ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-08 21:09:59    
ອ່ານ​ປື້ມ​ໝື່ນ​ເຫຼັ້ມ​ແລະ​ເດີນ​ທາງ​ໝື່ນ​ລີ້

cri Author: min

ທ່ານ​ເຊ​ຄົຟ ນັກ​ປະພັນຣັດ​ເຊຍ​ເຄີຍ​ເວົ້າ​ວ່າ: ຄົນ​ເຮົາ​ມີ 3 ສະໝອງ, ຄື ສະໝອງ​ທີ່​ໄດ້​ມາ​ແຕ່​ເກີດ, ສະໝອງ​ທີ່​ໄດ້​ມາ​ຈາກ​ປື້​ມໜັງສື, ​ແລະ​ສະໝອງ​ທີ່​ໄດ້​ມາ​ຈາກ​ຊີວິດ​ການ​ເປັນ​ຢູ່.

ຄົນ​​ເຮົາ​ເກີດ​ມາ​ແຕ່​ລະ​ຄົນ​ກໍ​ຕ່າງ​ກັນ. ດຳ​ລາ​ບອກສອນ​ຂອງ​ຄອບຄົວ​ຕະກຸນອຽນ​ຊຶ່ງ​ເປັນ​ໜັງສື​ບູຮານ​ຈີນຂຽນ​ວ່າ: ຜູ້​ສະຫຼາດ, ບໍ່​ສອນ​ກໍ່​ເປັນ, ຜູ້​ໂງ່, ສອນ​ກໍ່​ບໍ່​ເປັນ, ສ່ວນ​ຄົນ​ປານ​ກາງ​ນັ້ນ, ບໍ່​ສອນ​ແມ່ນ​ບໍ່​ຮູ້. ຢູ່​ໃນ​ຊີວິດ​ຕົວ​ຈິງ, ຜູ້​ເກັ່ງ​ທີ່​ມີ​ພອນ​ສະຫວັນ​ມາ​ແຕ່​ເກີດ​ແລະ​ຄົນ​ປັນຍາ​ອ່ອນ​ແມ່ນ​ມີ​ໜ້ອຍ​ທີ່​ສຸດ. ພວກ​ເຮົາ​ສ່ວນຫຼາຍ​ແມ່ນ​ຄົນ​ທຳ​ມະ​ດາ​ທີ່​ມີ​ປັນຍາ​ທຳ​ມະ​ດາ. ສະໝອງ​ທີ່​ພໍ່​ແມ່​ໃຫ້​ມາ​ນັ້ນ​ແມ່ນ​ປ່ຽນ​ແປງ​ບໍ່​ໄດ້​ແລ້ວ, ​ແຕ່​ວ່າ, ກໍ​ຄື​ທ່ານ​ເຊ​ຄົຟ​ເວົ້າ​ນັ້ນ​ວ່າ, ນອກຈາກ​ສະໝອງ​ທີ່​ໄດ້​ມາ​ຈາກ​ພໍ່​ແມ່​ຕັ້ງ​ແຕ່​ເກີດ​ແລ້ວ, ຄົນ​ເຮົາ​ຍັງ​ສາມາດ​ຮັບ​ເອົາ​ທາດ​ບຳລຸງ​ຈາກ​ປື້​ມໜັງ​ສຶ​ແລະ​ຊີວິດ​ການ​ເປັນ​ຢູ່​ຢ່າງ​ບໍ່​ຢຸດ​ຢັ້ງ​ໄດ້, ພວກ​ເຮົາ​ສາມາດ​ຍົກ​ສູງ​ຄວາມ​ຮູ້​ແລະ​ສ້າງ​ຕົນ​ເອງ​ໃຫ້​ສົມບູນ​ຂຶ້ນ​ເລື້ອຍໆ​ດ້ວຍ​ຄວາມ​ພະຍາຍາມ​ໃນ​ພາຍ​ລຸນ.

ບູຮານ​ຈີນ​ມີ​ຄວາມ​ເວົ້າ​ຄວາມ​ໜຶ່ງ​ວ່າ: ອ່ານ​ປື້​ມໝື່ນ​ເຫຼັ້ມ, ​ເດີນທາງ​ໝື່ນ​ລີ້. ຄວາມ​ເວົ້າ​ສອງ​ຄວາມ​ນີ້​ກໍ່​ແມ່ນ​ລະດົມ​ໃຈ​ໃຫ້​ຄົນ​ທັງຫຼາຍອ່ານ​ປື້​ມຫຼາຍໆ, ດຳລົງ​ຊີວິດ​ຢ່າງ​ຕັ້ງໜ້າ, ຊອກ​ຫາ​ຄວາມ​ຮູ້​ຈາກ​ການ​ອ່ານ​ປື້​ມ​ແລະ​ໃນ​ຊີວິດ​ຕົວ​ຈິງ, ຍົກ​ຄຸນ​ນະ​ທາດ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ.

