ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-11 09:27:32    
ສອດຊ່ອງເບິ່ງມະຫາສະໝຸດທັງ 4

cri

    ທະ​ເລ​ແລະ​ມະຫາ​ສະໝຸດ​ເປັນ ​"ອານາຈັກ​ແຫ່ງ​ນຳ້".  ມັນ​ຈັ່ງ​ແມ່ນ​ກວ້າງ​
ໃຫຍ່​ໄພສານ​ຈົນ​ເຮັດ​ໃຫ້​ຄົນ​ຕື່ນ​ຕົກ​ໃຈ​ແທ້​ໆ​ໄດ! ​ເນື້ອ​ທີ່​ຂອງ​ມັນ​ກວ້າງ​ຕັ້ງ 361
ລ້ານ3​ແສນກີ​ໂລ​ແມັດມົນທົນ,ກວມ​ເນື້ອ​ທີ່​ໜ່ວຍ​ໂລກ​ທັງ​ໝົດ70,92%. ຄົນ​ທັງ
ຫຼາຍ​ໄດ້​ອີງຕາມ​ຈຸດ​ພິ​ເສດ​ຂອງ​ມະຫາ​ສະ​ໝຸດທີ່​ຢາຍ​ກັນ​ຢູ່​ໃນ​ໂລກ, ຈິ່ງ​ໄດ້​ແບ່ງ
​ເປັນ​ 4 ມະຫາ​ສະໝຸດ​ໃນ​ທົ່ວ​ໂລກ,ຄືມະຫາ​ສະໝຸດ​ປາຊີຟິກ,ມະຫາສະໝຸດອັດ
ລັງຕິກ,ມະຫາ​ສະໝຸ​ດ​ອິນ​ເດຍ​ແລະ​ມະຫາ​ສະໝຸດ​ອາກຕິກ. 
 

​ໃນ​ຈຳນວນ 4​ມະຫາ​ສະໝຸດ​ຂອງ​ໂລກ​ນັ້ນ,ມະຫາ​ສະໝຸດປາຊີ​ຟິກ​ແມ່ນ​ໃຫຍ່​
ກວ່າ​ໝູ່. ມີ​ເນື້ອ​ທີ່​ປະມານ179​ລ້ານ6​​ແສນ8​ໝື່ນ​ກີ​ໂລກ​ແມັດ​ມົນທົນ. ​ເກືອບ​ກວມ​
ເອົາ​ເຄິ່ງໜຶ່ງ​ຂອງ​ເນື້ອ​ທີ່​ ມະຫາ​ສະໝຸດ​ທັງ​ໝົດ​ໃນ​ທົ່ວ​ໂລກ,​ ແລະ​ທໍ່​ກັນ​ກັບ​ເນື້ືອທີ່​
ທັງ​ໝົດ​ຂອງ 3​ ມະຫາ​ສະໝຸດອື່ນໆ, ບໍ່​ໜຳ,ມັນ​ຍັງ​ກວ້າງ​ກວ່າ​​ເນື້ອທີ່​ທັງ​ໝົດ​ຂອງ​
ແຜ່ນ​ດິນ​ທົ່ວ​ໜ່ວຍ​ໂລກ​ເຖິງ 1/5. ມະຫາ​ສະໝຸດ​ປາຊີ​ຟິກຍັງ​ເປັນ​ມະຫາ​ສະໝຸດ​ທີ່​
ເລິ​ກ​ກວ່າ​ໝູ່​ໃນ​ໂລກ. ​ເຊິ່ງມີ​ຄວາມ​ເລິກ​ສະ​ເລ່ຍປະມານ4​ພັນ​ແມັດ,ບ່ອນ​ເລິກກ​ວ່າ​
ໝູ່​​ແມ່ນ​ໂສກ​ທະ​ເລ​ມາລີ​ອານ​ນາ​ຢູ່​ພາ​ກກາງ​ ແລະ​ ພາກ​ຕາ​ເວັນ​ຕົກ​ຂອງ​ມະຫາ​ສະ​
