ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-15 11:13:06    
ຂໍ​ໃຫ້​ນ້ຳ​ບໍ່​ແຫ່ງ​ຊີ​ວິດ​ຈົ່ງ​ໄຫຼ​ລິດໆ​ບໍ່​ສຸດ​ສ້ຽງ

cri Author: min

ຊີວິດ​ກໍ່​ເໝືອນ​ດັ່ງ​ການ​ໂຍນ​ຮັບ​ໝາກບານ 5 ໜ່ວຍ​ພ້ອມ​ກັນ​ບາດ​ດຽວ. ໝາກບານ 5 ໜ່ວຍ​ນີ້​ກໍ​ຄື: ວຽກ​ງານ, ຄອບຄົວ, ສຸຂະພາບ, ມິດຕະພາບ​ແລະ​ຈິດ​ໃຈ. ທ່ານ​ອາດ​ຈະ​ປະກົດ​ເຫັນ​ວ່າ: ​ໃນ​ໝາກບານ 5 ໜ່ວຍ​ນີ້, ມີ​ແຕ່​ວຽກ​ງານ​ແມ່ນ​ໝາກບານ​ຢາງ, ຕົກລົງ​ດິນ​ມັນ​ຍັງ​ເດັນ​ຂຶ້ນ​ມາ​ໄດ້, ສ່ວນ​ໝາກບານ​ອີກ 4 ໜ່ວຍ​ພັດ​​ແມ່ນ​ໝາກບານ​ແກ້ວ, ຄັນ​ຕົກລົງ​ດິນ​ມັນ​ກໍ່​ຈະ​ເປັນ​ແປ້ວ, ມີ​ຮອຍ​ແຕກ, ຫຼືມຸ່ນ​ອອັບ​ຍອັບ, ຈັ່ງ​​ໃດ​ກໍ​ເອົາ​ຄືນ​ບໍ່​ໄດ້​​ແລ້ວ. ສະ​ນັ້ນ​ຈຶ່ງ​ເຫັນ​​ໄດ້​ວ່າ, ການ​ໂຍນ​ຮັບ​ໝາກບານ 5 ໜ່ວຍ​ພ້ອມ​ກັນ​ແມ່ນ​ສິລະ​ປະ​ຊະນິດ​ໜຶ່ງ​ແທ້ໆ.

ຄັນ​ຊັ້ນ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ຮັບ​ໄດ້? ​ໃນ​ລາຍການ​ພາກ​ນີ້, ອຸດົມ​ຈະ​ສະ​ເໜີ​ຄວາມ​ເຫັນ​ບາງ​ຢ່າງ, ທ່ານ​ອາດ​ຈະ​ບໍ່​ເຫັນ​ດີ​ນຳ​ທັງ​ໝົດ, ​ແຕ່​ພວກ​ເຮົາ​ຍັງ​ຫວັງ​ວ່າ, ຄວາ​ມ​ເຫັນ​ເຫຼົ່ານີ້​ຄົງ​ເປັນ​ຜົນ​ປະ​ໂຫຍ​ດຕໍ່​ຊີວິດ​ຂອງ​ທ່ານ.

ຢ່າ​ເອົາຕົວເອງໄປທຽບກັບຜູ້ອື່ນເລື້ອຍໆ, ​ເພາະວ່າ​ແຮ່ງ​ເຮັດ​ແບບ​ນີ້​ກໍ່​ແຮ່ງ​ຮູ້ສຶກ​ວ່າ​ຕົນ​ເອງ​ບໍ່​ມີຄ່າ, ທີ່​ຈິງ​ແລ້ວ​ດ ທຸກ​ໆ​ຄົນ​ກໍ່​ຄື​ກັບ​ລາຍ​ນິ້ວມື​, ລາຍ​ນິ້ວມື​ຂອງ​ແຕ່ລະຄົນ​ບໍ່​ມີ​ໃຜ​ຄື​ກັນ, ລ້ວນ​ແຕ່​ແມ່ນ​ໜຶ່ງ​ບໍ່​ມີ​ສອງ​ໃນ​ໂລກ.

ຢ່າ​ຄຶ​ດວ່າ, ສິ່ງ​ທີ່​ມີ​ຢູ່​ໃນ​ກະ​ໂຕ​ເຮົາ​ເອງ​ນັ້ນ​ແມ່ນ​ມີ​ມາ​ແຕ່​ເກີດ, ​ເຊັ່ນ, ຄຸນສົມບັດ​ອັນ​ດີງາມ, ນິດ​ໄສ​ໃຈຄໍ​ໜ້າ​ຮັກ​ເປັນ​ຕົ້ນ, ຢ່າ​ຄຶດ​ວ່າ, ມັນ​ຄື​ກັບ​ນ້ຳ​ກ໋ອກ​ປາກ​ໄດ້​ຍາມ​ໃດ​ກໍ​ເປີດ​ເອົາ​ໂລດ. ຕ້ອງ​ຮັກສາ​ຄຸນສົມບັດ​ເຫຼົ່ານີ້​ຄື​ກັບ​ຮັກສາ​ແກ່ນ​ຕາ​ຂອງ​ຕົນ, ຖ້າ​ສູນ​ເສຍ​ສິ່ງ​ເຫຼົ່ານີ້, ​ເຈົ້າ​ກໍ່​ຈະ​ກາຍ​ເປັນ​ຂອນຜີ​ທີ່​ມີ​ຫົວ​ໃຈ​ແຕ່​ບໍ່​ມີ​ວິນ​ຍານ.