ກ່ອນ​ອື່ນ, ຂໍ​ລົມ​ເລື່ອງ​ກ່ຽວ​ກັບ​ການ​ອ່ານ​ປື້​ມ. ທ່ານ​ເຊັກ​ສ​ເປຍ ນັກ​ວັນນະຄະດີ​ຜູ້​ຍິ່ງ​ໃຫຍ່​ຂອງ​ອັງກິດ​ເວົ້າ​ວ່າ: ປື້​ມໜັງສື​ແມ່ນ​ສິ່ງ​ໃຫ້​ທາດ​ບຳລຸງ​ແກ່ມ​ວນມະນຸດ.

ປື້​ມໜັງສື​ແມ່ນ​ການ​ບັນທຶກ​ປະ​ຫວັດ​ສາດ​ປະຈຳ​ປີ​ຂອງ​ມວນ​ມະ​ນຸດ, ​ແມ່ນ​ການ​ສະ​ສົມ​ບົດຮຽນ​ອຸດົມສົມບູນ​ຈົນ​ນັບ​ບໍ່​ຖ້ວນ​ຂອງ​ມວນ​ມະນຸດ, ​ແລະ​ໄດ້​ຮັກສາ​ໄວ້​ໃນ​ຖານ​ເປັນ​ຊັບ​ສົມບັດ​ຂອງ​ມວນ​ມະນຸດ, ປື້​ມໜັງສື​ທີ່​ດີ​ເລີດ​ແມ່ນ​ນ້ຳນົມ​ອັນ​ປະ​ເສີດ​ທີ່ຫຼໍ່ລ້ຽງ​ບຸກຄົນ​ຜູ້​ມີ​ພູມ​ປັນຍາ​ດີ​ເດັ່ນ​, ຮັບ​ໃຊ້​ການ​ພັດທະນາ​ຂອງ​ມວນ​ມະນຸດ, ກໍ່​ຄື່ານມັກ​ຊິ​ມ ກອກ​ກີ ນັກ​ວັນນະຄະດີ​ຜູ້​ມີ​ຊື່ສ​ຽງຂອງຣັດ​ເຊຍ​ເວົ້າ​ວ່າ: ປື້​ມໜັງສື​ແມ່ນ​ຂັ້ນ​ໃດ​ແຫ່ງ​ການ​ກ້າວໜ້າ​ຂອງ​ມວນ​ມະນຸດ.

