ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-11 21:34:17    
ຝ່າຍ​ຈີນ​ໄດ້​ພະ​ຍາ​ຍາມ​ໂດຍ​ຕະ​ຫຼອດ​ເພື່ອ​ຊຸກ​ຍູ້​ໃຫ້​ຈັດ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ຄືນ​ໃໝ່​ໂດຍ​ໄວ

cri
ຕາມຂ່າວCRI,​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ​11​ພຶດ​ສະ​ພາ,​ທ່ານ​ລິວ​ຈ້ຽນ​ຊາວ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ໄດ້​ພະຍາ​ຍາມ​ໂດຍ​ຕະ​ຫຼອດ​ເພື່ອ​ຊຸກ​ຍູ້​ໃຫ້​ຈັດ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ນີວ​ເຄຼຍ​ແຫຼມ​ເກົາ​ຫຼີ​ຄືນ​ໃໝ່​ໂດຍ​ໄວ.ຫວັງ​ໃຫ້​ຝ່າຍ​ກ່ຽວ​ທີ່​ສຳ​ຄັນ​ໃຊ້​ທ່າ​ທີ​ຄ່ອງ​ແຄ້ວ​ແລະ​ຕິດ​ແທດ​ຕົວ​ຈິງ,​ກຳ​ຈັດ​ອຸ​ປະ​ສັກ​ໃນ​ການ​ຟື້ນ​ຟູ​ຈັດ​ການ​ເຈ​ລະ​ຈາ​ຄືນ​ໃໝ່​ໂດ​ຍ​ໄວ.

ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ,ທ່ານ​ລິວ​ຈ້ຽນຊາວ​ກ່າວ​ວ່າ,ຈີນ​ແລະ​ອາ​ເມ​ລິ​ກາ​ລ້ວນ​ແຕ່​ມີ​ເຈດ​ຈຳນົງ​ຜ່ານ​ຈາກ​ການ​ສົນທະນາ​ແລະ​ຊ່ອງ​ທາງ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ມາ​ແກ້​ໄຂ​ບັນຫາ​ນີວ​ເຄຼຍຂອງ​ແຫຼມ​ເກົາຫຼີ,​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ປອດ​ນີວ​ເຄຼຍ​ໂດຍ​ໄວ,​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ.​ອຸ​ປະ​ສັກ​ຕົ້ນ​ຕໍ​ໃນ​ການ​ຟື້ນ​ຟູ​ຈັດ​ການ​ເຈ​ລະ​ຈາ​ຄືນ​ໃໝ່​ໃນ​ສະ​ເພາະ​ໜ້າ​ນີ້​​ແມ່ນ​ສ.ປ.ປ.​ເກົາ​ຫຼີ​ແລະ​ອາ​ເມ​ລິ​ກາ​ຍັງ​ມີ​ຄວາມ​ເຫັນ​ຂັດ​ກັນ​ແລະ​ເປັນ​ປໍ​ລະ​ປັກ​ກັນ​ໃນ​ບັນ​ຫາ​ການ​ເງິນ​ທີ່​ກ່ຽວ​ພັນ​ເຖິງ​ສ.ປ.ປ.​ເກົາ​ຫຼີ​.