ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-16 15:20:18    
ການ​ມັກ​ເວົ້າ​ດອດ​ມີ​ຜົນ​ຮ້າຍ​ຫຼາຍຢ່າງ

cri

ຂ່າວ​ສຸຂະພາບ​ປະຈຳ​ອາທິດພວກ​ເຮົາ​ຈະ​ລົມ​ເລື່ອງ​ການ​ມັກ​ເວົ້າ​ດອດ​ນຳ​ທ່ານ, ຄື​ການ​ມັກ​ເວົ້າ​ດອດ​ມີ​ຜົນ​ຮ້າຍ​ຫຼາຍຢ່າງ

ທ່ານ​ຜູ້​ຟັງ, ​ໃນ​ຊີວິດ​ຕົວ​ຈິງ, ມີ​ບາງ​ຄົນ​ມັກ​ເວົ້າ​ດອດ​ເລື້ອຍໆ, ມັກອວດ​ໂຕ, ທີ່​ຈິງ​ແລ້ວ, ນີ້​ແມ່ນ​ຈິດ​ໃຈ​ທີ່​ມັກ​ສະ​ແດງ​ຕົວແມ່ນ​ອາລົມ​ຈິດທີ່​ຫຍໍ້​ທໍ້ຢ່າງ​ໜຶ່ງ, ຖ້າ​ປ່ອຍໃຫ້​​ເປັນ​ໄປ​ເລື້ອຍ​ໆ, ຈະ​ພາ​ໃຫ້​ເປັນ​ຜົນ​ຮ້າຍ​ອັນ​ໜັກໜ່ວງ. ​ເວົ້າ​ລະອຽດ​ແລ້ວກໍ​ແມ່ນ:

ໜຶ່ງ​ຈະ​ເຮັດ​ໃຫ້​ຕົນ​ເຂົ້າ​ກັບ​ໝູ່​ຍາກ

​ເພາະບໍ່​ຟັງ​ຄວາມ​ເຫັນ​ຂອງ​ຄົນ​ອື່ນ, ອວດດີ​ອວດ​ເດັ່ນ, ອັນ​ໃດ​ກໍ​ຖື​ວ່າ​​ໂຕ​​ເອງ​ຖືກຕ້ອງ​ກວ່າ​ໝູ່, ຍ້ອນ​ວ່າ​ປະ​ເມີນ​ບົດບາດ​ຂອງ​​ເພື່ອນຮ່ວມ​ງານ​ແລະ​ຫົວໜ້າ​ບໍ່​ຖືກຕ້ອງ, ຈິ່ງ​ມີນິດ​ໄສ​ທີ່ບໍ່​ເຂົ້າ​ໝູ່​ເຂົ້າ​ຄູ່, ຄ່ອຍໆ​ຕີ​ຕົວ​ອອກ​ຫ່າງໝູ່​​ເພື່ອນແລະ​ສັງຄົມ, ບາງທີ​ຈົນປະກົດ​ມີ​ການ​ກະທຳ​ທີ່​ເຫັນ​ແກ່​ຕົວຫຼາຍ.
ສອງ​ແມ່ນ​ຈະ​ມີ​ຈິດ​ໃຈ​ອິດສາ​ບຽດຜູ້​ອື່ນ.

​ຄົນ​ແບບ​ນີ້​ບໍ່​ຍອມ​ໃຫ້​ຜູ້​ອື່ນຄື​ລື່ນ​ກາຍ​​ໂຕ, ຄັນ​ເຫັນ​ຄົນ​ອື່ນ​ດີກ​ວ່າ​ຫຼື​ເກັ່ງ​ກວ່າໂຕ​ກໍ​ໃຈ​ຮ້າຍ​ໂລດ, ຈົນຄຸມ​ອາລົມ​ຂອງ​ຕົນ​ເອງ​ບໍ່​ໄດ້, ບໍ່​ຮູ້​ໂຄລົບນັບຖື​ຜູ້ອື່ນ​​, ຍິ່ງ​ບໍ່​ຮູ້​​ເຫັນໃຈ​ຄົນ​ອື່ນ, ຈົນ​ວ່າ​ໃສ່​ຮ້າຍ​ປ້າຍ​ສີ​ຄົນ​ອື່ນ.

