ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-11 21:42:52    
ເຮືອນໂນ​ຢູ່​ແບບ​ອັດ​ຕະ​ໂນ​ມັດ​--​ຜູ້​ກຳ​ກັບ​ວຽກ​ເຮືອນ​ແບບ​ໃໝ່​ຂອງ​ຄົນ​ຈີນ​(ສຽງ)

cri Author: shuo


ປັດຈຸບັນ​ນີ້,ການ​​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່ສະດວກ​ສະບາຍ​ກວ່າ​ເກົ່າ​ພວມ​ກາຍ​ເປັນ​ສິ່ງ​ສະ​ແຫວ​ງຂອງ​ຄົນ​ຈີນ​ນັບ​ມື້​ນັບ​ຫຼາຍ,​ການ​ສ້າງ​ເຮືອນ​ຢູ່​ທີ່​ສະ​ດວກ​ສະ​ບາຍ​ກໍ​ບໍ່​ພຽງ​ແຕ່​ອາ​ໄສ​ການ​ຕົກ​ແຕ່ງ​ຢ່າງ​ລະ​ອຽດ​ທໍ່​ນັ້ນ.​ລະ​ບົບ​ເຮືອນ​ຢູ່​ແບບ​ອັດ​ຕະ​ໂນ​ມັດ​ທີ່​ຈະ​ເລີນ​ໃໝ່​ພວມ​ກາຍ​ເປັນ​ຜູ້​ກຳ​ກັບ​ວຽກ​ເຮືອນ​ໃໝ່​ຂອງ​ຄົນ​ຈີນ,​ເຮັດ​ໃຫ້​ຊີ​ວິດ​ການ​​ເປັນ​ຢູ່​ຂອງ​ຄົນ​ທັງ​ຫຼາຍ​ສະ​ດວກ​ສະ​ບາຍ​ກວ່າ​ເກົ່າ.​

ທ່ານ​ວາງຢາ​ວ​ແມ່ນ​ຜູ້​ຈຳໜ່າຍ​ຂອງ​ບໍລິສັດ​ເຄຫະ​ແລະ​ຕາດິນແຫ່ງ​ໜຶ່ງ.ລາວ​ຂຸ້ນ​ນຳ​ວຽກ​ທຸກ​ມື້,​ສິ່ງ​ທີ່​ທ່ານ​ປາ​ຖະ​ໜາ​ທີ່​ສຸດ​ກໍ​ແມ່ນ​ພໍ​ເມືອ​ຮອດ​ເຮືອນ,​ກໍ​ສາ​ມາດ​ກິນ​​ເຂົ້າ​ຮ້ອນ​ວູ່ໆ​ໃນ​ທັນ​ທີ​ໄດ້​ແລະ​ອາບ​ນ້ຳ​ຢ່າງ​ສະ​ບາຍ​ໃນ​ທັນ​ທີ​ໄດ້.​ຈົນ​ຮອດ​ເຄື່ອງ​ປັບ​ອາ​ກາດ​ໃນ​ເຮືອນ​ທ່ານ​ກໍ​ຢາກ​ເປີດ​ກ່ອນ​ດ້ວຍ​ການ​ບັນ​ຊາ​ຈາກ​ທາງ​ໄກ.​ທ່ານ​ເວົ້າ​ວ່າ:​"​ໃນ​ລະ​ດູ​ຮ້ອນ,​ອາ​ກາດ​ຮ້ອນ​ຫຼາຍ,​ໃນ​ເຮືອນ​ຕ້ອງ​ເປີດ​ແອ​.​ແຕ່​ຖ້າ​ເປີດ​ຕະ​ຫຼອດ​24​ຊົ່ວ​ໂມງ,​​ເຖິງ​ຈະ​ເຢັນ,​ແຕ່​​ກໍ​ເປືອງ​ໄຟ​ຟ້າ​ຫຼາຍ.​ກ່ອນ​ເລີກ​ການ,​ໃຊ້​ໂທ​ລະ​ສັບ​ມື​ຖື​​ເປີກ​ໄວ້​ແອ​ກ່ອນ,​ເມື່ອ​ເຂົ້າ​ເຮືອນ​ແລ້ວ,​ກໍ​ຈະ​ຮູ້​ສຶກ​ເຢັນ​ສະ​ບາຍ​​ໃນ​ທັນທີ."

