ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-17 17:13:15    
9 ປະ​ເທດ​ອາ​ຊຽນ​ກັບ​ສ.​ເກົາ​ຫຼີ​ເຊັນ​ສັນ​ຍາ​ການ​ຄ້າ​ສິນ​ຄ້າ​​ເສ​ລີ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 16 ພຶດສະພາ ຢູ່​ມາ​ນີລາ, 9 ປະ​ເທດ​ອາ​ຊຽນ​​ຍົກ​ເວັ້ນ​ໄທ​ໄດ້ເຊັນສັນຍາ​ການ​ຄ້າ​ເສລີ​ທີ່​ໝາຍ​ຈະ​ຫຼຸດ​ພາສີ​ສິນຄ້າ​ກັບສ.​ເກົາຫຼີ​​.

​ເຈົ້າໜ້າ​ທີ່​ຖະ​ແຫຼ​ງຂ່າວ​ຂອງ​ກະຊວງການ​ຄ້າ​ແລະ​ອຸດສາ​ຫະກຳ​​ຟີ​ລິບ​ປິນ​ເວົ້າວ່າ,ການ​ເຊັນສັນຍາ​ການ​ຄ້າ​ເສລີ​ສະບັບ​ນີ້​ແມ່ນ​ອີງຕາມ​ສັນຍາ​ຫຼຸດ​ພາສີ​ທີ່​ສ.​ເກົາຫຼີ​ກັບປະ​ເທດ​ອາ​ຊຽນ​ເຊັນ​ກັນໃນ​ເດືອນ​ທັນວາ​ປີ​ກາຍ​ນີ້,ນີ້​ຍັງ​ໄດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່​ທັງ​ສອງ​ຝ່າຍສ້າງຕັ້ງ"​ເຂດ​ການ​ຄ້າ​ເສລີ​ສ.​ເກົາຫຼີ-ອາ​ຊຽນ"ກ່ອນ​ປີ 2012 .

​ແຕ່​ພ້ອມ​ກັນນັ້ນ,​ສັນຍາ​ການ​ຄ້າ​ເສລີ​ສະບັບ​ນີ້​ອະນຸມັດ​ສ.​ເກົາຫຼີ​ແລະ​ປະ​ເທດ​ອາ​ຊຽນທີ່​ເຂົ້າຮ່ວມ​ສັນຍາ​ສະບັບ​ດັ່ງກ່າວ ຢ່າງ​ຫຼາຍສາມາດ​ເລືອກຜະລິດ​ຕະພັນ 40 ຊະ​ນິດ​ເປັນສິນຄ້າ​ຢູ່​ນອກ​ສັນຍາ​ສະບັບ​ດັ່ງກ່າວ​ເພື່ອ​ປ້ອງ​ກັນ​ອຸດສາ​ຫະກຳ​ພິ​ເສດ​ຂອງ​ປະ​ເທດ​ຕົນ.ຍ້ອນ​ວ່າ​ຄັດຄ້ານ​ສ.​ເກົາຫຼີ​ຖືການ​ນຳ​ເຂົ້າເຂົ້າຈ້າວ​ເປັນ​ລາຍການ​ພິ​ເສດ​ຢູ່​ນອກ​​ສັນ​ຍາ​ການ​ຄ້າ​ເສລີ,​ໄທ​ແມ່ນປະ​ເທດ​ຜະລິດ​ເຂົ້າສານຫຼາຍ​ກວ່າ​ໝູ່​ໃນ​ພາກ​ພື້ນ​ອາຊີ​ອາຄະ​ເນນັ້ນຈຶ່ງ​ກ່າວ​ວ່າ,ຈະບໍ່​ເຂົ້າຮ່ວມ​ສັນຍາ​ສະບັບ​ນີ້​ຊົ່ວຄາວ.ຜູ້​ແທນຂອງ​ໄທ​ກ່າວ​ວ່າ,​ເວລາ​ເຊັນ​ສັນຍາ​ການ​ຄ້າ​ເສລີຈໍ້​ໂພດ​,​ໄທ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ສົ່ງ​ອອກ​ເຂົ້າສານຂອງ​ປະ​ເທດ​ຕົນ.