ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-12 21:35:53    
ຈີນ​ຈະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​​ໃຫ້​ເປັນ​ງານ​ບຸນ​ທີ່​ໃຫຍ່​ໂຕ​ມະ​ໂຫ​ລານ​ທີ່​ມີ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ​ມາ​ເຕົ້າ​ໂຮມ​ກັນ​ຢ່າງ​ມ່ວນ​ຊື່ນ

cri Author: shuo
ຕາມ​ຂ່າວສາ​ນຊິນ​ຮວາ:ວັນ​ທີ12​ພຶດສະພາ,ຢູ່​ທີ່ປັກ​ກິ່ງ,ທ່ານ​ລິວ​ຊີ ​ເລຂາ​ຄະນະ​ເລຂາ​ພັກ​ນະ​ຄອນ​ປັກ​ກິ່ງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ຈັດ​ຕັ້ງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ກ່າວ​ວ່າ,​ຈີນ​ຈະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ​2008​ໃຫ້​ເປັນ​ງານ​ບຸນ​ທີ່​ໃຫຍ່​ໂຕ​ມະ​ໂຫ​ລານ​ທີ່​ມີ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ​ມາ​ເຕົ້າ​ໂຮມ​ກັນ​ຢ່າງ​ມ່ວນ​ຊື່ນ,​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ສ້າງ​ໂລກ​ທີ່​ມີ​ສັນ​ຕິ​ພາບ​ແລະ​ກົມ​ກຽວ​ກັນ.

ທ່ານ​ລິວ​ຊີ​ແມ່ນ​​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ທ່ານ​ອີ​ຊີ​ຄາ​ວາ ຊາ​ໂທ​ຊີ ປະ​ທານ​ຂ່າວ​ສານ​ກີ​ໂອ​ໂດ​ຂອງ​ຍີ່​ປຸ່ນ.

ທ່ານ​ລິວ​ຊີ​ເວົ້າວ່າ,ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ2008​ໄດ້​ສະ​ໜອງ​ໂອ​ກາດ​ທີ່​ຫາ​ຍາກ​ໃຫ້​ຈີນ,​ຍ່ອມ​ຈະ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ການ​ຮ່ຳ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​​ໃນ​ໂລກ,​ຝ່າຍ​ຈີນ​ຍິນ​ດີ​ຕ້ອນ​ຮັບ​ສື່​ມວນ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ ເຊິ່ງ​ລວມ​ທັງ​ຂ່າວ​ສານ​ກີ​ໂອ​ໂດ​ສືບ​ຕໍ່​ເອົາ​ໃຈ​ໃສ່​ແລະ​ສະ​ໜັບ​ສະ​ໜູນ​ງານ​ກິ​ລາ​ໂອ​ລິມ​ປິກ​ປີ​2008.

ທ່ານ​ອີ​ຊີ​ຄາ​ວາ ຊາ​ໂຕ​ຊີ​ເວົ້າວ່າ,​ປະ​ຊາ​ຊົນ​ຍີ່​ປຸ່ນ​ຮູ້​ສຶກ​ດີ​ໃຈ​ຫຼາຍ​ທີ່​ງານ​ກິ​ລາ​ໂອ​ລິມ​ປິກ​ຈະ​ຈັດ​ຂຶ້ນ​ຢູ່​ຈີນ ​ເຊິ່ງ​ເປັນ​ປະ​ເທດ​ໃກ້​ຄຽງ​ຂອງ​ຍີ່​ປຸ່ນ.​ງານ​ກິ​ລາ​ໂອ​ລິມ​ປິກ​ປີ​2008​ຍ່ອມ​ຈະ​ເປັນ​ງານ​ມະ​ໂຫ​ລານ​ທີ່​ມີ​ສີ​ສັນ​ພິ​ເສດ,​ຂ່າວ​ສານ​ກີ​ໂອ​ໂດ​ຈະ​ອອກ​ແຮງ​ສຸດ​ຂີດ​ລາຍ​ງານ​ຂ່າວ​ງານ​ມະ​ໂຫ​ລານ​ຄັ້ງ​ນີ້​ໃຫ້​ດີ.