ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-16 16:36:42    
ຜະລິດຕະກຳ​​ປະດິດ​ຄິດ​ສ້າງ​ດ້ານວັດທະນະທຳ​ເປັນ​ຈຸດ​ຮຸ່ງ​ໃໝ່​​ໃນການ​ພັດທະນາ​ເສດຖະກິດ​ຈີນ

cri Author: huachunmei
ທ່ານຜູ່​ຟັງ​, ປະຈຸ​ດບັນ, ຢູ່​ຈີນ, ຜະລິດຕະກຳ​ທີ່ຈະ​ເລີ​ນ​ໃໝ່​ອັນ​ໜຶ່ງ​ພວມ​ກາຍ​ເປັນ​ຈຸດຮຸ່ງ​ໃໝ່​​ໃນການ​ພັດທະນາ​​ເສດ​ຖະກິດ​ຈີນ​ເປັນ​ເທື່ອລະ​ກ້າວ. ນີ້​ກໍ​ແມ່ນ​ຜະລິດ​ຕະກຳ​ປະດິດຄິດ​ສ້າງດ້ານ​ວັດທະນະທຳ ​ເຊິ່ງລວມທັງ​ສິລະ​ປະການສະ​ແດງ ຮູບ​ເງົາ​ໂຄ​ລະ​ພາບ ການ​ບັນ​ເທີ​ງ​ດີ​ຈີ​ຕອນ ການ​ບຸກ​ເບີກ​ຊອຟ​ແວ​ຄອມພິວ​ເຕີ​ແລະ​ການ​ຜະລິດ​ຮູ​ບ​ກາ​ຕູນ​ເປັນ​ຕົ້ນ. ​ໃນຫຼາຍປີ​ມາ​ນີ້, ຢູ່ຫຼາຍ​ເມືອງ​ເສດ​ຖະກິ​ດຈະ​​ເລີ​ນຈຳນວນ​ໜຶ່ງ​ຂອງ​ຈີນ, ອັດຕາ​ສ່ວນຜະລິດຕະກຳ​ການປະດິດຄິດ​ສ້າງ​ດ້ານ​ວັດທະນະ​ທຳ​ໃນ​ການ​ພັດທະນາ​ເສດ​​ຖະກິດ​ນັ້ນໄດ້​ເພີ່ມ​ຂຶ້ນ​ຄູ່ປີ. ​ໃນ​ລາຍການ​ແຈ້ງ​ຂ່າວ​ເສດຖະກິດ​ຈີນ​ພາກ​ນີ້, ພວກ​ເຮົາ​ຈະ​ສະ​ເໜີ​ສະພາບການ​ພັດທະນາ​ຜະລິດຕະກຳ​ປະດິດຄິດ​ສ້າງ​ດ້ານ​ວັດທະນະທຳ​ຂອງຈີນ.

