ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-11 18:37:17    
ການນຳໃຊ້ໄມໂຄເວັບຂອງຄົນ

cri

ໄມໂຄເວັບກັບຄື້ນວິທະຍຸ ລັງສີແອງຟຼາຮຸຢ ລັງສີອຸນຕຼາວີໂອເລ ແສງທຳມະຊາດ
ແລະລັງສີອິດຄ໌ສ ສັງກັດຄື້ນແມ່ເຫຼັກໄຟຟັງທັງນັ້ນ,ໃນຊູ່ມື້ນີ້ທີ່ວິທະຍາສາດເຕັກນິກ
ພັດທະນາໃນລະດັບສູງນັ້ນ,ໄມໂຄເວັບໄດ້ເສີມຂະຫຍາຍບົດບາດສຳຄັນໃນຫຼາຍຂົງ
ເຂດ.

ໄມໂຄເວັບມີຈຸດພິເສດຈຳນວນໜຶ່ງ,ຄື:ເມື່ອໄມໂຄເວັບພົບກັບໂລຫະມັນກໍກະທົບ
ຄືນ,ເມື່ອພົບກັບວັດຖຸທີ່ບໍ່ຈູບໄຟຟ້າຄືແກ້ວ,ດິນເຜົາແລະປຼັສຕິກເປັນຕົ້ນມັນພັດຜ່ານ
ໄປຢ່າງສະດວກ,ແລະບໍ່ເປືອງພະລັງງານ:ເມື່ອພົບກັນວັດຖຸທີ່ມີນ້ຳມັນບໍ່ພຽງແຕ່ຜ່ານ
ໄປໄດທໍ່ນັ້ນ,ພະລັງງານຂອງມັນຍັງຖືກດູດເອົາ,ຫມູນໃຊ້ຈຸດພິເສດເທົ່ານີ້ຂອງໄມໂຄ
ເວັບ,ມະນຸດເຮົາຈຶ່ງປະດິດເຕົາໄມໂຄເວັບອອກມາ,ໃນເວລາໃຊ້ເຕົາທຳມະດາຕົ້ມອາ
ຫານ,ຄວາມຮ້ອນແມ່ນມາຈາກພາຍນອກຂອງອາຫານແລ້ວຄ່ອຍໆຊອດເຂົ້າໄປຮອດ
ພາຍໃນຂອງອາຫານ,ອາຫານຄ່ອຍສຸກ,ແຕ່ວ່າເມື່ອໃຊ້ເຕົາໄມໂຄເວັບອຸ່ນອາຫານ
ຄວາມຮ້ອນ,ສາມາດຊອດເຂົ້າອາຫານເຖິງ5ມີລິແມັດ,ຄວາມຮ້ອນເຂົ້າຮອດພາຍໃນ
ອາຫານໂດຍກົງ,ສະນັ້ນ,ການແຕ່ງກິນຈຶ່ງໄວກວ່າເຕົາທຳມະດາ4 ຮອດ10ເທົ່າ,ອັດ
ຕາຄວາມຮອດກໍ່ສູງແຕ່80%ຂຶ້ນໄປ,ເວລາແຕ່ງກິນກໍ່ສັ້ນກວ່າຫຼາຍ,ສະນັ້ນ,ຈຶ່ງສາ
ມາດຮັກສາວິຕາມິນແລະລົດຊາດຂອງອາຫານໄດ້ດີ,ເຕົາອົບໄມໂຄເວັບຍັງສາມາດ
ດັບເຊື້ອໄດ້ອີກ.

