ທ່ານເປເລັດສ໌ ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາແອນຮຽກຮ້ອງໃຫ້ຝ່າຍປາເລັສຕີນປະລະກຳລັງອາວຸດ
cri
Author: cai
ຕາມຂ່າວສານຊີນຮວາ:ວັນທີ 7 ພຶດສະພາ,ທ່ານເປເລັດສ໌ ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາແອນຜູ້ໃໝ່ໄດ້ຮຽກຮ້ອງໃຫ້ປາເລັສຕີນຢຸດຕິການຫຼອນໂຈມຕີຕໍ່ເປົ້າໝາຍອິສຣາແອນແລະປະລະການເຄື່ອນໄຫວກຳລັງຮຸນແຮງ,ແລະກ່າວວ່າ,ມີແຕ່ໃຕ້ສະພາບການແນວນີ້,ອິສຣາແອນຈຶ່ງຈະຜ່ອນສັ້ນຜ່ອນຍາວ.
ມື້ດຽວກັນ,ໃນພິທີມອບຮັບອຳນາດທີ່ຮ່ວມກັບທ່ານໂມຟາສ໌ ອະດີດລັດຖະມົນຕີກະຊວງປ້ອງກັນປະເທດອິສຣາແອນຈັດຂຶ້ນ,ທ່ານເປເລັດສ໌ໄດ້ກ່າວຄຳປາໄສວ່າ,ການເຄື່ອນໄຫວກຳລັງຮຸນແຮງບໍ່ສາມາດເຮັດໃຫ້ປາເລັສຕີນບັນລຸເປົ້າໝາຍຂອງຕົນ,ຖ້າຝ່າຍປາເລັສຕີນປະລະກຳລັງອາວຸດ,ລັດຖະບານອິສຣາແອນຍິນດີຟື້ນຟູການເຈລະຈາສັນຕິພາບກັບຝ່າຍປາເລັສຕີນ,ແລະກຽມ"ຜ່ອນສັ້ນຜ່ອນຍາວຢ່າງເຈັບປວດ".
ວັນທີ 4 ພຶດສະພາ,ຄະນະລັດຖະບານຊຸດໃໝ່ຂອງອິສຣາແອນທີ່ນຳໂດຍທ່ານໂອເມີດ ນາຍົກລັດຖະມົນຕີໄດ້ສາບານຕົວຂຶ້ນຮັບຕຳແໜ່ງຢ່າງເປັນທາງການ.ມື້ດຽວກັນ,ທ່ານໂອເມີດກ່າວວ່າ,ທ່ານຈະໃຫ້ໂອກາດເຈລະຈາສັນຕິພາບເທື່ອໜຶ່ງແກ່ອົງການອຳນາດແຫ່ງຊາດປາເລັສຕີນທີ່ນຳໂດຍທ່ານອັບບາສ໌,ແຕ່ກ່າວລື້ມວ່າ,ບໍ່ຢາກມີການຕິດຕໍ່ພົວພັນໃດໆກັບອົງການຮາມັດສ໌.
|
|