ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-15 17:46:45    
ສິ່ງ​ປະ​ດິດ​ສ້າງ​4​ຢ່າງ​ໃນ​ສະ​ໄໝ​ບູ​ຮານ​ຂອງ​ຈີນ(ສຽງ)

cri

ໃນ​ຈົດໝາຍ​ຜູ້​ຟັງທີ່​​ພວກ​ເຮົາ​ໄດ້​ຮັບ​ໃນ​ຫວ່າງ​ມໍ່​ໆ​ນີ້,​ຫຼາຍ​ຄົນ​ໄດ້​ຂຽນ​ວ່າ​ຢາກ​​ຮູ້ປະຫວັດ​ສາດ​ຂອງ​ຈີນ,​ໃນ​ລາຍການ​ມື້​ນີ້,ພວກ​ເຮົາ​ກໍຂໍ​ແນະນຳ​ສິ່ງປະ​ດິດສ້າງ4​ຢ່າງ​ໃນ​ສະ​​ໄໝ​ບູຮານ​ຂອງ​ຈີນສູ່​ທ່ານ​ຟັງ.

ສິ່ງ​ປະດິດ​ສ້າງ​ທາງວິ​ທະຍາ​ສາດ​ເຕັກນິກ4​ຢ່າງ​​ໃນ​ສະ​ໄໝ​ບູຮານ​ຂອງ​ຈີນ,ມີ​​ເຂັມທິດ,​ເຈ້ຍ,ໝື້ລະ​ເບີດ​ແລະ​ວິທີ​ພິມ​ຕົວ​ໜັງ​ສືດ້ວຍ​ແມ່​ພິມ​ເກັບລຽງ.​ເມື່ອສິ່ງ​ປະດິດ​ສ້າງ4​ຢ່າງ​ດັ່ງກ່າວ​ນີ້​ໄດ້​​ແຜ່​​ຜາຍໄປ​ຮອດແຫ່ງ​ຕ່າງໆ​​ຂອງໂລກ​​ແລ້ວ,ໄດ້​ມີຜົນ​ສະທ້ອນ​ອັນ​ເລິກ​ເຊິ່ງຍາວ​ໄກຕໍ່​ການ​ພັດທະນາ​ວັດທະນະທຳວິ​ທະຍາ​ສາດ​ເຕັກນິກ​ຂອງ​ໂລກ.

ເຂັມທິດ​ແມ່ນ​ເຄື່ອງຊີ້​ທິດຊະນິດ​ໜຶ່ງ​ທີ່​ເຮັດ​ຕາມ​ຂົ້ວ​ຂອງ​ໜ່ວຍ​ໂລກ,​ເປັນ​ຮູບ​ຫຼາຍຢ່າງ.​ໃນ​ສະ​ໄໝຍຸດ​ທະ​ຈັກ,ບັນພະ​ບຸລຸດ​ຂອງ​ຈີນ​ກໍ່​ໄດ້​ເອົາ​ຫີນ​ແມ່​ເຫຼັກ​ທຳ​ມະ​ຊາດ​​ເຮັດ​​ເຄື່ອງຊີ້​ທິດທີ່​ມີ​ຮູບ​ຄື​ບ່ວງ​ແລ້ວ.​​ໃນ​​ສະ​ໄໝ​ສາມ​ກົ໊ກ,ມາ​ຈູ່ນ​​ໄດ້ນຳໃຊ້​ແມ່​ເຫຼັກ​ແລະ​ແຂ້ວ​ໝາກ​ເຟືອງ​​ເຮັດ​ເປັນ​ລົດ​ຊີ້ທິດ​​.​ໃນ​ສະ​ໄໝລາ​ຊະວົງ​ຊົ້ງ​ເໜືອ​ທີ່ຫ່າງ​ຈາກ​ປັດຈຸບັນ​ປະມານ1500​ກວ່າ​ປີ​​,​ເສີນ​ຄົ້ວ ນັກວິທະ​ຍາສາດ​ຂອງ​ຈີນໄດ້​ບັນທຶກ​ວິທີ​​ເຮັດ​ເຂັມທິດ​ໃນ​ບົດ​ນິພົນຂອງ​ຕົນ.​ໃນລາຊະວົງ​ຊົ້ງ,​ເຂັມທິດ​ກໍ່​ໄດ້​ໃຊ້​ເດີນ​ທະ​ເລ​ແລ້ວ.ການ​ປະດິດ​ສ້າງ​ເຂັມທິດ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ມະຫາສານຕໍ່​ການ​ພັດທະນາ​ຄົມມະນາຄົມ​​ເທິງທະ​ເລແລະການ​​ແລກປ່ຽນ​ເສດຖະກິດວັດທະນະ​ທຳ​.