ການສື່ສານດ້ອຍໄມໂຄເວັບມີຈຸດພິເສດຫຼາຍຂໍ້ຄື ບັນຈຸໄດ້ຫຼາຍ ບໍລິມາດສື່ສານກໍ່
ກວ້າງ,ຄວາມເສຍຫາຍທາງຕາມສົ່ງກໍຫນ້ອຍແລະມີຄວາມສາມາດແຂງແຮງໃນ
ການກັນລົບກວນເປັນຕົ້ນ,ເມື່ອໄດ້ຖືກນຳໃຊ້ໃນຊຸມປີ30ຂອງສັດຕະວັດທີ20ແລ້ວກໍ
ໄດ້ຮັບການພັດທະນາຢ່າງວ່ອງໄວ,ການນຳໃຊ້ແລະການພັດທະນາໄມໂຄເວັບຍັງ
ຊຸກຍູ້ໃຫ້ວິທະຍາສາດເຕັກນິກໃນຫຼາຍຂົງເຂດມີຄວາມກ້າວຫນ້າ,ເຊັ່ນ:ໂທລະເລກ,
ໂທລະສັບ ແຟຄ໌ສ ຮູບພາບ ຂໍ້ມູນ ລາຍນານກະຈາຍສຽງ ໂທລະພາບແລະວຽກ
ງານສື່ສານອື່ນໆ,ກໍໄດ້ມີຄວາມກ້າວຫນ້າຢ່າງຫຼວງຫຼາຍໃນຂະແຫນງການພິເສດ
ເຊັ່ນ:ການຄວບຄຸມທາງໄກ ການວັດແທກທາງໄກ ການສົ່ງສັນຍາໄພ ການນຳ
ການບິນດ້ວຍລາດາແລະການກອບກູ້ບົນພະເລເປັນຕົ້ນ,ຍ້ອນຊັບພະຍາກອນຄວາມ
ຖີ່ຂອງຄື່ນໄມໂຄເວັບອຸດົມສົມບູນທີ່ສຸດ,ເຄື່ອງສື່ສານເຄື່ອນທີ່ກໍພັດທະນາມາທາງ
ຄື້ນໄມໂຄເວັບ,ປະຈຸບັນ,ຍ້ອນການພັດທະນາຂອງເຕັກນິກດີຈີຕອນແລະເຕັນນິກໄມ
ໂຄຼເອເລັກໂຕຼນິກ ການສື່ສານໄມໂຄເວັບຈຶ່ງຄ່ອຍໆປ່ຽນເປັນເຄື່ອງສື່ສານໄມໂຄເວັບ
ດີຈີຕອນ,ເຊື່ອວ່າໄມໂຄເວັບຈະຖືກນຳໃຊ້ໃນຂົງເຂດສື່ສານ.

ການນຳໃຊ້ໄມໂຄເວັບໃນຂົງເຂດສ້າງສາກິດຈະກຳ

ການມ້າງເຄຫະສະຖານຂະຫນາດໃຫຍ່,ແຕ່ກ່ອນແມ່ນໃຊ້ວິທີແລະເບີດ,ບໍ່ພຽງແຕ່
ບໍ່ປອດໄພ,ຫາກຍັງຈະມີຂີ້ຝຸ່ນໄງ່ຂຶ້ນກຸບຖີບແລະເຊື່ອມພິດສິ່ງແວດລ້ອມໄດ້ວິທີ
ມ້າງເຄຫະສະຖານເບຕົງດ້ວຍໄມໂຄເວັບ,ຄືໃຊ້ໄມໂຄເວັບມາເຮັດໃຫ້ນ້ຳຢູ່ໃນເບ
ຕົງຮ້ອນຂຶ້ນ, ຕຶ່ງຂຶ້ນໃນເວລາກາຍເປັນອາຍ,ເຮັດໃຫ້ເບຕົງແຕກຍະ,ພັງທະລາຍ
ແລ້ວບັນລຸຈຸດຫມາຍມ້າງເຄຫະສະຖານ,ໃນຕະຫຼອດການມ້າງຈະບໍ່ມີຂີ້ຝຸ່ນທີ່ພາ
ໃຫ້ສິ່ງແວດລ້ອມເປິເປື້ອນ.

