ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-09 20:56:55    
ຖ້າ​ຈີນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ມົນ​ຕີ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ​ຈະ​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ພາ​ລະ​ກິດ​ສິດ​ທິ​ມະ​ນຸດ

cri


ຕາມຂ່າວCRI,ໃນງານຊຸມນຸມນັກຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ​9​ພຶດ​ສະ​ພາ,​ທ່ານ​ລິວ​ຈ້ຽນ​ຊາວ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີ​ນກ່າວ​ວ່າ,​ຖ້າ​ຈີນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ມົນ​ຕີ​ສິດ​ທິ​ມະ​ນຸດ​ແລ້ວ​ຈະ​ມີ​ຜົນ​ດີ​ຕໍ່​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ຂອງ​ສະ​ພາ​ມົນ​ຕີ​ດັ່ງ​ກ່າວ​ຄື​ຊຸກ​ຍູ້​ແລະ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ຢູ່​ແຫ່ງ​ຕ່າງໆ​ໃນ​ໂລກ

ທ່ານ​ລິວ​ຈ້ຽນ​ຊາວ​ກ່າວ​ວ່າ,​ຍາມ​ໃດ​ລັດ​ຖະ​ບານ​ຈີນ​​ກໍໄດ້​ສຸມ​ກຳລັງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ແລະ​ປົກ​ປ້ອງ​ສິດທິ​ມະນຸດ​ແລະ​ເສລີພາບ​ພື້ນ​ຖານ​ໂດຍ​ຕະ​ຫຼອດ,​ແລະ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສົນ​ທະ​ນາ​ແລະ​ການ​ຮ່ວມ​ມື​ດ້ານ​ສິດທິ​ມະນຸດ ລະ​ຫວ່າງ​ຊາດ.​ລັດ​ຖະ​ບານ​ຈີນ​ສະ​ໜັບ​ສະ​ໜູນ​ສະ​ພາ​ມົນ​ຕີ​ສິດ​ທິ​ມະນຸດ​ຊຳລະ​ບັນ​ຫາ​ສິດ​ທິ​ມະ​ນຸດ​ດ້ວຍ​ຮູບ​ການ​ທ່ຽງ​ທຳ,​ພາ​ວະ​ວິ​ໄສ​ແລະ​ບໍ່​ຄັດ​ເຄືອກ,​ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ​ແລະ​ການ​ຮ່ວມ​ມື​ຢ່າງ​ມີ​ລັກ​ສະ​ນະ​ສ້າງ​ສັນ​ລະ​ຫວ່າງ​ອາ​ລະ​ຍະ​ທຳ,​ວັດ​ທະ​ນະ​ທຳ​ແລະ​ສາ​ສະ​ໜາ​ທີ່​ຕ່າງ​ກັນ.