ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-15 17:51:31    
ເກາະກາລາປາໂກສໝູ່ເກາະຕ່າງປະຫຼາດບົນເສັ້ນສູນສູດ

cri

ໃນໂລກນີ້ມີເກາະນ້ອຍໃຫຍ່ຕັ້ງຫຼາຍສິບລ້ານໜ່ວຍ.ເກາະເຫົ່ຼານີ້ລາງເກາະກໍຂັ້ນກັບ
ແຜ່ນດິນໃຫຍ່ດ້ວຍແມ່ນ້ຳແລະທະເລ.ລາງເກາະກໍຢອງຢາຍກັນຢູ່ທ່ົວທຸກແຫ່ງຫົນ
ຂອງໂລກ.ໃນນັ້ນ ໝູ່ເກາະທ່ີຈັບໃຈຄົນກ່ວາໝູ່ ແມ່ນໝູ່ເກາະກາລາປາໂກສແຫ່ງ
ເອກວາດໍ,ໝູ່ເກາະກາລາປາໂກສ ຕັ້ງຢູ່ພາກຕາເວັນອອກຂອງມະຫາສະໝຸດປາຊີຟິກ,
ທາງທິດຕາເວັນອອກຫ່າງຈາກແຜ່ນດິນໃຫຍ່ທະວີບອາເມລິກາປະມານພັນກິໂລແມັດ,
ພາຍໃນບໍລິເວນຫຼາຍພັນກິໂລແມັດມົນທົນທາງທິດຕາເວັນຕົກແມ່ນບ່ໍມີແຜ່ນດິນເລີຍ.
ໝູ່ເກາະກາລາປາໂກສ ປະກອບດ້ວຍ 13 ເກາະໃຫຍ່ກັບຫຼາຍຮ້ອຍເກາະນ້ອຍ,ໂຮມ
ມີເນື້ອທ່ີທັງໝົດປະມານ 7800ກິໂລແມັດຕາ.ເກາະເຫົ່ຼານີ້ຢອງຢາຍກັນຢູ່ກາງທະເລ
ກ້ວາງປະມານ 4 ໝ່ືນ 6 ພັນກິໂລແມັດຕາ.

ເມ່ືອຄ.ສ.ປີ 1535,ເພ່ິນກໍໄດ້ຜາກົດເຫັນໝູ່ເກາະກາລາປາໂກສເປັນເທ່ືອທຳອິດແລ້ວ,
ຜ່ານມາ 300ປີຫັຼງ, ທ່ານດາວິນ ນັກຊີວະສາດຜູ່ມີຊ່ືສຽງໄດ້ໄປສັງເກດໝູ່ເກາະກາລາ
ປາໂກສເປັນເວລາເດືອນປາຍ, ແລະໄດ້ສະເໜີໃຫ້ຮູ້ໝູ່ເກາະດ່ັງກ່າວຢ່າງລະອຽດ,ອັນ
ເຮັດໃຫ້ເກາະນ້ອຍທ່ີບ່ໍມີຊ່ືສຽງຈ່ິງມີຊ່ືສຽງດ່ົງດັງຂື້ນໃນໂລກ.ຫ່ວາງບ່ໍດົນນີ້,ອົງການສຶກ
ສາວິທະຍາສາດແລະວັດທະນະທຳສະຫະປະຊາຊາດ ໄດ້ປະກາດໝູ່ເກາະກາລາປາ
ໂກສເປັນນ່ືງໃນ 12 ບ່ອນທ່ີລືຊ່ືໃນໂລກ.  ອັນໄດ້ເຮັດໃຫ້ໝູ່ເກາະດ່ັງກ່າວປະຈັກຕາ
ຊາວໂລກຍ່ິງຂຶ້ນ.

