ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-11 21:26:17    
ຝ່າຍ​ຈີນ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮງ​ຕໍ່​ລີ​ບີ​ທີ່​ຊູ​ຊີ​ໃຫ້​ທ່ານ​ເສິນ​ສຸຍ​ປຽນ​ຜ່ານ​ແດນ

cri
ຕາມ​ຂ່າວCRI,ວັນ​ທີ11​ພຶດສະພາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ລິວ​ຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,ຝ່າຍ​ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງ​ຕໍ່​ລີ​ບີ​ທີ່​ຊູ​ຊີ​ໃຫ້​ທ່ານ​ເສີນ​ສຸຍ​ປຽນ ຜູ່​ນຳ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຜ່ານ​ແດນລີ​ບີໃນ​ຫວ່າງ​ມໍ່ໆ​ນີ້,​ແລະ​ເຈ​ລະ​ຈາ​ກັບ​ທ່ານ​ເສີນ​ສຸຍ​ປານ​ກ່ຽວ​ກັບ​ຈັດ​ຕັ້ງ​ສຳ​ນັກ​ງານ​ຜູ່​ແທນ​ເຊິ່ງ​ກັນ​ແລະ​ກັນ,​ຝ່າຍ​ຈີນ​ໄດ້​ຕໍ່​ວ່າ​ຕໍ່​ຂານ​ຢ່າງ​ເຄັ່ງ​ຂຶມ​ຕໍ່​ຝ່າຍ​ລີ​ບີ​ແລ້ວ.

ທ່ານ​ລິວ​ຈ້ຽນຊາວ​ຊີ້​ອອກ​ວ່າ,ການ​ກະທຳ​ດັ່ງກ່າວ​ຂອງ​ລີ​ບີໄດ້​ຝ່າຝືນຢ່າງ​ໜັກ​ໜ່ວງ​ກັບ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຝ່າຍ​ລີ​ບີ​ທີ່​ໄດ້​ຍຶດໝັ້ນ​ນະ​ໂຍບາຍ​ຈີນ​ດຽວ​​ເປັນເວລາ​ດົນ​ນານ​ມາ​ນີ້,ອັນ​ໄດ້​ສ້າງ​ຜົນ​ສະທ້ອນ​ທາງ​ລົບ​ຕໍ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.ຝ່າຍ​ຈີນ​ຮຽກຮ້ອງ​ໃຫ້​ຝ່າຍ​ລີ​ບີ​ເຄົາ​ລົບ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ,ຢຸດຕິ​ການ​ໄປມາຫາ​ສູ່​ກັນ ຝ່າຍ​ທາງ ​ການ​ໃດໆ​​ກັບ​ໄຕ້​ຫວັນ​ໃນ​ທັນ​ທີ,ປົກ​ປັກ​ຮັກສາ​ພາກສ່ວນ​​ໃຫຍ່​ແຫ່ງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.