ຈຸດ​ພິ​ເສດ​​ໃຫຍ່​ທີ່​ສຸດຂອງຜະລິດຕະກຳ​ປະດິດ​ຄິດ​ສ້າງ​ແມ່ນ​ການສົ່ງ​ເສີມການ​ປະດິດ​ຄິດສ້າງ​ໃໝ່. ມັນ​​ເອົາ​ການ​ປະດິດ​ຄິດສ້າງ​ດ້ານ​ສິລະ​ປະວັດທະນະທຳ​ຕິດ​ພັນກັບ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ, ​ແລ້ວ​ບັນລຸ​ຄຸນ​ຄ່າ​​ເສດຖະກິດ​ໂດຍ​ຜ່ານການ​ບຸກເປີກຕະຫຼາດ. ການບັນ​ເທີ​ງ​ໂດຍ​ຜ່ານ​ໂທລະສັບມື​ຖື​ທີ່​ຈະ​ເລີ​ນ​​ໃໝ່​ເປັນ​ກ້າວໆໃນບໍ່​ເທົ່າ​ໃດປີ​ມາ​ນີ້ກໍ​ແມ່ນ​ຮູບ​ການ​​ຕົວ​ແບບ​ອັນໜຶ່ງ​ຂອງ​ຜະ​ລິດ​ຕະກຳ​ປະ​ດິດຄິດ​ສ້າງດ້ານ​ວັດທະນະທຳ. ຂໍ້ຄວາມ​ສັ້ນທີ່​ມີເນື້ອ​ໃນ​ຈາກ​ສາລະ​ພັດ​ສື່  ​ເບິ່ງ​ອິນ​ເຕີ​ເນັດ​ດ້ວຍ​ໂທລະ​ສັບ​ມື​ຖື​ແລະ​ການຫຼິ້ນເກ​ມ​ໂທລະ​ສັບ​ມື​ຖື​ທີ່​ມີ​ການ​ປ່ຽນ​ແປງ​​ໃໝ່ຢ່າງ​ບໍ່ຢຸດ​ຢັ້ງ​, ​ເຊິ່ງ​ເປັນ​ການ​​ບໍລິການ​ມູນ​ຄ່າ​ເພີ​ມທີ່​ເຕັມ​​ໄປ​ດ້ວຍ​ການ​ປະດິດ​ຄິດ​ສ້າງ​ດັ່ງກ່າວ​ນີ້ທີ່​ບໍລິສັດ​ບັນ​ເທີ​ງ​ໂທລະ​ສັບ​ມື​ຖື​ສະໜອ​ງ​ໃຫ້​ນັ້ນ, ​ໄດ້​ປ່ຽນ​ແປງ​ທັດສະນະ​ຄະຕິດດັ້ງ​​ເດີມຂອງ​ຄົນ​ທັງຫຼາຍຕໍ່​ໂທລະ​ຄົມ​ເຄື່ອນ​ທີ່, ຄົນ​ຈີນ​ນຳ​ໃຊ້​ຜະລິດຕະພັນ​ປະ​ເພດ​ນີ້​ນັບ​ມື້​ນັບຫຼາຍ. ບໍລິສັດເຕັກ​ນິກຂໍ້​ມູນຂ່າວສານ​​ໄປສະນີ​ທາງອາກາດ​​ປັກ​ກິ່ງຈຳກັດ​​ແມ່ນ​ໜຶ່ງ​ໃນ​ບັນດາບໍ​ລິສັດ​ບັນ​ເທີ​ງໂທລະສັບ​ມື​ຖື​​ຂ້ອນ​ຂ້າງໃຫຍ່ຂອງ​ຈີນ. ​ເກ​ມທີ່ຫຼິ້ນ​ໂດຍໂທລະສັບ​ມື​ຖື​ທີ່​ບໍລິສັດ​ນີ້​ບຸກ​ເບີກ​ນັ້ນໄດ້​ຮັບ​ຄວາມ​ນິຍົມຊົມ​ເຊີບຈາກ​ຄົນ​ທັງຫຼາຍ ​ໂດຍ​ສະ​ເພາະ​ຈາກ​ບັນດາແມ່ນ​ຊາວ​ໜຸ່ມ, ພ້ອມ​ກັນນັ້ນ, ກໍ​ໄດ້​ສ້າງລາ​ຍ​ຮັບຫຼວງຫຼາຍ​ໃຫ້​ແກ່​ບໍ​ລີ​ສັດ. ທ່ານຫູ​ປີນ ຮອງຜູ່​ອຳ​ນວຍ​ການ​​ບໍລິສັດ​ດັ່ງກ່າວ​ສະ​ແດງ​ຄວາມ​ເຫັນ​​ໄປ​ໃນ​ແງ່​ດີຕໍ່​ອະນາຄົດຂອງ​ຕະຫຼາດບັນ​ເທີ​ງ​ໂທລະສັບ​ມື​ຖື.

ທ່ານ​ເວົ້າວ່າ, " ​ການຫຼິ້ນເກ​ມກໍ​ແມ່ນ​ຜະລິດຕະກຳ​ທີ່​ມີ​ການ​ປະດິດ​ຄິດ​ສ້າງຫຼາຍ, ສ່ວນການ​ບໍລິການ​ມູນ​ຄ່າ​ເພີ່​ມຂອງ​ໂທລະສັບ​ມື​ຖື​ກໍ​ແມ່ນ​ຜະລິດຕະກຳ​ໃໝ່. ປະຈຸ​ດບັນນີ້, ຊາວ​ໜຸ່ມ​ນັບ​ມື້​ນັບຫຼາຍ​ໄດ້​ໃຊ້​ໂທລະສັບ​ມື​ຖື​​ເຮັດ​ວຽກ​ເຮັດ​ການຫຼາຍກວ່າ​​ເກົ່າ, ​ຄື, ຫຼິ້ນ​ເກ​ມ​​ໂທລະສັບ​ມື​ຖືແລະການ​ດາວ​ໂຫຼດກະດິງຫຼາຍສຽງ​ເປັນຕົ້ນ."