ກ່ອນປະດິດ​​ເຈ້ຍ,ຄົນ​ບູຮານ​ໄດ້​ໃຊ້​ສິ່ງ​ຕ່າງໆ​ບັນທຶກ​ເລື່ອງ​ລາວ​ເຊັ່ນ:ຊາວ​ເອຢິບ​ບູຮານ​ເຄີຍໃຊ້​​​ໃຍ​ຕົ້ນ​ປາ​ປີ​ລັສ​,ຊາວ​ອິນ​ເດຍບູຮານ​ໃຊ້​​​ໃບ​​ລານ,ຊາວບາ​ບີລອນ​ບູຮານ​​ໃຊ້ດິນ​ຈີ່,ຊາວ​ໂລມາບູຮານ​ໃຊ້​​​ແຜ່ນ​ໄຂ,ສ່ວນຊາວ​ເອີ​ລົບ​ພັດ​​ໃຊ້ໜັງ​​ແບ້​ນ້ອຍ​ທີ່​ຊາວ​ອາຊີກາງ​ຜະລິດ​.ຢູ່​ຈີນ,​ໃນ​ສະ​ໄໝລາຊະວົງຊ່າງໃຊ້​ອອງ​ເຕົ່າ​ແລະກະດູກ​ສັດ,​ໃນ​ສະ​ໄໝລາຊະວົງ​ຊີ່​​ໂຈ່​ວ​ໃຊ້​ເຄື່ອງ​ທອງ​ສຳລິດ,​ສ່ວນ​ໃນສ​ະ​ໄໝ​ຊຸ່ນຊີ່​ວ​ຍຸດທະ​ຈັກພັດໃຊ້​​ກີບ​​ໄມ້​​​ໄຜ່,​ໄມ້​ແປ້ນ​ຜ້າ​ໄໝ​ມາຂຽນ​ໜັງສື.ອຸປະກອນ​ທີ່​ກ່າວ​ມາ​ຂ້າງ​ເທິງນີ້,ບາງ​ຢ່າງ​ໜັກ​ໂພດ,ບາງ​ຢ່າງ​ແພງ​ຫຼາຍ,ບາງ​ຢ່າງ​ມີ​ໜ້ອຍ​,ບໍ່ສາມາດ​ຕອບ​ສະໜອງ​ກັບ​ຄວາມ​ຕ້ອງການ​ຂອງ​ການ​ພັດທະນາວັດທະນະ​ທຳ​ສັງຄົມ.​ໃນ​ສະ​ໄໝ​ລາຊະວົງ​ຕົ່ງຮັ້ນ​​ ເມື່ອ2300​ກວ່າ​ປີ​ກ່ອນ,ຊ້າຍ​ລຸນ​ໄດ້​ປະດິດ​ສ້າງ​ວິທີ​ເຮັດ​ເຈ້ຍ.​ເພິ່​ນ​ໄດ້​ໃຊ້ພືດຕ່າງໆ​ເປັນ​ວັດ​ຖຸດິບ ​ເຊັ່ນ,ເປືອກ​ໄມ້,ຜ້າ​ຂາດ​ແລະ​ມອງເປັນຕົ້ນ,​​ຜ່ານ​ຫຼາຍ​ຂັ້ນ​ຫຼາຍ​ຕອນ,​ຈິ່ງ​ເຮັດ​ເປັນ​ເຈ້ຍ,​ຄົນ​ທັງຫຼາຍ​ເອີ້ນ​ວ່າ​ເຈ້ຍຊ້າ​ຍລຸນ,​​ເຈ້ຍ​ຊະນິດ​ນີ້ແມ່ນ​ເຈ້ຍ​ປູ​ຖົມ​ປູ​ຖານ​ຂອງ​ເຈ້ຍສະ​ໄໝ​ປັດຈຸບັນ.ການ​ປະດິດ​ແລະ​ການ​ນຳ​ໃຊ້​ເຈ້ຍ,​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນສຳຄັນ​​​ໃນການ​ບັນທຶກ​,​​ແລະ​ຮັກສາ​ວັດທະ​ນະທຳ​ປະຫວັດສາດ​​​ແລະໃນການ​​ແລກປ່ຽນ​ເຜີຍແຜ່​ແນວ​ຄິດ​ວັດທະນະທຳ.