ປະຈຸ​ບັນ​ນີ້,ຄວາມ​ຫວັງ​ຂອງ​ທ່ານ​ວາງຢາ​ວບໍ່​ແມ່ນ​ຄວາມ​​​ໄຝ່​ຝັນ​ອີກ​ແລ້ວ.ທະ​ແນມ​ແຕ່​ຕີ​ໂທ​ລະ​ສັບ​ໄປ​ຫາ​ຜູ້​ກຳກັບ​ວຽກ​ເຮືອນ​ເອ​ເລັກ​ໂຕຼ​ນີກ​ໃນ​ເຮືອນ,​ແລະ​ອອກ​ຄຳ​ສັ່ງ​ຕໍ່​ມັນ,​ເມື່ອ​ເມືອ​ຮອດ​​ເຮືອນ​ແລ້ວ,​ພວກ​ເຮົາ​ກໍ​ສາ​ມາດ​ຊົມ​ໃຊ້​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຜູ້​ກຳກັບ​ວຽກ​ເຮືອນ​ຢູ່​ນີ້​ກຽມ​ໃຫ້.

ທີ່​ຈິງ​ແລ້ວ,​ຜູ້​ກຳກັບ​ວຽກ​ເຮືອນ​ເອ​ເລັກ​ໂຕຼນິກກໍ​ໝາຍ​ເຖິງ​ເຮືອນ​ຢູ່​ອັດຕະ​ໂນ​ມັດທີ່​ປັນ​ຍາ.​ເວົ້າ​ງ່າຍໆ,​ກໍ​ຄື​ລະ​ບົບ​ອິນ​ເຕີ​ເນັດ​​​ໃຊ້​ໃນ​ເຮືອນ.​ມັນ​ສາ​ມາດ​​ເຮັດ​ໃຫ້​ຄອມ​ພິວ​ເຕີ​​ເຊື່ອມ​ຕໍ່​ກັບ​ເຄື່ອງ​ໄຟ​ຟ້າ​ໃຊ້​ໃນ​ເຮືອນ​ທັງ​ໝົດ.​ຖ້າ​ເອົາ​ລະ​ບົບ​ດັ່ງ​ກ່າວ​​ເຊື່ອມ​ຕໍ່​ກັບ​ອິນ​ເຕີ​ເນັດ,​ພວກ​ເຮົາ​ມີ​ແຕ່​ໃຊ້​ໂທ​ລະ​ສັບ​ມື​ຖື​ທີ່​​ເຂົ້າອິນ​ເຕີ​ເນັດ​ໄດ້,​ແລະ​ຕິດ​ຕັ້ງ​ຊອຟ​ແວດ​ທີ່​ສົມ​ຄູ່​ກັນ​ໃສ່​ໃນ​ໂທ ລະ​ສັບ​ມື​ຖື,ກໍ​ສາມາດ​ນຳ​ໃຊ້​ໂທລະ​ສັບ​ມື​ຖື​ບັນ​ຊາ​ເຄື່ອງ​ໄຟ​ຟ້າ​ໃຊ້​ໃນ​ເຮືອນ​ຈາກ​ທາງ​ໄກ​ໄດ້.

