ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-12 15:56:46    
ທີ​ມລອຍ​ນ້ຳ​ຈີນ​ໄດ້​ສ້າງ​ຄວາມ​ໝັ້ນ​ໃຈ​ຈາກ​ງານ​ແຂ່ງ​ຂັນ​ລອຍ​ນ້ຳ​ໄລ​ຍະ​ສັ້ນ​ຊີງ​ຊະ​ນະ​​ເລີດ​ໂລກ(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຫວ່າງ​ມໍ່ໆ​ນີ້, ງານ​ແຂ່ງຂັນ​ລອຍ​ນ້ຳ​ໄລຍະ​ສັ້ນ​ຊີງ​ຊະ​ນະ​ເລີດ​ໂລກ​ຄັ້ງທີ 8 ​ທີ່​ຈັດ​ຂຶ້ນຢູ່​ທີ່​ຊຽງ​ໄຮ້ ໄດ້​ສິ້ນ​ສຸດ​ລົງ​. ​ໃນ​ງານ​ແຂ່ງຂັນ​ເທື່ອ​ນີ້, ທີມ​ຈີນ​ຊີງ​ໄດ້​ຫຼຽນ​ຄຳຫຼາຍໆຫຼຽນ, ເວົ້າສຳລັບທີ​ມລອຍ​ນ້ຳ​ຈີນ​ທີ່​ມີມານະ​ຈິດ​ຊີງ​ເອົາ​ຜົນ​ງານ​ດີ​ເດັ່ນ​ໃນ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລ້ວ, ນີ້​ແມ່ນ​ຂ່າວ​ດີ​ຢ່າງ​ບໍ່​ຕ້ອງ​ສົງ​ໄສ. ​ໃນ​ລາຍ​ການ​ໂລກ​ກິ​ລາ​ພາກ​ນີ້, ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ປະກອບສຽງທີ່​ພາດ​ຫົວ​ເລື່ອງ​ວ່າ: ທີມ​ລອຍ​ນ້ຳ​ຈີນ​ໄດ້​ສ້າງ​ຄວາມ​ໝັ້ນ​ໃຈ​ຈາກ​ງານ​ແຂ່ງຂັນ​ລອຍ​ນ້ຳ​ໄລຍະ​ສັ້ນຊີງ​ຊະ​ນະ​​ເລີດ​ໂລກ.

ທຳ​ມະ​ດາ​ແລ້ວ ລາຍການ​ລອຍ​ນ້ຳ​​​ເປັນ​ລາຍການມີຫຼຽນຄຳ​ຫຼວງຫຼາຍ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ, ​ແຕ່​ໃນຫຼາຍປີ​ມາ​ນີ້ ຜົນງານ​ທີ່ນັກ​ກິລາລອຍ​ນ້ຳ​ຈີນ​ຊີງ​ໄດ້ນັ້ນເປັນ​ທຳ​ມະ​ດາ. ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ອາ​ແຕນ​ປີ 2004, ນັກ​ກິລາ​ລອນ​ນ້ຳ​ຈີນ​ຊີງ​ໄດ້​ຫຼຽນ​ຄຳ​ແລະ​ຫຼຽນ​ເງິນ​ຢ່າງ​ລະ​ຫຼຽນ. ​ໃນ​ງານ​ແຂ່ງຂັນ​ລອຍ​ນ້ຳ​ຊີງ​ຊະນະ​​ເລີດ​ໂລກ​ປີ 2005, ນັກ​ກິລາ​ຈີນ​ບໍ່​ໄດ້​ຫຼຽນ​ຄຳ​ຈັກ​ຫຼຽນ. ​ແຕ່​ໃນ​ງານ​ແຂ່ງຂັນ​ຊີງ​ຊະນະ​ເລີດ​ຄັ້ງທີ 8 ທີ່​ຫາ​ກໍ່ສິ້ນ​ສຸດ​ລົງ​ນັ້ນ, ນັກ​ກິລາ​ຈີນ​ຊີງ​ໄດ້​ຫຼຽນ​ຄຳ 5 ຫຼຽນ ຫຼຽນ​ເງິນ 1 ຫຼຽນ ​ແລະຫຼຽນທອງ 6 ຫຼຽນ, ​ໄດ້​ຮັບ​ໄຊຊະນະ​ໃຫຍ່. ນີ້​ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ ​ໄດ້​ເພີ່ມ​ຄວາມ​ຫວັງ​ໃຫ້​ແກ່​ພວກ​ເຂົາ​ເຈົ້າ​ໄປຊີງ​ເອົາຜົນ​ງານອັນມີ​ລັກສະນະ​ບຸກທະລຸ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008.