ໝື້​ລະ​ເບີດ​​​ແມ່ນສິ່ງ​ລະ​ເບີດປະ​ເພດທຳ​ອິດ​ທີ່​ມະນຸ​ດຮູ້​ເຮັດ,​ມີ​ຂຶ້ນຈາກ​ວິທີ​ຂ້ຽວຢາ​ທິບ​ໃນ​ສະ​ໄໝ​ບູຮານ​ຂອງ​ຈີນ.ນັກ​ຂ້ຽວ​ຢາ​ທິບບູຮານ​ກໍ​ຮູ້ຈັກໃຊ້​ຂີ້​ເຈຍ​ແລະ​ມາດ​​ມາ​ຂ້ຽວ​ຢາ​ທິບ,​ ​ຜ່ານ​ພຶດຕິ​ກຳ​ຍາວ​ນານ,​ມາ​ຮອດ​ລາຊະວົງ​ຖັງ​ທີ່​ຫ່າງ​ຈາກ​ປັດຈຸ​ບັນ​ປະມານ​1800ກວ່າ​ປີກໍໄດ້​ປະດິດ​ສ້າງ​ໝື້​ລະ​ເບີດ​,ໃນ​ສະ​ໄໝ​ລາຊະວົງ​​ໄປຊົ້ງ​ກໍ່ໄດ້​ປະດິດ​ອາວຸດ​ທີ່​ໃຊ້ໝື້​ລະ​ເບີດ​.​​ໂດຍ​ຜ່ານ​ລາຊະວົງ​ຊົ້ງ,ລາຊະວົງ​ຢວນ​ແລະ​ລາຊະວົງ​ມິ​ງ,ວີ​ທີ​​ເຮັດອາວຸດ​​ເພີງຕ່າງໆ​ໄດ້ສຸກ​ງອມ.ການ​ປະ​ດິດສ້າງໝື້ລະ​ເບີດ​​ເຄີຍມີ​ບົດບາດ​ສຳຄັນ​ທີ່​ສຸດ​ຕໍ່​ການ​ພັດທະນາ​ວິ​ທະຍາ​ສາດ​ເຕັກ​ນິກ​ຂອງໂລກ,ໝື້ດຳ​ໃນ​ຍຸກປັດຈຸບັນ​ກໍ່​​ແມ່ນ​ຂະຫຍາຍຕົວ​ມາຈາກໝື້ລະ​ເບີດ​ບູຮານ​ຂອງ​ຈີນ.


ໃນສະ​ໄໝ​ຕົ້ນຂອງລາຊະວົງ​ຖັງ​​ເມື່ອ​ຄ.ສ.ສະຕະວັດ​ທີ7,ຈີນ​ກໍ່​ໄດ້​ມີ​ປື້​ມທີ່​ພິມ​ດ້ວຍ​ແປ້ນ​ຄວັດ.​ໃນ​ສະ​ໄໝ​ລາຊະວົງ​ຊົ້ງ,ບົນ​ພື້ນຖານ​ວີ​ທີ​ພິມ​ດ້ວຍແປ້ນ​ຄວັດ​ໄດ້​​ເຜີຍ​ແຜ່​ຢ່າງ​ທົ່ວ​ເຖິງ​ແລ້ວ,​ປີ້​​ເຊີ່​ງ ສາມັນ​ຊົນໄດ້​ປະ​ດິດສ້າງ​ວິທີ​ພິມດ້ວຍ​ແມ່ພິມ​ເກັບ​ລຽງ.ຄື​,​ຄວັດຕົວ​ໜັງສື​ໃສ່​ດິນດາກ,ໜັງ​ສື​​​ໂຕ​ໜຶ່ງຄວັດ​ເປັນ​ແມ່ພິມ​ໂຕ​ໜຶ່ງ,​​ແລ້ວ​ເອົາ​ໄປເຜົາ.​​​​ເວລາ​ຈະ​ພິມກໍ​ເອົາຕົວ​ໜັງສື​ມາລຽນ​​ໃສ່​ວາງ​ໄວ້​ໃນ​ຂອບ​ແຜ່ນ​ເຫຼັກ,​​ເມື່ອ​ເຜົາ​ແລະໜີບ​​ເຕັງ​ໃຫ້​ພຽງ​ແລ້ວ​ກໍ່​ພິມ​ໄດ້​ໂລດ.