ຢ່າ​ຊູ່​ດຳລົງ​ຊີວິດ​ແບບ​ຟ້າວ​ຟັ່ງ​, ຈົນ​ກະທັ້ງລືມ​ວ່າ​ຕົນ​ເອງ​ມາ​ແຕ່​ໃສ່, ​ແລະ​ຈະ​ໄປ​ໃສ. ຊີວິດ​ບໍ່​ແມ່ນ​ການ​ເສັງ​ແລ່ນ​ໄວ​ດ ຫາກ​ແມ່ນ​ໄລຍະ​ທາງ​ທີ່​ຕ້ອງ​ຍ່າງ​ໄປ​ເທື່ອ​ລະ​ກ້າວ, ​ໃນ​ຂະນະ​ທີ່​ພະຍາຍາມ​ມຸ່ງ​ໜ້າ​ກ້າວ​ເດີນ​ຢ່າງ​ບໍ່​ລົດ​ລະ​ນັ້ນ, ຢ່າ​ລືມ​ມອງ​ເບິ່ງ​ຕາ​ເວັນ​ລົງ​ແລງ​ເລື້ອຍໆ, ​ແລະ​ຍີ້ມ​ໃສ່​ຜູ້​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ​ນັ້ນ​ແດ່.

ບໍ່​ຄວນ​ໝົກ​ຈົມ​ຢູ່​ແຕ່​ໃນ​ມື້ວານ​ນີ້ຫຼືມື້​ອື່ນ, ​ແລ້ວ​ປະປ່ອຍ​ໃຫ້​ມື້​ນີ້​ຜ່ານ​ໄປ​ຢ່າງ​ບໍ່​ຮູ້ສຶກ​ຕົວ. ​ເກີດ​ເປັນ​ມື້​ມາ​ກໍ່​ຕັ້ງ​ໃຈດຳ​ລົງ​ຊີວິດ​ມື້​ນັ້ນ, ​ເຮົາ​ກໍ​ຈະ​ບໍ່​ພາດ​ເວລາ​ທຸກໆ​ມື້​ໃນ​ຊີວິດ. ຄຸນຄ່າ​ຂອງ​ຊີວິດ​ບໍ່​ແມ່ນ​ຊັ່ງຊາ​ຕາມ​ຈຳນວນ​ຂອງ​ມື້, ຫາກ​ແມ່ນ​ຊັ່ງຊາ​ຕາມ​ຄຸນນະພາ​ບຂອງ​ຊີວິດ.
ຖ້າ​ເຈົ້າ​ຍັງ​ມີ​ເຫື່ອ​ແຮງ​ຢູ່, ກໍ່ຢ່າ​ປະປ່ອຍ​ຢ່າງ​ງ່າຍດາຍ, ຈົນ​ກວ່າ​ນາທີ​ສຸດ​ທ້າຍທີ່​ນຳ​ເປັນ​ຕ້ອງ​ຢຸດ​ເຊົາ​ທຳ​ຄວາມ​ພະຍາຍາມ, ​ເພາະ​ດຽວ​ນີ້, ອັນ​ໃດ​ກໍ່​ຍັງ​ບໍ່​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ແທ້​ຈິງ​ເທື່ອ.
ຢ່າ​ຢ້ານ​ຮັບ​ຮູ້​ຄວາມ​ບໍ່​ສົມບູນ​ຂອງ​ຕົນ​ເອງ, ທຸກ​ຄົນ​ຍ່ອມ​ມີ​ຂໍ້​ຂາດ​ຕົກ​ບົກພ່ອງ. ຕ້ອງ​ຊ່າງ​ເບິ່ງ​ເຫັນ​ຈຸດ​ດີ​ຂອງ​ຕົນ​ເອງ, ​ແລ້ວ​ເສີມ​ຂະຫຍາຍ​ຈຸດ​ດີ​ເຫຼົ່ານີ້ຢ່າງ​ເຕັມ​ສ່ວນ, ພ້ອມ​ກັນ​ນັ້ນ, ກໍ​ພະຍາຍາມ​ດັດ​ແກ້​ຂໍ້​ຂາດ​ຕົກ​ບົດ​ພ່ອງ​ຂອງ​ຕົນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຢ່າ​ຢ້ານ​ປະ​ເຊີນ​ກັບ​ຄວາມ​ສ່ຽງ, ພວກ​ເຮົາ​ທຸກ​ຄົນ​ໃຜ​ກໍ​ລ້ວນ​ແຕ່​ຮຽນ​ຮູ້​ກ້າຫານ​ແລະ​ກ້າວ​ໄປ​ສູ່​ຄວາມສຸກ​ງອມຫຼັງຈາກ​ທີ່​ເຄີຍ​ເສຍ​ໄຊ​ແລະ​ລົ້ມ​ແຫຼວ, ລອງ​ຖື​ການ​ສ່ຽງ​ໄພ​ທຸກ​ເທື່ອ​ເປັນ​ການ​ທົດ​ສອບ​ຕົນ​ເອງ, ຫັນ​ໜ້າ​ສູ້​ດ້ວຍ​ຄວາມ​ທຸ່ນ​ທ່ຽງ, ປະ​ກົບ​ການ​ເຫຼົ່ານີ້​ຈະ​ກາຍ​ເປັນ​ຊັບ​ສົມບັດ​ແຕ່​ບໍ່​ແມ່ນ​ຄວາມ​ບໍ່​ເປັນ​ຈັ່ງ​ບຸນ​ໃນ​ຊີວິດ​ຂອງ​ເຮົາ​.

