ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-09 10:58:24    
4 ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ຈະ​ຈັດ​ການ​ພົບ​ປະ​ຂັ້ນ​ສູງ ຝ່າຍ​ປາ​ເລັສ​ຕີນ​ຍິນ​ດີ​ສົນ​ທະ​ນາ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 8 ພຶດສະພາ,ທ່ານ​ດູ​ຈາຣິກ ​ໂຄສົກ​ສະຫະ​ປະຊາ​ຊາດ​ເວົ້າ​ຕໍ່​ສື່​ມວນ​ຊົນ​ວ່າ,ຕອນ​ເຊົ້າ​ວັນ​ທີ 9 ພຶດສະພາ,4 ຝ່າຍ​ທີ່​ກ່ຽວຂ້ອງ​ຂອງ​ບັນຫາ​ຕາ​ເວັນ​ອອກ​ກາງ(ຄື​ສະຫະ​ປະຊາ​ຊາດ ອາ​ເມ​ລິ​ກາ ສະຫະ​ພາບ​ເອີ​ລົບ​ແລະຣັດ​ເຊຍ)ຈະ​ຈັດການ​ພົບ​ປະຂັ້ນ​ສູງ​ຢູ່ສຳ​ນັກ​ງານ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່ນິວ​ຢອກ,ຫາລື​ສະຖານະ​ການຫຼ້າ​ສຸດ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ.

ທ່ານ​ດູ​ຈາຣິກເວົ້າ​ວ່າ,ຜູ້​ທີ່​ເຂົ້າ​ຮ່ວມ​ການ​ພົບ​ປະຂັ້ນສູງ​ນັ້ນ,ນອກຈາກ​ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ແລ້ວ,ຍັງ​ມີ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ເອຢິບ ອາ​ລາ​ບີ​ຊາ​ອູ​ດິດ​ແລະ​ຊອກດາ​ນີ.ຕອນ​ບ່າຍ​ມື້​ດຽວ​ກັນ,4 ຝ່າຍ​ທີ່​ກ່ຽວຂ້ອງ​ຂອງ​ບັນຫາ​ຕາ​ເວັນ​ອອກ​ກາງ​ຍັງ​ຈະ​ພົບ​ປະ​ສອງຕໍ່​ສອງ​ຢູ່​ຫ້ອງການ​​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ.

ຕາມ​​ໄດ້​ຊາບ,ຈຸດ​ໜັກ​ຂອງການ​ພົບ​ປະລະ​ຫວ່າງ 4 ຝ່າຍ​ທີ່​ກ່ຽວຂ້ອງ​ຂອງ​ບັນຫາ​ຕາ​ເວັນ​ອອກກາງ​ເທື່ອ​ນີ້​ແມ່ນ​ຫາລື​ຂະ​ບວນວິວັດ​ສັນຕິພາບ​ທີ່​ຕົກ​ຢູ່​ໃນ​ສະພາບ​ຢຸດ​ສະຫງັກ​ລະຫວ່າງ​ປາ​ເລັສຕີນ​​ແລະ​ອິສຣາ​ແອນ​​ແຕ່​ອົງການ​ຮາ​ມັດສ໌​ໄດ້​ຂຶ້ນ​ຄອງ​ອຳນາດ​​ໃນ​ທ້າຍ​ເດືອນ​ມີນາປີ​ນີ້​ເປັນ​ຕົ້ນ​ມາ,​ແລະ​ສະ​ແຫວ​ງຫາ​ວິທີ​ໃໝ່​ເພື່ອ​​ໃຫ້ການ​ຊ່ອຍ​ເຫຼືອດ້ານການ​ເງິນ​ແກ່​ລັດຖະບານ​ປົກຄອງ​ຕົນ​ເອງຂອງປາ​ເລັສຕີນ​ເປັນ​ຕົ້ນ.

ມື້​ດຽວ​ກັນ,ເຈົ້າ​ໜ້າ​ທີ່​ຂອງ​ລັດຖະບານ​ປົກຄອງ​ຕົນ​ເອງ​ຂອງ​ປາ​​ເລັສຕີນ​ເວົ້າ​ວ່າ,ຝ່າຍ​ປາ​ເລັສຕີນ​ຍິນດີ​ສົນ​ທະນາກັບ 4 ຝ່າຍ​ທີ່​ກ່ຽວຂ້ອງ​ຂອງ​ບັນຫາ​ຕາ​ເວັນ​ອອກ​ກາງຢ່າງບໍ່​ມີ​​ເງື່ອນ​ໄຂ.