ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-09 14:22:52    
ບົດຮຽນ​​ເລັກນ້ອຍ​ໃນ​ການ​ຂົ້ວ​ອາ​ຫານ​ປະ​ເພດ​ຊີ້ນ

cri

ໜຶ່ງ ກ່ອນ​ຈະ​ຈືນ​ປາ​ແລະ​ຊີ້ນ, ຕ້ອງ​ໃຊ້​ໄຟ​ແຮງ​ໃຫ້​ໝໍ້​ຮ້ອນ​ຂຶ້ນ ​ໃຫ້​ນ້ຳມັນ​ລະ​ບາຍ​ກ່ອນ, ​ແລ້ວ​ຈຶ່ງ​​ໃສ່ປາ​ແລະ​ຊີ້ນ​ລົງ​ໄປ, ​ຫຼັງຈາກ​ຈືນ​ໃຫ້​ສອງ​ເບື້ອງ​ເປັນ​ສີ​ເຫຼືອງ​ແລ້ວ ຜ່ອນ​ໄຟ​ອ່ອນ​ແລ້ວ​ຈືນ​ຕໍ່. ປາ​ແລະ​ຊີ້ນ​ທີ່​ຈືນ​​ແບບ​ນີ້​ຈະ​ຫອມ​ກວ່າ.

ສອງ ນ້ຳ​ຟົດ​ແລ້ວ​ຈຶ່ງ​ໃສ່​ຊີ້ນ​ລົງ​ໄປ, ຊີ້ນ​ທີ່​ຕົ້ມຄື​ແນວ​ນີ້​ມີ​ລົດ​ຊາດ​ດີ, ​ແຕ່​ລົດແກງ​ຈະ​ບໍ່​ແຊບ​ປານ​ໃດ; ຕົ້ມຊີ້ນ​ຕ່ອນ​ໃຫຍ່ຈະ​ມີ​ລົດ​ຊາດ​ແຊບ​ກວ່າ​ຕົ້ມຊີ້ນ​ຕ່ອນ​ນ້ອຍ.

ເຮັດແກງແລະຕຸ໋ນຊີ້ນໃຊ້ໄຟອ່ອນດີກວ່າ. ​ເມື່ອ​ຕົ້ມຟົດ​ແລ້ວ ມັກ​ຈະ​ມີ​ຝອດ, ຖ້າ​ຝອດ​ເຫຼົ່ານີ້​ຕັກ​ອອກ​ຍາກ, ສາມາດ​ເພີ່ມ​ນ້ຳ​ເຢັນ​ໜ້ອຍ​ໜຶ່ງ​ໃສ່​ແກງ, ຝອດ​ກໍ່​ຈະ​ຟູ​ຂຶ້ນ​ໜ້ານ້ຳ​ແກງ​ແລະ​ຕັກອອກ​ໄດ້​ງ່າຍ.

​ເວລາ​ຕົ້ມ​ແກງ​ຊີ້ນ ຖ້າ​ໃສ່​ໃສ່​ຫົວ​ບົ່ວ​ໃຫຍ່​ໜ້ອຍ​ໜຶ່ງ ນ້ຳແກງ​ຈະ​ປ່ຽນ​ເປັນ​ສີ​​ເຫຼືອງຄຳ.

ສາມ ຖ້າ​ໃຊ້​ເຕົາອົບ​​ໄຟຟ້າ​ມາ​ປິ້ງ​ຊີ້ນ, ຢູ່​ໃນ​ເຕົາ​ຕ້ອງ​ວາງ​ຈານ​ໃສ່​ນ້ຳ​ເຢັນ​ຈານ​ໜຶ່ງ, ອາຍ​ນ້ຳ​ຈະ​ຮັບປະກັນ​ໃຫ້​​ຊີ້ນບໍ່​ຖືກ​ປິ້ງ​ຈົນ​ແຫ້ງ. ພ້ອມ​ກັນນັ້ນ ຄວນ​ສາດ​ນ້ຳຮ້ອຍ​ຫຼື​ແກງ​ຊີ້ນ​ໃສ່​ຊີ້ນປີ້ງ, ຖ້າ​ສາດ​ນ້ຳ​ເຢັນ​ໃສ່​ຈະ​ເຮັດ​ໃຫ້​ຊີ້​ນ​ແຂງ​ຂຶ້ນ. ​ເອົາໝູ​ແຮມແຂງ​ໃສ່​ຈານ​ທີ່​ມີ​ນົມງົວ​ເຢັນ, ​ໃຊ້​ເວລາ 30 ນາທີ​ທໍ່​ນັ້ນ ໝູ​ແຮມ​ກໍ່​ຈະ​ອ່ອນ​ລົງ. ຊີ້ນ​ແຊ່​​ແຂງ​ບໍ່​ຄວນ​ແຊ່​ໃນນ້ຳ​ເພື່ອ​ ​ໃຫ້​ມັນ​ລະບາຍ, ທີ່​ຈິງ​ແລ້ວ ​ໃສ່​​ໃນ​ພາຊະນະທີ່​ມີ​ຝາ​ປະມານ 2-3 ​ຊົ່ວ​ໂມງ​ ມັນ​ກໍ່​ຈະລະບາຍ​ເອົາ​ເອງ​ແລ້ວ ທັງຍັງ​ຮັກສາ​ລົດ​ຊາດ​ເດີມ​ໄວ້​ໄດ້.