ຢ່າ​ເວົ້າ​ນຳ​ຕົນ​ເອງ​ວ່າ​ຊອກ​ຫາ​ຄວາ​ມຮັກ​ບໍ່​ພົບ, ​ແລ້ວ​ປິດ​ປະຕູ​​ແຫ່ງ​ຄວາມ​ຮັກ​ຂອງ​ຕົນ​ຈົນ​ເທົ່າ​ໃດ​. ວິທີ​ທີ່​ພາ​ໃຫ້​ໄດ້​ຮັບ​ຄວາມ​ຮັກ​ໄວ​ທີ່​ສຸດ​ນັ້ນ​ແມ່ນ​ໃຫ້​ຄວາມ​ຮັກ​ແກ່​ຜູ້​ອື່ນ, ວິທີ​ທີ່​ເຮັດ​ໃຫ້​ສູນ​ເສຍ​ຄວາມ​ຮັກ​ໄວ​ທີ່​ສຸດ​ກໍ່​​ແມ່ນ​ເຮັດ​ຄື​ກັບ​ເອົາ​ເງິນຫຼຽນ​ໃສ່​ໄວ້​ໃນ​ຖົງ​ແລະ​ກຳ​ໄວ້​ແໜ້ນໆ​, ສ່ວນ​ວິທີ​ດີ​ທີ່​ສຸດ​ທີ່​ຈະ​ຮັກ​ສາ​ຄວາມ​ຮັກ​ໄວ້​ນັ້ນ​ກໍ່​ແມ່ນ​ໃຫ້​ມັນ​ມີ​ປີກ​ບິນ​ຢ່າ​ສງ​ເສລີ.

ຢ່າ​ລືມ​ວ່າ​ດ ຄວາມ​ຕ້ອງການຫຼາຍທີ່​ສຸດ​ທາງ​ດ້ານ​ຈິດ​ອາລົມ​ຂອງ​ຄົນ​ຜູ້​ໜຶ່ງ​ແມ່ນ​ຄວາມ​ເຂົ້າ​ໃຈ​ຂອງ​ຜູ້​ອື່ນ​, ຖ້າ​ບໍ່​ມີ​ຜູ້​ອື່ນ​ແບ່ງ​ບັ້ນ​ນຳ, ຜົນສຳ​ເລັດ​ຈະ​ໃຫຍ່​ຫຼວງປານ​ໃດ​ກໍ່​ບໍ່​ສົມບູນ​ປານ​ໃດ.
ຢ່າ​ຢ້ານ​ຮຽນ​ສິ່ງ​ໃໝ່ໆ. ຄວາມ​ຮູ້​ບໍ່​ມີ​ນ້ຳ​ໜັກ, ມັນ​ແມ່ນ​ຊັບ​ສົມບັດ​ອັນ​ປະ​ເສີດ​ທີ່​ເອົາ​ຕິດ​ຕົວ​ໄປ​ໄດ້​ທຸກ​ເວລາ, ບໍ່​ມີ​ໃຜ​ຈະ​ຮູ້ສຶກ​ວ່າ, ມັນ​ໜັກ​ຈົນ​ເອົາ​ບໍ່​ໄຫວ, ກົງກັນຂ້າມ​ຄວາມ​ຮູ້​ແຮ່ງຫຼາຍ​ເຈົ້າ​ກໍ່​ແຮ່ງ​ຮູ້ສຶກ​ອິດສະຫຼະ.

ມື້ວານ​ນີ້​ແມ່ນ​ປະຫວັດສາດ, ມື້​ອື່ນ​ແມ່ນ​ຄຳທວາຍ, ສ່ວນ​ມື້​ນີ້​ພັດ​ແມ່ນ​ຂອງຂວັນ, ສະ​ນັ້ນ, ​ໃນ​ພາສາ​ອັງກິດ, ​ເຂົາ​ເຈົ້າ​ເອີ້ນ​ມື້​ນີ້​ເປັນ​ "ເພຼ​ເຊັນ" (present), ​ເຊິ່ງມີ​ຄວາມ​ໝາຍວ່າ: ຂອງຂວັນ!