ໝຸດປາຊີ​ຟິກ​ເຊິ່ງ​​ເລິກເຖິງ 11034 ​ແມັດ, ອັນ​ເປັນ​ຈຸດ​ເລິກ​ກວ່າ​ກໝູ່​ ໃນ​ໝູ່​ທະ​ເລ​
ແລະ​ມະຫາ​ສະໝຸດ​ທົ່ວ​ໂລກ ​ທີ່​ຄົນ​​ເຮົາ​​ໄດ້​ຮູ້​ແລ້ວ​ໃນ​ປະຈຸບັນ. ​ເກາະດອນ​ກາງ​ມະ
ຫາ​ສະໝຸດ​ດປາຊີ​ຟິກກໍຫຼາກຫຼາຍພາຍ​ມາກ,​ແປ​ວ່າ, ຈຳນວນ​ເກາະ​ກາງ​ນຳ້ຂອງ​ມັນ
​ແມ່ນ​ມຫຼາຍກວ່າໝູ່​ຢູ່​ໃນ​ໂລກ.ນັບ​ທັງ​ເກາະ​ໃຫຍ່​ເກາະ​ນ້ອຍ​ເຂົ້າກັນ​ກໍ​ມີ​ຕັ້ງ​ 1 ໝື່ນ
ເກາະ. ມະຫາ​ສະໝຸດ​ປາຊີ​ຟິກຍັງ​ເປັນ​ມະຫາ​ສະໝຸດທີ່​ມີ​ຫີນ​ປະ​ກາ​ລັງ​ຢາຍ​ຢູ່​ຫຼາຍ
ກວ່າ​ກໝູ່​ແລະ​ກວ້າງ​ກວ່າ​ໝູ່​. ໃນນັ້ນ, ຫີນ​ປະ​ກາ​ລັງ​ໃຫຍ່​ຢູ່​ແຄມ​ຝັ່ງ​ທະ​ເລ​ຕາ​ເວັນ​
ອອກສຽງ​ເໜືອ​ຂອງ​ແຜ່ນ​ດິນ​ໃຫຍ່​ອົສຕະລາ​ລີ​ມີ​ຄວາມ​ຍາວ​ທັງ​ໝົດ​ຕັ້ງ 2000​ກວ່າ​
ກີ​ໂລ​ແມັດ,​ເປັນ​ໝູ່​ຫີິນປະ​ກາ​ລັງ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ກໝູ່ໃນ​ໂລກ.ມະຫາ​ສະໝຸດ​
ປາຊີ​ຟິກຄ້າຍຄື​ກັບ​ຮູ​ບໜ່ວຍ​ໄຂ່,ຈຸດ​ໃຈກາງ​ຂອງ​ມັນ​ຢຸູ່ມໍ່​ກັບ​ໝູ່​ເກາະລີ​ແນນ ທີ່​ຢູ່​ທິດ​
ໃຕ້​ຂອງ​ໝູ່​ເກາະ​ຮາ​ວາຍ,.ມະຫາສະໝຸດ​ປາຊີ​ຟິກ​ເປັນ​​ເຂດ​ທີ່​ມີ​ແຜ່ນດິນ​ໄຫວ​ແລະ​ພູ​
ໄຟ​ເກີດ​ຂຶ້ນ​ ຢ່າງ​ເນື່ອງນິດ​ກວ່າ​ໝູ່​ໃນ​ໂລກ.  ພູໄຟ​ທີ່​ພຸ່ງຂຶ້ນ​ເລື້ອຍໆ 60%​ ແລະ
​ແຜ່ນດິນ​ໄຫວ​ທີ່​ໄຫວ​ເລື້ອຍໆ 80%​ໃນ​ທົ່ວ​ໂລກ​ແມ່ນ​ເຕົ້າ​ໂຮມ​ກັນ​ຢູ່​ເຂດ​ມະຫາສະ
ໝຸດ​ປາຊີ​ຟິກຈົນ​ມີ​ຊື່​ມາ​ວ່າ,"ວົງ​ໄຟ​ມະຫາ​ສະໝຸດ​ປາຊີ​ຟິກ".