ຕົວ​ໜັງສື​ເທິງ​​ແຜ່ນ​ແມ່ພິມ​​ເອົາ​ອອກລ​ຽນ​​ໃໝ່​ໄດ້.ວິ​ທີພິມ​ແບບ​ນີ້​ຄ້ອຍ​ກັບ​ວິທີພິມ​ໃນປັດຈຸບັນ​ແລ້ວ​ ​ເຊັ່ນ,ຫໍ່ຼ​ຕົວ​ໜັງສືລຽນ​ແຜ່ນ​ແມ່ພິມ,​ແລະ​ພິມ​,​ປະດິດ​ອອກ​ກ່ອນ​ວິທີ​ພິມ​ດ້ວຍ​ແມ່ພິມ​ເກັບລ​ຽງທີ່​ຊາວ​ເຢຍລະ​ມັນ​ປະດິດ​ສ້າງ​ໃນ​ກາງ​ສະຕະວັດ​ທີ15ນັ້ນ​400​ປີ.ຫຼັງຈາກ​ຕົວ​ໜັງສື​ດິ້ນດາກ​ແລ້ວ,ຊາວ​ຈີນ​ຍັງ​ໄດ້​ປະດິດ​ຕົວ​ໜັງສື​ໃສ່​ແມ່​ເຫຼັກ,​​ໃສ່ໄມ້,​​ໃສ່​ຕະກົ່ວ​ແລະ​ໃສ່​ທອງ​ເປັນ​ຕົ້ນ.ການ​ປະດິດ​ສ້າງ​ແລະ​​ເຜີຍ​ແຜ່ວິທີ​ພິມ​ດ້ວຍ​ແມ່ພິມ​ເກັບລຽງ,​ໄດ້​ຊຸ​ກຍູ້​ການ​​ເຜີຍແຜ່​ແລະພັດ​ທະນາ​ອາ​ລະຍະ​ທຳ​ມະນຸດຢ່າງ​​ແຂງ​ແຮງ.

ການ​ປະດິດ​ສ້າງເຂັມທິດ,​ເຈ້ຍ,ໝື້​ລະ​ເບີດ​ແລະວິທີ​ພິມ​ດ້ວຍ​ແມ່​ພິມ​ເກັບລຽງ,ບໍ່ພຽງ​ແຕ່​ແມ່ນ​ສັນຍະ​ລັກ​ທີ່ສະ​ແດງ​ໃຫ້​ເຫັນ​ຄວາມ​ຈະ​ເລີ​ນຂອງ​ວິທະຍາສາດ​ເຕັກນິກ​ໃນ​ສະ​ໄໝ​ບູຮານ​ຂອງ​ຈີນ​​​ແລະ​​​ຄວາມ​ສະຫຼາດ​ສະຫຼຽວ​ຂອງ​ປະຊາຊົນ​ຈີນທໍ່​ນັ້ນ,​ສຳຄັນ​ກວ່າ​ນັ້ນແມ່ນ​ສິ່ງ​ປະດິດສ້າງ​ເຫຼົ່າ​ນີ້​ໄດ້​ປ່ຽນ​ແປງ​ຂະ​ບວນວິວັດ​ຂອງ​ອາລະຍະ​ທຳ​ສະ​ໄໝ​ມໍ່​ຂອງ​ມະ​ນຸດ​ໃນລະດັບ​ໃດ​ໜຶ່ງ.ອາດ​​ເວົ້າ​​ໄດ້ວ່າ,ຖ້າ​ບໍ່​ມີ​ສິ່ງ​ປະດິດ​ສ້າງ4​ຢ່າງໃນ​ສະ​ໄໝ​ບູຮານ​ຂອງ​ຈີນ,ສັງຄົມ​ມະນຸດ​ອາດ​ຈະ​ບໍ່​ຄື​ໃນ​ຊູ່​ມື້​ນີ້.