ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-07 21:23:54    
ທ່ານ​ອັບ​ບາສ​ກັບ​ທ່ານ​ຮາ​ນີ​ເຢ​ປຶກ​ສາ​ຫາ​ລື​ກັນ​ເຮັດ​ແນວ​ໃດ​ແກ້​ໄຂ​ວິ​ກິດ​ການ​ການ​ເງິນ​ຂອງ​ປາ​ເລັສ​ຕິນ

cri
ຕາມ​ຂ່າວສານ​ຊີນຮວາ,​ວັນ​ທີ6ພຶດ​ສະພາ​ຢູ່​ທີ່​ກາຊາ,​ທ່ານ​ອັບ​ບາສ ປະ​ທານ​ອົງ​ການ​ອຳນາດ​ແຫ່ງ​ຊາດປາ​ເລັສຕິນ​ໄດ້​ພົບ​ປະ​ເຈລະ​ຈາ​ກັບ​ທ່ານ​ຮາ​ນີ​ເຢ ນາ​ຍົກ ລັດຖະ​ມົນຕີ​ລັດຖະ​ບານ​ປາ​ເລັສ​ຕິນປົກ​ຄອງ​ຕົນ​ເອງ,​ປຶກສາ​ຫາລື​ກັນເຮັດ​ແນວ​ໃດ​ແກ້​ໄຂ​ບັນຫາ​ວິ​ກິດ​ການ​ທາງ​ການ​ເງິນ​ທີ່​ປາ​ເລັສຕິນ​ພວມ​ປະ​ເຊີນ​ໃນ​ສະ​ເພາະ​ໜ້າ​ນີ້​ເປັນ​ຕົ້ນ.

ນີ້​ແມ່ນ​ສອງ​ຝ່າຍ​ພົບ​ປະ​ເຈລະຈາ​ກັນ​ເປັນ​ຄັ້ງ​ທຳ​ອິດ​ແຕ່​ລັດຖະ​ບານ​ຊຸດ​ໃໝ່​ທີ່​ອົງ​ການ​ຮາ​ມາສ​ຈັດ​ຕັ້ງ​ແລະ​ສາ​ບານ​ຕົວ​ຂຶ້ນຮັບ​ຕຳ​ແໜ່ງ​ໃນ​ທ້າຍ​ເດືອນ​ມີນາ ເປັນ​ຕົ້ນ​ມາ.

ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ຫຼັງ​ຈາກ​ການ​ພົບ​ປະ,​ທ່ານ​ຮາ​ນີ​ເຢ​ເວົ້າ​ວ່າ,​ສອງ​ຝ່າຍ​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ດີ​ສ້າງ​ຕັ້ງຄະ​ນະ​ກຳມະ​ການ​ສົນ​ທະນາ,​ເພື່ອ​ຫາ​ລື​ແກ້​ໄຂ​ບັນ​ຫາ​ທີ່​ມີ​ຄວາມ​​ເຫັນ​ຂັດ​ກັນ,​ທ່ານທັງ​ສອງ​ຍັງ​ຈະເຈ​ລະຈາ​ຕໍ່​ໄປ​ກັນ​ໃນ​ວັນ​ທີ7​ພຶດ​ສະພາ.