ສີ່ ​ໃນ​ເວລາ​ຕຸ໋ນ​ຊີ້ນ​ງົວ, ​ໃຫ້ຫຍິບ​ຖົງຜ້າ​ນ້ອຍຖົງ​ໜຶ່ງ​ໄວ້ ​​ເອົາ​ໃບຊາ​ໜ້ອຍ​ໜຶ່ງ​ໃສ່​​ໃນ​ຖົງ, ມັດ​ປາກ​ຖົງ​ໃຫ້​ແໜ້ນ, ​ແລ້ວ​ໃສ່​​ໃນໝໍ້​ຕຸ໋ນ​ກັບ​ຊີ້​ນງົວ, ຊີ້ນ​ງົວ​ຈະເປື່ອຍ​ງ່າຍ ທັງ​ຮັກ​ສາ​ລົດ​ຊາດ​ເດີມ​ໄວ້​ໄດ້​ອີກ​ດ້ວຍ.

ຖ້າ​​ໂຮຍຜົງ​ມູຕາດ​ໃສ່​ຊີ້ນ​ງົວ​ກ່ອນ​ແລ້ວ​ຈຶ່ງ​ຕົ້ມ, ຊີ້ນ​ງົວ​ຈະ​ສຸກ​ໄວ​. ​ແຕ່​ກ່ອນ​ຈະ​ຕົ້ມ ຄວນ​ລ້າງ​​ໃນ​ນ້ຳ​ເຢັນໃຫ້​ສະອາດ​ເສຍ​ກ່ອນ. ຖ້າ​​ໂຮຍ​ຜົງ​ມູຕາດ​ແລ້ວ​ປະ​ໄວ້​ຫຼາຍຊົ່ວ​ໂມງ​ຈຶ່ງ​ເອົາ​ໄປ​ອົບ, ຈະ​ເຮັດ​ໃຫ້​ຊີ້ນ​ງົວ​​ທັງ​ເຜັດ​ທັງ​ຫອມ.

ສຳລັບ​ຊີ້ນ​ປະ​ເພດ​ມີກິ່ນຄາວ, ​ໃນ​ເວລາ​ຕຸ໋ນ​ຊີ້ນ ​​ໃຫ້​ໃສ່​ຂີງ ຜັກ​ບົ່ວ​ຫຼື​ຫົວຜັກ​ທຽມ, ຈະ​ກຳຈັດ​ກິ່ນ​ຄາວ​ໄດ້. ຕົວຢ່າງ​ຄື ​ໃນ​ເວລາ​ຕຸ໋ນ​ຊີ້ນ​ແກະ, ​​ໃຫ້​ໃສ່​ຕ່ອນ​ຂີງ​ແລະ​ຝານ​ໝາກ​ນາວ, ລົດ​ຊາດ​ຈະ​ດີກ​ວ່າ. ຖ້າ​ໃສ່​ຖົ່ວຂຽວ​ໜ້ອຍ​ໜຶ່ງ, ຈະ​ກຳຈັດກິ່ນ​ຄາວ​ໄດ້.

​ໃນ​ເວລາ​ຂົ້ວຊີ້​ນງົວ ຊີ້ນ​ແກະຫຼືຊີ້ນ​ມັນ, ​ເພີ່ມ​ໃສ່​ໝາກ​ກະທັນ​ຫຼາຍ​ລູກ, ຊີ້ນ​ຈະ​ສຸກ​ເປື່ອຍ​ໄວ.

ກ່ອນຕົ້ມຊີ້​ນງົວ, ​ເອົາ​ໄມ້​ຄ້ອນຫຼືສັນພ້າ​ມາ​ທຸບ​ຕີ, ​ໃນ​ເວລາ​ຂົ້ວ ​ໃຫ້​ໃສ່​ນ້ຳສົ້ມ​ຈັກ 2-3 ບ່ວງ, ກໍ່​ຈະ​ສຸກ​ໄດ້​ໄວ.

​ໃນ​ເວລາຊອຍ​ຊີ້ນ​ງົວ ຄວນ​ຊອຍ​ທາງ​ຂວາງ​ລາຍ​ຊີ້ນ. ​ໃນ​ເວລາ​ຂົ້ວ ຄວນ​ໃສ່​ນ້ຳມັນ​ຫຼາຍ ​ໄຟ​ຕ້ອງແຮງ, ​ເອົາ​ຂຶ້ນ​ໃສ່​ຈານ​ໃນ​ເວລາ​ສັ້ນ, ຊີ້ນ​ງົວ​ຈຶ່ງ​ຈະ​ທັງ​ອ່ອນ​ທັງ​ຫອມ.