ລະບົບເຮືອນ​ຢູ່​ອັດຕະ​ໂນ​ມັດທີ່​ມີ​ປັນຍາ​ບໍ່​ພຽງ​ແຕ່​ມີ​ສັບພະ​ຄຸນ​ທີ່​ບັນ​ຊາ​ຈາກ​ທາງ​ໄກ​ທໍ່​ນັ້ນ.​ໃນ​ລະ​ບົບ​ນີ້,ຍັງ​ມີ​ສູນ​ຊຳລະ​ອັນ​ໜຶ່ງ,​ສາ​ມາດ​ຄວບ​ຄຸມ​​ເຄື່ອງ​ໄຟ​ຟ້າ​ໃຊ້​ໃນ​ເຮືອນ​ຕ່າງໆ ເຊັ່ນ​ດອກ​ໄຟ ​​ເຕົາ​ຕ່າງໆ ​ເຄື່ອງ​ສຽງ​ແລະ​ເຄື່ອງ​ວິ​ດີ​ໂອ​ເປັນ​ຕົ້ນ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ,​ພວກ​ເຮົາ​ໃຊ້​ຣິ​ໂໝດ​ໜ່ວຍ​ດຽວ,​ກໍ​ສາ​ມາດ​ຄວບ​ຄຸມ​ເຄື່ອງ​ໄຟ​ຟ້າ​ໃຊ້​ໃນ​ເຮືອນ​ທັງ​ໝົດ​ໄດ້.​ທ່ານ​ຊິ່ວ​ເຟີ່ງ​ຊຽງ​ເຮັດ​ວຽກ​​ຕິດ​ຕັ້ງ​ລະ​ບົບ​ເຮືອນ​ຢູ່​ອັດ​ຕະ​ໂນ​ມັດ​ທີ່​ມີ​ປັນ​ຍາ,​ທ່ານ​​ໄດ້​ແນະ​ນຳ​ຄວາມ​ສະ​ດວກ​ຂອງ​ລະ​ບົບ​ເຮືອນ​ຢູ່​ອັດ​ຕະ​ໂນ​ມັດ​ໃຫ້​ນັກ​ຂ່າວ​ຊາບ,​ໂດຍ​​ເອົາ​ການ​ເບິ່ງ​ຮູບ​ເງົາ​ໃນ​ເຮືອນ​ເປັນ​ຕົວ​ຢ່າງ.

ທ່ານ​ເວົ້າວ່າ:"ຖ້າ​ຢາກ​ເບິ່ງ​ຮູບ​ເງົາໃນ​ເຮືອນ,​ແຕ່​ເດີມ​ຕ້ອງ​ເປີດ​ເຄື່ອງ​ໄຟ​ຟ້າ​ໃຊ້​ໃນ​ເຮືອນ​ຫຼາຍ​ເຄື່ອງ.​ຕົວ ຢ່າງ​ຄື​ ​​ໂທ​ລະ​ພາບ,​ເຄື່ອງ​DVD​ເປັນ​ຕົ້ນ,​ຍັງ​ຕ້ອງ​ປັບ​​ແສງ​ໄຟ​ໃຫ້​ອ່ອນ​ລົງ.​ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ຕ້ອງ​ກົດ​ຣີ​ໂໝດ​ແຕ່​ລະ​ໜ່ວຍ.​ແຕ່​ວ່າ​ຖ້າ​ມີ​ລະ​ບົບ​ເຮືອນ​ຢູ່​ແບບ​ອັດ​ຕະ​ໂນ​ມັດ​ທີ່​ມີ​ປັນ​ຍາ​ແລ້ວ,​ພວກ​ເຮົາ​ສາ​ມາດ​ປັບ​ບັນ​ຍາ​ກາດ​ທີ່​ຕ້ອງ​ການ​ໃນ​ການ​ເບິ່ງ​ຮູບ​ເງົາ​ໃນ​ເຮືອນ​ໃຫ້​ດີ​ລ່ວງ​ໜ້າ,​ຫຼັງ​ຈາກ​ນັ້ນ,​ມີ​ແຕ່​ກົດ​ປຸ່ມ​ດຽວ,​ເຄື່ອງ​ໄຟ​ຟ້າ​ເຫຼົ່າ​ນີ້​ກໍ​ຈະ​ເປີດ​​ຢ່າງ​ອັດ​ຕະ​ໂນ​ມັດ​ແລະ​ປັບ​​ໃຫ້​ດີ."

