ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-12 21:26:55    
ທ່ານ​ລີ​ກວງ​ຢູ​ກ່າວ​ລື້ມ​ວ່າ,​ລັດ​ຖະ​ບານ​ສິງ​ກະ​ໂປ​ຈະ​ໂຄ​ລົບ​ຫຼັກ​ການ​ຈິນ​ດຽວ​ຢ່າງ​ເຄັ່ງ​ຄັດ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ12​ພຶດສະພາ,ຢູ່​ທີ່​ປັກ​ກິ່ງ,​ທ່ານ​ລີ​ກວງ​ຢູ ລັດ​ຖະ​ບຸ​ລຸດ​ອາ​ວຸ​ໂສ​ສິງ​ກະ​ໂປ​ທີ່​ພວມ​ຢ້ຽມ​ຢາມ​ຈີນ​ກ່າວ​ລື້ມ​ວ່າ,​ລັດ​ຖະ​ບານ​ສິງ​ກະ​ໂປ​ຈະ​ໂຄ​ລົບ​ຫຼັກ​ການ​ຈີນ​ດຽວ,​ຄັດ​ຄ້ານ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ.

ທ່ານລີກວງຢູ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ທ່ານ​ເຊິ່ງຊີ້ງ​ຮົງ ຮອງ​ປະ​ທານ​ປະ​ເທດ​ຈີນ.

​ໃນ​ເວ​ລາ​ພົບ​ປະ,ທ່ານ​ເຊິ່ງຊີ້​ງຮົງ​ເວົ້າວ່າ,​​ແຕ່​ຈີນ​ສິງກະ​ໂປ​ສ້າງ​ສາຍ​ສຳ​ພັນ​ທາງ​ການ​ທູດ​16​ປີ​ມາ​ນີ້,​ການ​ພົວ​ພັນ​ສອງ​ປະ​ເທດ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ.​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ​ລະ​ຫວ່າງ​ສອງ​ຝ່າຍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ,​ການ​ແລກ​ປ່ຽນ​​ແລະ​ຮ່ວມ​ມື​ກັນ​ໃນ​ທຸກ​ລະ​ດັບ​ແລະ​ທຸກ​ຂົງ​ເຂດ​ນັບ​ມື້​ນັບ​ຟົດ​ຟື້ນ.​ທ່ານ​ຍັງ​ໄດ້​ແນະ​ນຳ​ສະ​ພາບ​ການ​ພັດ​ທະ​ນາ​ໃນ​ຫວ່າງ​ມໍ່ໆ​ນີ້​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈີນ​ພ້ອມ​ດ້ວຍ​ທິດ​ທາງ​ພື້ນ​ຖານ​​ແລະ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ກາງ​ຈີນ​ທີ່​ມີ​ຕໍ່​ເຂດ​ພິ​ເສດ​ຮົງ​ກົງ​ໃຫ້​ທ່ານ​ລີ​ກວງ​ຢູ​ຊາບ.

ທ່ານລີກ​ວງຢູ​ໄດ້​ຕີ​ລາຄາ​ການ​ພົວພັນ​ສິງກະ​ໂປ​ຈີນ​ຢ່າງ​ຕັ້ງ​ໜ້າ,​ຍ້ອງ​ຍໍ​ໃນ​ລະ​ດັບ​ສູງ​ຕໍ່​ຜົນ​ສຳ​ເລັດ​ທີ່​ຈີນ​ໄດ້​ຮັບ​ໃນ​ການ​ສ້າງ​ສາ​ເສດ​ຖະ​ກິດ​ແລະ​ພັດ​ທະ​ນາ​ສັງ​ຄົມ,​ພ້ອມ​ດ້ວຍ​ທ່ວງ​ທ່າ​ພັດ​ທະ​ນາ​ອັນ​ດີ​ງາມ​ຂອງ​ຮົງ​ກົງ​ໃຕ້​ການ​ຊີ້​ນຳ​ຂອງ​ທິດ​ທາງ​​ປະ​ເທດ​ດຽວ​ສອງ​ລະ​ບອບ.