 

ມະຫາ​ສະໝຸດ​ທີ່​ຕັ້ງ​ຢູ່​ລະຫວ່າງ​ທະວີບ​ເອີ​ລົບ,ທະວີບອາ​ຟິຼກກາ,ທະວີ​ອາ​ເມ
ລິກາ​ໃຕ້,ທະວີ​ອາ​ເມລິ​ກາ​ເໜືອ ​ແລະ​ທະວີບ​ຂົ້ວ​ໂລກ​ໃຕ້​ນັ້ນ​ເອີ້​ນວ່າ​ມະຫາ​ສະໝຸດ​
ອັດລັງ​ຕິກ. ຮູບ​ຂອງ​ມັນ​ຄ້າຍຄື​ຕົວ"S"​ຂອງ​ຕົວ​ໜັງສື​ລາ​ຕິນ, ມີ​ເນື້ອ​ທີ່​ທັງ​ໝົດ 93
​ລ້ານ 3​​ ແສນ 6​ ໝື່ນ​ກີ​ໂລກ​​ແມັດມົນທົນ​ເຊິ່ງ​ເທົ່າ​ກັບ​ປະມານ​ເຄິ່ງໜຶ່ງ​ຂອງ​ເນື້ອ​
ທີ່​ມະ​ຫາສະໝຸດປາຊີ​ຟິ,​ແລະ​ເປັນ​ມະຫາ​ສະໝຸດ​ໃຫຍ່​ທີ 2 ​ໃນ​ໂລກ. 
 

ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ມະຫາ​ສະໝຸດ​ອັດ​ລັງ​ຕິກ​ມີ​ເຂດ​ທະ​ເລ​ແຫ່ງ​ໜຶ່ງ​ຊື່ວ່າ​
ເປີ​ມູດາ, ​ເຊີ່ງ​ເປັນ​ບ່ອນທີ່​ມັກ​ເກີດ​ເຫດ​ເທິງທະ​ເລ​ຢ່າງ​ເນື່ອງນິດ​ໃນ​ປະຫວັດສາດ.
ມັນ​ມີ​ຊື່ແຝງ​ຫຼາຍ​ແນວ ​ທີ່​ເຮັດ​ໃຫ້​ຄົນ​ຟັງ​ແລ້ວ​ພາກັນ​ຢ້ານຈົນ​ຂົນ​ຫົວ​ລຸກ,  ​ເຊັ່ນ,
"​ເຂດ​ສາມຫຼ່ຽມ​ຜີ​ຍ່າ​ວາຍ","​ເຂດ​ສາມ​ຫຼ່ຽມມໍລະນະ​" ​ແລະ "ປ່າຊ້າ​ເລິກ​ລັບ"​ເຫຼົ່າ​ນີ້​
ເປັນ​ຕົ້ນ. ກ່ຽວ​ກັບ​ຄວາມ​ເລິກ​ລັບຂອງ​ມັນ, ກໍ​ເປັນ​ຄຳ​ປິດ​ສະໜາ​ທີ່​ຄົນ​ທັງຫຼາຍ​ໄດ້
ຊອກ​ຄົ້ນ​ຫາ​ຄຳ​ຕອບ​ມາ​ຫຼາຍຮ້ອຍ​ປີ​ແລ້ວ, ແຕ່​ມາ​ຮອດ​ດຽວນີ້​ກໍ​ຍັງບໍ່​ທັນ​ມີ​ໃຜ​ແກ້​
ຖືກ​ເທື່ອ.