ທ່ານ​ຊິ່ວ​ເຟີ່ງຊຽງ​ເວົ້າວ່າ,​ການ​ປັບ​ຕົວ​ແບບກໍລະນີ​ຕ່າງ​ກັນແມ່ນ​ການ​ບໍລິການ​​ທີ່​ຮູ້​ຈິດ​ຮູ້​ໃຈ​ກັນ​ທີ່​ສຸດ​ຂອງ​ລະ​ບົບ​ເຮືອນ​ຢູ່​ແບບ​ອັດ​ຕະ​ໂນ​ມັດ.​ຕົວ​ຢ່າງ​ຄື​ດອກ​ໄຟ ເຄື່ອງ​​ໄຟ​ຟ້າ​ໃຊ້​ໃນ​ເຮືອນ​ທີ່​ທຳ​ມະ​ດາ​ທີ່​ສຸດ,​ໃນ​​ເວ​ລາ​ເຈົ້າ​ເຮືອນ​ເບິ່ງ​ໂທ​ລະ​ພາບ,​​ກໍ​ສາ​ມາດ​ປັບ​ລະ​ບົບ​ເຮືອນ​ຢູ່​​ອັດ​ຕະ​ໂນ​ມັດ​ໃຫ້​ເປັນ​ຕົວ​ແບບ​ເບິ່ງ​ໂທ​ລະ​ພາບ,​ເຊິ່ງ​ສາ​ມາດ​ປັບ​ແສງ​ໄຟ​ໃຫ້​ຄ່ອຍໆ​ມືດ​ລົງ,​ສ້າງ​ບັນ​ຍາ​ກາດ​ທີ່​ສະ​ບາຍ​ໃຫ້​ເຈົ້າ​ເຮືອນ​ພັກ​ຜ່ອນ​ຢ່ອນ​ອາ​ລົມ;​ໃນ​ເວ​ລາ​ເຈົ້າ​ເຮືອນ​ອອກ​ຈາກ​ເຮືອນ,​ກໍ​ບໍ່​ຕ້ອງ​ໄປ​ກວດ​ເບິ່ງ​ວ່າ​ໄດ້​ມອດ​ໄຟ​ທຸກ​ຫ້ອງ​ແລ້ວ​ບໍ່,​ມີ​ແຕ່​ເລືອກ​ເອົາ​​ຕົວແບບ​ມອດ​ໝົດ​ກໍ​ໄດ້​ແລ້ວ.

