ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-09 18:35:32    
ຝ່າຍ​ຈີນ​ເຫັນ​ວ່າ​ວິ​ຖີ​ທາງ​ການ​ທູດ​ແມ່ນ​ວິ​ທີ​ດີ​ທີ່​ສຸດ​ໃນ​ການ​ແກ້​ໄຂ​ບັນ​ຫາ​ນີວ​ເຄຼຍ​ຂອງ​ອີ​ຣານ

cri
ຕາມ​ຂ່າວCRI,​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ9​ພຶດ​ສະ​ພາ,​ທ່ານ​ລິວ​ຈ້ຽນ​ຊາວ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຝ່າຍ​ຈີນ​ເຫັນ​ວ່າ​ວິທີ​ດີ​ທີ່​ສຸດ​ໃນ​ການ​ແກ້​ໄຂ​ບັນ​ຫາ​ນີວ​ເຄຼຍ​ຂອງ​ອີຣານ​ແມ່ນ​ຮູບ​ການ​ທາງ​ການ​ທູດ​ແລະ​ການ​ເຈລະຈາ,​ຮູບ​ການ​ນີ້​ກໍ​ສອດ​ຄອ່ງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ.

ທ່ານ​ລິວ​ຈ້ຽນຊາວ​ກ່າວ​ວ່າ,ປະຈຸ​ບັນ,ບັນຫາ​ນີວ​ເຄຼຍ​ຂອງ​ອີ​ຣານ​ພວມ​ຢູ​ໃນ​ໄລ​ຍະ​ຫົວ​ລ້ຽວ​ຫົວ​ຕໍ່​,ຝ່າຍ​ຈີນ​ຫວັງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ສືບ​ຕໍ່​ຮັກ​ສາ​ໃຈ​ເຢັນ,​ຄວາມ​ອົດ​ທົນ​ແລະ​ຄວາມ​ອົດ​ກັ້ນ​ໄວ້,ສະ​ແດງ​ໃຫ້​ເຫັນ​ຄວາມ​ຄ່ອງ​ແຄ້ວ,​ໂດຍ​ສະ​ເພາະ​ຕ້ອງ​ຫຼີກ​ເວັ້ນ​ບໍ່​ໃຊ້​ມາດ​ຕະ​ການ​ທີ່​ພາ​ໃຫ້​ສະຖານ​ະການ​ຊຸດ​ຮ້າຍ​ລົງ,ສ້າງ​ເງື່ອນ​ໄຂອັນ​ດີງາມ​ໃຫ້​ແກ່​ການ​ຟື້ນ​ຟູ​ການ​ເຈ​ລະ​ຈາ.