 

ຊັບພະຍາກອນ​ທາງ​ທະ​ເລ​ຂອງ​ມະຫາ​ສະໝຸດ​ອັດລັງ​ຕິກ​ແມ່ນ​ອຸດົມສົມບູນ
​ທີ່​ສຸດ.ນີວ​ແຟນລັງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ແລະ​ເຂດ​ທະ​ເລ​ເໜືອ​ຢູ່​ພາກ​ຕາ​ເວັນ​
ອອກສຽງ​ເໜືອ​ຂອງ​ມະຫາ​ສະໝຸດ​ອັດ​ລັງ​ຕິກ​ແມ່ນ​ແຫຼ່ງຫາ​ປາ​ທີ່​ມີ​ທື່ສຽງ​ໃນ​​ໂລກ.
ຢູ່​ທະ​ເລກາລີ​ເບ, ອ່າວ​ແມັ​ກຊິກ,ທະ​ເລ​ເໜືອ,ອ່າວ​ກີ​ເນ​ແລະ​ທະ​ເລ​ເມດີ​ແຕລານ​ເນ
ລ້ວນ​ແຕ່​ມີ​ນຳ້ມັນ​ເຊື້ອ​ໄຟ​ພື້ນ​ທະ​ເລ ​ແລະ​ ອາຍ​ແກັສທຳ​ມະ​ຊາດ​ ທີ່​ອຸດົມສົມບູນ.
ການ​ຂົນ​ສົ່ງ​ທາງ​ທະ​ເລ​ຂອງ​ມະຫາ​ສະໝຸດ​ອັດ​ລັງ​ຕິກກໍ​ມີ​ການ​ພັດທະນາ​ຫຼາຍ. ​ໄປ​
ທາງ​ທິດຕາ​ເວັນ​ອອກ ​ເມື່ອ​ຜ່ານ​ຄອງຊູເອ ກໍ​ສາມາດ​ໄປ​ຄົບ​ກັບ​ມະຫາ​ສະໝຸດ​ອິນ
​ເດຍ.ສ່ວນ​ໄປ​ທາງ​ທິດຕາ​ເວັນ​ຕົກ​ເມື່ອ​ຜ່ານ​ຄອງ​ປາ​ນາມາ​ແລ້ວ​ກໍສາມາດໄປຄົບກັບ
ມະຫາສະໝຸດປາຊີຟິກ.ກຳ່ປັ່ນສາມາດ ແລ່ນຕາມມະຫາສະໝຸດ  ອັ​ດ​ລັງ​ຕິກ​ໄດ້​
ຕະຫຼອດ​ປີ. ທ່າ​ກຳ່​ປັ່ນ​ທົ່ວ​ໂລກ​,ມີ​ປະມານ75% ​ແມ່ນ​ຢາຍ​ກັນ​ຢູ່​ເຂດ​ທະ​​ເລ​ມະຫາ​
ສະໝຸດ​ອັດລັງ​ຕິກ.​ໃນ​ນັ້ນ, ທ່າ​ກຳ່​ປັ່ນລົດເທີ​ດາມ​ເປັນ​ທ່າ​ກຳ່​ປັ່ນ​ທະ​ເລ​ທີ່​ໃຫຍ່​ກວ່າ​
ໝູ່​ໃນ​ໂລກ. ທາງ​ເດີນ​ເຮືອ​ຕົ້ນ​ຕໍ​ຂອງ​ມະຫາ​ສະໝຸດ​ອັດລັງ​ຕິກ​ມີ​ດັ່ງ​ນີ້,ຄື ທາງ​ເດີ​ນ​
ເຮ​ືອອັດ​ລັງ​ຕິກ​ເໜືອ​ລະ​ຫວ່າງ​ທະວີບ​ເອີ​ລົບ​ກັບ​ທະວີບອ​າ​ເມ​ລິ​ກາ​ເໜືອ ທາງ​ເດີນ​