ໝູ່ເກາະກາລາປາໂກສ ມັນຕ່າງປະຫຼາດຢູ່ບ່ອນໃດແທ້?ແມ່ນຢູ່ບ່ອນມັນມີພາບວິວທິວ
ທັດແຖບໜາວບົນເສັ້ນສູນສູດ.ໝູ່ເກາະກາລາປາໂກສຕັ້ງຢູ່ລະຫວ່າງເສັ້ນຂະໜານ
ເໜືອ 1'42"ເສັ້ນສູນສູດແມ່ນຕັ້ງຂະໜານຢູ່ກາງໝູ່ເກາະ,ເພ່ິນຈ່ິງເອີ້ນເປັນໝູ່ເກາະເສັ້ນ
ສູນສູດຕົວແບບ.ແຕ່ວ່າອາກາດແຫ່ງນີ້ບ່ໍຮ້ອນເຮັ່ງປານໃດ,ສ່ິງແວດລ້ອມທຳມະຊາດ
ແຫ່ງນີ້ແມ່ນຕ່າງກັບເຂດເສັ້ນສູນສູດແຫ່ງອ່ືນປານໜ້າມືກັບຫັຼງມື.ຢູ່ແຫ່ງນີ້ ບ່ໍໄດ້ເຫັນ
ພາບວິວອຸນຫະພູມສູງ,ມີຝົນຕົກຫຼາຍແລະມີພຶດພັນດົກໜາ.ກົງກັນຂ້າມພັດໜາວຈັດ,
ແຫ້ງແລ້ງ,ພືດພັນກໍຫ່າງກັນ,ແລະຍັງມີຊີວະຊາດຕົວແບບແຖບໜາວຈຳນວນບ່ໍໜ້ອຍ
ອີກດ້ວຍ. ປະກົດການຜິດປົກກະຕິແນວນີ້ຢູ່ທ່ົວເຂດເສັ້ນສູນສູດແມ່ນມີຢູ່ເຂດດຽວທ່ໍນັ້ນ.

ຄັນຊັ້ນ,ແມ່ນຍ້ອນຫຍັງແທ້ຈ່ຶງເຮັດໃຫ້ມີປະກົດການແປກປະຫຼາດຄືແນວນີ້? ທ່ີຈິງ
ແລ້ວຢູ່ພາກຕາເວັນອອກຂອງມະຫາສະໝຸດປາຊີຟິກມີລົມໜາວເປລູແຮງພິລຶກກະແສ
ນ່ືງພັດມາປິດອ້ອມໝູ່ເກາະກາລາປາໂກສໄວ້ແໜ້ນໆ ແລ້ວເຮັດໃຫ້ອຸນຫະພູມຕາມໝູ່
ເກາະຕຳ່ລົງ,ຝົນຈ່ິງຕົກໜ້ອຍ, ເຖິງວ່າ ຢູ່ແຖບແຄມທະເລ,ອຸນຫະພູມກໍມີຢູ່ລະຫ່ວາງ
20 ອົງສາທ່ໍນັ້ນ,ແຕ່ຢູ່ເທິງພູ ພັດໜາວແຮງກ່ວານີ້ອີກ.ຫັຼງຈາກຄ່ຳມືດແລ້ວ ອາກາດ
ໜາວຢຸູ່ເທິງເກາະຍ່ິງພິລຶກ,ເຖິງວ່າແມ່ນລະດູຮ້ອນ, ຖ້າຢາກນອນແຮມຄືນຢູ່ກາງເດ່ີນ
ກໍຈະຕ້ອງດັງໄຟຝີງ.

ພູໄຟຢູ່ເທິງໝູ່ເກາະກາລາປາໂກສ ຍັງຫຼາຍກວາຄົນອີກຊ້ຳ.ແຕ່ລະເກາະໃນໝູ່ເກາະ
ກາລາປາໂກສ ລ້ວນແຕ່ແມ່ນຈ່ໍຂື້ນເປັນດອນຍ້ອນພູໄຟພ່ົນທັງນັ້ນ,ນັບມາຮອດປະຈຸ
ບັນ, ເວລາຈ່ໍຂຶ້ນເປັນເກາະເປັນດອນ ກໍຍັງບ່ໍຮອດ 2 ລ້ານປີຊ້ຳ,ສ່ວນໃຫຍ່ແມ່ນມີລະ
ຫວ່າງ 1 ລ້ານປີເທ່ົານັ້ນ,ຖ້າທຽບກັບໜ່ວຍໂລກທ່ີມີປະຫວັດມາເປັນເວລາຫຼາຍຕື້ປີ
ແລ້ວ,ເກາະເຫົ່ຼານີ້ ກໍຍັງໜຸ່ມທ່ີສຸດ. ໃນພູໄຟເທິງໝູ່ເກາະ, ສູງສຸດແມ່ນເໜືອລະດັບ
ໜ້ານ້ຳທະເລ 1700 ແມັດ,ຈອມພູໄຟສ່ວນໃຫຍ່ລ້ວນແຕ່ໄດ້ຮັກສາປາກພູໄຟໄວ້ຢ່າງ
ຄົບຖ້ວນ.ຢູ່ໃນຫັ້ນ ມີນ້ຳອ່ັງໄວ້ຈົນກາຍເປັນໜອງພຸໄຟ.ຢູ່ຕາມໝູ່ເກາະກາລາປາໂກສ
ມີປາກພູໄຟນ້ອຍໃຫ່ຍລວມ 2 ພັນບ່ອນ.ສ່ວນຈຳນວນພົນລະເມືອງມາຮອດຊຸມປີ 50
ໃນສັດຕະວັດທີ່ແລ້ວ,ກໍບ່ໍທັນຮອດ 2 ພັນຄົນຊ້ຳ.ມາຮອດປະຈຸບັນ ກໍມີພຽງ 4 ພັນ
ກ່ວາຄົນເທ່ົານັ້ນ,ສະນັ້ນ ເພ່ິນຈ່ຶງເວົ້າວ່າ ຢູ່ແຫ່ງນີ້ ມີພູໄຟຫຼາຍກ່ວາຄົນ.

