ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-08 17:09:01    
ທ່ານ​ໂລ​ກ້ານ​ຍ້ອງ​ຍໍ​ຮົງ​ກາ​ລີ​ທີ່​ສະ​ໜັບ​ສະ​ໜູນ​ນະ​ໂຍ​ບາຍ​ຈີນ​ດຽວ​ໃນ​ຫຼາຍ​ປີ​ມາ​ນີ້

cri
ຕາມ​ຂ່າວສານ​ຊີນຮວາ,​ທ່ານ​ໂລ​ກ້ານ ກຳມະ​ການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່າວ​ວ່າ,​ຝ່າຍ​ຈີນ​ຍ້ອງຍໍ​ຮົງ​ກາລີ​ທີ່ສະ​ໜັບສະ​ໜູນ​ນະ​ໂຍບາຍ​ຈີນ​ດຽວ​ໃນ​ຫຼາຍ​ປີ​ມາ​ນີ້.

ວັນ​ທີ8​ພຶດສະພາ​ຢູ່​ທີ່ປັກ​ກິ່ງ,​ທ່ານ​ໂລ​ກ້ານ​ໄດ້​ພົບ​ປະ​ທ່ານ​ລົມ​ນີຊີ ປະ​ທານ​ສານ​ສູງ​ສຸດ​ຂອງ​ຮົງ​ກາລີ​ພ້ອມ​ດ້ວຍ​ຄະ​ນະ​ທີ່​ມາ​ຢ້ຽມ​ຢາມ.​ທ່ານ​ໂລ​ກ້ານ​ໄດ້​ຍ້ອງຍໍ​ຮົງ​ກາລີ​ທີ່​ໄດ້ສະ​ໜັບ​ສະ​ໜູນ​ນະ​ໂຍບາຍ​ຈີນ​ດຽວ​ໃນ​ຫຼາຍ​ປີ​ມານີ້.​ທ່ານ​ເວົ້າ​ວ່າ,​ຮົງ​ກາລີ​ແມ່ນ​ໜຶ່ງ​ໃນ​ປະ​ເທດ​ທີ່​ສ້າງ​ສາຍ​ສຳພັນ​ທາງ​ການ​ທູດ​ກັບ​ຈີນ​ກ່ອນ​ໝູ່, ປະຊາ ຊົນ​ສອງ​ປະ​ເທດມີ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ,​ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍ​ຕົວ​ຢ່າງ​ສະດວກ.​ໃນ​ຫຼາຍປີ​ມາ​ນີ້,​ຜູ້ນຳ​ຊັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໄດ້ໄປ​ມາຫາ​ສູ່​ກັນ​ເລື້ອຍໆ,​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ສອງ​ຝ່າຍ​ໄດ້​ຮັບໝາກ​ຜົນ​ອັນ​ພົ້ນ​ເດັ່ນ​ໃນ​ຂົງ​ເຂດ​ເສດ​ຖະກິດ ວິທະ​ຍາ​ສາດ​ເຕັກ​ນິກ​ແລະ​ວັດທະ​ນະທຳ​ການ​ສຶກສາ​ເປັນ​ຕົ້ນ.ທ່ານ​ຫວັງ​ໃຫ້​ວົງ​ການ​ຕຸລາ​ການ​ຂອງ​ສອງ​ປະ​ເທດ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ຕື່ມ​ອີກ.