ເຮືອ​ຕາ​ເວັນ​ອອກ​ໄກ​ ລະ​ຫວ່າງ​ທະວີບ​ເອີ​ລົບ​, ທະວີ​ບອາຊີ​ແລະ​ທະວ​ີບ​ໂອຊຽນນີ,
ທາງ​ເດີນ​ເຮືອນ​ອັດ​ລັງ​ຕິກ​ກາງ​ລະຫວ່າງ​ທະວີບ​ເອີ​ລົບ​ກັບ​ອ່າວ​ແມັກ​ຊິກ​ແລະ​ທະ​ເລ
​ກາລີ​ເບ,ທາງ​ເດີ​ນ​ເຮ​ືອອ​ັດລັງຕິກ​​ໃຕ້​ລະຫວ່າງ​ທະວີບ​ເອີ​ລົບ​ກັບ​ແຄມ​ຝັ່ງ​ມະຫາ​ສະ
ໝຸດ​ອັດ​ລັງ​ຕິກ​ຂອງ​ແຜ່ນດິນ​ໃຫຍ່​ທະວີບອາ​ເມ​ລິ​ກາ​​ໃຕ້ທາງ​ເດີນ​ເຮືອ​ແຕ່​ເອີ​ລົບ​ຕາ
​ເວັນ​ຕົກ​ໄປ​ຮອດ​ນະຄອນແຄັບ​ທາວ​ຂອງ​ອາ​ຟິຼກກາ​ໃຕ້.
 

 ມະຫາ​ສະໝຸດ​ອິນ​​ເດຍ​ແມ່ນ​ຢູ່​ລະຫວ່າງ​ທະວີບອາຊີ,ທະວີບ​ໂອ​ຊຽນນີ,ທະ
ວີບ​ອາ​ຟິຼກກາ​ແລະ​ທະວີບ​ຂົ້ວ​ໂລ​ກ​ໃຕ້. ສ່ວນ​ໃຫຍ່​ຂອງ​ມັນ​ຕັ້ງ​ຢູ່ຊີກ​ໂລກ​ໃຕ້,ມະຫາ​
ສະໝຸດ​ອິນ​ເດຍ​ເປັນ​ມະຫາ​ສະໝຸດ​​ໃຫຍ່​ທີ3​ໃນ​ໂລກ. ​ເສັ້ນ​ສູນສູດ​ໄດ້​ເນັ່ງ​ຜ່ານ​ເຂດ​
ເໜືອ​ຂອງ​ມະຫາ​ສະໝຸດ​ອິນ​ເດຍ,ອັນ​ໄດ້​ເຮັດ​ໃຫ້​ພາກສ່ວນ​ກົກ​ຮາກ​ຂອງ​ມັນ​ນອນ​ຢູ່​
ໃນ​ແຖບອາກາດ​ຮ້ອນ​ຄື : ​​ແຖ​ບເສັ້ນ​ສູນ​ສູດ,​ແຖບ​ຮ້ອນ​ແລະ​ເຂດ​ມໍ່​ແຖ​ບຮ້ອນ.ສະ​
ນັ້ນ,ເພິ່ງ​ຈິ່ງ​ເອີ້ນ​ມັນ​ເປັນ​ມະຫາ​ສະໝຸດ​ແຖບ​ຮ້ອນ. ຊັບພະຍາກອນ​ຕ່າງໆ​ຂອງ​ມະ
ຫາ​ສະໝຸດອິນ​ເດຍ​ແມ່ນ​ນຳ້ມັນ​ເຊື້ອ​​ໄຟ​ມີ​ຫຼາຍ​ກວ່າ​ໝູ່.ອ່າວ​ເປີ​ເຊຍ​ແມ່ນ​ເຂດ​ຜະລິດ​
ນຳ້ມັນ​ເຊື້ອ​ໄຟພື້ນທະ​ເລ​ທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກ. ​ໃນ​ບັນດາ​ສັດທະ​ເລຈຳພວກ​ລ້ຽງ​
