ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-09 14:50:42    
ຂົວ​ອາ​ກາດ​060508(ສຽງ)

cri

ວັນ​ກຳມະກອນ​ສາກົນ​ຫາ​ກໍ່​ຜ່ານ​ໄປ,​ໃນ​ຍາມ​ພັກ​ດັ່ງກ່າວ​ທ່ານ​ດີ​ໃຈ​ຫຼື​ບໍ່?ທ່ານ​ອຸລາ.ມິ່ງ​ຂວັນ​ຫາ ທີ່​ບ້ານຢູ່​ບ້ານ​ໂພນ​ສະຫວັນ​ເມືອງ​ຮຸນ​ ​ແຂວງ​ອຸດົມ​ໄຊ​​ໄດ້​ໂທລະສັບ​ມາ​ຍັງ​ພວກ​ເຮົາ,ບອກ​ພວກ​ເຮົາ​ວ່າ​ທ່ານ​ໄດ້​ຕິດຕາມ​ຮັບຟັງ​​ລາຍ​ການ​ພວກ​ເຮົາ​ໂດຍ​ຕະຫຼອດແລະ​ມັກ​ຟັງລາຍການ​ພາສາ​ລາວ​ຂອງ​ວິທະຍຸ​criພວກ​ເຮົາ,ທ່ານ​ໄດ້​ຮັບ​ຄວາມ​ຮູ້​ໃໝ່​ຈຳນວນ​ຫຼວງ​ຫຼາຍ​ຈາກ​ລາຍການ​ພວ​ກ​ເຮົາ,​ແລະ​ສອບ​ຖາມ​ລາຍ​ການ​ຕ່າງໆກ່ຽວ​ກັບ​ການເສັງ​ຄວາມ​ຮູ້"​ເຮົາ​ກັບ​ວິທະ​ຍຸ​ສາກົນ​ແຫ່ງ​ປະ​ເທ​ດຈີນ"ຈະ​ສະ​ເໜີ​ໃນ​ເວລາ​​ໃດ,ສະ​ນັ້ນ,​ໃນ​ລາຍການ​ມື້​ນີ້​ພວກ​ເຮົາ​ກໍ່​ຂໍ​ແນະ​ນຳລາຍການ​​ເສັງ​ຄວາມ​ຮູ້​ອີກ​ເທື່ອ​ໜຶ່ງ:

ວັນ​ທີ3​ທັນວາ​ປີ2006 ​ແມ່ນ​ວັນ​ລະ​ລຶກວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ65​ປີ.​ເພື່ອ​​​ເຮັດ​ໃຫ້​ເພື່ອນ​ມິດ​ຜູ້​ຟັງ​ອັນ​ໄພສານຮ້​ຈັກູວິວັດທະນາ​ການ​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໃນ65ປີ​ທີ່​ຜ່ານ​ມານັ້ນ​ຫຼາຍ​ຍິ່ງ​ຂຶ້ນ,​ແຕ່​ວັນ​7ພຶດສະ​ພາ​ເປັນ​ຕົ້ນ​ໄປ,CRIພວກ​ເຮົາ​ຈະ​ຈັດລາຍການ​ພິ​ເສດ"​ເຮົາກັບ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດຈີນ"​ດ້ວຍ​ວິທີອອກ​ອາກາດ​​ແລະ​​ເວັບ​ໄຊ,​ແລະ​​ຍັງຈັດ​ລາຍການເສັງ​ຄວາມ​ຮູ້,​ວັນ​ປິດຮັບຄຳ​ຕອບ​ຂອງ​ການ​ເສັງ​ຄວາມ​ຮູ້​ເທື່ອ​ນີ້​ແມ່ນ​ວັນ​ທີ1​ກັນຍາ​ປີ​2006,ຊົມ​ເຊີຍ​ທ່ານຕິດຕາມ​ຟັງ​ແລະ​ເຂົ້າຮ່ວມ​ການ​ເສັງ​ຄວາມ​ຮູ້.

ທ່ານ​ອຸລາ.ມິ່ງ​ຂວັນ​ຫາ​ໄດ້​ຮັບ​ລາງວັນ​ທີ3​ໃນການ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ"​ໄຕ້​ຫວັນ--​ເກາະ​ປະ​ເສີດ​ຂອງ​ຈີນ"ທີ່​ວິທະຍຸພວ​ກ​ເຮົາ​ຈັດ​ຂຶ້ນ​​ໃນ​ປີ2005,​ໃນ​​ເວລາ​ໂທລະ​ສັບ,ທ່ານ​​ໄດ້​ຂອບ​ໃຈນຳ​ພວກ​ເຮົາ​ທີ່ຝາກ​ລາງວັນ​​ໃຫ້​ທ່ານ​ເປັນ​ພິ​ເສດ,ພວກ​ເຮົາ​ກໍ່ອວຍ​ພອນ​ໃຫ້​ທ່ານ​ອຸລາ.ມິ່ງ​ຂວັນ​ຫາ​ຈົ່ງ​ໂຊກ​ດີໃນ​ການ​​ເສັງ​ຄວາມ​ຮູ້​ເທື່ອ​ນີ້,​ມ້ວນທ້າຍ​ລາຍ​ການ​ພາກ​ນີ້,ພວກ​ເຮົາ​ຂໍ​ມອບ​ເພງ​ໜຶ່ງ​ໃຫ້​ແກ່​ທ່ານ​ອຸລາ.​ມິ່ງ​ຂວັນ​ຫາ​ແລະ​ເພື່ອນ​ມິດ​ຜູ້​ຟັງ​ທີ່​ພວມ​​ຟັງ​ລາຍ​ການ​ຂອງ​ພວກ​ເຮົາ,​ເພງ​ນີ້ຊື່ວ່າ"ອີ້​ສ່ຽນນຽນ​ອີ​ໂຮ້",​​ແປ​ວ່າ"ຫຼັງ​ຈາກ​ພັນ​ປີຜ່າ​ນ​ໄປ",​ເອົາລະ,ຕໍ່​ໄປ​ພວ​ກ​ເຮົາ​ມາ​ຟັງ​ເພງ​ນີ້​ນຳ​ກັນ.