ໝູ່ເກາະກາລາປາໂກສແມ່ນແດນສະຫວັນຂອງສັດທ່ີຫາຍາກ.ເມ່ືອມາຮອດໝູ່ເກາະ
ແຫ່ງນີ້, ສ່ິງຈັບໃຈຄົນກ່ວາໝູ່ແມ່ນສັດທ່ີຫາຍາກຫຼາຍຊະນິດ.ຢູ່ຫັ້ນມີເຕ່ົາທະເລນັບ
ເປັນພັນເປັນໝ່ືນ, ມີແລນນານາຊະນິດ, ມີສິງທະເລທ່ີຊ່າງປີນກົກໄມ້,ມີນົກຍາງທ່ີບິນ
ບ່ໍເປັນແລະອ່ືນໆ.ສ່ິງທ່ີເຮັດໃຫ້ຄົນປະຫຼາດໃຈນັ້ນແມ່ນຍັງມີນົກກີວີທ່ີເຫັນຢູ່ຂົ້ວໂລກ
ໃຕ້ພຸ້ນ,ພັດມາຢູ່ເທິງເສັ້ນສູນສູດພີ້,ຈ່ັງແມ່ນເຮັດໃຫ້ຄົນງຶດງ້ໍ.ເຕ່ົາທະເລແມ່ນສັດທ່ີມີສີ
ສັນພິເສດກວ່າໝູ່ຢູ່ໝູ່ເກາະກາລາປາໂກສ.ໃນພາສາແອສປາຍ,ກາລາປາໂກສແມ່ນ
ແປວ່າເຕ່ົາທະເລນັ້ນເອງ.

ເຕ່ົາທະເລແມ່ນໜີຈາກນ້ຳບ່ໍໄດ້, ຢູ່ເທິງເກາະທ່ີອາກາດແຫ້ງແລ້ງແລະຂາດນ້ຳ,ຍ້ອນ
ຫິວນ້ຳ,ພວກມັນຕ້ອງພາກັນເດີນທາງໄກທັງເວັນທັງຄືນຕັ້ງຫຼາຍກິໂລແມັດ,ຢູ່ບ່ອນມ່ໍ
ແຫ່ຼງນ້ຳ,ອາດຈະເຫັນພາບທ່ີເປັນໜ້າຕິດໃຈທ່ີສຸດ,ຄື ເຕ່ົາທະເລໝູ່ນ່ືງພວມຟ້າວຄານ
ໄປຫາແຄມທະເລ ແລະມີເຕ່ົາທະເລອີກໝູ່ນ່ືງທ່ີກິນນ້ຳອ່ິມແລ້ວ ພວມຟ້າວຄານກັບ
ຄືນຖ່ິນເດີມ.ເຕ່ົາທະເລເປັນສັດທ່ີອອກລູກຈາກໄຂ່.ເມ່ືອເຕ່ົາທະເລໂຕແມ່ອອກໄຂ່ຮວດ
ນ່ືງ ກໍອອກໄຂ່ໄດ້ແຕ່ 9ໜ່ວຍ.ເມ່ືອອອກໄຂ່ແລ້ວ ກໍເອົາດິນປົກໄວ້.ໃນຍາມອາກາດ
ແຫ້ງແລ້ງ,ເຕ່ົານ້ອຍຫຼາຍໂຕທ່ີຍັງບ່ໍທັນແຕກປ້ໍໝົດ ກໍແຫ້ງກະແດ້ງຕາຍໝົດ.ສ່ວນ
ເຕ່ົານ້ອຍທ່ີອອກຈາກໄຂ່ໄດ້ນັ້ນ, ພວກມັນກໍພາກັນຄານຕາມທາງໄປສູ່ທະເລເຊ່ິງເຕັມ
ໄປດ້ວຍຄວາມອັນຕະລາຍ. ແຕ່ວ່າ, ຕາບໃດທ່ີເຕ່ົາທະເລໃຫຍ່ຂື້ນເປັນຕົວເຈົ້າຂອງ
ແລ້ວ, ນອກຈາກຄົນແລ້ວ ແມ່ນບ່ໍມີສັດອ່ືນໃດຈະເຮັດຫຍັງໃຫ້ມັນໄດ້. ຕາມການຄາດ
ຄະເນແບບເກົ່າ,ເຕ່ົາທະເລໂຕນ່ືງຈະຍືນໄດ້ຕັ້ງ 500 ກ່ວາປີ.ຍ້ອນຊີ້ນເຕ່ົາທະເລແຊບ
ດີ, ຈ່ິງພາໃຫ້ພວກມັນມີໄພອັນຕະລາຍເຖິງແກ່ຊີວິດຍ້ອນຄົນຊອກຈັບໄປຂ້າ.ຢູ່ຕາມ
ເກາະເຫົ່ຼານີ້ມີເຮືອຫຼາຍລຳອອກໄປຊອກຈັບເຕ່ົາທະເລມາຂ້າເລື້ອຍໆ.