ລູກ​ດ້ວຍ​ນົມ​ນັ້ນ, ຕິວ​ກ້ອນ​ເປັນ​ສັດ​ພິ​ເສດ​ຂອງ​ມະຫາ​ສະໝຸດ​ອິນ​ເດຍ, ຍ້ອນ​ວ່າ​ສັດ​
ຊະນິດ​ນີ້​ມີ​ຮູບ​ຮ່າງ​ຄ້າຍຄື​ຄົນ,ຈິ່ງ​ມີ​ຊື່​ໜຶ່ງ​ອີກ​ເອີ້​ນວ່າ, "ປາ​ມະນຸດ"ແຄມ​ຝັ່ງ​ແຜ່ນດິນ
​ໃຫຍ່​ທິດຕາ​ເວັນ​ອອກ,ທິດ​ເໜືອ​ແລະ​ທິດຕາ​ເວັນ​ຕົກ​ມີ​ປ່າ​ຊາຍ​​ເລນ​ຫຼາຍ​ຊະນິດ​,ອັນ
​ໄດ້​ປະ​ກອບ​ເປັນ​ພາບ​ວິວທິວ​ທັດ​ແຄມ​ທະ​ເລ​ທີ່​ໜ້າ​ອັດສະຈັນ.
 

 ມະຫາ​ສະໝຸດ​ອິນ​ເດຍ​ແມ່ນ​ຊຸມ​ທາງ​ຄົມມະນາຄົມ​ສຳຄັນ​ທີ່​ເກາະ​ກ່າຍ​ກັນ
​ລະຫວ່າງ​ທະວີບອາຊີ,ທະວີ​ບອາ​ຟຼຼິກກາ​ແລະ​ທະວີບ​ໂອ​ຊຽນນີ,​ໄປທາງ​ທິດຕາ​ເວັນ​
ອອກ​ຜ່ານ​ຮ່ອມ​ທະ​ເລ​ມາ​ລັກ​ກາ​ໄປ​ຄົບ​ກັບ​ມະຫາ​ສະໝຸດ​ປາຊີ​ຟິກ, ​ໄປ​ທາງ​ທິດຕາ​
ເວັນ​ຕົກ​ຜ່ານ​ຄອງ​ຊູ​ເອ​ໄປ​ຄົບ​ກັບ​ມະຫາ​ສະໝຸດ​ອັດ​ລັງ​ຕິກ​, ໄປ​ທາງ​ທິດຕາ​ເວັນ​ຕົກ​
ສຽງ​ໃຕ້​ເມື່ອ​ແວ່​ໄປ​ສົ້ນ​ໃຕ້​ຂອງ​ທະ​ວີ​ບອາ​ຟິຼກກາ​ກໍ​ສາມາດ​ໄປ​ເຖິງ​ມະຫາ​ສະໝຸດ​ອັດ​
ລັງ​ຕິກ​,ທ່າ​ກຳ່​ປັ່ນ​ຕາມ​ແຄມ​ຝັ່ງ​ມະຫາ​ສະໝຸດ​ອິນ​ເດຍບໍ່​ມີ​ນຳ້ກ້າມ​ຕະຫອດ​ປີ,​ແລະ​
ສາມາດ​ເດີນ​ເຮືອ​ໄດ້​ຕະຫຼອດ​ປີ.ບໍລິ​ມາດ​ຂົນ​ສົ່ງ​ທາງ​ທະ​ເລ​ຂອງ​ມະຫາ​ສະໝຸດ​ອິນ​
ເດຍ​ໄດ້​ກວມ​ຍອດ​ບໍລິ​ມາດ​ຂົນ​ສົ່ງ​ທາງ​ທະ​ເລ​ທົ່ວ​ໂລກ​ແຕ່10%ຂຶ້ນ​ໄປ.ໃນ​ນັ້ນ,ແມ່ນ
​ເອົາ​ການ​ຂົນ​ສົ່ງ​ນຳ້ມັນ​​ເຊື້ອ​ໄຟ​ເປັນຫຼັກ.