ຕໍ່​ເລື່ອງນີ້,ທ່ານ​ກາກ ມາກ​ ​ເຄີຍ​ຕີ​ລາຄາ​ຢ່າງ​ສູງ​​​ວ່າ,ໝື້​ລະ​ເບີດ​ໄດ້​ລະ​ເບີດຊົນ​ຊັ້ນ​ອັດສະ​ວິນຈົນມຸ່ນ​ອຸ້ຍ​ປຸ້ຍ,​ເຂັມທິດ​ເຮັດ​ໃຫ້​ເກີດ​ມີ​ຫົວ​ເມືອງ​ຂຶ້ນ,ວີ​ທີ​ພິມກາຍ​ເປັນ​ເຄື່ອງ​ມືໂຄສະ​ນານິ​ກາຍ​ໂປຼ​ເຕັສຕັງ​ສາສະ​ໜາ​ກິຼດສະ​ຕຽນ.​ເວົ້າ​ລວມ​ແລ້ວ,ສິ່ງ​ປະດິດ​ສ້າງເຫຼົ່າ​ນີ້​​ໄດ້​ກາຍ​ເປັນ​ພາຫະ​ນະ​ທີ່​ເຮັດ​ໃຫ້ວິ​ທະຍາ​ສາດຈະ​ເລີນຂຶ້ນ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,​ໃນ​ຊີ​ວິດການ​ເປັນ​ຢູ່​ຂອງ​ທ່ານ,ຄົງ​ຈະເຄີຍ​ມີ​ຄວາມ​ຄຶດ​ຢາກ​ຈະປະດິດ​ສ້າງສິ່ງ​ໃດ​ສິ່ງ​ໜຶ່ງ​ນໍ,​ແຕ່​ການ​ປະດິດ​ສ້າງ​​ວິ​ທະຍາ​ສາ​ດ​ເຕັກ​ນີກບໍ່​​​ແມ່ນ​​ເລື່ອງ​ບັງ​ເອີນ​ດອກ,​ເພາະ​ວ່າ​ການ​ຄົ້ນຄວ້າ​ວິທະຍາ​ສາດ​ແມ່ນ​ຕ້ອງ​ຄົ້ນ​ຫາບົດຮຽນ​​ຈາກ​ການ​ລົ້ມ​ແຫຼວ​ທີ່​ນັບ​ບໍ່​ຖ້ວນ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ທີ່​ສຸດ​.ສະ​ນັ້ນ,​ໃນ​ເວລາ​ທ່ານ​ເກີດ​ມີ​ຄວາມ​ບັນດົນ​​ໃຈ​ແນວ​ໃດແລ້ວ,​ຂໍ​ໃຫ້​ທ່ານ​ລົງ​ເລິກ​ຄົ້ນຄວ້າ​ຕໍ່​ໄປ, ​ເຊື່ອ​ວ່າ​ຄວາມ​ພະຍາຍາມ​ຢູ່​ໃສ,ຄວາມ​ສຳ​ເລັດ​ຜົນ​ຈະ​ຕ້ອງ​ຢູ່​ຫັ້ນ,​ໝົດທຸກ​ຄົນ​ໃຜ​ກໍ່​ມີ​ຄວາມ​ສາມາດ​ປະດິດ​ສ້າງ​ຂອງ​ຕົນ.​ເອົາລະ,ທ່ານ​ຜູ້​ຟັງທີ່​ໂຄລົບ​,ລາຍການ"​ເພື່ອນ​ມິດ​ຜູ້​ຟັງ"ພາກ​ນີ້ກໍ່​ຂໍ​ສ້ຽງ​ສຸດ​ລົງພຽງທໍ່​ນີ້,ຍິນ​ດີ​ຕ້ອນຮັບ​ທ່ານ​ຝາກ​ຈົດໝາຍ​ມາຂໍ​ຟັງ​ເພງ​ແລະ​ສະ​ເໜີ​ຄຳ​ຖາມ​ທີ່​ທ່ານ​ສົນ​ໃຈ,ຂອບ​ໃຈ​ທ່ານ​ທີ່​ຮັບ​ແພງ​ລາຍການ​ຂອງ​ພວກ​ເຮົາ,ທ້າຍສຸດ​ນີ້,ພວກ​ເຮົາ​ຈົ່ງ​ມາ​ຟັງ​ເພັງ"ຢູ້​ຈ້ຽນ",​ແປ​ວ່າ"ພົບ​ກັນ".