ສາມ​ແມ່ນ​ຈະເຮັດ​ໃຫ້​ຄົນ​ບໍ່ຈຳ​ແນ​ກ​ເລື່ອງດີ​ແລະ​​ເລື່ອງຊົ່ວ​, ​ເຮັດ​ຜິດ​ແລ້ວ​ຍັງ​ຜິດ​ຕໍ່​ໄປ, ຈົນ​​ເສຍ​ສະມາທິ, ​ຖອນຕົວ​ອອກ​ບໍ່​ໄດ້, ​ແລ້ວ​ພາ​ໃຫ້​ເກີດ​ມີ​ການ​ກະທຳ​​ແບບ​ຫົວ​ຮຸນ​ແຮງ.

ສີ່​ແມ່ນ​ເຮັດ​ໃຫ້ການ​ພົວພັນ​ໃນ​ຄອບຄົວ​ບໍ່​ລ່ອງ​ຊ່ອງ​ກັນ, ຜົວ​ເມຍ​ບໍ່ຖືກ​ກັນ, ຜິດຖຽງ​ກັນ​ເລື້ອຍໆ, ຫຼືຈົນ​​ເຖິງ​ຂັ້ນໃຊ້​ກຳລັງ​ຮຸນ​ແຮງ​ຕໍ່​ກັນແລະ​ພາ​ໃຫ້​ຄອບຄົວ​​ແຕກ​ສະຫຼາຍ.

ຫ້າ​ອາລົມ​ຈິດ​ອວດດີ​ອວດ​ເດັ່ນ​ຈະກະທົບກະ​ເທືອ​ນ​ສຸຂະພາບ​ທັງກາຍ​ແລະ​ໃຈ​ຢ່າງ​ໜັກໜ່ວງ, ຜູ້​ທີ່​ມັກ​ອວດ​ວ່າ​ຕົນ​ເກັ່ງ, ຈິດ​ໃຈ​ຂອງ​ເຂົາ​ຍ່ອມ​ຈະຢູ່​ໃນ​ສະພາວະ​ທີ່​ກຽມຮັບ​ມື​ກັບ​​ເຫດການ​ທີ່​ຈະ​ເກີດ​ຂຶ້ນ​ກະທັນຫັນໃນ​ທຸກ​ເວລາ, ສະໝອງ​ບໍ່​ໄດ້​ຜັກ​ຜ່ອນ​ຈັກ​ເທື່ອ, ນອນ​ກໍ​ຫຼັບບໍ່​​ແຈບ, ສັບພະຄຸນລະບົບ​ຍ່ອຍ​ອາຫານ​ກໍ​ເສື່​ອມ​ລົງ, ມັກ​ເປັນ​ພະຍາດ​ສາຍ​ເລືອດ​ຫົວ​​ໃຈ​, ຈົນ​ວ່າພາ​ໃຫ້​ເປັນ​​ໂຣກຈິດ.

ສະ​ນັ້ນ​ຈິ່ງ​ຂໍ​​ເຕືອນ​ວ່າ​ໃນ​ມະນຸດ​ສຳພັນູ, ຕ້ອງ​ຕີ​ລາຄາ​ຜູ້​ອື່ນຢ່າງ​ພາວະ​ວິ​ໄສ, ​ເບິ່ງ​​ໂຕ​ເອງ​ຢ່າງ​ຖືກຕ້ອງ, ຢ່າ​ອວດດີ​ອວດ​ເດັ່ນ​ເກີນ​​ໄປ. ຕ້ອງຮູ້​ວ່າ​ໃນ​ໂລກ​ນີ້​ບໍ່​ອຶດ​ແຕ່​ຄົນ​ເກັ່ງ​ກວ່າ​ເຮົາ, ​ຖະໜອມ​ຖ່ອມຕົວ​ເຮັດ​ໃຫ້​ຄົນ​ກ້າວໜ້າ, ອວດອົ່ງ​ທະ​ນົງ​ຕົວ​ເຮັດ​ໃຫ້​ຄົນຫຼ້າ​ຫຼັງ, ຫຼືຈົນ​ກ້າວ​ໄປ​ສູ່ທາງ​ສຸດ​ທ້າຍ.