 

ມະຫາ​ສະໝຸດ​ທີ່​ໜາວ​ທີ່​ສຸດ​ໃນ​ໂລກ​ແມ່ນມະຫາ​ສະໝຸດ​ອາກຕິກ. ຍ້ອນ​ວ່າ​
ມະຫາ​ສະໝຸດ​ອາກຕິກ​ຕັ້ງ​ຢູ່​ຂົ້ວ​ໂລກ​ເໜືອ​ແລະ​ມີ​ນຳ້ກ້າມ​ຕະຫຼອດ​ປີ, ສະ​ນັ້ນ,​ເມື່ອ​
ປີ 1845 ​ໃນ​ສະມາຄົມ​ພູມ​ສາດ​ທີ່​ລອນ​ດອນ​ຈິ່ງ​ໃຫ້​ຊື່​ຢ່າງ​ເປັນ​ທາງ​ການວ່າ​ມະຫາ
ສາ​ໝຸດອາກຕິກ,​ແປວ່າ​ມະຫາ​ສະໝຸດ​ນຳ້​ກ້າມ​ເໜືອ.ໂດຍ​ເອົາ​ຂົ້ວ​ໂລກ​ເໜືອ​ເປັນ​ໃຈ
ກາງ,ມະຫາ​ສະໝຸດ​ອາກຕິກ​ຢູ່​ລະຫວ່າງ​ທະ​ວີ​ບອາຊີ, ທະວີບ​ເອີ​ລົບ​ແລະ​ທະວີບອາ​
ເມ​ລິກາ​ເໜືອ​ທີ່​ຢູ່​ໃນ​ອ້ອມ​ກອດ​ຂອງ​ສາມ​ທະວີບດ່ັງກ່າວ,ມີ​ເນື້ອ​ທີ່​ພຽງ 13 ​ລ້ານ 1
​ແສນ​ກີ​ໂລ​ແມັດ​ມົນທົນ​ເທົ່າ​ນັ້ນ,​ເຊີ່ງ​ເທົ່າ​ກັບ​ປະມານ 1/14 ຂອງ​ມະຫາ​ສະໝຸດ​ປາ
ຊີ​ຟິກ. ຄວາມ​ເລິກ​ສະ​ເລ່ຍຂອງ​ທົ່ວ​ມະຫາ​ສະໝຸດ​ອາກຕິກ ​ມີ​ພຽງ​ປະມານ 1200​
ແມັດ,​ ເຊິ່ງ​ເປັນ​ມະຫາ​ສະໝຸດ​ທີ່​ນ້ອຍ​​ ແລະ​ຕື້ນ​ກວ່າ​ໝູ່​ໃນ 4 ມະຫາ​ສະໝຸດ​ເທິງ
​ໜ່ວຍ​ໂລກ. ນອກຈາກ​ນ້ອຍ​ແລະ​ຕື້ນ​ແລ້ວ,ຈຸດ​ພິ​ເສດ​ດ້ານ​ອຸທະກະ​ສາດ​ທີ່​ພົ້ນ​ເດັ່ນ
​ກວ່າ​ໝູ່​ຂອງ​ມະ​ຫາ​ສະໝຸດ​ອາກຕິກ​ແມ່ນ​​ໄດ້​ປົກ​ຫຸ້ມ​ດ້ວຍ​ນຳ້​ກ້າມ​ທີ່​ບໍ່​ເປື່ອຍ​ຕະຫຼອ​ດ
ປີ.ຍ້ອນ​ວ່າ​ອາກາດ​ຢູ່​ມະຫາ​ສະໝຸດ​ອາກຕິກໜາວ​ຈັດ,ໜ້າ​ນ້ຳ​ມະຫາ​ສະໝຸດອາກຕິກ
