ​ທ່ຽວ​ແລະ​ການ​ເດີນ​ທາງ​ຂອງ​ໂລກ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ​ຫຼາຍ​ຂໍ້​ໃຫ້​ແກ່​ຈີນ,​ເຊິ່ງລວມ​ທັງ​ການ​ໃຫ້​ເພີ່ມ​ເວ​ລາ​ພັກຜ່ອນ​ອີກ​ສອງ​ສັບປະດາ​ໂດຍ​ບໍ່ງົດ​ເງິນ​ເດືອນ,​ພັດທະ​ນາ​ໂຮງ​ແຮມ​ທີ່​ຄ່າ​ພັກ​ເຊົາ​ຖືກ,​ເພີ່ມ​ທະວີ​ຫຼັກ​ການຮັກ​ສາຊີ​ວະ​ພາບ​ດ້ານ​ການ​ທ່ອງ​ທ່ຽວ​ເປັນ​ຕົ້ນ.

ຕາມ​ສະຖິ​ຕິ,​ປີ​ກາຍ​ນີ້,​ການທ່ອງ​ທ່ຽວ​ຂອງ​ຈີນມີ​ລາຍ​ຮັບ​ຕົກ​ເປັນ​ເງິນຕາ​ຕ່າງປະ​ເທດ​ເຖິງ​29ຕື້200​ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​ກ່ອນ​13%.​ນອກ​ນັ້ນ,​ຈີນ​ຍັງ​ເປັນ​ປະ​ເທດ​ທີ່​ສົ່ງ​ແຂກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ຕ່າງປະ​ເທດ​ຫຼາຍ​ກວ່າ​ໝູ່​ໃນ​ອາຊີ.