ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-15 21:48:31    
ຈີນ​ຍິນ​ດີ​ພ້ອມ​ກັບ​ຊູ​ດັງ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ໄມ​ຕີ​ຈິດ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ຍາວ​ນານ​ແລະ​ໝັ້ນ​ທ່ຽງ

cri

ຕາມ​ຂ່າວcri:ວັນ​ທີ15 ພຶດສະພາ,​ຢູ່​ປັກ​ກິ່ງ,ໃນ​ເວລາ​ພົປະ​ຄະນະ​ຜູ້​ແທນ​ພັກສະ​ແພ​ແຫ່ງ​ຊາດ​ຊູ​ດັງ,ທ່ານ​ອູປາງ​ກົວ ກຳມະການປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,ປະທານ​ຄະນະ​ປະຈຳສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນກ່າວ​ວ່າ,ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັບ​ຊູ​ດັງ​ພະຍາຍາມຊຸກ​ຍູ້​ການ​ພົວພັນ​ໄມຕີ​ຈິດ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ຢ່າງ​ຍາວ​ນານ​ແລະ​ໝັ້ນ​ທ່ຽງ​.

ທ່ານ​ວູປາງ​ກົວ​ກ່າວ​ວ່າ,ສອງ​ປ​ະ​ເທດ​ເຂົ້າ​ໃຈ​ແລະ​ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ​ໃນ​ບັນຫາ​ທີ່​ສອງ​ຝ່າຍ​ສົນ​ໃຈ​ນຳ​ກັນ,ການ​ຮ່ວມ​ມື​ດ້ານ​ຕົວ​ຈິງໃນ​ທຸກ​ຂົງ​ເຂດ​ມີ​ຜົນ​ສັກສິດ,​ປະສານ​ງານ​ກັນ​ແລະ​ຮ່ວມ​ມື​ການ​ໃນ​ວຽກ​ງານ​ລະຫວ່ງຊາດ,ຝ່າຍ​ຈີນ​ເອົາ​ໃຈ​ໃສ່ນຳ​ການ​ຂະຫຍາຍການ​ພົວພັນ​ກັບ​ຊູ​ດັງ​ໃນ​ລະດັບ​ສູງ.ພັກ​ກອມ​ມູນິດ​ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ພົວພັນ​ໄມຕີ​ຈິດ​ກັບທຸກ​ພັກ​ການ​ເມືອງ​ຂອງ​ຊູ​ດັງ​ທີ່​ລວມທັງ​ພັກ​ສະພາ​ແຫ່ງ​ຊາດ​ຊູ​ດັງຕື່ມ​ອີກ.

ທ່ານ​ນາ​ຟີ​​ເອ ອາລີ ນາ​ຟີ​ອາ ຮອງ​ປະ​ທານ​ພັກ​ສະພາ​ແຫ່ງ​ຊາດຊູ​ດັງກ່າວ​ວ່າ,ການປັບປຸງ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ຕົວ​ຈິງໃນ​ບັນດາ​ຂົງ​ເຂດ​ລະຫວ່າງ​ຈີນ​ຊູ​ດັງ​ແມ່ນ​ຄວາມ​ຫວັງ​ແລະໜ້າ​ທີ່​ຮັບຜິດຊອບ​ຮ່ວມ​ຂອງ​ສອງ​ຝ່າຍ,ຝ່າຍ​ຊູ​ດັງ​ຂອບໃຈການສະ​ໜັບສະ​ໜູນບໍ່​ເຫັນ​ແກ່​ຕົວ​ທີ່​​ຝ່າຍ​ຈີນ​ສະໜອງ​ໃຫ້​ໃນ​ເວລາ​ຍາວ​ນານ​ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ໝັ້ນ​ໃຈ​ຕໍ່​ອະນາຄົດ​ພັດ​ທະນາ​ໄມຕີ​ຈິດລະຫວ່າງ​ຊູ​ດັງ​ຈີນ.