ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-06 20:28:28    
ທີ​ມ​ເພ​ດຍິງ​ຈີນ​ຊີງ​ໄດ້​ແຊມ​ປຽນ​ຢູ​ເບີ​ຂັບ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 6 ພຶດສະພາ, ການ​ແຂ່ງຂັນ​​ເພດ​ຍິງຮອບຊີງ​ຊະນະ​ເລີດ​ຂອງງານ​ແຂ່ງຂັນ​ດອກ​ປີກ​ໄກ່​ໝູ່​ຄະນະຊີງ​ຊະນະ​ເລີດ​ລະດັບ​ໂລກ​ໂທ​ມາສ​ແລະ​ຢູ​ເບີ​ຂັບ​ປີ 2006 ​ໄດ້​ສິ້ນ​ສຸດ​ລົງຢູ່​ທີ່​ໂຕກຽວ​ແຫ່ງຍີ່ປຸ່ນ, ທີ​ມຈີນ​ແຊມ​ປຽນ​ເກົ່າ​ໄດ້​ເອົາ​ຊະນະ​ທີ​ມ​ໂຮ​ນລັງ​ດ້ວຍ​ຄະ​ແນນ 3:0, ​ແລ້ວ​ຊີງ​ໄດ້​ຢູ​ເບີ​ຂັບ 5 ​ເທື່ອລຽນຕິດ.

ນາງ​ຈ່າງ​ໜິງ ນາງ​ເຊ້ຊິ້ງຟ່າງ​ແລະ​ນາງ​ຈຽງ​ອ້ຽນຈ່ຽວ ນັກ​ກິລາ​ຕີ​ດ່ຽວສາມ​ຄົນຂອງ​ຈີນ​ທີ່​ລົງ​ສະໜາມ​ໃນ​ມື້​ນີ້​ລ້ວນ​ແຕ່​ໄດ້​ເອົາ​ຊະນະ​ຄູ່​ແຂ່ງ, ອັນ​ໄດ້ສິ້ນ​ສຸດ​ການ​ລອງ​ລິດ​ກັນ​ກ່ອນ​ກຳນົດ.

ນີ້​ແມ່ນ​ທີ​ມ​ເພດ​ຍິງ​ຈີນ​ຊີງ​ໄດ້​ຢູ​ເບີ​ຂັບ​ເປັນ​ເທື່ອ​ທີ 10, ​ແຕ່​ປີ 1998 ​ເປັນຕົ້ນມາ, ທີ​ມ​ເພດ​ຍິງ​ຈີນ​ຊີງ​ໄດ້​ແຊມ​ປຽນ​ງານ​ແຂ່ງຂັນ​ດັ່ງກ່າວ​ທີ່​ບາ​ສອງ​ປີ​ຈັດ​ຂຶ້ນ​ເທື່ອ​ໜຶ່ງ​ນີ້ 5 ​ເທື່ອ​ລຽນຕິດ. ​ແຕ່​ປີ 1984 ຮອດ​ປີ 1992, ທີ​ມ​ເພດ​ຍິງ​ຈີນ​ກໍ່​ຊີງ​ໄດ້​ແຊມ​ປຽນ 5 ​ເທື່ອ​ລຽນ​ຕິດ. ທີ​ມ​ເພດ​ຍິງ​ຈີນ​ແມ່ນ​ທີ​ມດອກ​ປີກ​ໄກ່​ທີ່​ຊີງ​ໄດ້​ຢູ​ເບີ​ຂັບຫຼາຍກວ່າ​ໝູ່ ​ແລະ​ກໍ່ແມ່ນ​ທີມ​ດອກ​ປີກ​ໄກ່​ພຽງ​ທີມ​ດຽວທີ່​ຊີງ​ໄດ້​ແຊມ​ປຽນ 5 ​ເທື່ອ​ລຽນຕິດ​ສອງ​​ເທື່ອ​ໃນ​ປະ​ຫວັດ​ສາດ.

1  2