ໃນການສ້າງທາງຫຼວງ,ການເຮັດໃຫ້ຢາງປູທາງເປ່ືອຍນັ້ນກໍແມ່ນເລື່ອງເປືອງ
ແຮງແລະເສບເວລາ ທັງມີຄວັນດຳທັງເຊ່ືອມພິດສ່ິງແວດລ້ອມ,ໃນເວລາຂົນ
ສົ່ງຍັງຕ້ອງຮັກສາຢ່າງປູທາງໃຫ້ມັນຮ້ອນເພ່ືອບໍ່ໃຫ້ມັນແຂ້ນ,ແຕ່ຖ້າໃຊ້ໄມໂຄ
ເວັບມາຕົ້ມຢາງປູທາງກໍຈະຮັບປະກັນໃຫ້ມັນຮ້ອນໄດ້ຄວາມຄາດຫມາຍ ໃຊ້ຢາງ
ມາຕາບຫນ້າທາງຕາມວິທີເກົ່າແມ່ນບາກທີ່ຈະເຮັດໃຫ້ມັນເຊື່ອມກັບຫນ້າທາງເດີມ
ໄດ້,ສະນັ້ນ,ຫນ້າທາງຈຶ່ງບໍ່ພຽງ.ດຽວນີ້,ເຂົາເຈົ້າໄດ້ສ່ອງໄມໂຄເວັບໃສ່ຫນ້າທາງ
ບ່ອນຕ້ອງຕາບນັ້ນໂດຍກົງ,ເຮັດໃຫ້ຢາງເປື່ອຍແລ້ວເອົາຢ່າງໃຫມ່ມາຕາບໃສ່,ແລ້ວ
ໃຫ້ຈັກບົດຫນ້າທາງມາບົດ,ມັນກໍຮາບພຽງໂລດ.

ການໃຊ້ໄມໂຄເວັບໃນຂົງເຂດການປິ່ນປົວແລະສາທາລະນະສຸກ

ໄມໂຄເວັບຍັງມີບົດບາດເຮັດໃຫ້ໂປຼຕີນແຂ້ນໄວ,ແພດສາດປະຈຸບັນໄດ້ໃຊ້ບົດບາດດັ່ງ
ກ່າວ,ເຮັດໃຫ້ຈຸລັງໃນເນື້ອເຍື້ອຊິ້ນປົ່ງແຂ້ຍເຂົ້າແລ້ວຕາຍໄປຜູ່ຊ່ຽວຊານຝ່າຍປິ່ນປົວ
ຂອງຍີ່ປຸ່ນຈຳນວນໜຶ່ງໃຊ້ເຄື່ອງກຳເນີດໄມເຄເວັບແນວນ້ອຍໆ ສົ່ງເຂົາທາງປາກທໍ່
ປັດສາວະຫຼືຜ່ານຜິວຫນັງຂອງຄົນ,ເຂົ້າໄປຫາຊິ້ນປົ່ງໂດຍກົງ,ໃຊ້ຂົ້ວໄຟຟ້າຍິງສົ່ງ
ໄມເຄເວັບ,ເຮັດໃຫ້ເນື້ອເບື້ອຊິ້ນປົ່ງແຂ້ນເຂົ້າແລ້ວຕາຍໄປ,ວິທີນີ້ສາມາດປົວມະເຮັງ
ແລະຊິ້ນປົ່ງໃນກະເພາະແລະຫຼອດອາຫານ,ຍ້ອນວ່າ,ວິທີດັ່ງກ່າວບໍ່ຕ້ອງປາດທ້ອງ,
ຈຶ່ງບໍ່ພຽງແຕ່ບໍ່ເປັນຫຍັງຫຼາຍຕໍ່ຮ່າງກາຍຂອງຄົນ,ທັງຄ່າປົວກໍບໍ່ແພງຈຶ່ງໄດ້ຮັບ
ຄວາມຊົມເຊີຍທີ່ສຸດ,ຖ້າສົ່ງສາຍເກີດໄມເຄເວັບເຂົ້າໄປໃນຫຼອດເລືອດໂດຍກົງ,ຍັງ
ສາມາດສະສາງວັດຖຸເສດເຫຼືອໃນຫຼອດເລືອດໄດ້ອີກ,ເຮັດໃຫ້ຫຼອດເລືອດກ້ຽງມື່ນ
ກວ່າເກົ່າແລະຫົດຢືດໄດ້ດີ,ສະນັ້ນຈ່ຶງໃຊ້ມາປົວພະຍາດຫຼອດເລືອດຫົວໃຈແລະ
ສະຫນອງໄດ້.