ສັບພະ​ຄຸນ​ເຫຼົ່ານີ້​ຂອງ​ລະບົບ​ເຮືອນ​​ຢູ່​ແບບ​ອັດຕະ​ໂນ​ມັດທີ່​ມີ​ປັນຍາ​ແມ່ນ​ບັນລຸ​ຜົນ​ເປັນ​ຈິງ​ໄດ້​ແນວ​ໃດ?​ທ່ານ​ຊິ່ວ​ເຟີ່ງ​ຊຽງ​ເວົ້າ​ວ່າ,​ປະ​ຈຸ​ບັນ​ນີ້,​ຢູ່​ຈີນ,​ລະ​ບົບ​ເຮືອນ​ຢູ່​ແບບ​ອັດ​ຕະ​ໂນ​ມັດ​ຕົ້ນ​ຕໍ​ມີ​ສອງ​ປະ​ເພດ ຄື​ລະບົບ​ມີ​ສາຍ​ແລະ​ລະ​ບົບ​ບໍ່​ມີ​ສາຍ.​ລະ​ບົບ​ມີ​ສາຍ​ແມ່ນ​ເອົາ​ເສັ້ນ​ຄວບ​ຄຸມ​ສາຍ​ໜຶ່ງ​ເຊື່ອ​ມຕໍ່​ກັບເຄື່ອງ​ໄຟ​ຟ້າ​ທີ່​ຕ້ອງ​ການ​ຄວບ​ຄຸມ,​ເວົ້າ​ສຳ​ລັບ​ເຮືອນ​ຢູ່​ທີ່​ໄດ້​ຕົກ​ແຕ່ງ​ແລ້ວໆ,​ຮູບ​ການ​ດັ່ງ​ກ່າວ​ມ້າງ​ເສັ້ນ​ໄຟ​ຟ້າ​ທີ່​ມີ​ຢູ່​ແລ້ວ​ແລະ​ແລ່ນ​ສາຍ​ໄຟ​ຟ້າ​ຄືນ​ໃໝ່,​ລາຄາ​ກໍ​ແພງ​ສົມ​ຄວນ.​ສ່ວນ​ຮູບ​ການ​ບໍ່​ມີ​ສາຍ​ແມ່ນ​​ໃຊ້​ຣີ​ໂໝດ​ສົ່ງ​ສັນ​ຍານ​ຊະ​ນິດ​ໜຶ່ງ​​ເພື່ອ​ອອກ​ຄຳ​ສັ່ງ.​ທະ​ແນມ​ແຕ່​ເຄື່ອງ​ໄຟ​ຟ້າ​ໃຊ້​ໃນ​ເຮືອນ​ຮັບ​ເອົາ​ສັນ​ຍານ​ແອງ​ຟຼາ​ຣູດ​ໄດ້,ກໍ​ສາ​ມາດ​ຄວບ​ຄຸມ​ດ້ວຍ​ເຄື່ອງ​ປັບ​ສັນ​ຍານ​ໄດ້.

ທ່ານ​ຊິ່ວ​ເຟີ່ງຊຽງ​​ແນະນຳ​ວ່າ:"ເຄື່ອງ​ໄຟຟ້າຫຼາຍຊະ​ນິດ​ ​ເຊັ່ນ​ໂທລະພາບ​ແມ່ນ​ຮັບ​ເອົາ​ສັນ​ຍານ​RF​ບໍ່​ໄດ້,​ມີ​ແຕ່​ຮັບ​ເອົາ​ສັນ​ຍານ​ແອງ​ຟຼູາ​ຣູດ​ໄດ້.ພວກ​ເຮົາ​ຕ້ອງ​ປັບ​ສັນ​ຍານ​RF​ເປັນ​ສັນ​ຍານ​​ແອງ​ຟຼາ​ຣູດ​​ໂດຍ​ຜ່ານ​ຈາກ​ສູນ​ຄວບ​ຄຸມ​ແອງ​ຟຼາ​ຣູດ.​ນອກ​ນີ້,​ສັນ​ຍານ​ແອງ​ຟຼາ​ຣູດ​ແມ່ນ​ມີ​ທິດ,​ໝາຍ​ຄວາມ​ວ່າ​ຖ້າ​ຢາກ​ຄວບ​ຄຸມ​ໂທ​ລະ​ພາບ,​ຕ້ອງ​ເອົາ​ຣີ​ໂໝດ​ຫັນ​ໜ້າ​ໄປ​ສູ່ໂທ​ລະ​ພາບ.​ແຕ່​ຖ້າ​ທ່ານ​​ໃຊ້​ຣີ​ໂໝດ​RF​ກໍ​ບໍ່​ມີ​ບັນ​ຫາ​ນີ້​ແລ້ວ,​ເພາະ​ວ່າ​ສັນ​ຍານ​RF​ແມ່ນ​ສັນ​ຍານ​ທີ່​ກີດ​ຂວາງ​ບໍ່​ໄດ້​​ໃນ​360​ອົງ​ສາ,​ຢູ່​ຫ້ອງ​ຊັ້ນ​ລຸ່ມ​ກໍຄວບ​ຄຸມ​ຫ້ອງ​ຊັ້ນ​ເທິງ​ໄດ້."

