ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-12 18:26:45    
ຈີນ​ແລະ​ຍີ່​ປຸ່ນ​ເລີ່ມ​ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມື​ຄົ້ນ​ຄວ້າ​ແລະ​ອະ​ນຸ​ລັກ​ຄູ​ຫາ​ໂມ້​ກ່າວ​ຕຸ່ນ​ຮວງ​ໄລ​ຍະ​ທີ​5

cri
ຕາມ​ຂ່າວສານຊິນ​ຮວາ,ຫວ່າງ​ມໍ່ໆ​ນີ້,ຈີນ​ແລະ​ຍີ່​ປຸ່ນ​ໄດ້​ເລີ່ມ​ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມື​ຄົ້ນ​ຄວ້າ​ແລະ​ອະນຸລັກ​ຄູຫາ​ໂມ້​ກ່າວ​ຕຸ່ນຮວງ​ໄລຍະ​ທີ5​ຢູ່​ເມືອງ​ຕຸ່ນ​ຮວງ ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ​ຢ່າງ​ເປັນ​ທາງ​ການ.

ຕາມ​ສັນຍາ​ລະຫວາງ​ສອງ​ຝ່າຍ,​ແຕ່​ປັດຈຸບັນຮອດ​ປີ2011,ສອງ​ຝ່າຍ​ຈະ​ຮ່ວມ​ມື​ຄົ້ນຄວ້າ​ແລະ​ອະ​ນຸ​ລັກ​ຄູຫາ​ໂມ້​ກ່າວ​ຕຸ່ນ​ຮວງ,​ເນື້ອ​ໃນ​ລະອຽດ​ລວມທັງ​ວິທີ​ທາສີ​ແລະ​ເຕັກ​ນິກ​ສ້ອມ​ແປງ​ຮູບ​ແຕ້ມ​ຝາ​ພະ​ໜັງ​ເປັນ​ຕົ້ນ.ຄູຫາ​ໂມ້​ກ່າວ​ຕຸ່ນ​ຮວງ​ແມ່ນ​ຖ້ຳ​ຫີນ​ສິລະ​ປະ​ພຸດ​ທະ​ສາ​ສະ​ໜາ​ທີ່​ມີ​ຂະ​ໜາດ​ໃຫຍ່​ກວ່າ​ໝູ່,​ເວລາ​ກໍ່ສ້າງ​ຍາວ​ນານ​ກວ່າ​ໝູ່​ແລະ​ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ​ກວ່າ​ໝູ່​ທີ່​ຮັກ​ສາ​ໄວ້​ໃນ​ປັດ​ຈຸ​ບັນ​ຂອງ​ຈີນ.​ເຊິ່ງມີ​ປະ​ຫວັດ​1600​ປີ​ແລ້ວ,​ປັດ​ຈຸ​ບັນ,​ມີ​735​ຄູ​ຫາ,​ຮູບ​ແຕ້ມ​ຝາ​ພະ​ໜັງ​4​ໝື່ນ5​ພັນ​ແມັດ​ຕາ.​ໃນ​ຫຼາຍ​ປີ​ມ​ານີ້,ອົງການ​ຈັດ​ຕັ້ງ​ສາ​ກົນ​ແລະ​ອົງ​ການ​ຕ່າງ​ປະ​ເທດ​ໄດ້​​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ​ທີ່​ມີ​ຊື່​ສຽງ​ດັ່ງກ່າວ​ຢ່າງ​ບໍ່​ຢຸດ​ຢັ້ງ.