​ໃນ​ງານ​ແຂ່ງຂັນ​ລອຍ​ນ້ຳ​ຊີງ​ຊະນະ​ເລີດ​ໂລກ​ເທື່ອ​ນີ້, ຈີນ​ມີນັກ​ກິລາ 43 ຄົນ​​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ, ​ໃນ​ນັ້ນມີ​ກວ່າເຄິ່ງໜຶ່ງ​ແມ່ນ​ນັກ​ກິລາ​ໜຸ່ມ. ​ເຖິງ​ວ່າ​ນັກ​ກິລາ​ໜຸ່ມ​ທີ່​ເຂົ້າ​ຮ່ວມ​ງານ​ແຂ່ງ​ຂັນ​ລະດັບ​ໂລກ​ເປັນຄັ້ງທຳ​ອິດເຫຼົ່ານີ້​​ຊີງ​ເອົາຫຼຽນລາງວັນບໍ່​ໄດ້​ຕາມ​ຄວາມ​ຫວັງ​ກໍ່​ຕາມ, ​ແຕ່​ພວກ​ເຂົາ​ເຈົ້າ​ໄດ້​ສະ​ແດງ​ກຳລັງ​ບົ່ມ​ຊ້ອນທີ່​ດີງາມ. ​ຕົວຢ່າງ​ຄື ທ້າວ​ຫວາງ​ສິນ​ທີ່​ລອຍ​ແບບ​ກົບ​ແລະ​ທ້າວ​ຈ່າງ​ຊິນ​ທີ່​ລອຍ​​ແບບປະສົມ​ເປັນຕົ້ນ ລ້ວນ​ແຕ່​ແມ່ນ​ຄວາມ​ຫວັງ​ຂອງ​ທີ​ມ​ລອຍ​ນ້ຳ​ຈີນ​ໃນ​ປີ 2008.

​ໃນຫຼາຍປີ​ມາ​ນີ້, ກິລາລອຍ​ນ້ຳ​ຈີນ​ໄດ້​ປະກົດ​ມີ​ສະພາບ​ການ​ທີ່​ນັກ​ກິລາ​ຍິງ​ເກັ່ງ​ກວ່າ​ນັກ​ກິ​ລາ​ຊາຍ​​ໂດຍ​ຕະຫຼອດ, ​ແຕ່​ໃນ​ງານ​ແຂ່ງຂັນ​ເທື່ອ​ນີ້, ນັກ​ກິລາ​ຊາຍ​ຈີນ​ໄດ້​ມີ​ທ່ວງ​ທ່າ​ທີ່​ບຸກ​ທະ​ລຸ​​ເປັນ​ໝູ່​ເປັນ​ຝູງ: ​​ເຖິງ​ວ່າກະດູກ​ຕີນຂອງທ້າວ​ອູ​ເຜິ​ງ​ໄດ້​ບາດ​ເຈັບ ​ແຕ່​ລາວ​ກ້າ​ສູ້​ຊົນ ຍັງ​ຊີງ​ໄດ້ຫຼຽນຄຳ​​ໃນການ​ລອຍ​ແບບ​ແມງກະ​ເບື້ອ 200 ​ແມັດ​, ​ແລະ​ທັງ​ທຳ​ລາຍ​ສະ​ຖິ​ຕິ​ງານ​ແຂ່ງ​ຂັນ​ຊີງ​ຊະນະ​ເລີດ​ໂລກ​ອີກ, ນີ້​ແມ່ນ​ນັກ​ກິລາ​ຊາຍ​ຈີນ​ຊີງ​ໄດ້​ຫຼຽນ​ຄຳ​ເປັນ​ຄັ້ງ​ທຳ​ອິດ​ໃນ​ງານ​ແຂ່ງ​ຂັນ​ລະດັບ​ໂລກ​ໃນ​ເກືອບ 10 ປີ​ມາ​ນີ້. ທ້າວ​ຈ່າງ​ລິນ​ຊີງ​ໄດ້​ຫຼຽນ​ທອງ​ໃນ​ການ​ລອຍ​ແບບ​ເສ​ລີ 1500 ​ແມັດ, ນີ້​ແມ່ນ​ນັກ​ກິລາ​ຊາຍ​ຈີນ​ຊີງ​ໄດ້ຫຼຽນລາງວັນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ລາຍ​ການ​ລອຍ​ໄລ​ຍະ​ຍາວ​ຂອງ​ງານ​ແຂ່ງຂັນ​ລະດັບ​ໂລກ. ຄວາມ​ກ້າວໜ້າ​ຂອງ​ນັກ​ກິລາ​ຊາຍ​ຈີນ​ແມ່ນ​ພົ້ນ​ເດັ່ນ, ນີ້​ກໍ່​​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ໄດ້​ເຫັນ​ຄວາມ​ຫວັງຂອງ​ຕົນ​​ໄປ​ຊີງ​ເອົາ​ຫຼຽນ​ລາງ​ວັນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ. ທ້າວ​ອູ​ເຜິ​ງ​ເວົ້າວ່າ: ​ເປົ້າໝາຍ​ໄລຍະ​ຍາວ​ກໍ່​ແມ່ນ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008, ຈົນ​ຮອດ​ປັດຈຸບັນ ຜົນງານ​ດີ​ທີ່​ສຸດ​

ອງລາຍການລອຍ​ນ້ຳ​ເພດ​ຊາຍ​ຈີນ​ພຽງ​ແຕ່​ເປັນ​ທີ 4 ທໍ່​ນັ້ນ, ສະນັ້ນ ພວກ​ຂ້າພະ​ເຈົ້າ​ຕ້ອງ​ພະ​ຍາ​ຍາມ​ສູ້​ຊົນ​ຈົດສຸດ​ຂີດ ​ໄປຊີງ​ຊີງເອົາຫຼຽນລາງວັນ.

ຕໍ່​ການສະ​ແດງ​ຂອງ​ທີ​ມຈີນ​ໃນ​ງານ​ແຂ່ງຂັນ​ເທື່ອ​ນີ້, ທ່ານ​ຈ່າງ​ຢ້າຕົ່ງ ຄູ​ຝຶກ​ໃຫຍ່​ຜູ່​ໃໝ່​ຂອງ​ທີ​ມລອຍ​ນ້ຳ​ຈີນ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ. ທ່ານ​ເຫັນ​ວ່າ, ​ເມື່ອ​ສັງ​ເກດ​ຈາກ​ງານ​ກິລາ​ໂອ​ລິ​ມປິກ​ທຸກ​ຄັ້ງທີ່​ຜ່ານ​ມາ​ແລ້ວ​ເຫັນ​ວ່າ, ຍ້ອນ​ໃຈຮ້ອນ​ແລະ​ບໍ່​ມີ​ຄວາມ​ໝັ້ນ​ໃຈ, ນັກ​ກິ​ລາ​ຈີນ​ຜູ່​ມີລະດັບ​ສູງ​ສົມຄວນ​ຈຳນວນໜຶ່ງ​ພັດ​ບໍ່ໄດ້​ຫຼຽນລາງວັນຊ້ຳ. ​ແຕ່​ໃນ​ງານ​ແຂ່ງ​ຂັນ​ຊີງ​ຊະ​ນະ​ເລີດ​ໂລກ​ເທື່ອ​ນີ້, ບໍ່​ວ່າ​ນັກ​ກິລາ​ອາວຸ​ໂສຫຼືວ່າ​ນັກ​ກິລາ​ໜຸ່ມ, ທີ​ມຈີນ​ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ອັນ​​ເຕັມ​ປ່ຽມ, ທ່ານ​ຈ່າງ​ຢ້າຕົ່ງ​ເຫັນ​ວ່າ, ນີ້​ແມ່ນ​ໝາກຜົນ​ໃຫຍ່​ກວ່າ​ໝູ່​ທີ່​ທີມ​ລອຍ​ນ້ຳ​ຈີນ​ໄດ້​ຮັບ​ໃນ​ງານ​ແຂ່ງຂັນ​ເທື່ອ​ນີ້. ທ່ານ​ເວົ້າວ່າ: ​ເວົ້າສຳລັບ​ການ​ແຂ່ງຂັນ​ແລ້ວ, ຂ້າພະ​ເຈົ້າ​ຮູ້​ສຶກ​ວ່າ ສິ່ງ​ທີ່​ຕ້ອງ​ຍ້ອງ​ຍໍ​ນັ້ນ ກໍ່​ແມ່ນ​ຄວາມ​ໝັ້ນ​ໃຈ​ສັງ​ລວມຂອງພວກ​ຂ້າພະ​ເຈົ້າ​ໄດ້ຍົກ​ສູງ​ຂຶ້ນ. ​ເຖິງ​ວ່າ ພວກ​ຂ້າ​ພະ​ເຈົ້າ​ຍັງ​ຜິດໂຕນກັບ​ລະດັບ​ຂອງ​ນັກ​ກິລາ​ເອີ​ລົບ​ອາ​ເມ​ລິ​ກາຫຼາຍ ​ແລະ​ຍັງ​ຜິດ​ໂຕນ​ກັບ​​ເປົ້າ​ໝາຍ​ທີ່​ມີ​ການ​ບຸກທະລຸ​ຮອບດ້ານ​ໃນ​ງານ​ກິລາ​ໂອ​ລິ​ມປິກຫຼາຍກໍ່ຕາມ, ​ແຕ່​ທະ​ແນມ​ແຕ່​ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ, ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ແລ້ວ, ​ໄປ​ອີກ​ສອງ​ປີ, ພວກ​ຂ້າ​ພະ​ເຈົ້າ​ຈະ​ຊີງ​ໄດ້​ຜົນ​ງານ​ດີ​ຢ່າງ​ແນ່ນອນ.

ຜົນງານທີ່​ຍາດ​ມາ​ໄດ້ຫຼວງຫຼາຍນັ້ນ ບໍ່​ພຽງ​ແຕ່​ເຮັດ​ໃຫ້​ນັກ​ກິລາ​ທັງ​ຫຼາຍ​ມີ​ຄວາມ​ໝັ້ນ​ໃຈ​ເພີ່ມ​ຂຶ້ນ​ໃນ​ການ​ຊີງ​ເອົາຫຼຽນລາງວັນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງທໍ່​ນັ້ນ, ​ແລະ​ກໍ່​ເຮັດ​ໃຫ້​ບຸກ​ຄົນ​ວິຊາ​ການ​ໃນ​ວົງ​ການ​ລອຍ​ນ້ຳ​ສາກົນ​ຕີ​ລາຄານັກ​ກິລາ​ຈີນ​ດ້ວຍ​ສາຍ​ຕາ​ໃໝ່. ທ່ານ​ລາ​ຟາ​ວຸຍ ປະ​ທານ​ສະຫະພັນ​ລອຍ​ນ້ຳສາກົນ​ເຊື່ອ​ໝັ້ນວ່າ, ນັກ​ກິລາລອຍ​ນ້ຳ​ຈີນ​ຄົງ​ຈະ​ຊີງ​ໄດ້​ຜົນ​ງານ​ທີ່​ເຮັດ​ໃຫ້​ຄົນ​ເພິ່ງ​ພໍ​ໃຈ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ. ທ່ານ​ເວົ້າວ່າ: ຂ້າພະ​ເຈົ້າ​ເຊື່ອ​ວ່າ, ​ໃນ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ, ນັກ​ກິລາ​ລອຍ​ນ້ຳຈີນຈະ​ມີ​ການສະ​ແດງ​ທີ່​ເຮັດ​ໃຫ້​ຄົນ​ເພິ່ງ​ພໍ​ໃຈ​ທີ່​ສຸດ, ​ເພາະ​ວ່າ ພວກ​ເຂົາ​ເຈົ້າມີ​ຄວາມ​ສາມາດ​ແລະ​ມີ​ຄວາມ​ຕັດ​ສິນ​ໃຈ​ຊີງ​ໄດ້​ໄຊ​ຊະ​ນະ​ໃນ​ປະ​ເທດ​ຕົນ.