ລະບົບເຮືອນ​ຢູ່​ແບ​ບອັດຕະ​ໂນ​ມັດ​ທີ່​ມີ​ປັນຍາບໍ່​ພຽງ​ແຕ່​ສາມາດເຮັດ​ໃຫ້​ຊີ​ວິດ​ຂອງ​ຄົນ​ເຮົາ​​ສະ​ດວກ​​ສະ​ບາຍ​ກວ່າ​ເກົ່າ​ທໍ່​ນັ້ນ,​ຫາກ​ຍັງ​ສາ​ມາດ​ເຮັດ​ໃຫ້​ເຮືອນ​ຢູ່​ປອດ​ໄພກ​ວ່າ​ເກົ່າ.​ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ອີ້​​ເຈ່ຍ​ປັກ​ກິ່ງ​ຈຳ​ກັດ​ແມ່ນ​ບໍ​ລິ​ສັດ​ທີ່​ອອກ​ແບບ​ແລະ​ຕິດ​ຕັ້ງ​ລະ​ບົບ ເຮືອນ​ຢູ່​​ແບບ​ອັດ​ຕະ​ໂນ​ມັດ​ທີ່​ມີ​ປັນ​ຍາ​ແຫ່ງ​ໜຶ່ງ.​ທ່ານ​ສື​ຊົ້ງ ຜູ້​ຈັດ​ການ​ພະ​ແນກ​ຈຳ​ໜ່າຍ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ​ບອກ​ນັກ​ຂ່າວ​ວ່າ,​ສັບ​ພະ​ຄຸນ​​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ຜະ​ລິດ​ຕະ​ພັນ​ລະ​ບົບ​ເຮືອນ​ຢູ່​ແບບ​ອັດ​ຕະ​ໂນ​ມັດ​ທີ່​ມີ​ປັນ​ຍາ​ຂອງ​ບໍ​ລິ​ສັດ​ພວກ​ເຂົາ​ເຈົ້າ​ສາ​ມາດ​ເຮັດ​ໃຫ້​ຂະ​ໂມ​ຍທີ່​​ເຂົ້າ​ເຮືອນ​ລັກ​ຂອງ​ນັ້ນຢ້ານ​ກົວ​ຈົນ​ໜີ​ໄປ.

ທ່ານ​ເວົ້າວ່າ:"ພວກ​ເຮົາ​ມີ​ຕົວ​ແບບຄື​ກົນ​ອຸບາຍ​ໄຂ​ປະຕູ​ເມືອງ​ເປົ່າ.ຕົວຢ່າງ​ຄື,​ໃນ​​ເວລາ​ເຈົ້າ​ເຮືອນ​ໄປ​ເຮັດ​ການ​ຢູ່​ຕ່າງ​ຖິ່ນ,​ກໍ​ສາ​ມາດ​ເປີດ​ໂທ​ລະ​ພາບ​ຕາມ​ເວ​ລາ​ກຳ​ນົດ​ເປີດ​ຜ້າ​ກັ້ງ​ປ່ອງ​ຕາມ​ເວ​ລາ​ກຳ​ນົດ ​ເປີດ​ແລະ​ມອດ​​ໄຟ​ຕາມ​ເວລາ​ກຳນົດ​ໄດ້,​ເຮັດ​ໃຫ້​ໝົດ​ທຸກ​ຄົນ​ເຫັນ​ວ່າ ​ເຮືອນ​ນີ້​ມີ​ຄົນ​ຢູ່.​ພວກ​ເຮົາ​ຍັງ​ມີ​ຕົວ​ແບບ​ນາບ​ຂູ່,​ຖ້າ​ມີ​ຂະ​ໂມຍ​​ເຂົ້າ​ເຮືອນ​ລັກ​ຂອງ,​ແສງ​ໄຟ​ຈະ​ເຫຼື້ອມ​ມາບໆ,​ເຄື່ອງ​ໄຟ​ຟ້າ​ນາໆ​ຊະນິດ​ກໍ​ເປີດ​ແລ້ວ​,ນາບ​ຂູ່​​ຂີ້​ລັກ​ໃຫ້​ໜີໄປ."