ຫວ່າງ​ມໍ່ໆ​ນີ້, ​ເກ​ມ​ໂທລະສັບ​ມື​ຖືທີ່ບໍລິສັດ​ເຕັກ​ນິກຂໍ້​ມູນຂ່າວສານທູດ​​ໄປສະນີ​ທາງ​ອາກາດ​ປັກ​ກິ່ງ​ພັດທະນາໂດ​ຍ​ອີງ​ຕາມຮູບ​ເງົາທີ່​ມີ​ຊື່ສ​ຽງເລື່ອງ ກົງ​ຟູ ​ແລະນະ​ວະ​ນິຍາຍ​ບູຮານເລື່ອງ​ສາມ​ກົກ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ຕະຫຼາດ. ​ບາງ​ເກ​ມ​ໄດ້​ຖຶກດາວ​ໂຫຼດ​ກາຍ​ແສນ​ເທື່ອ. ທ່ານຫູ​ປີງ​ເວົ້າວ່າ, ​ໃນ​ເວລາ​ການ​ພັດ​ມະ​ນາ​ເກ​ມ​ເຫຼົ່ານີ້, ​ເຂົາ​ເຈົ້າເອົາ​ໃຈ​​ໃສ່​ນຳ​ການ​ເອົາ​ສິ່ງເດີມ​​ເຂົ້າໃນ​​ເກ​ມ, ​ເຮັດ​ໃຫ້​ວັດທະນະທຳ​ກັບ​ວິ​ທະຍາ​ສາດ​ເຕັກນິກ​ປະສານ​ກັນ​ຢ່າງ​ຈົບ​ດີ, ​ເຮັດ​ໃຫ້​ຜູ່​ໃຊ້​ມີ​ຄວາມ​ຮູ້​ສຶກວ່າຕ່າງ​​ເພິ່ນ.

ທ່ານ​ເວົ້າວ່າ, " ​ແຕ່ລະ​ເດືອນ, ພວກ​ຂ້າພະ​ເຈົ້າ​​ໄດ້​ພັດທະນາ​ເກ​ມ​​​ໂທລະສັບມື​ຖືສອງ​​ເລື້ອງທີ່​ເມ່ນ​ການ​ປະພັນເດີມ​ລ້ວນໆ. ສິ່ງ​ທີ່​ພວກ​ຂ້າພະ​ເຈົ້າສະ​ແຫວ​ງຫາ​ນັ້ນຢາກໃຫ້​ຜູ່​ຫຼິ້ນ​ຮູ້ສຶກ​ເກ​ມທີ່​ຕົນຫຼິ້ນນັ້ນ​ບໍ່ພ​ຽງ​ແຕ່​ເປັນ​ເກ​ມຫຼິ້ນທໍ່​ນັ້ນ, ຍັງ​ມີ​ເນື້ອ​​ໃນວັດທະນະທຳ​ຢູ່​ໃນ​ຫັ້ນອີກ​ດ້ວຍ."

ດຽວນີ້, ຜະລິດຕະກຳ​ປະດິດ​ຄິດ​ສ້າງດ້ານ​ວັດທະນະທຳ​ພວມ​ພັດທະນາ​ຢ່າງ​ວ່າງ​ໄວ​ຢູ່​ຕົວເມືອງ​ທີ່​​ເສດຖະກິດ​ຂ້ອນ​ຂ້າງ​ພັດທະນາ ​ຄື, ປັກ​ກິ່ງ ຊຽງ​ໄຮ້ ​ເຊີນ​ເຈີ້ນ​ແລະ​ຫາງ​ໂຈ​ວ​ເປັນຕົ້ນ, ​ແຫຼ່ງຜະລິດຕະກຳ​​ປະດິດ​ຄິດ​ສ້າງ​ດ້ານ​ວັດທະນະທຳ​ໄດ້​ສ້າງຕັ້ງຂຶ້ນ​ເປັນ​ເທື່ອ​ລະ​ກ້າວ. ສວນ​ວິທະ​ຍາ​ສາດ​ເຕັກນິກຈົງກວນ​ຊວນປັກ​ກິ່ງ ​ເຊິ່ງຖືກ​ເອິ້ນ​ເປັນ " ຊີ​ລິກຄອນ​ແວ​ລີ​ຈີນ" ​ກໍ​ມີ​ວິ​ສາ​ຫະກິດ​ປະດິດ​ຄິດ​ສ້າງ​ດ້ານ​ວັດທະນະທຳຫຼາຍບໍ​ລິສັດ. ທ່ານ​ໄຕ​ອຸຍ ຮອງ​ຫົວໜ້າ​ຄະນະ​ກຳມະການ​ຄຸ້ມ​ຄອງສວນວິ​ທະ​ຍາ​ສາດ​ເຕັກນິກ​ຈົງ​ກວນ​ຊວນ​ເວົ້າວ່າ​, ນັບ​ມາ​ຮອດ​ທ້າຍ​ປີກາຍ, ວິ​ສາ​ຫະກິດ 200 ກວ່າ​ແຫ່ງ​​ໃນ​ຂົງ​ເຂດ​ຊອຟ​ແວ​ຄອມພິວ​ເຕີ ​ເກ​ມ ດົນ​ຕິ​ແລະ​ການ​ພິມ​ຈຳໜ່າຍ​ເປັນຕົ້ນ​ໄດ້​ເຂົ້າ​ປະຈຳສວນວິ​ທະ​ນາສາ​ດ​ເຕັກ​ນິກຈົງ​ກວນ​ຊວນ. ສວນວິ​ທະ​ນາສາ​ດ​ເຕັກ​ນິກຈົງ​ກວນ​ຊວນ​ໄດ້​​ເປັນ​​ເຂດປະສິດ​ທິຄຸນ​ການ​ປະດິດ​ຄິດ​ສ້າງ​ດ້ານ​ວັດທະນະທຳ​ທີ່​ມີ​ສີສັນ​ຈະ​ແຈ້ງ​ແລະ​ທ່າ​ແຮງພົ້ນ​​ເດັ່ນ.

ທ່ານ​ເວົ້າວ່າ," ​ສວນວິ​ທະ​ນາສາ​ດ​ເຕັກ​ນິກຈົງ​ກວນ​ຊວນມີ​ທ່າ​ແຮງ​ພິ​ເສດ​ໃນ​ການ​ທີ່​ພັດທະນາ​ຜະລິດຕະກຳ​ປະດິດ​ຄິດ​ສ້າງ​ຍ້ອນ​ວ່າ​ໃນ​ເຂດ​ນີ້​ມີ​ເຕັກ​ສູງໃນ​ຂົງ​ເຂດ​ຊອຟ​ແວ ອິນ​ເຕີ​ແນັ​ດ​ແລະ​​​ໂທລະ​ຄົມ​ເປັນຕົ້ນ ພ້ອມ​ຊັບ​ພະນາ​ກອນ​ມະນຸດ​ຫຼວງຫຼາຍ. ​ໃນຕໍ່​ໄປ​ພາຍ​ໜ້າ, ​ສວນວິ​ທະ​ນາສາ​ດ​ເຕັກ​ນິກຈົງ​ກວນ​ຊວນຈະຖື​ການ​ຜະລິດຜະລິດຕະພັນ​​ປະດິດ​ຄິດ​ສ້າງ​ດີ​ຈີ​ຕອນ​ເປັນ​​ແກນ​ກາງ, ​ເຈາະ​ຈົງ​ພັດທະນາ​​ເກ​ມຄອມ​ພິວ​ເຕີ ກາ​ຕູນ​ດີ​ຈີ​ຕອນ ການບໍ​ລິການ​ມູນ​ຄ່າ​ເພີມຄອນ​ພິວ​ເຕີ​ ການບໍລິການມູນ​ຄ່າ​ເພີ່​ມ​ທາງໂທລະ​ຄົມ​ເຄື່ອນ​ທີ່​ແລະ​ອື່ນໆ, ພ້ອມ​ກັນນັ້ນ, ຊຸກ​ຍູ້ການອອກ​ແບບ ການພິມ​ຈຳໜ່າຍ​ແລະ​ການ​ຜະລິດ​ຮູບ​ເງົາໂທລະພາບພັດທະນາ."

1  2