ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-11 18:46:21    
ຝ່າຍ​ຈີນ​ຫວັງ​ໃຫ້​ບັນ​ດາ​ຝ່າຍ​ສືບ​ຕໍ່​ທຳ​ຄວາມ​ພະ​ຍາ​ຍາມ​ທາງ​ການ​ທູດ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ຂອງ​ອີ​ຣານ​ດ້ວຍ​ສັນ​ຕິ​ວິ​ທີ

cri
ຕາມ​ຂ່າວCRI,​ໃນ​ງານ​ຊຸມນຸມ​ນັກ​ຂ່າວທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ​11​ພຶດ​ສະ ພາ,​ທ່ານ​ລິວ​ຈ້ຽນ​ຊ່າວ ​ໂຄສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ປະ​ຊາ​ຄົມ​ໂລກ​ພວມ​ປຶກ​ສາ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ຂອງ​ອີຣານ.​ຝ່າຍ​ຈີນ​ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ແລະ​ປັບ​ປຸງ​ລະບົບ​ບໍ່​ແຜ່​ຜາຍ​ນິວ​ເຄຼຍາ​ສາກົນ​ທີ່​ມີ​ຢູ່​ໃນ​ປັດຈຸ​ບັນ,​ເດັດ​ດ່ຽວ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດຕາ​ເວັນ​ອອກ​ກາງ,​ຫວັງ​ໃຫ້​ບັນ​ດາ​ຝ່າຍ​ຈົ່ງ​ສືບ​ຕໍ່​ທຳ​ຄວາມ​ພະຍາ​ຍາມ​ທາງ​ການ​ທູດ,​ສືບ​ຕໍ່​ພະຍາ​ຍາມ​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ​ອີຣານ​ດ້ວຍ​ການ​ສົນທະ​ນາກັນ.

ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຈີນ​ຈະ​ເຫັນ​ດີ​ໃຫ້​ອາ​ເມ​ລິ​ກາ​ລົງ​ໂທດ​ອີ​ຣານ​ຫຼືບໍ່,​ທ່ານ​ລິວ​ຈ້ຽນ​ຊ່າວ​ເວົ້າ​ວ່າ,​ຈີນ​ບໍ່​ເຫັນ​ດີ​ນຳ​ການ​ແກ້​ໄຂ​ການ​ວິ​ວາດ​ກັນ​ລະ​ຫວ່າງ​ຊາດ​ດ້ວຍ​ຮູບ​ການ​ລົງ​ໂທດ​ຫຼື​ຂົ່ມຂູ່​ດ້ວຍ​ກຳລັງ​ອາວຸດ.