ແລນທ່ີອາໃສຢູ່ເທິງເກາະກາລາປາໂກສ ບ່ໍພຽງແຕ່ມີຫຼາຍຊະນິດເທ່ົ່ານັ້ນ,ຫາກຍັງມີ
ຈຳນວນຫຼວງຫຼາຍອີກດ້ວຍ.ໃນນັ້ນ, ສ່ວນນ່ືງແມ່ນດຳລົງຊີວິດຢູ່ເທິງແຜ່ນດິນ,ແລະກິນ
ກົກຕະບອງເພັດ,ສ່ວນນ່ືງອີກແມ່ນດຳລົງຊີວີດຢູ່ໃນທະເລແລະກິນພືດຜັກທະເລ.ທັງນີ້
ແມ່ນປະກົດການທ່ີບ່ໍສູ້ເຫັນໃນໂລກ,ແລນບົກນັບເປັນຮ້ອຍເປັນພັນ ມັກມານອນແຫຍ້
ກັນຕາກແດດຢູ່ເທິງພະລານຫີນແຄມທະເລ,ແລນໂຕຜູ້ຢູ່ຂອກຂ້າງໝູ່ກໍເຫືຼຶອດຕາຊອມ
ຢູ່ເພ່ືອລະວັງອາດຈະມີສັດຕູມາລ່ວງລ້ຳ,ແລນທະເລບາງທີກໍໂຕນລົງທະເລໄປຫາກິນ
ເປັນບາງຄັ້ງຄາວ, ເບ່ິງພວກມັນຈັ່ງແມ່ນຄືມັງກອນນ້ອຍເອົາໂລດ.

ທຳອິດ,ເມ່ືອຄົນທັງຫຼາຍເຫັນນົກກີວີຢູ່ເທິງເກາະກາລາປາໂກສ,ໃຜກໍປະຫຼາດໃຈ,
ເພາະວ່າ ນົກກີວີແມ່ນສັດທ່ີເປັນຕົວແທນຂອງຂົ້ວໂລກໃຕ້, ແຕ່ວ່າ ເປັນຫຍັງຈ່ິງມີນົກ
ກີວີຢູ່ແຫ່ງນີ້?ພວກນັກວິທະຍາສາດເຫັນວ່າ, ອາດຈະແມ່ນທຳອິດມີນົກກີວີຈຳນວນນ່ືງ
ຢູ່ພູນ້ຳກ້າມ ຖືກກະແສລົມໜາວພັດໄປຮອດແຖບຮ້ອນ,ໃນທ່ີສຸດ ກໍເລີຍມາຂື້ນບົກຢູ່
ເກາະກາລາປາໂກສ, ຫຼາຍໆປີຜ່ານໄປ,ພວກມັນກໍເລີຍລື້ງກັບສ່ິງແວດລ້ອມທຳມະຊາດ
ຂອງເກາະກາລາປາໂກສ, ແລ້ວເລີຍຫາກິນແລະອອກແມ່ແຜ່ລູກຢູ່ເກາະແຫ່ງນີ້.ແຕ່
ວ່າ ເມ່ືອທຽບກັບນົກກີວີທ່ີຂົ້ວໂລກໃຕ້ແລ້ວ ນົກກີວີເທິງເກາະແຫ່ງນີ້ ພັດອ່າວຕຳ່
ກວ່າແລະນ້ອຍກວ່າ,ເບ່ິງຄືວ່າໃຫ່ຍບ່ໍສົມບູນປານໃດ. ແຕ່ເບ່ິງກວມລວມແລ້ວ ຮູບຊົງ
ຂອງນົກກີວີສອງຊະນິດນີ້ກໍຍັງຄືກັນຢຸູ່.