ທ່ານ​ສືຊົ້ງ​ແນະນຳ​ວ່າ,ທະ​ແນມແຕ່​ຕິດຕັ້ງກ້ອງ​ຖ່າຍ​ຮູບ​ນ້ອຍໆ​ໜຶ່ງ​ຢູ່​ໃນ​ເຮືອນ,​ເມື່ອ​ມີ​ຂີ້​ລັກ​ເຂົ້າ​ເຮືອນ​ແລ້ວ,​ລະ​ບົບ​ເຮືອນ​ຢູ່​ແບບ​ອັດ​ຕະ​ໂນ​ມັດ​ທີ່​ມີ​ປັນ​ຍາ​ກໍ​ເປີດ​ກ້ອງ​ຖ່າຍ​ຮູບ,​ເຈົ້າ ​ເຮືອນ​ກໍ​ຈະ​ເຫັນ​ການ​ກະ​ທຳ​ຂອງ​​ຂີ້​ລັກ​ໂດຍ​ຜ່ານ​ຈາກ​ໂທ​ລະ​ສັບ​ມື​ຖື​ຫຼື​ຄອມ​ພິວ​ເຕີ​ທີ່​ເຂົ້າ​ອິນ​ເຕີ​ເນັດ​ໄດ້,​ແລະ​ບັນ​ຊາ​ຈາກ​ທາງ​ໄກ​ໃຫ້​ປິດ​ປະ​ຕູ​ແລະ​ແຈ້ງ​ໃຫ້​ຜູ້​ປ້ອງ​ກັນ​ຄວາມ​ປອດ​ໄພ​ໃນ​ຄຸ້ມ​ເຮືອນ​ຢູ່​ຊາບ,​ແລ້ວ​ກໍ​ຈະ​ໄດ້​ຈັບ​ຕົວ​ຂີ້​ລັກ​ກັບ​ທີ່.

​ຜູ້​ບໍລິ​ໂພ​ກບາງ​ຄົນ​ອາດ​ຈະຄິດວ່າ,ລະບົບ​ເຮືອນ​ຢູ່​ທີ່​ມີ​ປັນຍາ​ແບບ​ນີ້​ຕ້ອງ​ແພງ​ຫຼາຍ.​ບຸກ​ຄົນ​​ໃນ​ຂະ​ແໜງ​ການ​ເຜີຍ​ໃຫ້​ຮູ້​ວ່າ,​ລາ​ຄາ​ຂອງ​ລະ​ບົບ​ເຮືອນ​ຢູ່​ແບບ​ອັດ​ຕະ​ໂນ​ມັດ​ທີ່​ມີ​ປັນ​ຍາ​ມີ​ແພງ​ມີ​ຖືກ​ຕາມ​ສັບ​ພະ​ຄຸນ​ໜ້ອຍ​ຫຼາຍ,​ປະ​ຈຸ​ບັນ​ນີ້​ຢູ່​ຈີນ,​ພຽງ​ແຕ່​ເສຍ​ເງິນ​ປະ​ມານ​ 5000​ຢວນ​ທໍ່​ນັ້ນ​ກໍ​ສາ​ມາດ​ຕິດ​ຕັ້ງ​ລະ​ບົບ​ເຮືອນ​ຢູ່​ອັດຕະ​ໂນ​ມັດ​ທີ່​ມີ​ປັນ​ຍາ​ອັນ​ພື້ນ​ຖານ​ຊຸດ​ໜຶ່ງ​ໄດ້​ແລ້ວ.