ອ່ານ​ປື້​ມ​ເຮັດ​ໃຫ້​ຄົນ​ກ້າວໜ້າ, ອຸດົມ​ໄປ​ດ້ວຍ​ສະຕິ​ປັນຍາ, ​ແຕ່​ອ່ານ​ປື້​ມກໍ່​ຕ້ອງ​ມີ​ວິທີ. ສັງຄົມ​ມະນຸດ​ວິວັດ​ທັດ​ທະ​ນາມາ​ຮອດ​ປະ​ຈຸ​ບັນ, ​ໄດ້​ມີ​ປື້​ມໜັງສືຫຼາຍຈົນ​ນັບ​ບໍ່​ຖ້ວນ, ຄົນ​ຜູ້​ໜຶ່ງ​ໃຊ້​ຊີວິດ​ທັງ​ໝົດ​ອ່ານ​ໄດ້​ແຕ່​ສ່ວນ​ນ້ອຍໆ​ທໍ່​ນັ້ນ, ສະ​ນັ້ນ, ອ່ານປື້​ມຕ້ອງ​ເລືອກ​ອ່ານ. ກ່ອນ​ອື່ນ, ຄວນ​ເລືອກ​ອ່ານ​ປື້​ມທີ່​ນຳ​ເອົາ​ຄວາມ​ມ່ວນ​ຊື່ນ​ມາ​ໃຫ້​ຕົວ​ເອງ, ອ່ານ​ປື້​ມທີ່​ໃຫ້​ຄວາມ​ມ່ວນ​ຊື່ນ​ແກ່​ຕົນ, ການ​ອື່ານປື້​ມຈຶ່ງ​ເປັນ​ເລື່ອງ​ມ່ວນ​ຊື່ນ, ​ແລະ​ຈຶ່ງ​ສາມາດ​ເຮັດ​ໃຫ້​ພວກ​ເຮົາ​ໄດ້​ຮັບ​ສິ່ງ​ທີ່​ເປັນ​ປະ​ໂຫຍ​ດຢ່າງ​ແທ້​ຈິງ​ຈາກ​ປື້​ມອ່ານ. ສອງ, ຕ້ອງ​ເລືອກ​ອ່ານ​ປື້​ມທີ່​ເໝາະ​ກັບ​ຕົນ​ເອງ, ບົດ​ນິພົນ​ທີ່​ມີ​ຊື່​ລື​ນາມ​ທີ່​ຄົນ​ທັງຫຼາຍຍ້ອງຍໍ​ນັ້ນ​ບໍ່​ແນ່​ວ່າ​ຈະ​ເໝາະ​ສຳລັບ​ເຈົ້າ​ເອງ, ຕ້ອງ​ເລືອກ​​ເອົາ​ປື້​ມທີ່​ເໝາະ​ກັບ​ອົງ​ປະກອບ​ຄວາມ​ຮູ້​ແລະ​ລະດັບ​ຄວາມ​ເຂົ້າ​ໃຈ​ຂອງ​ຕົນ​ເອງ, ນີ້​ກໍ່​ຄື​ກັບ​ການ​ຂະຫຍາຍຕົວ​ຂອງ​ແມ່​ນ້ຳ, ຕອນ​ຢູ່​ຍ່ານ​ເໜືອ, ມັນ​ຍ່ອມ​ເປັນ​ສາຍ​ນ້ຳ​ນ້ອຍໆ, ​ແຕ່​ເມື່ອ​ຮອດ​ຍ່ານ​ກາງ​ແລະ​ຍ່ານ​ໃຕ້​ແລ້ວ​ດ ມັນ​ຈະ​ກວ້າງ​ອອກ​ປັນ​ຈຸ​ໄດ້ຫຼາຍສິ່ງຫຼາຍຢ່າງ​ກວ່າ. ນອກ​ນີ້, ຈຸດ​ໜຶ່ງ​ທີ່​ສຳຄັນຫຼາຍ​ແມ່ນ: ຕ້ອງ​ເລືອກ​ເອົາ​ປື້​ມດີ​ທີ່​ມີ​ລັກສະນະ​ຄຳ​ພີ, ອ່ານ​ປື້​ມໜ້ອຍຫຼືຫຼາຍປານ​ໃດ​ບໍ່​ໄດ້​ພິສູດ​ຫຍັງ​ໝົດ, ​ມີ​ແຕ່​ປື້ມດີໆ​ທີ່​ໄດ້​ບັນທຶກ​ແນວ​ຄິດ​ອັນ​ດີ​ເລີດຂອງມວນ​ມະນຸດ​ເຫຼົ່ານັ້ນ, ຈຶ່ງ​ສາມ​າດ​ເຮັດ​ໃຫ້​ຄົນ​ກ້າ​ວໜ້າ, ປື້​ມທີ່​ບໍ່​ດີ​ບໍ່ພຽງ​ແຕ່ບໍ່​ສາມາດ​ເຮັດ​ໃຫ້​ຄົນ​ສະຫຼາດຮູ້​ເຫດ​ຮູ້​ຜົນ, ບາງ​ເທື່ອ, ຍັງ​ອາດ​ຈະ​ພາ​ໃຫ້​ໄດ້ຜົນ​ກົງ​ການ​ຂ້າມ​ອີກ​ຊ້ຳ.

