ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-17 09:19:35    
ຂົວ​ອາ​ກາດ​060516(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ພວກ​ເຮົາ​ໄດ້​ຮັບຈົດໝາຍ​ຂອງ​ທ້າວ​ສຳລານ​ຈິດ ສອນ​ຕາວັນ ທີ່​ບ້ານ​ໂພນ​ງາມ​​ໃຕ້ ​ເມືອງ​ແປກ​ ​ແຂວງຊຽງ​ຂວາງ,​ໃນ​ຈົດໝາຍ​ນ້ອງສຳລານ​ຈິດ​ຂຽນວ່າ,ກ່ອນ​ອື່ນ,ນ້ອງ​ເອງ​ຫວັງ​ວ່າ​ທຸກ​ທ່ານ​ຄົງ​ສະບາຍດີ,ລາຍ​ການCRIເປັນ​ລາຍກາ​ນທີ່​ມ່ວນ​ຫຼາຍ,​ແລະ​ນ້ອງ​ກໍ່​ມັກ​ລາຍການ​ນີ້​ຫຼາຍ​ທີ່​ສຸດ,​ເພາະວ່າ,ລາຍການ​ນີ້ທັງ​ໃຫ້​ຄວາມ​ຮູ້​ແລະ​ຕັ້ງ​ລາຍ​ງານຂ່າວ​ກ່ຽວກັບປະ​ເທດ​ຕ່າງໆ​ໃນ​​ໂລກ​ໃຫ້​ຮູ້,ນ້ອງ​ຂຽນ​ບອກ​ວ່າ,ຕໍ່​ໄປ​ພາຍ​ໜ້າ,ນ້ອງຈະ​ຂຽນ​ຈົດໝາຍ​ມາ​ເຖິງ​ລາຍການCRI​ເລື້ອຍໆ.ດຽວນີ້,ນ້ອງໄດ້​ຂຶ້ນ​ຫ້ອງ​ມໍ 4/ຂ.5.​ແລ້ວ,ນ້ອງ​ມັກ​ຮຽນ​ພາສາ​ຈີນ​ນຳ​ລາຍການCRI​ເປັນ​ພິ​ເສດ.

ຂອບ​ໃຈ​ນ້ອງ​ສຳລານ​ຈິດ ​ທີ່ຮັບຟັງ​ລາຍການ​ຂອງ​ວິທະຍຸCRI​ເລື້ອຍໆ,ຖ້າ​ມີ​ເວລາ​ກໍຂຽນ​ຈົດໝາຍ​ມາ​ໃຫ້​​ພວກ​ເຮົາ​​ເລື້ອຍ​ແດ່,​ເລົ່າຄວາມ​ເຫັນ​ຂອງ​ນ້ອງ​ຫຼັງ​ຈາກ​ໄດ້​ຟັງ​ແລ້ວ,ຖ້ານ້ອງຢາກ​​ເລົ່າ​ຄວາມ​ຄຶດ​ຄວາມ​ຮູ້ສຶກ​ຕໍ່​ຊີ​ວິດູ​ຂອງ​ນ້ອງໃຫ້​ພວກ​ເຮົາ​ຟັງກໍ່​ໄດ້,ພວກ​​ເຮົາ​ຍິນ​ດີ​ຟັງສຽງ​ຂອງ​​ເພື່ອນ​ຜູ້​ຟັງ​ຢູ່​ສະ​ເໝີ.ນະທີ່​ນີ້,ພວກ​ເຮົາຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ໃຫ້​​​ນ້ອງສຳລານ​ຈິດຟັງ,​ຄື,ເພງ​"ຊີ່​ນຢ່ວນຢັງ​ຮູ​ເຕ໋​​ເມີ້​ງ",​ຊຶ່ງ​ກໍ​ຄື​ເພງ,​ເປົາ​ບຸ້ນຈິ້ນ,ຫວັງ​ວ່າ​ໃນ​ຂະນະ​ນີ້ເພື່ອນ​ທຸກ​ຄົນ​ຄົງ​ຢ່ອນ​ອາລົມ​ຟັງ​ເພງ​ມ່ວນໆ​ນີ້ນຳ​ກັນ.