ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-16 15:17:18    
ອາຫານ​ທ່ຽງ​ກິນ​ນ້ຳ​ນົມ​ສົ້ມ​ຈອກ​ໜຶ່ງມີ​ຜົນ​ດີ​ຕໍ່​ສຸ​ຂະ​ພາບ

cri


ອາຫານເຊົ້າ​ແລະ​ອາຫານ​ຄ່ຳ​ດື່ມ​ນ້ຳນົມ​ຈອກ​ໜຶ່ງ​ໄດ້​ກາຍ​ເປັນ​ຄວາມ​ຊິນ​ເຄີຍ​ທີ່​ດີ​ຂອງ​ຄົນ​ທັງຫຼາຍ​ແລ້ວ, ​ແຕ່​ທ່ານ​ຮູ້​ບໍ່​ວ່າ, ​ໃນ​ເວລາ​ກິນ​ອາຫານ​ທ່ຽງ​ຫຼື​ຫຼັງອາຫານ​ທ່ຽງ​ນົມ​ສົ້ມ​ຈອກ​ໜຶ່ງ, ​ກໍ​ມີ​ບົດບາດ​ສຳຄັນ​ຕໍ່​ສຸຂະພາບ​ຄື​ກັນ.

ຕາມ​ຂໍ້​ມູນ​ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ກາ​ໂລ​ລີຈາກ​​ອາຫານ​ເຊົ້າ​ກວມ25​ຫາ30%ຂອງ​ກາ​ໂລ​ລີ​ທີ່​ໃນ​ມື້ໜຶ່ງ. ສະ​ນັ້ນ, ອາຫານ​ເຊົ້າ​ດື່ມ​ນ້ຳນົມ​ຈອກ​ໜຶ່ງ​ຈະ​ເພີ່ມ​ເຕີ່​ມກາ​ໂລ​ລີ​​ໄດ້​ຢ່າງດີ; ກ່ອນ​ນອນ​ດື່ມນ້ຳນົມ​ອີກ​ຈອກ​ໜຶ່ງ​ຈະ​​ຊ່ອຍໃຫ້​ນອນຫຼັບ​​ດີ, ຮ່າງກາຍ​ກໍ​ຮັບ​ເອົາ​ທາດ​ບຳລຸງ​ຂອງ​ນ້ຳນົມ​ຢ່າງ​ເຕັມ​ສ່ວນ.

ຄັນ​ຊັ້ນ​, ອາຫານ​ທ່ຽງ​ກິນນົມ​ສົ້ມມີ​ຜົນ​ປະ​ໂຫຍ​ດຫຍັງ​​ແດ່? ຜູ້​ຊ່ຽວຊານບອກ​ວ່າ, ​ໃນ​ນົມ​ສົ້ມ​ມີ​ສານ​ອັອກກາ​ນິກອາ​ສິດ​ຢ່າງ​ຫຼວງ​ຫຼາຍ​ເຊັ່ນ ລັກ​ຕິກ​ອາ​ສິດ​ແລະ​ອາ​ເຊ​ຕິກ​ອາ​ສິດ​ເປັນ​ຕົ້ນ, ສານ​ເຫຼົ່າ​ນີ້​ບໍ່ພ​ຽງ​ແຕ່​ເຮັດ​ໃຫ້​ນົມ​ສົ້ມ​ມີ​ລົດ​ແຊບ​ເທົ່າ​ນັ້ນ, ຍັງ​ສາມາດ​ຊ່ອຍ​ໃຫ້​ຂົມ​ແຂ້ນ, ​ແລ້ວ​ລະງັບ​ບໍ່​ໃຫ້​ຈຸລິນ​ຊີ​ທີ່​ເປັນ​ໂທດ​ແຜ່​ເຊື້ອ. ພ້ອມ​ກັນ​ນັ້ນ, ​ເຮັດ​ໃຫ້​ທາດ​ດັ່ງ​ໃນລຳ​ໄສ້ອ່ອນລົງ​ແລະ​ທາດ​ກົດ​ເພີ່ມ​ຂຶ້ນ, ຊຸກ​ຍູ້​ໃຫ້​ກະ​ເພາະ​ລຳ​ໄສ້​ຄັ້ນ​ຮູດ​ແລະນ້ຳ​ຍ່ອຍລະບາຍອອກ. ນອກ​ນີ້, ຄຽງ​ຄູ່​ກັບ​ເຕັກນິກ​ຜະລິດ​​ນົມ​ສົ້ມ​ໄດ້​ກ້າວໜ້າ​ເລື້ອຍໆ, ຈຸລິນ​ຊີຊະນິດດີ​2ຢ່າງໃນນົມ​ສົ້ມ​ໄດ້​ເພີ່ມ​ຂຶ້ນ​ເປັນ4​ຢ່າງ, ທັງ​ນີ້​ບໍ່ພ​ຽງ​ແຕ່​ເຮັດ​ໃຫ້ທາດ​ບຳລຸງຂອງ​ນົມ​ສົ້ມຫຼາຍ​ກວ່າ​ຜະລິດ​ຕະພັນ​ປະ​ເພດ​ດຽວ​ກັນ​ຢ່າງ​ເດັ່ນ​ຊັດ​ເທົ່າ​ນັ້ນ, ບົດບາດ​ຍ່ອຍອາຫານ​ແລະ​ລະງັບ​ຈຸລິນ​ຊີ​ປະ​ເພດ​​ເປັນ​ໂທດກໍ​​​ເພີ່ມ​ຂຶ້ນ​ຕື່ມອີກ.