ນັກແພດສາດອາເມລິກາຍັງຊອກໄດ້ວິທີໜຶ່ງທີ່ເຮັດໃຫ້ຕ່ອມຄໍທີ່ໄຄ່ບອມນັ້ນຍອບລົງ
ດ້ວຍເຕັກນິກໄມເຄເວັບ,ບໍ່ເຈັບແລະບໍ່ອອກເລືອດຄືກັບຜ່າຕັດຕ່ອມຄໍ:ວິທີນີ້ແມ່ນໃຊ້
ເຄ່ືອງກຳເນີດໄມເຄເວັບນ້ອຍໆທໍ່ກັບເຂັມສຽບເຂົ້າໄປໃນສາມຈຸດຂອງຕ່ອມຄໍທີ່ໄຄ່
ບວມ,ແລະປະໄວ້ຫຼາຍວິນາທີ,ເຄື່ອງກຳເນີດໄມໂຄເວັບກໍຈະມີຄວາມຮ້ອນສູງເຖິງ
120ຮອດ150ອົງສາເຊນຊຽດ,ແລ້ງຕ່ອມຄໍທີ່ບວມກໍຈະຍອບລົງຢ່າງວ່ອງໄວ.

ການນຳໃຊ້ໄມໂຄເວັບໃນຂົງເຂດການບິນອະວະກາດ.

ໄມໂຄເວັບສາມາດສ່ົງພະລັງງານໄດ້ຢ່າງບັງເກີດຜົນ,ສິ່ງກໍ່ສ້າງເອເລັກໂຕຼນິກຢູ່ຫນ້າ
ດິນບໍ່ພຽງແຕ່ສາມາດນຳໃຊ້ພະລັງງານທ່ີໄມໂຄເວັບສົ່ງໃຫ້ນັ້ນມາເຮັດວຽກໄດ້ທໍ່ນັ້ນ,
ຫາກຍັງໃຊ້ເຂົ້າໃນການບິນໄດ້ອີກ,ຄືສະຖານີສົ່ງໄມໂຄເວັບຢູ່ຫນ້ດິນສົ່ງໄມໂຄເວັບ
ຂຶ້ນສູ່ອາກາດ,ເຄື່ອງຮັບໃນເຮືອນບິນ ຮັບເອົາພະລັງງານໄມໂຄເວັບແລ້ວຫັນເປັນພະ
ລັງໄຟຟ້າ,ໃຊ້ຕິດຈັກເຮືອບິນໄດ້ໂລດ,ອີງຕາມຫຼັກມູນດັ່ງກ່າວ,ມີແຕ່ສ້າງສະຖານີ
ສົ່ງໄມໂຄເວັບບາກັນລະຫວ່າງສອງສາມຮ້ອຍກິໂລແມັດ,ກໍສາມາດເຮັດໃຫ້ເຮືອ
ບິນບິນອ້ອມໂລກເລື້ອຍໄປໂດຍບໍ່ຕ້ອງລົງຈອດແລະບໍ່ຕ້ອງຕື່ມນ້ຳມັນ,ປີ1991,ອາ ເມລິກາແລະການາດາໄດ້ຮ່ວມມີກັນສ້າງສະຖານີໄມໂຄເວັບຫນ້າດິນບ່ອນໜຶ່ງ,ຢູ່
ນີ້ມີອັງແຕມສົ່ງໄມໂຄເວັບທີ່ໃຫຍ່ກວ່າຫມູ່ໃນໂລກ,ພະລັງງານໄມໂຄເວັບທີ່ມັນສົ່ງ
ນັ້ນ,ສາມາດເຮັດໃຫ້ເຮືອບິນໄມໂຄເວັບເລື້ອຍໄປຢູ່ເຖິງອາກາດສູງ2ໝື່ນແມັດເຖິງ3
ເດືອນ,ປະຈຸບັນ,ນັກວິທະຍາສາດໄດ້ຄົ້ນຄ້ວານຳໃຊ້ພະລັງງານໄມໂຄເວັບຍິງສົ່ງເຮືອ
ບິນອະວະກາດ,ເມື່ອເປັນແນວນີ້,ຄ່າໃຊ້ຈ່າຍກໍຈະມີແຕ່1ສ່ວນ20ຂອງການຍິງສົ່ງ
ດ້ວຍລູກສອນໄຟ,