ຄ່ຳ​ວ່າ​ໃຫ້ "ອ່ານ​ປື້​ມໝື່ນ​ເຫຼັ້ມ" ​ແມ່ນ​ຄຳ​ເຕືອນ​ໃຫ້​ຄົນ​ທັງຫຼາຍອ່ານ​ປື້​ມ​ໃຫ້ຫຼາຍ, ສ່ວນ​ຄຳ​ວ່າ "ຍ່າງທາງ​ໝື່ນ​ລີ້" ກໍ່​ແມ່ນ​ໃຫ້​ໄປ​ທ່ຽວຊົມຫຼາຍໆ​ບ່ອນ, ນີ້​ແມ່ນ​ສອງ​ດ້ານ​ທີ່​ຂາດ​ດ້ານ​ໃດ​ກໍ​ບໍ່​ໄດ້​ໃນ​ການສະ​ແຫວ​ງຫາ​ຄວາມ​ຮູ້. ພຽງ​ແຕ່​ອ່ານ​ປື້​ມ​ແມ່ນ​ບໍ່ພໍ​ເທື່ອ, ຍັງ​ຕ້ອງ​ດຳລົງ​ຊີວິດ​ຢ່າງຕັ້ງໜ້າ​ດ ​ເປີດ​ຫູ​ເປີດ​ຕາ, ​ເພີ່ມ​ຄວາມ​ຮູ້​ເຫັນ​, ຮໍ່າຮຽນ​ໃນ​ຊີວິດ​ການ​ເປັນ​ຢູ່. ຊີວິດ​ກໍ່​ແມ່ນ​ພຶດຕິ​ກຳ, ​ເອົາ​ສິ່ງ​ຮຽນ​ຮູ້​ຈາກ​ປື້​ມ​ໃຊ້​ເຂົ້າ​ໃນ​ພຶດຕິ​ກຳ, ສາມາດ​ພິສູດ​ຄວາມ​ຮູ້​ທີ່​ຮຽນ​ໄດ້​ຈາກ​ປື້​ມ, ພ້ອມ​ກັນ​ນັ້ນ, ກໍ​ເອົາ​ຄວາມ​ຮູ້​ທີ່​ຮຽນ​ໄດ້ຈາກ​ປື້ມອ່ານ​ມາ​ພິຈາລະ​ນາ​ການ​ປ່ຽນ​ແປງ​ແລະ​ມູນ​ເຫດ​ຂອງ​ເລື່ອງ​ລາວ, ປັບ​ຕົນ​ເອງ​ເລື້​ອຍໆ, ຄ່ອຍໆ​ກາຍ​ເປັນ​ໂລກະ​ທັດ​ຂອງ​ຕົນ​ເອງ, ມີ​ແຕ່​ຜູ້​ທີ່​ໄດ້​ພຽບພ້ອມ​ໄປ​ດ້ວຍ​ຄວາມ​ຮູ້​ອັນ​ພຽງພໍ​ແລະ​ປະສົບ​ການ​ອຸດົມສົມບູນ​ທໍ່​ນັ້ນ, ຈຶ່ງ​ຈະ​ມີ​ສາຍຕາ​ອັນ​ກວ້າງຂວາງ, ​ເປັນ​ຄົນ​ໃຈກວ້າງ. ​ເມື່ອ​ມີ​ພື້ນ​ຖານ​ແບບ​ນີ້​ແລ້ວ, ກໍ​ເອົາ​ຄວາມ​ຮູ້​ແລະ​ທິດ​ສະ​ດີ​ທີ່​ຮຽນ​ມາ​ໄດ້​ໃຈ​ຊີວິດ​ນັ້ນ​ໄປ​ໃຊ້​ເຂົ້າ​ໃນ​ພຶດຕິ​ກຳ, ​ແນ່ນອນ​ຍ່ອມ​ສາມາດ​ປະກອບສ່ວນ​ອັນ​​ໃຫຍ່ຫຼວງ​ໃຫ້​ແກ່​ສັງຄົມ, ພ້ອມ​ທັງ​ບັນລຸ​ຄຸນຄ່າ​ຂອງ​ຕົນ​ແລະ​ໄດ້​ຮັບ​ຜົນງານ​ຢ່າງ​ໃດ​ຢ່າງ​ໜຶ່ງ.

ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ​ໃນ​ລາຍການ​ພາກ​ນີ້, ພວກ​ເຮົາ​ໄດ້​ລົມ​ເລື່ອງ "ອ່ານ​ປື້​ມໝື່ນ​ເຫຼັ້ມ​ແລະ​ເດີນທາງ​ໝື່ນ​ລີ້", ຫວັງ​ວ່າ, ຄົງ​ຈະ​ມີ​ການ​ຊີ້​ແນະ​ແງະ​ໄງ້​ເປີດ​ຊ່ອງ​ແນວ​ຄິດ​ໃຫ້​ແກ່​ທ່ານ​ບໍ່ຫຼາຍກໍ່​ໜ້ອຍ!