ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-09 18:05:36    
ຈີນ​ຈະ​ປະ​ຕິ​ສັງ​ຂອນ​ກຳ​ແພງ​ຍັກ

cri
ຕາມ​ຂ່າວສານ​ຊີນ​ຮວາ,​ຈີນ​ຈະ​ປະຕິ​ສັງຂອນ​ກຳ​ແພງ​ຍັກ​ໃນ​ໄວໆ​ນີ້.
 
ກຳ​ແພງ​ຍັກ​ແມ່ນ​ໜຶ່ງ​ໃນ​ສະຖາປັດຕະຍະກຳ​ທີ່​ຍິ່ງ​ໃຫຍ່​ກວ່າ​ໝູ່​ໃນ​ປະ​ຫວັດ ມະນຸດ,​ເລີ່ມ​ສ້າງ​ຂຶ້ນ​ເມື່ອ​2000​ກວ່າ​ປີ​ກ່ອນ,​ຕັ້ງ​ຢູ່​ພາກ​ເໜືອ​ຂອງ​ຈີນ,​ທິດຕາ​ເວັນ​ອອກ​ເລີ່ມ​ແຕ່​ດ່ານ​ສ່ານ​ໄຫ,​ທິດ​ຕາ​ເວັນ​ຕົກ​ຮອດ​ດ່ານ​ເຈ່ຍ​ຢູ້,​ຄົນ​ທັງ​ຫຼາຍ​ຮ້ອງ​ວ່າ​ກຳ​ແພງ​ຍາວ​ໝື່ນ​ລີ້​.

ຜູ້​ຮັບຜິດ​ຊອບ​ພະ​ແນກ​ທີ່​ກ່ຽວ​ຂ້ອງ​ຂອງ​ກົມ​ວັດ​ຖຸບູ​ຮານ​ແຫ່ງ​ຊາດ​ຈີນ​ແນະນຳ​ວ່າ,​ວຽກ​ງານ​ປະ​ຕິ​ສັງ​ຂອນ​ຈະ​ເລີ່ມ​ຈາກ​ກຳ​ແພງ​ຍັກ​ຕອນ​ດ່ານ​ສ່ານ​ໄຫ​ໃນ​ແຂວງ​ເຫີ​ເປ​ເຊິ່ງ​ເປັນ​ການ​ເລີ່ມ​ຕົ້ນຂອງ​ແຜນ​ການ​ອະນຸ​ລັກ​ກຳ​ແພງ​ຍັກ​ແບບ​ກວມ​ລວມ,​ເມື່ອ​ສະ​ສົມ​ບົດ​ຮຽນ​ແລ້ວ​ຈຶ່ງ​ຈະ​ແຜ່​ຂະ​ຫຍາຍ​ໄປ​ເທື່ອ​ລະ​ກ້າວ.

ປັດຈຸບັນ,​ກະ​ຊວງ​ການ​ເງິນ​ຈີນ​ຈະ​ຈັດ​ວາງ​ທຶນ​ຮອນ​ລາຍ​ຈຳ​ເພາະ,​ໃຊ້​ໃນ​ການ​ປະຕິ​ສັງ​ຂອນ​ກຳ​ແພງ​ຍັກ​ກວມ​ລວມ​ເພື່ອ​ຮັບປະ​ກັນ​ການ​ປະຕິ​ສັງ​ຂອນ​ກຳ​ແພງ​ເກົ່າ​ແກ່​ຂອງ​ດ່ານ​ສ່ານ​ໄຫ​ກ່ອນ​ປີ​2008,​ພາກ​ສ່ວນ​ອື່ນ​ຈະ​ເຮັດສຳ​ເລັດ​ຕາມ​ແຜນ​ການ.

ກຳ​ແພງຍັກ​ຕອນ​ດ່ານ​ສ່ານ​ໄຫ​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ກຳ​ແພງ​ຍັກ,​ເຖິງ​ວ່າ​ກຳ​ແພງ​ເກົ່າ​ແກ່​ຂອງ​ດ່ານ​ສ່າ​ນ​ໄຫ​ໄດ້​ຮັບ​ການ​ຮັກ​ສາ​ຂ້ອນ​ຂ້າງ​ຄົບ​ຖ້ວນ​ໃນ​ດ້ານ​ກວມ​ລວມ​ແລ້ວ​ກໍ​ຕາມ,​ແຕ່ກຳ​ແພງ​ພັດ​ຖືກ​ທຳ​ລາຍ​ຢ່າງ​ໜັກ​ໜ່ວງ.