ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-10 19:46:15    
ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ການ​ຕ້ານ​ການ​ຕົວະ​ເອົາ​ແລະ​ຄ້າ​ຂາຍ​ຄົນ​ຈັດ​ຂຶ້ນ​ຢູ່​ພະ​ນົມ​ເປັນ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ10​ພຶດສະພາ,ກອງ​ປະຊຸມ​ເຈົ້າໜ້າ​ທີ່​ອາ​ວຸ​ໂສ​ຄັ້ງ​ທີ​4​ທີ່​ກ່ຽວ​ກັບ​ການ​ຕ້ານ​ການ​ຕົວະ​ເອົາ​ແລະ​ຄ້າ​ຂາຍ​ຄົນ​ຂອງ​ມະ​ຫາ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ໄດ້​ໄຂ​ຂຶ້ນ​ຢູ່​ທີ່​ພະ​ນົມ​ເປັນ ນະ​ຄອນ​ຫຼວງ​ກຳ​ປູ​ເຈຍ.​ໃນ​ເວລາ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ,​ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ແລະ​ຜູ້​ປະ​ສານ​ງານ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ກຳ​ປູ​ເຈຍ​ລ້ວນ​ແຕ່​ກ່າວ​ວ່າ,​ຈະ​ສືບ​ຕໍ່​ໃຊ້​ມາດ​ຕະ​ການ​ອັນ​ຕັ້ງ​ໜ້າ,​ເພີ່ມ​ທະ​ວີ​ການ​ຮ່ວມ​ມື,​ສະ​ກັດ​ກັ້ນ​ການ​ກະ​ທຳ​ທີ່​ຕົວະ​ເອົາ​ແລະ​ຄ້າ​ຂາຍ​ຄົນ​ນັ້ນ​ຢ່າງ​ບັງ​ເກີດ​ຜົນ.

​ໃນ​ພິທີ​ໄຂ​ກອງ​ປະຊຸມ,ທ່ານ​ຊາ ​ເຄັງ ຮອງ​ນາຍົກລັດຖະ​ມົນ​ຕີ ທັງ​ເປັນ​ລັດຖະມົນ​ຕີ​ກະ​ຊວງ​ພາຍ​ໃນ​ຂອງ​ກຳ​ປູ​ເຈຍ​ກ່າວ​ວ່າ,​ໜ້າ​ທີ່​ອັນ​ດັບ​ໜຶ່ງ​ໃນ​ພາຍ​ໜ້າ​ຂອງ​ປະ​ເທດ​ພາ​ຄີ​ມະ ຫາ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳຂ​ອງ​ໃນ​ການ​ໂຈມ​ຕີ​ການ​ຕົວະ​ເອົາ​ແລະ​ຄ້າ​ຂາຍ​ຄົນ​​ແມ່ນ​ສ້າງ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ​ທີ່​ແໜ້ນ​ແຟ້ນ​ກວ່າ​ເກົ່າ,​ຮັບ​ປະ​ກັນ​ໃຫ້​ໄດ້​ຮັບ​ຊັບ​ພະ​ຍາ​ກອນ​ມະ​ນຸດ ​ເງິນ​ທຶນ​ແລະ​ເຕັກ​ນິກ​ຢ່າງ​ພຽງ​ພໍ.

​ໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ,ທ່ານ​ຈ່າງ​ລີ​ມີ​ງ ຫົວ​ໜ້າ​ຄະນະ​ຜູ້​ແທນ​ຈີນ​ກ່າວ​ວ່າ,​ລັດ​ຖະ​ບານ​ຈີນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ໂຄງ​ການ​ຕ້ານ​ການ​ຕົວະ​ເອົາ​​ແລະ​ຄ້າ​ຂາຍ​ຄົນ​ຂອງ​ມະ ຫາ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ,​ເພີ່​ມທະວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ,​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ປົກ​ປ້ອງ​ສິດຜົນ​ປະ​ໂຫຍ​ດອັນ​ຊອບ​ກົດ​ໝາຍ​ຂອງ​ແມ່​ແລະ​ເດັກ​ຂອງ​ມະ​ຫາ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ.

ຜູ້​ແທນຂອງ6​ປະ​ເທດ​ພາຄີ ​ເຊັ່ນ ກຳປູ​ເຈຍ ຈີນ ລາວ​ ຫວຽດນາມ ​ໄທ​ແລະ​ມຽນມາ​ ​ເອກ​ອັກຄະ​ລັດຖະທູດ​ຂອງປະ​ເທດ​ທີ່ກ່ຽວຂ້ອງ​ປະຈຳກຳ​ປູ​ເຈຍ ພ້ອມ​ດ້ວຍ​ຜູ້​ປະສານ​ງານ​ຂອງ​ສະຫະ​ປະຊາ​ຊາດ​ປະຈຳ​ກຳປູ​ເຈຍ300ກວ່າຄົນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມຄັ້ງ​ນີ້.