ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-08 17:22:07    
ນາງ​ເຈິ້ງ​ເຈ​ແລະ​ນາງ​ລີ​ນາ​ຕ່າງ​ເປັນ​ແຊມ​ປຽນ​ແລະ​ຮອງ​ຊະ​ນະ​ເລີດ​ຂອງ​ງານ​ແຂ່ງ​ຂັນ​ເທັນ​ນິສ​ເອສ​ໂຕ​ຣີນ​ໂອ​ເພັນ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 7 ພຶດສະພາ​ເວລາ​ທ້ອງ​ຖິ່ນ, ນາງ​ເຈິ້ງ​ເຈ ນັກ​ກິລາ​ເທັນ​ນິສ​ຈີນ​ຊີງ​ໄດ້​ແຊມ​ປຽນ​ຕີ​ດ່ຽວ​ເພດ​ຍິງ​ໃນ​ງານ​ແຂ່ງຂັນ​ເທັນ​ນິສ​ເອສ​ໂຕຣີນ​ໂອ​ເພັນ​ຄັ້ງທີ 17 ທີ່​ຈັດ​ຂຶ້ນ​ຢູ່​ລິສ​ບອນ​ປອກຕຸຍ​ການ.

​ໃນ​ການ​ແຂ່ງຂັນ​ຮອບ​ຊີງ​ຊະນະ​ເລີດ, ຄູ່​ແຂ່ງ​ຂອງ​ນາງ​ເຈິ້ງ​ເຈ​ແມ່ນ​ນາງ​ລີ​ນາ ນັກ​ກິ​ລາ​ຈີນ​ອີກ​ຜູ່​ໜຶ່ງ, ການ​ແຂ່ງຂັນ​ໄດ້​ດຳ​ເນີນ​ຢ່າງ​ດຸ​ເດືອດ​ທີ່​ສຸດ. ນາງ​ລີ​ນາ​ໄດ້​ເອົາ​ຊະ​ນະ​ເກມ​ທຳ​ອິດ​ດ້ວຍ​ຄະ​ແນນ 7:5, ນາງ​ເຈິ້ງ​ເຈ​ໄດ້​ເອົາ​ຊະນະ​ເກ​ມທີ​ສອງ​ດ້ວຍ​ຄະ​ແນນ​ 7:5 ​ເຊັ່ນ​ດຽວ​ກັນ. ຫຼັງ​ຈາກ​​ເກ​ມທີ​ສາມ ເລີ່​ມຕົ້ນ​ແລ້ວ, ນາງ​ລີ​ນາ​ຈຳ​ເປັນ​ປະລະ​ການ​ແຂ່ງ​ຂັນ​ຍ້ອນ​ຂາ​​ເບື້ອງ​ຂວາ​ເຈັບ​ຈົນ​ຍຶດໝັ້ນ​ແຂ່ງຂັນ​ຕໍ່​ໄປ​ບໍ່​ໄດ້. ​ເຈິ້ງ​ເຈ​ເລີຍ​ຊີງ​ໄດ້​ແຊມ​ປຽນ, ນາງ​ລີ​ນາ​ຊີງ​ໄດ້​ຮອງ​ຊະ​ນະ​ເລີດ.

​ໃນ​ການ​ແຂ່ງຂັນ​ຮອບ​ຮອງ​ຊະນະ​ເລີດ​ຕີ​ດ່ຽວ​ເພດ​ຍິງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພຶດ​ສະ​ພາ​ເວລາ​ທ້ອງ​ຖິ່ນ, ນາງ​ເຈິ້ງ​ເຈ​ແລະ​ນາງ​ລີ​ນາ​ຕ່າງ​ໄດ້​ເອົາ​ຊະນະ​ນາງຟຼາ​ເວ​ຍ ​ເພ​ນ​ເນັດ​ຕາ ນັກ​ກິລາອີ​ຕາ​ລີ​​ເຊິ່ງ​ເປັນ​ຕົວ​ເກັງ​ອັນ​ດັບ 1 ແລະ​ນາງ​​ເອມີ​ລີ ລົວ ນັກ​ກິລາ​ຝຣັ່ງ​ເຊິ່ງ​ເປັນ​ຕົວ​ເກັງ​ອັນ​ດັບ 7.