​ຈິ່ງ​ມີ​ນຳ້ກ້າມ​ປົກ​ຫຸ້ມ​ຢ່າງ​ກວ້າງຂວາງ,​ເນື້ອ​ທີ່​ນຳ້ກ້າມ​ປົກ​ຫຸ້ມ​ໄດ້​ກວມ​ເນື້ອ​ທີ່​ທັງ​ໝົດ​
ຂອງ​ມະຫາ​ສະໝຸດ​ອາກຕິກ​ເຖິງ 2/3 ,ສ່ວນ​ໜ້າ​ນຳ້​ທະ​ເລ​ທີ່​ຍັງ​ເຫຼືອ​ນັ້ນ​ໄດ້​ຢາຍ​ກັນ
​ເປັນ​ພູ​ນຳ້​ກ້າມ​ແລະ​ນຳ້ກ້ອນ​ໄຫຼ​ແຕ່​ທິດຕາ​ເວັນ​ອອກ​ໄປ​ສູ່​ທິດຕາ​ເວັນ​ຕົກ.ມີ​ແຕ່​ເຂດ​
ທະ​ເລ​ບາ​ແຣນທໍ່​ນັ້ນ​ທີ່​ໄດ້​ຖືກ​ຜົນ​ກະທົບຈາກກະ​ແສ​ອາກາດ​ອຸ່ນ, ນ້ຳ​ຈິ່ງ​ບໍ່​ກ້າມ​ຕະ
ຫຼອດ​ປີ

ໄຫຼ່​ທະ​ວີ​ບຂອງ​ມະຫາ​ສະໝຸດ​ອາກຕິກ ​ໄດ້​ກວມ​ເນື້ອ​ທີ່​ທັງ​ໝົດ​ຂອງ​ມະຫາ​
ສະໝຸດອາກຕິກ​​ເກືອບ​ເຄິ່ງໜຶ່ງ,​ ໄຫຼ່​ທະ​ວີ​ບອັນ​ກວ້າງຂວາງ​ນັ້ນ ​ມີ​ນຳ້ມັນ​ເຊື້ອ​ໄຟ​
ແລະ​ອາຍ​ແກັສທຳ​ມະ​ຊາດ​ອຸດົມສົມບູນ.ຢູ່​ຕາມ​ເຂດ​ແຄມ​ມະຫາ​ສະໝຸດ​ແລະ​ເກາະ
ດອນ​ແຄມມະຫາ​ສະໝຸດ​ອາກຕິກ​ກໍ​ມີ​ບໍ່​ແຮ່​ຫຼາຍ​ຊະນິດ​ເຊັ່ນ, ຖ່ານ​ຫິນ,​ ເຫຼັກ, ກົ່ວ
​ແລະ​ຄ​ຳ​ເປັນຕົ້ນ. ນອກ​ນີ້,ສັດທະ​ເລ​ຂອງ​ມະຫາ​ສະໝຸດ​ອາກຕິກ​ກໍ​ມີ​ຫຼາຍ​ສົມຄວນ,
ຢູ່​ເຂດ​ແຄ​ມທີ່​ມໍ່​ກັບ​ມະຫາ​ສະໝຸດອັດ​ລັງ​ຕິກ​ ມີ​ເຂດ​ຫາ​ປາ​ທີ່ກວ້າງຂວາງ,ທະ​ເລ​ບາ
​ແຣນ​ແລະ​ທະ​ເລ​ໂກຼ​ແອນ​ລັງ​ກໍ​ແມ່ນ​​ແຫຼ່ງຫາ​ປາ​ທີ່​ມີ​ຊື່​ສຽງ​ໃນ​ໂລກ. ​ໃນ​ມະ​ຫາ​ສະ
ໝຸດ​ມີ​ໝີ​ຂາວ,ຊ້າງ​ທະ​ເລ,​ເສືອ​ທະ​ເລ​ແລະ​ປາວານ​ເປັນ​ຕົ້ນ.