ການນຳໃຊ້ໄມໂຄເວັບໃນຂົງເຂດການທະຫານ

ໄມໂຄເວັບໃຊ້ເຂົ້າໃນການທະຫານກໍໄດ້,ໃນສົງຄາມຍຸກປະຈຸບັນ,ເຄື່ອງປະກອບເອ
ເລັກໂຕຼນິກມີບົດບາດສຳຄັນຫຼາຍ,ເຊັ່ນການຊອກຫາແລະໂຈມຕີເບົ້າຫມາຍດ້ວຍລູກ
ສອນໄຟນຳວິທີຫຼືເຮືອນບິນລ້ວນແຕ່ແມ່ນບັນຊາດ້ວຍລະບົບເອເລັກໂຕຼນິກທັງນັ້ນ,ບົດບາດສຳຄັນອັນໜຶ່ງຂອງອາວຸດໄມໂຄເວັບກໍແມ່ນຕ້ານກັບເຄື່ອງເອເລັກໂຕຼນິກ
ການໃຊ້ພະລັງງານໄມໂຄເວັບມາຜະລິດຄວາມຮ້ອນສູງອີອົງໄຟຟ້າ,ແຜ່ລັງສີແລະ
ຄື້ນສຽງເປັນຕົ້ນ,ໃຊ້ວິທີແບບໂຮມກັນເປັນຈຸ້ມ,ສົ່ງໄປສູ່ທິດອັນແນ່ນອນດ້ວຍຄວາມ
ໄວ3ແສນກິໂລແມັດຕໍ່ວິນາທີ,ກໍສາມາດເຮັດໃຫ້ຊີກສ່ວນລະບົບເອເລັກໂຕຼນິກຄືອາ
ວຸດ ເຄື່ອງສື່ສານ ລາຄາແລະການນຳການບິນເປັນຕົ້ນໄຫມ້ແລະເພ,ເຮັດໃຫໝົດ
ທັງລະບົບເປ້ຍລ່ອຍ,ຖ້າສ່ອງໄມໂຄເວັບໄປໃສ່ຄົນຫຼືສັດ,ວິນາທີດຽວທໍ່ນັ້ນກໍຈະເຮັດ
ໃຫ້ອິນຊີອະໄວນະໃນຮ່ງກາຍ ຫຍຸ້ງເຫຍີງຍ້ອນຮ້ອນໂພດ,ແລະການກະທົບກະ
ເທືອນສູນເສັ້ນປະສາດແລະຫມາກຫົວໃຈ,ແລ້ວຕາຍໄປໃນທີ່ສຸດ.

ໄມໂຄເວັບມີປະສິດທິຄຸນອັນສະຈັນພິລຶກປານນີ້,ໄດ້ຍົກຄຸນນະພາບຊີວິດຂອງຄົນ
ເຮົາໃຫ້ດີຂຶ້ນຫຼາຍທີ່ສຸດ,ແຕ່ວ່າ,ວິທະຍາສາດກໍຄືມີດສອງຄົນ,ຖ້າຫາກນຳໃຊ້ທາງ
ຜິດກໍມີແຕ່ຈະນຳເອົາຄວາມພິນາດມາໃຫ້,ສະນັ້ນຈຶ່ງຫວັງໃຫ້ມວນມະນຸດຈົ່ງໃຊ້ໄມ
ໂຄເວັບອັນສະຈັນນີ້ເຂົ້າໃນພາລະກິດສັນຕິພາບແລະຄວາມກ້າວຫນ້າດ້ວຍຄວາມ
ຕື່ນຕົວແລະເຄັ່ງຄັດຕໍ່ຕົນເອງ.ໂລກເຮົາຈຶ່ງຈະສວຍງາມກວ່າເກົ່າ.