ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-15 17:51:24    
ນັກ​ກິລາ​ຈີນ​ຊີງ​ໄດ້ຫຼຽນ​ຄຳ 8 ຫຼຽນ​ທັງ​ໝົດ​ໃນ​ງານ​ແຂ່ງ​ຂັນ​ໂດດ​ນ້ຳ​ຊີງ​ລາງ​ວັນ​ໃຫຍ່​ຮອບ​ອາ​ເມ​ລິ​ກາ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 14 ພຶດສະພາ​ເວລາ​ທ້ອງ​ຖິ່ນ, ​ໃນ​ວັນ​ສຸດທ້າຍ​ຂອງ​ງານ​ແຂ່ງ​ຂັນ​ໂດດ​ນ້ຳ​ຊີງ​ລາງວັນ​ໃຫຍ່​ສະຫະພັນ​ລອຍ​ນ້ຳ​ສາກົນ​ຮອບ​ອາ​ເມ​ລິ​ກາ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຟອດ​ ​ເລົາ​ເດີ​ເ​ດວ​ແຫ່ງອາ​ເມ​ລິ​ກາ, ນັກ​ກິລາ​ຈີນຊີງ​ໄດ້ຫຼຽນຄຳ 3 ຫຼຽນ​ໃນ​ການ​ແຂ່ງ​ຂັນ​ໂດດ​​ດ່ຽວ​ແລະ​ໂດດ​ຄູ່ຈາກແທ່ນ​ເພດ​ຊາຍ​ແລະ​ລາຍການ​ໂດດ​ຈາກ​​ແປ້ນສູງ 3 ​ແມັດ​ເພດ​ຍິງ. ​ເມື່ອ​ເປັນ​ຈັ່ງ​ຊັ້ນ, ທີ​ມ​ໂດດ​ນ້ຳ​ຈີນ​ຊີງ​ໄດ້ຫຼຽນຄຳ 8 ຫຼຽນທັງໝົດ​ໃນ​ງານ​ແຂ່ງ​ຂັນ​ເທື່ອ​ນີ້.

​ໃນ​ການ​ແຂ່ງຂັນ​ໂດດ​ແທ່ນ​ເພດ​ຊາຍ, ທ້າວ​ໂຫລ້ຽງ ນັກ​ກິລາ​ຈີນ​ຊີງ​ໄດ້ຫຼຽນ​ຄຳ​ດ້ວຍ​ຜົນ​ງານ 538,75 ຄະ​ແນນ, ລາວ​ຍັງ​ຮ່ວມ​ມື​ກັບ​ທ້າວ​ລິນ​ເຢ້ ນັກ​ກິລາ​ຈີນ​ອີກ​ຜູ່​ໜຶ່ງ, ຊີງ​ໄດ້​ຫຼຽນ​ຄຳ​ໃນ​ການ​ແຂ່ງຂັນ​ໂດດ​ຄູ່​ຈາກແທ່ນ​ເພດ​ຊາຍ​ດ້ວຍ​ທ່າ​ແຮງ​ອັນ​ພົ້ນ​ເດັ່ນ.

ການ​​ແຂ່ງຂັນຊີງ​ເອົາຫຼຽນຄຳ​ຂອງ​ລາຍການ​ໂດດ​ຈາກ​ແປ້ນ​ສູງ 3 ​ແມັດ​ເພດ​ຍິງ​ຂ້ອນ​ຂ້າງ​ດຸ​ເດືອດ, ນາງ​ລີ​ຖິງ ນັກ​ກິລາ​ຈີນ​ຊີງ​ໄດ້ຫຼຽນຄຳ​ໃນ​ທີ່​ສຸດ.