ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-09 18:43:14    
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ຈະ​​ໄປ​ຢ້ຽມ​ຢາມ​6​ປະ​ເທດ ຄື ​ແມັກ​ຊິກ​ແລະ​ໂກ​ແວັດ​ເປັນ​ຕົ້ນ

cri Author: shuo
ຕາມ​ຂ່າວCRI:​ໂດຍ​ຕອບ​ສະ​ໜອງ​ຄຳ​ເຊີນ​ຂອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​6​ປະ​ເທດ ເຊັ່ນ​ແມັກ​ຊິກ ບາ​ຮາ​ມາດ ໂກ​ແວັດ ກາ​ຕາ ​ເອມີ​ລາ​ອາ​ລາບ​ແລະ​ບາ​​ແລນ,​ທ່ານ​ຫຼີ​ຈ້າວ​ຊິ່ງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈະ​ໄປ​ຢ້ຽມ​ຢາມ​6​ປະ​ເທດ​ດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ​17​ຫາ​ວັນ​ທີ​25​ພຶດ​ສະ​ພາ.

ນີ້​ແມ່ນ​ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ປະ​ກາດ​ຂ່າວ​ດັ່ງ​ກ່າວ​ຢູ່​ທີ່​ປັກ​ກິ່ງ​ໃນ​ວັນ​ທີ​9​ພຶດ​ສະ​ພາ.

ທ່າ​ນລິວ​ຈ້ຽນຊ່າວ​ຍັງ​ເຜີຍ​ໃຫ້​ຮູ້​ວ່າ,​ໃນ​ໄລຍະ​ຢ້ຽມຢາມ​ແມັກ​ຊິກ​ແລະ​ກາ​ຕາ,​ທ່ານ​ຫຼີ​ຈ້າວ​ຊິ່ງ​ຍັງ​ຈະ​​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ທີ​ສອງ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ລະ​ຫວ່າງ​​ລັດ​ຖະ​ບານ​ຈີນ​-​ແມັກ​ຊິກ​ແລະ​ກອງ​ປະຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດ​ຄັ້ງ​ທີ​5​ຂອງ​ການ​ຮ່ວມ​ມື​ແລະ​ສົນ​ທະ​ນາ​ຂອງ​ອາຊີ.