ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-16 09:40:39    
ຂົວ​ອາ​ກາດ​060515(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ພວກ​ເຮົາໄດ້​ຮັບ​ຈົດໝາຍ​ຂອງ​ນ້ອງ​ດາ​ຮື ປໍ​ສະ​ເບີ​ວັນ ​ແສງ​ມົວ,​ໃນ​ຈົດໝາຍ,​ນ້ອງ​ຂຽນວ່າ,ພາຍ​ຫຼັງ​ຮຽນ​ຈົບ​ສາມັນ​ມໍ 6 ​ແລ້ວ,ຍ້ອນ​ເສດ​ຖະກິດ​ຄອບຄົວ​ຂ້ອນ​ຂ້າງ​ຕ່ຳ​ແດ່,ນ້ອງ​ກໍ​ເລີຍ​ບໍ່​ໄດ້​ໄປ​ຮຽນ​ຕໍ່,​ແຕ່​ກໍ​ໂຊກ​ດີ​ຫຼາຍ​ໄດ້​ມີ​ບໍລິສັດ​ໜຶ່ງ​ຖືກ​ຈັດ​ຕັ້ງ​ຂຶ້ນ ​ໂດຍ​ການ​ລົງທຶນ​ຂອງ​ນັກ​ທຸລະ​ກິດ​ຈີນ,ນ້ອງ​ກໍ​ເລີຍ​ຂໍ​ສະໝັກ​ເຂົ້າ​ເຮັດ​ຢູ່​ທີ່​ນີ້,ຈາກ​ນັ້ນ,ການ​ຟັງ​ວິທະຍຸ CRI ​ແຮ່ງມີ​ຄວາມ​ສຳຄັນ​ຫຼາຍ​ ໂດຍ​ສະ​​ເພາະ​ແມ່ນ​ລາຍການ​ສອນ​ພາສາ​ຈີນ,ຍ້ອນ​ຢູ່​ທີ່​ນີ້​ມີ​ແຕ່​ພະນັກງານ​ຈີນ​ເປັນ​ສ່ວນ​ຫຼາຍ.ສ່ວນ​ນ້ອງ​ເອງ​ພັດ​ບໍ່​ເຂົ້າ​​ໃຈ​ພາສາ​ຈີນ,ດັ່ງ​ນັ້ນ,ຈິ່ງ​ເຮັດ​ໃຫ້ການ​ເຮັດ​ວຽກ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ,​​ແຕ່​ກໍ​ບໍ່​ໄດ້​ທໍ້ຖອຍ​ໃຈ​ແຕ່​ຢ່າງ​ໃດ​ເລີຍ.ກົງກັນ​ຂ້າມ,ນ້ອງ​ຊ້ຳພັດ​ມີ​ຄວາມ​ພູມ​ໃຈ​ຫຼາຍ​ທີ່​ວ່າ​ເຖິງ​ບໍ່​ໄດ້​ໄປ​ສຶກສາ​ຕໍ່​ແລ້ວ​ກໍ​ຕາມ,​ແຕ່​ການ​ຟັງ​ວິທະຍຸ CRI ທຸກ​ມື້​ ບວກ​ກັບ​ການ​ເຮັດ​ວຽກ​ນຳ​ພະນັກງານ​ຈີນ​ທຸກ​ມື້,ກໍ​ຫາກ​ແມ່ນ​ໄດ້​ຮຽນ​ຢູ່​ຈີນ​ທຸກ​ມື້​​ເຊັ່ນດຽວກັນ ​ເຊິ່ງກໍ​ຍ້ອນ​ວ່າ​ວິ​ທະຍຸ CRI ກໍ​ແມ່ນ​ສຳນັກ​ງານ​ຂ່າວສານ​ແຫ່ງ​ໜຶ່ງ​ທີ່​ມີ​ຄວາມ​ກ້າວໜ້າ,​ແມ່ນ​ມະຫາວິທະຍາ​ໄລ​ຂອງ​ນ້ອງ​ເອງ.

ເມື່ອ​ໄດ້​ອ່ານ​ຈົດໝາຍ​ຂອງ​ນ້ອງ​ດາ​ຮື​ແລ້ວ,ພວກ​ເຮົາຮູ້ສຶກຕື້ນ​ຕັນ​​ໃຈ​ຕໍ່​ນ້ອງ​ທີ່​ມີ​ຄວາມ​ປາ​ພະ​ໜາ​ຢ່າງ​ແຮງ​ກ້າ​ຕໍ່​ຄວາມ​ຮູ້​ຄວາມ​ສາມາດ​,​ເຖິງ​ວ່າ​​ໄດ້​ຖືກເງື່ອນ​ໄຂ​ຄອບຄົວຈຳກັດ,ນ້ອງ​ບໍ່​ມີໂອກາດ​ໄປຮຽນຕໍ່​ກໍ່ຕາມ,ແຕ່ນ້ອງ​ພັດບໍ່​ໄດ້​ຢຸດ​ຮຽນ​ຈັກ​ເທື່ອ,ພ້ອມ​ກັນ​ນັ້ນ​ພວກ​ເຮົາ​ຂອບ​ໃຈ​ນ້ອງ​ທີ່​ສະໜັບ​ສະໜູນ​ວິທະຍຸ​ພວກ​ເຮົາ​ແລະ​ຢືນຢັນ​ຕໍ່​ລາຍ​ການ​ຂອງ​ພວກ​ເຮົາ,ຫວັງ​ຢ່າງ​ຈິງ​ໃຈໃຫ້​ລາຍການ​ຂອງ​ພວກ​ເຮົາ​ຈົ່ງ​ນຳ​ເອົາຄວາມ​ຮູ້​ທີ່ມີ​ມູນ​ຄ່າ​ຫຼາຍ​ກວ່າ​​​ເກົ່າໃຫ້​ແກ່​ນ້ອງ,ນະ​ທີ່​ນີ້,ພວ​ກ​ເຮົາ​​ໄດ້​ຈັດ​ເອົາ​ເພງ​ທີ່​ເຮັດ​ໃຫ້​ຄົນ​ບຸ​ກບືນ​ເພງ​ໜຶ່ງມອບ​ໃຫ້​​ນ້ອງ​ດາ​ຮື,​ເພງ​ນີ້​ຊື່ວ່າ"​ເມີ້ງສຽງ",​ແປ​ວ່າ"ຄວາມ​ໃຝ່ຝັນ",ຫວັງ​ວ່າ​ນ້ອງຄົງ​ຈະ​ມັກ.