ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-10 18:39:04    
ທ່ານລີ​ຈ້າວ​ຊິງ​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ຈີນ​ກ່ຽວ​ກັບ​ບັນ​ຫາ​ດາ​ຟູ

cri

ຕາມຂ່າວCRI,ວັນທີ9ພຶດສະພາ,ໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນກອງ ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກ່ຽວ​ກັບບັນຫາ​ດາ​ຟູ​ຂອງ​ສະພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ,​ທ່ານ​ລີ​ຈ້າວ​ຊິງ​ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດ​ຈີນ​ຊີ້​ອອກ​ວ່າ,​ຫວ່າງ​ມໍ່ໆ​ນີ້,ລັດ​ຖະ​ບານ​ຊູ​ດັງ​ແລະ​ຂະ​ບວນ​ການ​ປົດ​ປ່ອຍ​ຊູ​ດັງ​ໄດ້​ເຊັນ​ສັນ​ຍາ​ສັນ​ຕິ​ພາບ​ກ່ຽວ​ກັບ​ບັນ​ຫາ​ດາ​ຟູ​ຢູ່​ອາ​ບູ​ຈາ​ນະ​ຄອນ​ຫຼວງ​ນີ​ຊ​ເລຍ,​ທັງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຄົມ​ໂລກ,​ບັນ​ຫາ​ພາຍ​ໃນ​ທະ​ວີບ​ອາ​ຟິຼກ​ກາ​ສາ​ມາດ​ແກ້​ໄຂ​ໂດຍ​ອີງ​ໃສ່​ສະ​ຕິ​ປັນ​ຍາ​ຂອງ​ອາ​ຟິຼກ​ກາ,​ຮູບ​ການ​ອາ​ຟິຼກ​ກາ​ແລະ​ການ​ນຳພາ​ຂອງ​ອາ​ຟິຼກ​ກາ​ດ້ວຍ​ການ​ເຈລະຈາ​ທາງ​ການ​ເມືອງ​.

ທ່ານ​ລີ​ຈ້າວ​ຊິງ​ກ່າວ​​ເນັ້ນ​ວ່າ,ຈຸດປະສົງ​ພຽງ​ໜຶ່ງ​ດຽວຂອງ​ສະ​ຫະປະຊາ​ຊາດ​ທີ່​ຈັດ​ວາງ​ກອງ​ທະຫານ​ຮັກສາ​ສັນຕິພາບ​ຢູ່​ເຂດ​ດາ​ຟູ​ແມ່ນ​ເພື່ອ​ຊ່ອຍ​ລັດ​ຖະ​ບານ​ຊູ​ດັງ​ແລະ​ບັນດາ​ຝ່າຍ​ຢູ່​ເຂດ​ດາ​ຟູ​ປະຕິບັດຕາມ​ສັນຍາ​ສັນຕິພາບ​ອາ​ບູຈາ,ສະ​ນັ້ນ,​ການ​ໄດ້​ຮັບ​ຄວາມ​ເຫັນ​ດີ​ແລະ​ການ​ຮ່ວມ​ມື​ຈາກ​ລັດຖະບານ​ຊູ​ດັງ​ແມ່ນ​ປະຖົມ​ປັດ​ໄຈ​ຂອງ​ການຈັດ​ວາງ​ກອງ​ທະ​ຫານ.