ຢ່າ​​ປະໝາດ​ບົດບາດ​ເຫຼົ່າ​ນີ້​ຂອງ​ນົມ​ສົ້ມ, ​ເພາະວ່າ​ບົດບາດ​ເຫຼົ່າ​ນີ້​ມີ​ຜົນ​ດີ​ຫຼາຍ​ທີ່​ສຸດ​ຕໍ່​ພະນັກງານ​ຜູ້​ທີ່​ກິນ​ອາຫານ​ທ່ຽງ​ແລ້ວ​ກໍ​ນັ່ງ​ລົງ​ຕໍູ່​ໜ້າ​ໂຕະ​ຄອມ​ພິວ​ເຕີ​ໂລດ​ຈົນ​ພາ​ໃຫ້ອາຫານ​ບໍ່​ຍ່ອຍແລະ​ເກີດ​ມີ​ໄຂມັນທ້ອນ​ກັນ​ຫຼາຍ​ຂຶ້ນ. ພ້ອມ​ກັນ​ນັ້ນ, ນົມ​ສົ້ມ​ຍັງ​ຊ່ອຍ​ບັນ​ເທົາ​ຄວາມ​ອິດ​ເມື່ອຍ​ຍ້ອນ​ກຳລັງ​ໜີບ​ທາງ​ຈິດ​ໃຈ​​ແຮງຫຼາຍ​ວຽກ​ງານເຄັ່ງ​ຕຶງ​ແລະຄວາ​ມວິຕົກ​ກັງວົນ, ​ເມື່ອ​ໃສ່ເຊື້ອໝັກ, ​ເມັດ​​ໃນ​ນົມ​ສົ້ມ​ເຊັ່ນ​​ໂປຼຕິນ, ​ເປັບ​ຕີ​ດ​ແລະ​ອາ​ມີ​ໂນ​ອາ​ສິດ​​ເປັນ​ຕົ້ນກາຍ​ເປັນ​ເມັດ​ນ້ອຍ​ກວ່າ​​ເກົ່າ, ​ເຮັດ​ໃຫ້​ຮ່າງກາຍ​ຮັບເອົາ​ໄດ້​ງ່າຍ​ກວ່າ​ເກົ່າ, ຍາມ​ກິນ​ເຂົ້າທ່ຽງ​ຫຼື​ຫຼັງກິນ​ເຂົ້າທ່ຽງ​ແລ້ວ​ກິນ​ນົມ​ສົ້ມ​ຈອກ​ໜຶ່ງ, ຈະ​ເຮັດ​ໃຫ້ຈິດ​ໃຈ​ສົດ​ຊື່ນ​ໃນ​ຕອນສວາຍ, ​ເຣັດ​ໃຫ້​ວຽກ​ງານ​ມີ​ປະສິດທິພາບ​ສູງ​ຂຶ້ນ.

ຕາມ​ຜົນ​ການ​ຄົ້ນຄວ້າ​ຫຼ້າ​ສຸດ​ລາຍ​ໜຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ນົມ​ສົ້ມ​ຍັງ​ມີ​ບົດບາດ​ທີ່​ຜ່ອນຄາຍ​ຜົນ​ຮ້າຍ​ຂອງ​ລັງສີ​ແລະ​ລະງັບບໍ່​ໃຫ້​ຈຳນວນຈຸ​ລັງ​ລິ​ມຟາ​ຕິກ​ຫຼຸດ​ໜ້ອຍ​ລົງພາຍຫຼັງ​ຄົນ​ເຮົາ​ຖືກ​ລັງສີ​ແລ້ວ. ການ​ທົດ​ລອງ​ຕໍ່​ສັດພິສູດວ່າ, ​​ໜູ​ນ້ອຍ​ທີ່​ໄດ້​ກິນ​ນົມ​ສົ້ມ​ແລ້ວ​ມີ​ຄວາມ​ທົນ​ຕໍ່ລັງສີ​​ແຮງ​ຂຶ້ນ, ​ແລະຜ່ອນຄາຍຜົນ​ຮ້າຍ​ຂອງລັງສີ​ທຳລາ​ຍລະບົບ​​ເພີກ​ພະຍາດ. ​ເວົ້າ​ສຳລັບ​ຜູ້​ເຂົ້າ​ການ​ທີ່​ນັ່ງ​​ເຮັດ​ວຽກຢູ່​ໜ້າຄອມ​ພິວ​ເຕີ​ເປັນ​ເວລາ​ດົນ​ນານ​ແລະ​ຖືກອຸລາ​ຢູ່​ໃນ​ສະໜາມ​ແຜ່​ເຫຼັກ​ໄຟຟ້າ​ຢູ່ທຸກ​ເວລາ​ນັ້ນ, ​ດື່ມ​ນົມ​ສົ້ມຈອກ​ໜຶ່ງ​ໃນ​ເວລາກິນ​ເຂົ້າທ່ຽງ, ​ຈະມີ​ຜົນ​ດີ​​ທີ່​ສຸດ​ຕໍ່​ສຸຂະພາບ.